ບຸນເຕັດ ຫວຽດນາມ ໃນດິນແດນລາວ

(VOVWORLD) - ເຖິງວ່າໄດ້ທຳມາຫາກິນດ້ວຍຄວາມລຳບາກຄືແນວໃດກໍ່ຕາມ, ເມື່ອໃກ້ຈະຮອດບຸນປີໃໝ່ປະຈຳຊາດ (ບຸນເຕັດ), ພໍ່ແມ່ປະຊາຊົນ ຫວຽດນາມ ທຸກໆຄົນຢູ່ ສປປ ລາວ ຕ່າງກໍ່ໄດ້ເຕົ້າໂຮມກັນເພື່ອຈັດພາເຂົ້າສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. 
ບຸນເຕັດ ຫວຽດນາມ ໃນດິນແດນລາວ - ảnh 1 ພໍ່ຕູ້ ຮົ່ງ ຕໍ່ໜ້າແທ່ນບູຊາ ບັນພະບູລຸດ, ລຸງໂຮ່

ຍ້ອນວ່າສຳລັບເຂົາເຈົ້າແລ້ວ, ນີ້ແມ່ນຈຸດເວລາທີ່ສັກກະລະບູຊາທີ່ສຸດເພື່ອສານຄວາມສຳພັນບັນດາສະມາຊິກໃນຄອບຄົວ ແລະ ສະແດງຄວາມເຄົາລົບນັບຖືຕໍ່ລຸງໂຮ່. ເຊີນທ່ານຜູ້ຟັງ, ຜູ້ອ່ານພ້ອມກັບນັກຂ່າວ VOV ຢ້ຽມຢາມຄອບຄົວໜຶ່ງເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ລາວເພື່ອພ້ອມກັນຕ້ອນຮັບບັນຍາກາດໃນອົບອຸ່ນໃນພາເຂົ້າເຕົ້າໂຮມສະມາຊິກຄອບຄົວໃນຍາມທ້າຍປີຂອງຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກກັບບ້ານເກີດເມືອງນອນ.

ຄອບຄົວພໍ່ຕູ້ ດັ້ງວັນຮົ່ງ, ເຊິ່ງເປັນໜຶ່ງໃນບັນດາຄອບຄົວປະຕິວັດອາວຸໂສຢູ່ບ້ານ ຊຽງວາງ, ເມືອງ ໜອງບົກ, ແຂວງ ຄຳມ່ວນ, ເຊິ່ງເປັນອູ່ຂອງການປະຕິວັດ ຫວຽດນາມ - ລາວ ກ່ອນນີ້ 80 ປີ… ເມື່ອຮູ້ວ່າ, ມີຄະນະປະຕິບັດງານລົງຢ້ຽມຢາມນັ້ນ, ພໍ່ຕູ້ຮົ່ງ ສະແດງຄວາມເບີກບານມ່ວນຊື່ນ ແລະ ຕື້ນຕັນໃຈຫຼາຍ. ພໍ່ຕູ້ເຊື້ອເຊີນພວກຂ້າພະເຈົ້າກິນເຂົ້າຮ່ວມພາຍາມທ້າຍປີພ້ອມກັບຄອບຄົວ. ພໍ່ເຖົ້າໄດ້ແບ່ງປັນວ່າ: ປີໃດກໍ່ເຊັນດຽວກັນ, ໃນຊຸມມື້ໃກ້ຈະຮອດບຸນເຕັດ, ລູກຫຼານໄດ້ເຕົ້າໂຮມກັນເພື່ອຈັດພາເຂົ້າສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ພໍ່ຕູ້ຮົ່ງ ມີລູກ 11 ຄົນ ແລະ ຫຼານ 20 ຄົນ. ມື້ນີ້, ແມ່ນວັນທ້າຍປີ, ລູກຫຼານທັງໝົດໄດ້ກັບເມືອ ຢ້ຽມຢາມພໍ່ປູ, ແມ່ຍາ.

 “ມີຫຼາຍຄົນບໍ່ທັນໄດ້ໄປຢ້ຽມຢາມຊຽງວາງ ກໍ່ເວົ້າວ່າ ຢູ່ຊຽງວາງ ມີແຕ່ຄົນລາວ, ນັ້ນບໍ່ຖືກຕ້ອງ. ຢູ່ທີ່ນີ້, ກໍ່ຍັງຄົງຮັກສາໄດ້ຮີດຄອງປະເພນີຂອງ ຊາວ ຫວຽດນາມ. ຮອດບຸນປີໃໝ່ປະຈຳຊາດ, ຍັງມີເຂົ້າຕົ້ມ, ເຂົ້າໜົມ ໄຕ່ ສຳລັບ 3 ວັນຂອງບຸນເຕັດ,  ມີການບູຊາບັນພະບຸລຸດ, ໄປອວຍພອນປີໃໝ່ແຕ່ລະຄອບຄົວແຕ່ຫາກບໍ່ແມ່ນວ່າ ເຮົາເປັນຄົນລາວແລ້ວ ຈະບໍ່ຮູ້ຈັກຮີດຄອງປະເພນີ. ຄອບຄົວຊາວ ຫວຽດນາມ ຢູ່ທີ່ນີ້ໃຜໆກໍ່ຕ້ອງເຮັດຕາມຮີດຄອງປະເພນີຂອງຊາວ ຫວຽດນາມ.”

ເຮືອນຄົວຂອງຄອບຄົວພໍ່ຕູ້ຮົ່ງ ຟົດຟື້ນຫຼາຍຂຶ້ນ. ພວກເອື້ອຍປຸງແຕ່ງບັນດາເຍື່ອງອາຫານທີ່ເຄີຍກິນໃນຍາມບຸນເຕັດຄື: ໄກ່ຕົ້ມ, ເຂົ້າຕົ້ມ, ຢໍ່, ໝາກຮຸ່ງຂຽວ… ເຮັດແນວໃດໃຫ້ທັນເວລາ ແລະ ເມື່ອກິນອາຫານຍັງອຸ່ນຢູ່. ທຸກຄົນທັງເຮັດວຽກທັງຢື້ຢາມຖາມຂ່າວເຊິ່ງກັນ ແລະ ກັນ. ໃນເຮືອນຄົວທີ່ນ້ອຍໆນັ້ນ, ມີສຽງລົມກັນ, ສຽງເວົ້ານົວຫົວມ່ວນຢ່າງຄືກຄື້ນ. ເອື້ອຍ ຮ່ວຽນ, ໃຫ້ຮູ້ວ່າ:

“ປີໃໝ່ຫວັງວ່າ ອ້າຍເອື້ອຍທຸກຄົນ, ພໍ່ແມ່ປະຊາຊົນໄດ້ກັບບ້ານພົບປະກັນ, ເຖິງວ່າທຳມາຫາກິນ, ດຳລົງຊີວິດຢູ່ບ່ອນໃດກໍ່ກັບຄຄືນມາເຕົ້າໂຮມກັນຢູ່ບ່ອນທີ່ຕົນໄດ້ກຳເນີດເພື່ອຕ້ອນຮັບປີໃໝ່. ບຸນປີໃໝ່ຢູ່ ຊຽງວາງ ແມ່ນມ່ວນຊື່ນທີ່ສຸດ, ຍ້ອນວ່າຢູ່ ຊຽງວາງ ແມ່ນມີນ້ຳໃຈຮັກແພງເຊິ່ງກັນ ແລະ ກັນ. ບຸນເຕັດໄດ້ເຫັນໜ້າພໍ້ຕາແມ່ນມ່ວນຊື່ນທີ່ສຸດ, ດັ່ງນັ້ນ ຜູ້ໃດກໍ່ຢາກກັບເມືອຊຽງວາງ ຕ້ອນຮັບບຸນເຕັດ.”

ພາເຂົ້າຍາມບຸນເຕັດຂອງຊາວ ຫວຽດນາມ ທີ່ອາໄສຢູ່ປະເທດລາວ ມີບັນດາເຍື່ອງອາຫານທີ່ເປັນມູນເຊື້ອ, ຂາດຢ່າງດຽວນັ້ນແມ່ນຫົວຜັກບົ່ວດອງ, ແຕ່ແທນທີ່ນັ້ນແມ່ນ ຕຳໝາກຮຸ່ງ, ນີ້ແມ່ນເຍື່ອງອາຫານທີ່ຂາດບໍ່ໄດ້ໃນພາເຂົ້າຂອງຊາວ ລາວ.

“ພາເຂົ້າຍາມບຸນເຕັດມີ ແກງ, ຂົ້ວຜັກ, ໄກ່ຕົ້ມ, ຜັກລວກ, ໄຂ່ຈືນ, ເຂົ້າໜົມປ່ານ, ເຂົ້າຕົ້ມ ແລະ ສົ້ມຜັກ, ນັ້ນແມ່ນບັນດາເຍື່ອງອາຫານທີ່ເປັນປະເພນີຂອງຊາວ ຫວຽດນາມ ຢູ່ລາວ. ບັນດາເຍື່ອງອາຫານນີ້ຢູ່ຕະຫຼາດມີຫຼາຍ, ສຳລັບ ເຂົ້າຕົ້ມ ຍາມບຸນເຕັດຈຶ່ງມີ. ພາເຂົ້າໃນບຸນເຕັດບໍ່ສາມາດຂາດບັນດາເຍື່ອງອາຫານນີ້ໄດ້. ຄອບຄົວຂ້າພະເຈົ້າກໍ່ບູຊາຕາມຮີດຄອງປະເພນີຂອງຊາວ ຫວຽດນາມ ຢູ່ຊຽງວາງ. ວັນທີ 30 ຂອງບຸນເຕັດ ກໍ່ບູຊາວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ຖ້າຫາກເຮົາແມ່ນຊາວຄ້າຂາຍກໍ່ຈັດພາເຂົ້າ ແລະ ເຊື້ອເຊີນລູກຄ້າກິນເຂົ້າໃນວັນທີ 30 ເດືອນ 12 ເພື່ອມື້ອື່ນໄດ້ຕ້ອນຮັບປີໃໝ່.”

“ນີ້ແມ່ນຜັກກາດລວກຈ້ຳກັບນ້ຳປາ. ຢູ່ລາວ ເຂົາເຈົ້າມັກກິນເຍື່ອງອາຫານນີ້ຫຼາຍ.”

ດັ້ງເຟືອງ, ຫຼານຂອງພໍ່ຕູ້ຮົ່ງ, ອາຍຸ 23 ປີ ຫາກໍ່ກັບຈາກວຽງຈັນເມືອບ້ານ ໄດ້ພ້ອມກັບຄອບຄົວກະກຽມພາເຂົ້າບູຊາໃນບຸນເຕັດຢູ່ລາວ ໃຫ້ຮູ້ວ່າ:

ພາຍຫຼັງເວລາເກືອບໜຶ່ງຊົ່ວໂມງແຕ່ງກິນນັ້ນ, ພາເຂົ້າບູຊາໄດ້ສຳເລັດດ້ວຍເຍື່ອງອາຫານຕ່າງໆຄື: ເຂົ້າໜຽວ, ໄກ່ຕົ້ມ, ຢໍ່, ເຍື່ອງອາຫານຂົ້ວ, ແກງ… ແລະ ໄດ້ຈັດວາງໄວ້ຢູ່ຕໍ່ໜ້າແທ່ນບູຊາລຸງໂຮ່, ບູຊາບັນພະບູລຸດ. ພໍ່ຕູ້ຮົ່ງ ໄດ້ທຳພິທີຖະຫວາຍທູບທຽນຢູ່ແທ່ນບູຊາລຸງໂຮ່, ຫຼັງຈາກນັ້ນຈຶ່ງຈູດທູບທຽນໃນແທ່ນບູຊາບັນພະບຸລຸດ.

ບຸນເຕັດ ຫວຽດນາມ ໃນດິນແດນລາວ - ảnh 2 ຄອບຄົວເຕົ້າໂຮມກັນໃນພາເຂົ້າສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່

ພາຍຫຼັງບູຊາບັນພະບູລຸດສຳເລັດແລ້ວ, ຄອບຄົວໄດ້ເຕົ້າໂຮມກັນໃນພາເຂົ້າ ພ້ອມກັນອວຍພອນບັນດາສິ່ງທີ່ດີງາມທີ່ສຸດ ແລະ ປັດເຂ່ຍສິ່ງບໍ່ດີໄປນຳປີເກົ່າ. ແມ່ຕູ້ ຮົ່ງ ບາກບານມ່ວນຊື່ນທີ່ສຸດຍ້ອນທັງປີໃໝ່ມີໂອກາດໄດ້ເຕົ້າໂຮມກັນຢ່າງຄົບໜ້າຄົບຕາ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພໍ່ຕູ້ຮົ່ງ ບອກສອນລູກຫຼານ, ສະມາຊິກໃນຄອບຄົວຂອງຕົນວ່າ ເຖິງວ່າໄປທຳມາຫາກິນຢູ່ບ່ອນໃດກໍ່ບໍ່ອາດຫຼົງລືມກົກເຄົ້າເຫງົ້າກໍຂອງຕົນໄດ້:

“ບ້ານເກີດເມືອງນອນຄືດັ່ງໝາກໄມ້ຫວານແຊບ, ທຸກໆຄົນທີ່ເກີດມາແຕ່ບໍ່ຄິດເຖິງບ້ານເກີດເມືອງນອນນັ້ນແມ່ນ ກໍ່ບໍ່ສາມາດເຕີບໃຫຍ່ເປັນຄົນໄດ້. ດັ່ງນັ້ນ, ຕ້ອງຮູ້ບຸນຄຸນບັນພະບູລຸດ, ພໍ່ແມ່ຜູ້ທີ່ໄດ້ກຳເນີດ ແລະ ລ້ຽງດູຕົນ. ຄືໄລຍະເວລາທຳການຕໍ່ຕ້ານຕ້ານລ່າເມືອງຂຶ້ນ ຝຣັ່ງ, ຈັກກະພັດ ອາເມລິກາ ແມ່ນຮູ້ບຸນຄຸນ ລຸງໂຮ່ ດັ່ງນັ້ນ ບໍ່ສະເພາະແຕ່ຊາວ ຫວຽດນາມ ເທົ່ານັ້ນ ເຊິ່ງບັນດາຜູ້ຖືກແອກປົກຄອງກໍ່ຮູ້ບຸນຄຸນລຸງໂຮ່ ຢ່າງເລິກເຊິ່ງ.”

ພາເຂົ້າສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຢູ່ລາວ ລຽບງ່າຍ, ອົບອຸ່ນ ແລະ ສັກກະລະບູຊາທີ່ສຸດ. ເມື່ອອຳລາຄອບຄົວພໍ່ຕູ້ຮົ່ງ, ແຕ່ໃນໃຈຂອງພວກຂ້າພະເຈົ້າຍັງຝັງເລິກໃນຄວາມຊົງຈຳຮູບພາບຈານຕຳໝາກຮຸ່ງ ໃນພາເຂົ້າປະເພນີຂອງຊາວ ຫວຽດນາມ ນັ້ນຄືດັ່ງຄຳໝັ້ນໝາຍສັດຊື່ບໍລິສຸດ, ແມ່ນສິ່ງເຊື່ອມຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ລາວ.

 

ຕອບກັບ

ຂ່າວ/ບົດ​ອື່ນ