ບັນດາທະນາຄານ ຫວຽດນາມ ເປີດກວ້າງການຮ່ວມມືດຳເນີນທຸລະກິດ ຢູ່ ລາວ


(vovworld) -  ການ​ລົງທຶນ, ​ດຳ​ເນີນ​ທຸລະ​ກິດ​ຢູ່ ສປປ ລາວ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຍຸດ​ທະ​ສາດ​ຊຶ່ງ​ວິ​ສາ​ຫະກິດ​ ຫວຽດນາມ ຫລາຍ​ແຫ່ງ​ພວມ​ມູ້​ງ​ໄປ​ເຖິງ, ​ໃນ​ນັ້ນ​ມີ​ບັນດາ​ທະນາຄານ​ການ​ຄ້າ ຫວຽດນາມ. ​ເພາະວ່າ ຕາມ​ບັນດາ​ທະນາຄານ​​ເຫົຼ່ົານີ້, ຫວຽດນາມ ​ແລະ ລາວ ມີ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ, ມີ​ຄວາມສະຫນິດ​ຕິດ​ພັນ, ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ໃກ້ຊິດສະຫນິດສະຫນົມ​. ​ເລື່ອງ​ບັນດາ​ທະນາຄານ​ດັ່ງກ່າວ​ມີຫນ້າ​ຢູ່ ລາວ ຈ​ະ​ແມ່ນຂົວ​ຕໍ່, ຮັບ​ໃຊ້​ຄວາມ​ຕ້ອງການ​ດ້ານ​ທຶນຮອນ, ການບໍລິການ​ທະນາຄານ, ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ຜະລິດ​ດຳ​ເນີນ​ທຸລະ​ກິດ ຢູ່ ລາວ ພ້ອມ​ທັງ​ປະກອບສ່ວນ​ຊຸກຍູ້​ດ້ານເສດຖະກິດ ການ​ຄ້າ ລະຫວ່າງ ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ.

        ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV) ​ແມ່ນ​ທະນາຄານ​ແຫ່ງ​ທຳ​ອິດ​ຂອງ ຫວຽດນາມ ທີ່ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ຢູ່​ ສປປ ລາວ. ວັນ​ທີ 22/6/1999, ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV) ​ແລະ ທະນາຄານ​ການ​ຄ້າ ລາວ (BCEL) ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ສ້າງ​ຕັ້ງ​ທະນາຄານ​ຮ່ວມ​ທຸລະ​ກິດ ລາວ ຫວຽດ (LVB). ຕາມ​ທ່ານ Nguyen Kim Dieu ຮອງ​ຜູ້ອຳນວຍການ​ໃຫຍ່ LVB ​ແລ້ວ, ພາຍຫລັງ 12 ປີ ​ແຫ່ງ​ການ​ເຄື່ອນ​ໄຫວ, ຍອດ​ຈຳນວນ​ຊັບ​ສິນ​ຂອງ​ທະນາຄານ LVB ​ໄດ້​ເພີ່ມ​ຂຶ້ນ​ທົບ 30 ​ເທົ່າ, ບັນລຸ​ກວ່າ 330 ລ້ານ USD, ລະດັບ​ເຕີບ​ໂຕ​ແຕ່ລະ​ປີ​ບັນລຸ​ກວ່າ 30%. ​ດ້ວຍທ່າ​​​ເຕີບ​ໂຕ​ນັ້ນ, ທະນາຄານ LVB ​​ໄດ້​ຜັນ​ຂະຫຍາຍ​ເປີດ​ສາຂາ​ຢູ່​ບັນດາ​ແຂວງ ຂອງ​ລາວ​ຕື່ມ​ອີກ 3 ​ແຫ່ງ. ນອກຈາກ​ການ​ເຄື່ອ​ນ​ໄຫວ​ດຳ​ເນີນ​ທຸລະ​ກິດ​​ແລ້ວ​ນັ້ນ, ທະນາຄານ LVB ຍັງ​ແມ່ນ​ແຫ່ງເປັນ​ທີ່​ປຶກສາຫນູນ​ຊ່ວຍ ​ແລະ ​ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວສານ​ໃນ​ການ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ ລະຫວ່າງ​ສອງ​ປະ​ເທດ​.

ບັນດາທະນາຄານ ຫວຽດນາມ ເປີດກວ້າງການຮ່ວມມືດຳເນີນທຸລະກິດ ຢູ່ ລາວ - ảnh 1
ສາຂາທະນາຄານທະຫານ ຫວຽດນາມ ຢູ່ ລາວ
ພາບ: internet

        ​ໂດ​ຍສືບ​ຕໍ່​ຜົນສຳ​ເລັດ​ຂອງ​ທະ​ນາ​ຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ ຢູ່ ສປປ ລາວ, ທະນາຄານຫຸ້ນ​ສ່ວນ​​ທະຫານ ຫວຽດນາມ (MB) ກໍ​ເປີດ​ສາຂາ​ຢ່າງ​ເປັນ​ທາງ​ການ​ຢູ່ ລາວ ​​​ເມື່ອ​ວັນ​ທີ 14/10/2010. ການ​ມີຫນ້າ​ຂອງ​ທະ​ນາ​ຄານຫຸ້ນ​ສ່ວນ​ ​ທະຫານ ຫວຽດນາມ ຢູ່ ລາວ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກທຸກ​ຂະ​ແຫນງ, ທຸກຂັ້ນ​ ​ແລະ ວິ​ສາ​ຫະກິດ​ສອງ​ປະ​ເທດ. ທ່ານ ທອງ​ມີ ພົມວິ​ໄຊ ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ລາວ ​ໄດ້ຊົມ​ເຊີຍ​ການ​ມີຫນ້າ ຂອງ​ທະນາຄານ​ຫຸ້ນ​ສ່ວນ​ທະຫານຫວຽດນາມ​ຢູ່​ລາວ ​ແລະ ຢືນຢັນ​ວ່າ: ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ທະນາຄານ​ຫຸ້ນ​ສ່ວນ​ທະຫານ​ ຫວຽດນາມ ດຳ​ເນີນ​ທຸລະ​ກິດ​ບັນລຸ​ໝາກຜົນ​ເປັນ​ຢ່າງ​ດີ.

ສຽງ​ທ່ານ ທອງ​ມີ ພົ​ມວິ​ໄຊ.

        ທ່ານ Le Van Be ຮອງ​ປະທານ​ສະພາ​ບໍລິຫານ​ທະນາຄານ​ຫຸ້ນ​ສ່ວນ​ທະຫານຫວຽດນາມ ​ໃຫ້​ຮູ້​ວ່າ: ດ້ວຍ​ຈຳນວນ​ທຶນ​ເບື້ອງ​ຕົ້ນ​ແມ່ນ 12 ລ້ານ USD, ສາຂາ​ທະນາຄານ​ຫຸ້ນ​ສ່ວນ​​ທະຫານຫວຽດນາມ ຢູ່ ລາວ ຈະ​ຮັບ​ໃຊ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ຢູ່ ລາວ, ບັນດາ​ວິ​ສາ​ຫະກິດ ​ແລະ ນິຕິບຸກຄົນ​ຂອງ ລາວ, ບັນດາລູກ​ຄ້າ​ແມ່ນ​ຊາວ ຫວຽດນາມ ອາ​ໄສຢູ່​ລາວ ​ແລະ ຊາວ​ລາວ, ພ້ອມ​ທັງ​ປະ​ກອບ​ສ່ວນ​ຊຸກຍູ້​ຕະຫລາດ​ເງິນຕາ ​ແລະ ​ເສດຖະກິດ​ຂອງລາວ ​ໃຫ້ພັດທະນາ.

        “ ​ເລື່ອງ​ທະນາຄານ​ຫຸ້ນ​ສ່ວນ​ທະຫານ ​ຫວຽດນາມ ​ໄດ້​ຮັບ​ຫນັງສື​ອະນຸຍາ​ໃຫ້​ລົງທຶນ​ຢູ່ ສປປ ລາວ ​ແມ່ນ​ບາດກ້າວ​ເລີ່​ມຕົ້ນ​ໃຫ້​ແກ່​ທະ​ນາ​ຄານ​ທະຫານ​ຫວຽດນາມ ອອກ​ສູ່​ຕະຫລາດ​ພາກ​ພື້ນ ​ແລະ ​ໂລກ. ພວກ​ຂ້າພະ​ເຈົ້າ​ປາຖະຫນາ​ວ່າ ການ​ເຂົ້າ​ຮ່ວມ​ຂອງ​ທະ​ທາ​ຄານຫຸ້ນ​ສ່ວນ​​ທະຫານ ຫວຽດນາມ ຢູ່ ສປປ ລາວ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ ລະຫວ່າງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃຫ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ລະຫວ່າງ ຫວຽດນາມ ​ແລະ ລາວ.”

ບັນດາທະນາຄານ ຫວຽດນາມ ເປີດກວ້າງການຮ່ວມມືດຳເນີນທຸລະກິດ ຢູ່ ລາວ - ảnh 2
ພິທີເປີດສາຂາທະນາຄານ Vietinbank ຢູ່ ສປປ ລາວ
ພາບ: internet

        ຖັດຈາກ​ທະນາຄານ​ຫຸ້ນ​ສ່ວນ​​ທະຫານ ຫວຽດນາມ, ວັນ​ທີ 9/2/2012 ຜ່ານ​ມາ, ມີ​ທະນາຄານ​ຂອງ ຫວຽດນາມ ອີກ​​ແຫ່ງ​ຫນຶ່ງ​ເປີດ​ສາຂາ​ຢູ່ ສປປລາວ ຢ່າງ​ເປັນ​ທາງ​ການ, ນັ້ນ​ແມ່ນ ທະນາຄານ​ຫຸ້ນ​ສ່ວນ​ອຸດສາຫະກຳ ການ​ຄ້າ ຫວຽດນາມ (Vietinbank). ທ່ານ Pham Huy Hung ປະທານ​ສະພາ​ບໍລິ​ຫານ Vietinbank ​ໃຫ້​ຮູ້​ວ່າ: ກໍ​​ເຊັນ​ດຽວ​ກັບ​ບັນດາ​ທະນາຄານ BIDV, MB. Vietinbank ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​​ເມື່ອມີຫນ້າ​ຢູ່ ປະ​ເທດ​ລາວ ອ້າຍ​ນ້ອງ ​ເພື່ອ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ວິຊາ​ສະ​ເພາະ, ບໍລິ​ການ​ທະນາຄານ, ປະກອບສ່ວນ​ຮັບ​ໃຊ້​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ນັກທຸລະກິດ ລາວ, ຮັບ​ໃຊ້​ວົງ​ຄະນາ​ຍາດ​ຊາວ ຫວຽດນາມ ພວມ​ດຳ​ລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ ​ແລະ ການ​ຮ່ວມ​ມື​ເສດຖະກິດ, ລົງທຶນ​ ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາ ​ເຂົ້າລາວ. ສ່ວນ​ທ່ານ        ສົມ​ພາວ ​ໄພສິດ ຜູ້​ວ່າການ​ທະນາຄານ​ແຫ່ງ​ ສປປ ລາວ ​ໄດ້​ເນັ້ນ​ຫນັກ​ວ່າ: Vietinbank ​ເປີດ​ສາຂາ​ຢູ່ ລາວ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ​ແມ່ນ​ກົງ​ກັບ​ຈຸດ​ເວລາ​ຊຶ່ງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ ພວມ​ມີ​ຄວາມເບິ​ກບານ​ມ່ວນ​ຊຶ່ນ​ຈັດ​ຕັ້ງ​ການສະ​ເຫລີ​ມສະຫລອງ 50 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ​ແລະ 35 ປີ ​ແຫ່ງ​ວັນ​​ເຊັນ​ສົນທິສັນຍາ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ສິ່ງ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ Vietinbank ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດ ສປປ ລາວ. ​ເລື່ອງ Vietinbank ​ເປີດ​ສາຂາ​ຢູ່​ລາວ ບໍ່​ພຽງ​ແຕ່​ປະກອບ​ສ່ວນ​ເຮັດ​ໃຫ້​ຂະ​ແຫນງທະນາຄານຂອງ​ ລາວ ​ພັດທະນາ​ເທົ່າ​ນັ້ນ, ຫາກ​ຍັງ​​​ແມ່ນ​ທະນາຄານ​ແບບຢ່າງ, ທີ່ນຳ​ຮູບ​ການ​ບໍລິຫານ​ຢ່າງ​ຊຳນານ​ງານ, ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ, ບໍລິການ​ການ​ເງິນ​ເປັນ​ຫລາຍ​ຮູບ​ແບບ ມາ​ໃຫ້ ປະຊາຊົນ​ລາວ, ວິ​ສາ​ຫະກິດ  ລາວ ​ອີ​ກດ້ວຍ.

​ໃນ​ສະພາບ​ການ​ເສດຖະກິດ​ການ​ເງິນ​ໂລກ ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ພື້ນຖານ​ເສດຖະກິດ​ຂອງສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ແຕ່​ດ້ວຍ​ນ້ຳ​ໃຈ້ມິດຕະພາບ, ການ​ຮ່ວມ​ມື​ແບບ​ພິ​ເສດ ລະຫວ່າງ​ສອງ​ປະ​ເທດ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ລາວ, ພິ​ເສດ ​ແມ່ນ​ບັນດາ​ທະນາຄານ​ໄດ້​ຮຽງ​ບ່າ​ຮຽງ​ໄຫ​ລ່ກັນນັ້ນ ຈະນຳ​ພື້ນຖານ​ເສດຖະກິດ​ສອງ​ປະ​ເທດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ພ້ອມ​ກັນ​ພັດທະນາ ​ແລະ ປະກອບສ່ວນ​ຮັດ​ແຫນ້ນ​ຄວາມ​ສາມັກຄີ​ມິດ​ຕະພາບ​ລະຫວ່າງ​ສອງ​ຊາດ​ຍິ່ງ​ກວ່າ​ອີກ.

​ແອ​ງດ່າວ


ຕອບກັບ

ຂ່າວ/ບົດ​ອື່ນ