ບຸນປີໃຫມ່ປະຈຳຊາດຂອງ 4 ປະເທດ ລາວ, ໄທ, ກຳປູເຈຍ ແລະ ມ້ຽນມາ ຈັດຂຶ້ນຢູ່ ຮ່າໂນ້ຍ.

ບຸນປີໃຫມ່ປະຈຳຊາດຂອງ 4 ປະເທດ ລາວ, ໄທ, ກຳປູເຈຍ  ແລະ ມ້ຽນມາ ຈັດຂຶ້ນຢູ່ ຮ່າໂນ້ຍ. - ảnh 1
ພິທີຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງ 4 ປະເທດ ລາວ, ໄທ, ກຳປູເຈຍ ແລະ ມ້ຽນມາ ຖືກຈັດຂຶ້ນຢູ່ ຮ່າໂນ້ຍ.
ພາບ:tapchicongsan.org.vn


(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃຫມ່​ປະຈຳ​ຊາດ​ຂອງ 4 ປະ​ເທດ ລາວ, ​ໄທ, ກຳປູ​ເຈຍ ​ແລະ ມ້ຽນ​ມາ, ວັນ​ທີ 6/4/2012 ຢູ່ ຫນອງ​ Ho Tay, ນະຄອນຫລວງ ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ນະຄອນ ຮ່າ​ໂນ້ຍ ສົມທົບ​ກັບ​ສະຖານທູດ ລາວ, ​ໄທ, ກຳປູ​ເຈຍ ​ແລະ ມ້ຽນ​ມາ ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລ​ກປ່ຽນ​ມິດຕະພາບ “ຕ້ອນຮັບ​ບຸ​ນປີ​ໃຫມ່​ປະຈຳ​ຊາດ​ຂອງ 4 ປະ​ເທດ ລາວ, ​ໄທ, ກຳປູ​ເຈຍ ​ແລະ ມ້ຽນ​ມາ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ​ທີ່​ຖືກ​ຈັດ​ຂຶ້ນໃນ​ຫລາຍ​ປີ, ປະກອບສ່ວນ​​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ນ້ຳ​​ໃຈ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ​ ອາ​ຊຽນ.”

        ດ້ວຍທິວ​ທັດທຳ​ມະ​ຊາດ​ທີ່​ສວຍ​​ງາມ ຢູ່ ຫນອງ Ho Tay, ບັນດາ​ພິທີການ​ຕາມ​ຮີດຄອງ​ປະ​ເພນີ​ຕ້ອນຮັບ​ບຸນປີ​ໃຫມ່​ປະຈຳ​ຊາດ​ຂອງ 4 ປະ​ເທດ ລາວ, ​ໄທ, ກຳປູ​ເຈຍ ​ແລະ ມ້ຽນ​ມາ ​ ຄື: ພິທີ​ບາສີສູ່ຂວັນ, ຫົດ​ສົງໃຫ້​ພະພຸດທະ​ເຈົ້າ ຫລື ຫົດ​ນ້ຳ​ພາວະນາ​ຄວາມ​ໂຊກ​ດີ, ຄວາມ​ຜາ​ສຸກ​ໃຫ້​ແກ່​ທຸກ​ຄົນ ຖືກ​ດຳ​ເນີນ​ໄປ​ຢ່າງສົມ​ກຽດໃນ​ບັນ​ຍາ​ກາດ​ອົບອຸ່ມ, ​ແຕ່​​​ເຕັມ​​ໄປ​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ. ​ເພາະສະ​ນັ້ນ ​ເຖິງ​ວ່າ ບໍ່​ມີ​ໂອກາດ​ຕ້ອນຮັບ​ບຸນປີ​ໃຫມ່​ພ້ອມ​ກັບ​ຄອບຄົວ​ກໍ​ຕາມ, ​ແຕ່​ບັນດາ​ເພື່ອນ​ຊື່​ງ​ແມ່ນ​ຊາວ ​ໄທ, ລາວ, ກຳປູ​ເຈຍ ​ແລະ ມ້ຽນ​ມາ​ ທີ່ພວມ​ເຮັດ​ວຽກ​ ​ແລະ ດຳລົງ​ຊີວິດ​ຢູ່ ຫວຽດນາມ ລ້ວນ​ແຕ່​ຮູ້ສຶກ​ມີ​ຄວາມ​ອົບອຸ່ມ, ​ຄວາມໃກ້​ຊິດ​ສະຫນິດສະຫນົມ​​ເມື່ອໄດ້​ພ້ອມ​ກັນຕ້ອນຮັບ​ບຸນປີ​ໃຫມ່​ປະ​ຈຳ​ຊາດ ຢູ່ ນະຄອນຫລວງ ຮ່າ​ໂນ້ຍ. ອ້າຍ ຈັນທະ​ພອນ ​ຄຳ​ມະນີ​ຈັນ ເລ​ຂາ​ທີ 3 ຢູ່ ສະຖານທູດ ລາວ ປະຈຳ ຮ່າ​ໂນ້ຍ ​ໄດ້​ແບ່ງປັນ​ວ່າ:

        “ ຂ້າພະ​ເຈົ້າ​ ​ເຫັນ​ວ່າ: ບັນຍາກາດ​ຕ້ອນຮັບ​ປີ​ໃຫມ່ ລະຫວ່າງ ລາວ ​ແລະ ຫວຽດນາມ ມີ​ຄວາມ​ແຕກ​ຕ່າງ​ກັນ​ບາງ​ຢ່າງ ກ່ຽວ​ກັບບັນຍາ​ກາດ ​ແລະ ອາກາດ. ຢູ່ ລາວ, ປະຈຸ​ບັນ ​​ອາກາດ​ຮ້ອນ​ເອົ້າທີ່ສຸດ​ໃນ​ປີ ສຳລັບ ລາວແລ້ວ, ບຸນ​ຫົດ​ນ້ຳ​ດຳ​ເນີນ​ໄປ​ໃນ​ລະດູ​ຮ້ອນຈຶ່ງຖືກກັບໂອກາດຕ້ອນຮັບບຸນປີໃຫມ່. ສ່ວນ ຢູ່ ຫວຽດນາມ ອາກາດ​ພວມ​ອຸ່ນ​ຂຶ້ນ. ​ແຕ່​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ຊາວ ຫວຽດນາມ ຄ້າຍຄືກັນກັບ ຊາວ ລາວ, ສະ​ນັ້ນ ​ເຖິງ​ວ່າ​ຈະຢູ່​ຫ່າງ​ໄກ​ຈາກບ້ານ​ເກີດ​ເມືອງ​ນອນ​ໃນ​ໂອກາດ​ບຸນ​ປີໃຫມ່​ກໍ​ຕາມ, ​ແຕ່​ຂ້າພະ​ເຈົ້າ​ຍັງຮູ້ສຶກ​ຄື​ດັ່ງ​ ພວມຢູ່ບ້ານ​ຂອງ​ຕົນ​​”

        ໂດຍມີ​ຄວາມ​ຮູ້ສຶກ​ເຊັນ​ດຽວກັບ ອ້າຍ​ ຈັນທະ​ພອນ, ​ເພື່ອນ Dany  ນັກ​ສຶກສາ ກຳປູ​ເຈຍ ປະຈຸ​ບັນພວມ​ຮຳ່ຮຽນ​ຢູ່ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ກໍ​ມີ​ຄວາມຮູ​້ສຶກຕື້ນ​ຕັນ​ໃຈ ​ເມື່ອ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຕ້ອນຮັບ​ບຸນປີ​ໃຫມ່ Chol Chnam Thmay ຢູ່ ຮ່າ​ໂນ້ຍ.

        “ປີ​ນີ້ ຂ້າພະ​ເຈົ້າ​ໄດ້​ຕ້ອນຮັບ​ບຸນປີ​ໃຫມ່ ກຳປູ​ເຈຍ ຢູ່ ຮ່າ​ໂນ້ຍ ​ແລະ ຂ້າພະ​ເຈົ້າມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ບ້ານ​ເກີດ​ເມືອງ​ນອນ, ຫ່າງ​ໄກ​ພໍ່​ແມ່ ​ແລະ ຍາດຕິ​ພີ່​ນ້ອງ​ກໍ​ຕາມ ​ແຕ່​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ທີ່ໄດ້​ຕ້ອນຮັບ​ບຸນປີ​ໃຫມ່​ປະຈຳ​ຊາດ​ພ້ອມ​ກັບ​ໝູ່​ເພື່ອນ ​ແລະ ຄູ​ອາຈານ ​ໃນ​ບັນຍາກາດ​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ສະຫນິດສະຫນົມ.”

ບຸນປີໃຫມ່ປະຈຳຊາດຂອງ 4 ປະເທດ ລາວ, ໄທ, ກຳປູເຈຍ  ແລະ ມ້ຽນມາ ຈັດຂຶ້ນຢູ່ ຮ່າໂນ້ຍ. - ảnh 2
ຮູບພາບ ປຊຊ 4 ປະເທດ ຫົດນ້ຳອວຍພອນກັນ
ພາບປະກອບ:internet

        ພາຍຫລັງພິທີການ, ບັນດາຜູ້ເຂົ້າຮ່ວມຍັງ​ໄດ້ເຈືອຈານເຂົ້າກັບບັນຍາ​ກາດ​ເບິກ​ບານ​ມ່ວນ​ຊື່ນພ້ອມ​ກັບບັນດາ​ວາດ​ຟ້ອນ​ພື້ນ​ເມືອງ, ບົດ​ເພງ​ອວຍພອນ​ປີ​ໃຫມ່​ປະ​ຈຳ​ຊາດຜ່ານ​ການສະ​ແດງ​ຂອງ​ຜູ້ຕາງຫນ້າ​ທີ່​ມາ​ຈາກ 4 ປະ​ເທດ​ດັ່ງກ່າວ​. ສຳລັບ​ບັນດາ​ເພື່ອນ​ໄທ, ລາວ, ກຳປູ​ເຈຍ ​ແລະ ມ້ຽນ​ມາ​ແລ້ວ, ການ​ພົບ​ປະ​ແລກ​ປ່ຽນ​ຢູ່ ຮ່າ​ໂນ້ຍ ຄັ້ງ​ນີ້ ບໍ່ພຽງ​ແຕ່​ແມ່ນ​ການ​ພົບ​ປະ​ແລກປ່ຽນຊື່ໆ​ເທົ່າ​ນັ້ນ ຫາກຍັງ​ແມ່ນ​ກາລະ​ໂອກາດ​ເພື່ອແນະນຳ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ຊາດ​ຕົນ​ມາສູ່​ເພື່ອນ​ມິດ ຫວຽດນາມ ​ແລະ ສາກົນ ອີກ​ດ້ວຍ.

        ​ແຂກ​ຄົນ​ເຂົ້າ​ຮ່ວມ​ພິທີ ​ໄດ້​ພອ້ມກັນ​ຍົກ​ຈອກ​ອວຍພອນໃຫ້ກັນໄດ້ຮັບ​ຄວາມ​ໂຊກ​ດີ​​ໃນປີ​ໃຫມ່, ອວຍພອນ​ໃຫ້​ນ້ຳ​ໃຈ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງປະຊາຊົນ​​ປະ​ເທດ​ຕ່າງໆໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ  ​ແລະ ພັດທະນາ​ໃນ​ຊຸ​ມປີ​ຕໍ່​ໄປ. ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ປາດ​ຖະຫນາ​ວ່າ ຈະ​ມີ​ການ​ພົບ​ປະ​ແລກປ່ຽນ​ຫລາຍ​ຄັ້ງຄື​ແນວນີ້​ຕື່ມ​ອີກເພື່ອມີ​ຄວາມສະຫນິດ​ຕິດ​ພັນກວ່າ, ​ເຮັດ​ໃຫ້ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກວ່າ, ​ມີ​ຄວາມໃກ້ຊິດ​ສະຫນິດສະຫນົມ​ກວ່າ, ປະກອບ​ສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​​ເປົ້າ​ໝາຍ ຊຶ່ງ ອາ​ຊຽນພວມ​ມຸ້ງ​​ໄປ​ເຖິງ​ນັ້ນ​ແມ່ນ: ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015. ທ່ານ ສົມ​ພອນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ ລາວ ປະຈ​ຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຄວາມ​ໃກ້ຊິດ​ສະຫນິດສະຫນົມ​ຊຶ່ງ​ພວກ​ເຮົາ​ສ້າງ​ມາ​ໄດ້​ໃນ​ສາຍ​ພົວພັນນັ້ນ​ແມ່ນ​ຍ້ອນ​ມີວິ​ໄສ​ທັດ​ທີ່​ຄ້າຍຄື​ກັນ​ຕໍ່​ບັນດາ​ບັນຫາ​ຕົ້ນຕໍ​ຂອງ​ການ​ພັດທະນາ​ທົ່ວ​ໂລກ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ໄດ້​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນກໍ​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນພາລະກິດ​ສັນຕິພາບ, ສະຖຽນ​ລະ​ພາບ​ພາຍ​ໃນ​ພາກ​ພື້ນ ​ແລະ ສາກົນ.”

        ບຸນຫົດ​ນ້ຳຂອງ​ລາວ, ​ໄທ, ກຳປູ​ເຈຍ ​ແລະ ມ້ຽນ​ມາ ຈັດ​ຂຶ້ນຢູ່ ຮ່າ​ໂນ້ຍ ​ນັ້ນ​ອັນໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​​​ໃຫ້​ແກ່​ບັນດາ​​ແຂກ​ຄົນ​ທີ່​ເຂົ້າ​ຮ່ວມ. ​ໂດຍບໍ່        ​ຈຳ​ແນ​ກຜູ້ທີ່ມາ​ຈາກ​ໃສ ​ແລະ ​ແມ່ນ​ຊາວ​ປະ​ເທດ​ໃດ ທຸກຄົນລ້ວນ​ແຕ່​ພ້ອມ​ກັນ​ຮ້ອງ​ລຳ​ທຳເພງ, ຟ້ອນ​ລຳວົງ​ຢ່າງ​ມ່ວນ​ຊື່ນ ສະ​ແດງ​​ໃຫ້​ເຫັນຄວາມ​ສາມັກຄີ​ສະຫນິດ​ຕິດ​ພັນ​ລະຫວ່າງ​ປະຊາຊົນປະ​ເທດ​ຕ່າງໆຄື​ດັ່ງອ້າຍ​ນ້ອງ​ໃນ​ຄອບຄົວ​ດຽວ​ຄື​ ​ທ່ານ Dao Van Binh ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ນະຄອນ ຮ່າ​ໂນ້ຍ ຢືນຢັນ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ການ​ແບ່ງປັນ​ຢ່າງ​ຈິງ​ໃຈ, ຄວາມ​ສາມັກຄີ​ມິດຕະພາບ, ຜ່ານ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ຈະ​​ເພ​ີ່ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຮັດ​ແຫນ້ນ​ຄວາມ​ສາ​ມັກຄີ​ລະຫວ່າງ​ປະຊາຊົນ ຫວຽດນາມ ເວົ້າ​ລວມ, ປະຊາຊົນ​ນະຄອນຫລວງ ຮ່າ​ໂນ້ຍເວົ້າ​ສະ​ເພາະ​ ກັບ​ປະຊາຊົນ​​ປະ​ເທດ​ຕ່າງໆ ຢູ່​ໃນ​ໂລກ, ພິ​ເສດ ​ແມ່ນ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່ນ​້ຳຂອງ.”

Bich Ngoc

ຕອບກັບ

ຂ່າວ/ບົດ​ອື່ນ