ບັນດາປະເທດອາຊຽນຮ່ວມກັນອະນຸລັກຮັກສາມໍລະດົກ

(vovworld)- ບັນດາ​ປະ​ເທດ​ອາຊີ​ເວົ້າ​ລວມ ​ແລະ ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ເວົ້າ​ສະ​ເພາະ ຍາມ​ໃດ​ກໍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ພາກ​ພື້ນ​​ເຕົ້າ​ໂຮມ​ບັນດາ​ພື້ນຖານ​ອະລິຍະ​ທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ມວນ​ມະນຸດ ດ້ວຍ​ຈຳນວນມໍລະດົກ​ວັດທະນະທຳ​ທີ່ຍອດ​ຢ້ຽມ​ເປັນ​ຈຳນວນ​ຫລວງຫລາຍພວມ​ໄດ້​ຮັບ​ການ​ອະ​ນຸລັກ​ຮັກສາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ຕົນ, ​ແຕ່ລະ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້ ມີ​ຄວາມ​ສຳ​ເລັດ​ຜົນ​ຕ່າງຫາກ​ໃນ​ການ​ຄຸ້ມ​ຄອງ, ອະນຸລັກ​ຮັກສາ​ກໍ​ຄື​ເສີມຂະຫຍາຍ​ບັນດາ​ຄຸນ​ຄ່າ​ຂອງ​ມໍລະດົກ​ວັດທະນະທຳ.

        ​ໂດຍ​ແມ່ນ​ປະ​ເທດ​ເກາະ​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ ​ແລະ ຖືກ​ຕັ້ງ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອິນ​ໂດ​ເນ​​ເຊຍ ​ໄດ້​ສຳ​ເລັດ​ຫລາຍ​ຢ່າງ​ໃນ​ວຽກ​ງານ​ອະນຸລັກ​ຮັກສາ​ກໍ​ຄື​ເສີມ​ຂະຫຍາຍ​ມໍລະດົກ. ​ແຕ່​ປີ 2009, ກະຊວງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ ​ໄດ້​ປຸກລະດົມ​ລາຍການ ພະ​ລັງຊີວິດ​ໃຫມ່​ຂອງ​ຫໍພິພິດທະພັນ ​ແລະ ຫໍພິພິດທະພັນ​ຫນູນຊ່ວຍ​ຂະ​ບວນການແຫ່ງ​ຊາດ ດ້ວຍ​ສານ​ທີ່​ວ່າ: “ຫໍພິພິດທະພັນ​ໃນ​ດວງ​ໃຈ​ຂ້ອຍ”. ບັນດາ​​ໂຄງການດັ່ງກ່າວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຫໍພິພິດທະພັນ​ໃນ​ການ​ຮັບ​ໃຊ້​ວົງ​ຄະນາ​ຍາດ ​ເພື່ອ​ໃຫ້​ຜູ້​ຊົມ​ຮັບ​ຮູ້​ໄດ້​ວ່າ ນັ້ນ​ແມ່ນ​ສະຖານ​ທີ່​ຕ້ອງ​ແວ່​ຢາມ. ​ໂຄງການດັ່ງກ່າວ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ຫໍພິພິດທະພັນ​ທັງ​ໝົດ​ຢູ່ ອິນ​ໂດ​ເນ​ເຊຍ ​ແລະ ພ້ອມ​ທັງ​ໄດ້​ຮັບ​ການ​ຮັບຮອງຈາກ​ສັງຄົມ​ຜ່ານ​ການ​ເຄື່ອນ​ໄຫວ​ທີ່​ແຕກ​ຕ່າງ​ກັນ​ຕ່າງໆ. ດຣ Intan Mardiana Napipulu, ຜູ້ອຳນວຍການ​ຫໍພິພິດທະພັນ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ:

 

ບັນດາປະເທດອາຊຽນຮ່ວມກັນອະນຸລັກຮັກສາມໍລະດົກ - ảnh 1
ຫໍພິພິດທະພັນປະຫວັດສາດຢາກາກຕາ
ພາບ:internet

         “ນັບ​ແຕ່​ເມື່ອ​ປຸກລະດົມ​ຂະ​ບວນການ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້ຄວາມ​ຮັບ​ຮູ້​ຂອງ ປະຊາ​ຊົນ​ອິນ​ໂດ​ເນ​ເຊຍ​ ມີ​ການປ່ຽນ​​ແປງ​ຫລາຍ​ກວ່າ​ໃນການ​ຊອກ​ຮູ້​ກໍຄື​ອະນຸລັກ​ຮັກສາ​ມໍລະດົກ. ປະຈຸ​ບັນ, ມີ​ຫລາຍ​ກຸ່ມ​ຄົນ​ໄດ້​ມາ​ຢ້ຽມຢາມ​ຫໍພິພິດທະພັນ​ເພື່ອ​ຊອກ​ຮູ້​ກໍ​ຄື​ຄົ້ນ​ຫາມ​ໍລະ​ດົກ​ຂອງ​ປະ​ເທດ​ຊາດ ​ແລະ ບັນດາຫໍພິພິດທະພັນ​ແມ່ນ​ສະຖານ​ທີ່ດຶງ​ດູດນັກທ່ອງ​ທ່ຽວມາ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ.”

        ກໍ​ມີ​ທັດສະນະ​ເຊັ່ນ​ດຽວ​ກັນ​ກັບ ດຣ Napitupulu,​ ຜູ້ອຳນວຍການ​ຫໍພິພິດທະພັນ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ, ທ່ານ Kong Virech ຜູ້ອຳນວຍການ​ຫໍພິພິດທະພັນ​ແຫ່ງ​ຊາດ ກຳປູ​ເຈຍ ​ແບ່ງປັນ​ວ່າ:

        “​ໂດ​ຍ​ແມ່ນ​ປະ​ເທດ​ມີ​ຫໍພິພິດທະພັນ​ຫລາຍ​ແຫ່ງ ​ແລະ ສ່ວນ​ຫລາຍ​ໄດ້​ຮັບ​ການ​ກໍ່ສ້າງ​​ແຕ່​ສະ​ໄຫມ ຝລັ່ງ ຄອບ​ຄອງ, ​ເພາະສະ​ນັ້ນ ກຳ​ປ​​ູ​ເຈຍ ກໍ​ປະສົບ​ກັບ​ຄວາ​ມຫຍູ້​ງຍາກ​ຫລາຍ​ຢ່າງ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນ​​ມີ​ວຽກ​ງານ​ກວດກາ​ວັດຖຸ​ພັນ, ຄຸ້ມ​ຄອງ​ເອກະສານ ​ແລະ ຖານ​ຂໍ້​ມູນ ສະ​ນັ້ນ ການ​ອະນຸລັກ​ຮັກສາ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ. ຄຽງ​ຄູ່​ກັນ​ນັ້ນ ​ເພື່ອ​ປະກອບສ່ວນ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ, ກ​ຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ຫລາຍ​ລາຍການ​ສຶກສາ, ວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ, ​ແນະນຳ​ບັນດາ​ວັດ​ຖຸພັນ​ທີ່ຖືກ​ຂີ້​ຫລັກ​ເພື່ອ​​ເຮັດ​ໃຫ້​ປະຊາຊົນ​ທຸກ​ຄົນ​ປ່ຽນ​​ແປງ​ທ່າ​ທີ່​ຂອງ​ຕົນ.”

ບັນດາປະເທດອາຊຽນຮ່ວມກັນອະນຸລັກຮັກສາມໍລະດົກ - ảnh 2
Prambanan  ຫນຶ່ງໃນບັນດາວິຫານຮີນດູແຫ່ງທີ່ລືຊື່ຂອງໂລກຢູ່ອີນໂດເນເຊຍ
ພາບ:internet

        ສຳລັບ​ປະ​ເທດ​ລາວ, ບົດຮຽນ​ໃນ​ການ​ອະນຸລັກ​ຮັກສາ​ເສີມ​ຂະຫຍາຍ​ມໍລະດົກ​ໄດ້​ຮັບ​ການ​ປະຕິບັດ​ສ່ວນ​ຫລາຍ​ຜ່ານ​ການ​ສຶກສາ​ມູນ​ເຊື້ອປະຫວັດສາດ​ໃຫ້​ແກ່​ນັກ​ຮຽນ​ສາມັນ. ທ່ານນາງ ​ເພດ​ມາ​ໄລ​ວັນ ​ແກ້ວ​ບຸນ​ມາ ຜູ້ອຳນວຍການ​ຫໍພິພິດທະພັນ​ແຫ່ງ​ຊາດ ລາວ ​ໃຫ້​ຮູ້​ວ່າ:

        “​​ແຕ່ລະອາທິດ ພວກ​ຂ້າພະ​ເຈົ້າ​ສົມທົບ​ກັບ​ບັນດາ​ໂຮງຮຽນ​ມັສາມັນ ​ ​ພາ​ນັກຮຽນ​ມາ​ຢ້ຽມ​ຊົມ​ຫໍພິພິດທະພັນ, ​ເພື່ອ​ຊອກຮູ້​ກ່ຽວ​ກັບ​ບັນດາ​ມໍລະດົກ, ມູນ​ເຊື້ອ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ປະ​ເທດ​ຊາດ​ໃຫ້​ແກ່​ລຸ້ນຫນຸ່ມ. ຜ່ານ​ບັນດາ​ວັດ​ຖຸພັນ​ທີ່​ໄດ້​ນຳ​ມາ​ວາງສະ​ແດງ​ທີ່​ເປັນ​ລະບົບ​ ​ແລະ ​ໄດ້​ຮັບ​ການ​​ແນະນຳ​ຈາກ​ຫໍພິພິດທະພັນ, ພວກ​ນ້ອງ​ຈະ​ຈົດ​ຈື່​ບັນດາ​ບົດຮຽນ​ຕົ້ນຕໍ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ. ຜ່ານ​ນັ້ນ ພວກ​ນ້ອງ​ສາມາດ​ຂຸດ​ຄົ້ນ​ບັນດາ​ຂໍ້​ມູນ​ຂ່າວສານ ​ແລະ ​ແນວ​ຄວາມ​ຄິດ​ຕາມ​ແຕ່​ລະ​ຫົວ​ເລື່ອງ.”

        ຫໍພິພິດທະພັນ​ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ວາງສະ​ແດງ, ຮັກສາ​ບັນດາ​ວັດ​ຖຸພັນ, ມູນ​ເຊື້ອ​ວັດທະນະທຳ​ທີ່​​ເປັນ​ເອກະລັກ​ສະ​ເພາະ​ເທົ່າ​ນັ້ນ ຫາກ​ແມ່ນ​ສະຖານ​ທີ່​ເຊື່ອມ​ຕໍ່​ປະຫວັດສາດ, ລະຫວ່າງ​ອະດີດຕະການ, ປະຈຸ​ບັນ ​ແລະ ອະນາຄົດ​ຂອງ​ບັນດາປະ​ຊາ​ຊາດ​. ສະ​ນັ້ນ ວຽກ​ງານ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ​​ມວນ​ມະນຸດຂອງ​ບັນດາ​ຫໍພິພິດທະພັນ​ໃນ​ພາກ​ພື້ນ ຈະ​ປະກອບສ່ວນ​ເຊື່ອມ​ຕໍ່​ມໍລະດົກ​ວັດທະນະທຳ​ມະນຸດ ​ແລະ ວົງ​ຄະນາ​ຍາດ​ບັນດາ​ປະ​ເທດ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ