ບົດລະຄອນ“ຄວາມຮັກບໍລິສຸດຜຸດຜ່ອງ” ເວົ້າເຖິງ ເລື່ອງຄວາມຮັກ Romeo ແລະ Juliet

(vovworld)- ທີ່ງານມະໂຫລານເວທີສະແດງສາກົນທົດລອງຄັ້ງທີ 3 ດຳເນີນຢູ່ຮ່າໂນ້ຍ ຫວ່າງແລ້ວນີ້, ບັນດານັກສິລະປິນ ຟີລີບປີນ ໄດ້ນຳມາເຊິ່ງຄວາມປະທັບໃຈໃຫ້ແກ່ຜູ້ນິຍົມສິລະປະ ເມື່ອສ້າງພະລັງຊີວິດໃຫມ່ຕໍ່ເລື່ອງ “ຄວາມຮັກໂດດເດັ່ນ Romeo  ແລະ Juliet  ຜ່ານບົດລະຄອນ “ຄວາມຮັກບໍລິສຸດຜຸດຜ່ອງ”. ບົດລະຄອນແມ່ນການປະສົມຢ່າງກົມກຽວລະຫວ່າງສອງພື້ນຖານເວທີສະແດງຂອງຝ່າຍຕາເວັນອອກ ແລະ ຕາເວັນຕົກ, ລະຫວ່າງບົດລະຄອນພື້ນເມືອງກັບບົດລະຄອນຍຸກປະຈຸບັນ.

ບົດລະຄອນ“ຄວາມຮັກບໍລິສຸດຜຸດຜ່ອງ” ເວົ້າເຖິງ ເລື່ອງຄວາມຮັກ Romeo  ແລະ Juliet - ảnh 1
ກອງສິລະປະກອນ Tanghalang Ateneo
ພາບ:ອິນເຕັດແນັດ

        “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ. ເພາະບົດລະຄອນນີ້ແມ່ນເວົ້າເຖິງຄວາມຮັກຂອງ Romeo  ແລະ Juliet ໂດຍນັກສິລະປິນ ຟິລິບປີນສະແດງດ້ວຍສີສັນຊາດຢ່າງຈະແຈ້ງ. ພິເສດ ບັນດານັກສິລະປິນຟ້ອນງາມຫລາຍ, ຮ້ອງເພງມ່ວນຫລາຍ ແລະ ດົນຕີໃນບົດລະຄອນກໍແມ່ນດົນຕີຂອງຟີລີບປີນ.”

        ນັ້ນແມ່ນ ຄຳແບ່ງປັນຂອງເອື້ອຍ ທູຮວຽນ, ຊື່ງແມ່ນຜູ້ຊົມຢູ່ນະຄອນຫລວງ ຮ່າໂນ້ຍ ເມື່ອໄດ້ຊົມບົດລະຄອນ “ຄວາມຮັກບໍລິສຸດຜຸດຜ່ອງ”. ເຖິງວ່າ ຫາກໍນຳສະແດງຢູ່ຫວຽດນາມ ພຽງຄັ້ງຫນຶ່ງ, ແຕ່ ບົດລະຄອນ “ຄວາມຮັກບໍລິສຸດຜຸດຜ່ອງ” ໂດຍນັກສິລະປິນຟີລີບປີນ ສະແດງ ໄດ້ສ້າງຄວາມປະທັບໃຈໃຫ້ຜູ້ຊົມນະຄອນຫລວງຮ່າໂນ້ຍ ແລະ ເພື່ອນມິດສາກົນທີ່ເຂົ້າຮ່ວມງານມະໂທລານເວທີສະແດງສາກົນທົດລອງຄັ້ງທີ 3. ໂດຍອີງໃສ່ເລື່ອງລາວອຳມະຕະ “Romeo ແລະ Juliet” ຂອງນັກປະພັນວັນນະຄະດີຍິ່ງໃຫຍ່ Wiliam Shakespeare, “ຄວາມຮັກບໍລິສຸດຜຸດຜ່ອງ” ແມ່ນເລື່ອງລາວກ່ຽວກັບຄວາມຮັກຊື່ງໄດ້ສ້າງຂຶ້ນດ້ວຍຄວາມວາດນຶກຢູ່ວົງຄະນາຍາດຊາວມຸດສະລິມຢູ່ຟິລີບປີນ. Mustaphas ແລະ Kalimuddisn ຊື່ງແມ່ນສອງຄອບຄົວເກີດຄວາມອາຄາດບາດໝາງ ມາແຕ່ດົນນານແລ້ວ.

        Rashiddin ແລະ Jamila, ສອງຄົນ ຮັກກັນ ແລະ ສົມລົດຢ່າງປິດລັບ ແຕ່ຕ້ອງພັດພາກຈາກກັນ ພາຍຫລັງທີ່ Rashiddin ໄດ້ຂ້າຜູ້ຫນຶ່ງໃນວົງຕະກຸນ Kalimuddisn ຕາຍ ເພື່ອແກ້ແຄ້ນທວງເອົາຄວາມຍຸຕິທຳໃຫ້ອ້າຍຂອງຕົນ. Rashiddin ຍ້າຍໄປຢູ່ແຫ່ງອື່ນ ແລະ ການພົບປະຢ່າງປິດລັບ, ຈົດໝາຍສະບັບຫນຶ່ງຖືກເສຍ ແລະ ມີແຜນການຫນຶ່ງກ່ຽວຂ້ອງເຖິງຢາລະງັບປະສາດໄດ້ເຮັດໃຫ້ບ່າວສາວສອງຄົນດັ່ງກ່າວເສຍຊີວິດ ແລະ ສອງຄອບຄົວຮູ້ສຶກມີຄວາມເຈັບປວດ ແລະ ສຸດເສຍດາຍ. ນັກສະແດງ Natasha Felice Zorrilla Tanada, ຜູ້ສວມເປັນຕົວລະຄອນ Jamila ແບ່ງປັນວ່າ:

        “ນີ້ເປັນຄັ້ງທຳອິດ ກອງສິລະປະກອນຟິລີບປີນ ໄດ້ນຳບົດລະຄອນ “ຄວາມຮັກບໍລິສຸດຜຸດຜ່ອງ” ໄປສະແດງຢູ່ຕ່າງປະເທດ, ຂ້າພະເຈົ້າຮູ້ສຶກມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ຜູ້ຊົມຫວຽດນາມ ນິຍົມບົດລະຄອນຂອງພວກຂ້າພະເຈົ້າ. ຢູ່ ຟີລີບປີນ ບົດລະຄອນດັ່ງກ່າວສະແດງໄດ້ 15 ຄັ້ງ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ຜູ້ຊົມມັກຊຸດອາພອນ ແລະ ດົນຕີຂອງພວກຂ້າພະເຈົ້າ. ເລື່ອງ “Romeo ແລະ Juliet” ແມ່ນບົດລະຄອນທີ່ລຶ້ງເຄີຍກັບຜູ້ຊົມໃນໂລກ ແລະ ເມື່ອພວກຂ້າພະເຈົ້າໄດ້ນຳບັນດາວາດຟ້ອນຂອງຟິລີບປີນເຂົ້າໃນບົດລະຄອນຍິ່ງເຮັດໃຫ້ບົດລະຄອນມ່ວນກວ່າ.”

ບົດລະຄອນ“ຄວາມຮັກບໍລິສຸດຜຸດຜ່ອງ” ເວົ້າເຖິງ ເລື່ອງຄວາມຮັກ Romeo  ແລະ Juliet - ảnh 2
ນັກສິລະປີນ ຟີລີບປີນ ສະແດງບົດລະຄອນ
“ຄວາມຮັກບໍລິສຸດຜຸດຜ່ອງ"
ພາບ:ອິນເຕັດແນັດ

       ດ້ວຍຊຸດອາພອນທີ່ເປັນມູນເຊື້ອ, ມີລວດລາຍລະອຽດລະອໍ, ສີສັນຫລາກຫລາຍ, ບັນດານັກສິລະປິນຂອງກອງສິລະປະກອນ Tanghalang Ateneo ຂອງຟີລີບປີນ ໄດ້ວາດພາບເຖິງສີສັນວັດທະນະທຳຂອງຊາວຟິລີບປີນ, ປະເທດຟີລີບປີນ ຜ່ານບົດລະຄອນ. ນັ້ນແມ່ນບັນດາວາດຟ້ອນທີ່ເປັນເອກະລັກສະເພາະຂອງ ປະຊາຊົນພາກໃຕ້ ຟິລີບປີນ. ສາດສະດາຈານ Pedro R Abraham Jr, ຜູ້ອຳນວຍການ ດົນຕີ ແລະ ສ້າງສຽງດົນຕີ ໃນບົດລະຄອນ “ຄວາມຮັກບໍລິສຸດຜຸດຜ່ອງ” ໄດ້ແບ່ງປັນວ່າ:

        “ເມື່ອຊົມ ບົດລະຄອນຄວາມຮັກບໍລິສຸດຜຸດຜ່ອງ, ຜູ້ຊົມຫລາຍຄົນຄິດວ່າ ນີ້ແມ່ນປະເພດເວທີສະແດງສິລະປະພື້ນເມືອງຂອງປະເທດພວກຂ້າພະເຈົ້າ. ຢູ່ທີ່ນີ້ ພວກຂ້າພະເຈົ້າ ໄດ້ແນະນຳວັດທະນະທຳຂອງຊາດຜ່ານບົດລະຄອນນີ້.”

        ສິ່ງທີ່ສ້າງຄວາມປະທັບໃຈອີກອັນຫນຶ່ງ, ນັ້ນແມ່ນ ດ້ວຍຄວາມເກັ່ງກ້າສາມາດຂອງຖັນແຖວນັກປະດິດແຕ່ງບົດລະຄອນ “ຄວາມຮັກບໍລິສຸດຜຸດຜ່ອງ” ໄດ້ນຳມາເຊິ່ງສີສັນໃຫມ່ເມື່ອມີການປະສົມປະສານລະຫວ່າງບັນດາພື້ນຖານວັດທະນະທຳ ອາຊີ ເອີລົບ ທີ່ເປັນເອກະລັກສະເພາະພິເສດ. ບົດລະຄອນ ດັ່ງກ່າວ ແມ່ນການປະສົມປະສານລະຫວ່າງເວທີສະແດງຂອງຝ່າຍຕາເວັນຕົກ ກັບບັນດາບົດເພງ, ວາດຟ້ອນຂອງວັດທະນະທຳຝ່າຍຕາເວັນອອກ ດ້ວຍສຽງດົນຕີພື້ນເມືອງຂອງ ຟີລີບປີນ. ຕາມຮອງສາສະດາຈານ, ນັກວິຈານເວທີສະແດງ ຟ້າມຢູຍເຄ ແລ້ວ, ປັດໄຈການພົວພັນລະຫວ່າງພື້ນຖານວັດທະນະທຳໄດ້ຊ່ວຍໃຫ້ບົດລະຄອນດັ່ງກ່າວບໍ່ພຽງແຕ່ດຶງດູດຜູ້ຊົມ ຟີລີບປີນ ເທົ່ານັ້ນ ຫາກຍັງນຳໄປສະແດງຢູ່ຕ່າງປະເທດອີກດ້ວຍ.

        “ຂ້າພະເຈົ້າຄິດວ່າ ຜູ້ກຳກັບການສະແດງເກັ່ງທີ່ສຸດ ເພາະ ເລື່ອງ “Romeo ແລະ Juliet” ຜູ້ຊົມໃນໂລກໃຜໆກໍ່ຮູ້ຈັກເຖິງ ແຕ່ບັນດານັກສິລະປິນ ຟີລີບປີນໄດ້ສະແດງ ບົດລະຄອນດັ່ງກ່າວດ້ວຍສີສັນຟີລີບປີນ.”

        ບົດລະຄອນ “ຄວາມຮັກບໍລິສຸດຜຸດຜ່ອງ” ເປັນການພິສູດໃຫ້ເຫັນຢ່າງມີຊີວິດຊີວາກ່ຽວກັບການປະດິດຄິດສ້າງຢ່າງບໍ່ຢຸດຢັ້ງຂອງເວທີສະແດງ, ແມ່ນວິທີເພື່ອໃຫ້ບັນດານັກສິລະປິນ ຟີລີບຟີນ ນຳວັດທະນະທຳ, ສິລະປະຂອງ ຟີລີບປີນ ມາສູ່ຜູ້ຊົມໂລກ ແລະ ກໍເພື່ອໃຫ້ຜູ້ເຮັດວຽກງານສິລະປະຄິດເຖິງວິທີເຮັດອັນເກົ່າມາປ່ຽນອັນໃຫມ່, ວິທີປັບປຸງບົດລະຄອນໂດດເດັ່ນໃຫ້ແກ່ເວທີສະແດງພື້ນເມືອງ. 

ຕອບກັບ

ຂ່າວ/ບົດ​ອື່ນ