ບັນຫາຄຸ້ມຄອງສື່ສັງຄົມ​ອອນ​ລາຍຢູ່ໄທ

(VOVWORLD) -ຕາມການສຳຫລວດຫລ້າສຸດໃນປີ 2016, ໄທ ມີພົນລະເມືອງເກືອບ 70 ລ້ານຄົນ, ໃນນັ້ນມີ 56% ແມ່ນນຳໃຊ້ ສື່ສັງຄົມອອນລາຍ. ສະນັ້ນ ບໍ່ອາດປະຕິເສດບົດບາດຂອງສື່ສັງຄົມອອນລາຍສຳລັບປະຊາຊົນໄທ. ສະນັ້ນ ລັດຖະບານ ໄທ ພວມຄຸ້ມຄອງສື່ສັງຄົມອອນລາຍຄືແນວໃດເພື່ອເສີມຂະຫຍາຍຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນ ແລະ ລັດຖະບານ ເມື່ອສື່ສັງຄົມອອນລາຍພວມພັດທະນາຢ່າງວ່ອງໄວຢູ່ປະເທດນີ້. ນັ້ນແມ່ນ ເນື້ອໃນ ການໂອ້ລົມສົນທະນາວິທະຍາສາດ ດ້ວຍຫົວຂໍ້ວ່າ: “ສະພາບຕົວຈິງ, ບັນຫາທີ່ວາງອອກ ແລະ ມາດຕະການຄຸ້ມຄອງຂໍ້ມູນຂ່າວສານທາງສື່ສັງຄົມອອນລາຍຢູ່ ໄທ ປະຈຸບັນ” ທີ່ຫາກໍ່ດຳເນີນຢູ່ ບາງກອກ ປະເທດ ໄທ ໂດຍສະຖາບັນສື່ມວນຊົນໂຄສະນາ ແລະ ສະຖານທູດ ຫວຽດນາມ ປະຈຳໄທ ສົມທົບກັນຈັດຕັ້ງ. 
ບັນຫາຄຸ້ມຄອງສື່ສັງຄົມ​ອອນ​ລາຍຢູ່ໄທ - ảnh 1 ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ເຂົ້າຮ່ວມການໂອ້ລົມສົນທະນາ ມີແຂກຖືກເຊີນເກືອບ 20 ຄົນ ຊື່ງແມ່ນບັນດາຜູ້ຊ່ຽວຊານໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ນັກຄຸ້ມຄອງສື່ສັງຄົມອອນລາຍ, ບັນດານັກຂ່າວ ແລະ ນັກຮຽນຮູ້ໄທ ໄດ້ປຶກສາຫາລືກ່ຽວກັບບົດບາດຂອງສື່ສັງຄົມອອນລາຍຢູ່ໄທ. ເຖິງວ່າ ມີຫລາຍຄຳເຫັນແຕກຕ່າງກັນ ແຕ່ບັນດາຜູ້ແທນລ້ວນແຕ່ຮັບຮູ້ຜົນສະທ້ອນອັນໃຫຍ່ຫລວງຂອງສື່ສັງຄົມອອນລາຍສຳລັບຫລາຍຂົງເຂດໃນຊີວິດການເປັນຢູ່, ໃນນັ້ນ ມີຂົງເຂດສື່ສານ. ທ່ານ ກີດຕິສັກ ຮານກະລາ ຜູ້ອຳນວຍການວິທະຍຸກະຈາຍສຽງໂທລະພາບແຫ່ງຊາດໄທ ໃຫ້ຮູ້ວ່າ:

  ສຽງທ່ານກີດຕິສັກ

ປະຈຸບັນ, ໃນຍອດຈຳນວນ 38 ລ້ານຄົນນຳໃຊ້ສື່ສັງຄົມອອນລາຍຢູ່ ໄທ ມີເຖິງ 32% ແມ່ນນຳໃຊ້ facebook, ຕໍ່ຈາກນັ້ນແມ່ນເຄືອຂ່າຍ Line ກວມ 29%, ພິເສດ ໄວຫນຸ່ມ ແມ່ນກຸ່ມຄົນນຳໃຊ້ສື່ສັງຄົມອອນລາຍຫລາຍສຸດ. ຍ້ອນມີສະຕິກ່ຽວກັບບົດບາດຂໍ້ມູນຂ່າວສານຂອງສື່ສັງຄົມອອນລາຍສຳລັບມະຫາຊົນ, ມີຫລາຍພັກການເມືອງ, ວິສາຫະກິດຫລາຍແຫ່ງໄດ້ນຳໃຊ້ສື່ສັງຄົມອອນລາຍເພື່ອເພີ່ມທະວີຄວາມຜົນສະທ້ອນເຖິງປະຊາຊົນ ແລະ ລູກຄ້າ. ທ່ານ ອະນຸສອນ ອັກຄະຣານິຕິ, ສັງກັດກົມປະຊາສຳພັນໄທ ໃຫ້ຮູ້ວ່າ:

ສຽງທ່ານ ອະນຸສອນ

ໂດຍຮັບຮູ້ໄດ້ຜົນສະທ້ອນຈາກສື່ສັງຄົມອອນລາຍສຳລັບບັນດາເປົ້າໝາຍແມ່ນ ແຕກຕ່າງກັນ, ບໍ່ພຽງແຕ່ບັນດາອົງການຈັດຕັ້ງ, ວິສາຫະກິດເທົ່ານັ້ນ ຫາກນັບທັງລັດຖະບານ ໄທ ອີກດ້ວຍ ກໍໄດ້ຜັນຂະຫຍາຍຫລາຍໂຄງການກວ້າງຂວາງຢູ່ທຸກຂັ້ນເພື່ອຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ນຳໃຊ້ສື່ສັງຄົມອອນລາຍຢ່າງມີປະສິດທິຜົນ. ອະນຸສອນ ອັກຄະຣານິຕິ ສັງກັດກົມປະຊາສຳພັນໄທ ໃຫ້ຮູ້ວ່າ:

ສຽງທ່ານ ອະນຸສອນ

ເຖິງຢ່າງໃດກໍຕາມ ຄຽງຂ້າງບັນດາຜົນປະໂຫຍດໄດ້ນຳມາໃຫ້, ສື່ສັງຄົມອອນລາຍຍັງສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ ຖ້າຫາກເຖິງການຄຸ້ມຄອງບໍ່ດີ. ເພື່ອແກ້ໄຂບັນຫານີ້ ລັດຖະບານ ໄທ ໄດ້ປະກາດໃຊ້ກົດໝາຍ ITC, ໃນນັ້ນ ໄດ້ມີບັນດາຂໍ້ກຳນົດກ່ຽວຂ້ອງເຖິງການຄຸ້ມຄອງທາງອິນເຕີແນັດ. ທ່ານ ກີດຕິສັກ ຮານກະລາ, ຜູ້ອຳນວຍການວິທະຍຸກະຈາຍສຽງໂທລະພາບແຫ່ງຊາດໄທ ໃຫ້ຮູ້ວ່າ:

ສຽງທ່ານ ກີດຕິສັກ

ປະຈຸບັນ ຫວຽດນາມ ກໍ່ເຊັ່ນດຽວກັນກັບໄທ ພວມປະເຊີນຫນ້າກັບການພັດທະນາຢ່າງວ່ອງໄວຂອງສື່ສັງຄົມອອນລາຍ. ສື່ສັງຄົມອອນລາຍ ໄດ້ສົ່ງຜົນກະທົບເຖິງທຸກດ້ານໃນຊີວິດສັງຄົມ. ລັດຖະບານຫວຽດນາມ ພວມເອົາໃຈໃສ່ເຖິງບັນຫາຄຸ້ມຄອງສື່ສັງຄົມອອນລາຍ. ເຂົ້າຮ່ວມການໂອ້ລົມສົນທະນາດັ່ງກ່າວ, ຕາງຫນ້າຝ່າຍຫວຽດນາມ ມີ ຮອງສາດສະດາຈານ, ປອ ໂດ໋ທິທູຮັ່ງ ໄດ້ເນັ້ນຫນັກເຖິງບົດບາດຂອງສື່ສັງຄົມອອນລາຍ ແລະ ຈຸດຄ້າຍຄືກັນໃນການຄຸ້ມຄອງສື່ສັງຄົມອອນລາຍ ຢູ່ 2 ປະເທດ.

“ພວກຂ້າພະເຈົ້າເຫັນວ່າ ຫວຽດນາມ ແລະ ໄທ ລ້ວນແຕ່ແມ່ນບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ ພວມມີບັນດາບາດກ້າວເບື້ອງຕົ້ນ, ພວມມານະພະຍາຍາມເພື່ອຄຸ້ມຄອງການເຄື່ອນໄຫວຂໍ້ມູນຂ່າວສານທາງສື່ສັງຄົມອອນລາຍໃນທ່າອ່ຽງພັດທະນາຂອງສັງຄົມແຫ່ງຂໍ້ມູນຂ່າວສານ. ບັນດາບັນຫາວາງອອກໃນການຄຸ້ມຄອງຂໍ້ມູນຂ່າວສານທາງສື່ສັງຄົມອອນລາຍຂອງໄທ ແລະ ຫວຽດນາມ ມີຈຸດຄ້າຍຄືກັນ ແລະພ້ອມກັນຊອກຫາມາດຕະການເພື່ອປະກອບສ່ວນສ້າງຮູບແບບການຄຸ້ມຄອງຂໍ້ມູນຂ່າວສານທາງສື່ສັງຄົມອອນລາຍໃຫ້ເໝາະສົມກັບແຕ່ລະປະເທດ.”

        ການໂອ້ລົມສົນທະນາດຳເນີນໄປເປັນເວລາເກືອບ 2 ຊົ່ວໂມງ ແຕ່ໄດ້ຊ່ວຍໃຫ້ບັນດາຜູ້ແທນເຂົ້າຮ່ວມມີການສັງເກດໂດຍສັງເຂບກ່ຽວກັບສະພາບຕົວຈິງຂອງການພັດທະນາສື່ສັງຄົມອອນລາຍຢູ່ໄທ. ສຳລັບ ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາແລ້ວ, ການໂອ້ລົມສົນທະນາ ຄັ້ງນີ້ແມ່ນຊີ້ໃຫ້ເຫັນຫລາຍມາດຕະການດີ ໃນສະພາບການຫວຽດນາມ ພວມຊອກຫາວິທີການຄຸ້ມຄອງສື່ສັງຄົມອອນລາຍທີ່ພວມພັດທະນາຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ