ບໍລິສັດການບິນ ອິນໂດເນເຊຍ ກຽມພ້ອມປະຕິບັດນະໂຍບາຍທ້ອງຟ້າເປີດຂອງ ອາຊຽນ

(vovworld)- ຄວາມ​ຕ້ອງການ​ສຳລັບ​ຂະ​ແຫນງ​ການບິນ​ຂອງ​ອິນ​ໂດ​ເນ​ເຊຍ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພິ​ເສດ ນະ​ໂຍບາຍ​​ທ້ອງຟ້າ​​ເປີດຂອງ​ອາ​ຊຽນຄາດ​ວ່າ​ຈະ​ໄດ້​ຮັບ​ການ​ປະຕິບັດ​ໃນ​ປີ 2015, ​ເມື່ອ​ປະ​ຊາ​ຄົມ​ອາຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ຈະ​ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໃຫມ່, ສະດວກ​ສະບາຍ​ກວ່າ ​ແຕ່​ລະດັບ​ແກ້ງ​ແຍ້​ງກໍ​ສູງ​ກວ່າ​. ສິ່ງ​ດັ່ງກ່າວ​ແມ່ນ​ຮຽກຮ້ອງ​​ໃຫ້ອິນ​ໂດ​ເນ​ເຊຍ​ຕ້ອງ​ມີ​ຍຸດ​ທະ​ສາດ​ພັດທະນາ​ໃຫມ່​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ນີ້ ​ແລະ ກຳ​ແຫນ້ນ​ກາລະ​ໂອກາດ​ພັດທະນາ.

ບໍລິສັດການບິນ ອິນໂດເນເຊຍ ກຽມພ້ອມປະຕິບັດນະໂຍບາຍທ້ອງຟ້າເປີດຂອງ ອາຊຽນ  - ảnh 1
ພາບປະກອບ:
photo:internet

        ​ໃນ​ປີ 2012, ບັນດາ​ສະຫນາມ​ບິນ​ຂອງ ອິນ​ໂດ​ເນ​ເຊຍ ​ໄດ້​ຕ້ອນຮັບ 1,5 ລ້ານ​ຖ້ຽວ​ບິນ, ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສິ່ງ​ດັ່ງກ່າວ​ແມ່ນ​ກຳລັງ​ດັນ​ສຳລັບ​ລະບົບ​ຂົນ​ສົ່ງ​ທາງ​ອາກາດ. ປະຈຸ​ບັນ ​ໃນ​ແຕ່ລະ​ປີ, ອິນ​ໂດ​ເນ​ເຊຍ ພວມ​ຂາດ​ແຄນ​ນັກ​ບິນ​ປະມານ 800 ຄົນ. ​ໃນ​ຂະນະ​ນັ້ນ, ບັນດາ​ຮາ​ກຖານ​ບຳລຸງ​ສ້າງ​​ແຕ່​ລະປີ​ພຽງ​ແຕ່​ບຳລຸງ​ສ້າງນັກບິນ​​ໄດ້​ແຕ່ 200- 250 ຄົນ​ເທົ່າ​ນັ້ນ. ນອກ​ນັ້ນ ລະບົບ​ສະຫນາມ​ບິນ ​ແລະ ບັນຊາ​ຈຸ​ບິນ ຂອງ ອິນ​ໂດ​ເນ​ເຊຍ ຖືກ​ເກີນ​ຄວາມ​ສາມາດ. ສະ​ເລ່ຍ, ບັນດາ​ຖ້ຽວ​ບິນ​ເຄີຍ​ຖືກ​​ໂຈະ​ໄວ້​ຢ້າງ​ຫນ້ອຍ​ສຸດ 30 ນາທີ.

        ​ເພື່ອ​ແກ້​ໄຂ​ສະພາບ​ຫຍຸ້ງຍາກ​ນີ້, ລັດຖະບານ ​ແລະ ບັນດາ​ບໍລິສັດ​ການບິນ ອິນ​ໂດ​ເນ​ເຊຍ ​ໄດ້​ນຳ​ໃຊ້​ຫລາຍ​ມາດ​ຕະການ​ຊົ່ວຄາວ​ກໍ​ຄື​ຍາວ​ນານ. ມີ​ຫລາຍບໍລິສັດ​ການບິນ​ ​ໄດ້​ຮັບ​ສະຫມັກ​ນັກ​ບິ​ນຕ່າງປະ​ເທດ​ຫລື​ດຶງ​ດູດ​ບັນດາ​ນັກ​ບິນ​ການ​ທະຫານ​ເຂົ້າ​ໃນ​ບໍລິສັດ​ການບິນ​ຂອງ​ຕົນ. ທ່ານ Endic Trewedater, ຜູ້​ຝຶກ​ຊ້ອມ​ໃຫ້​ນັກ​ບິນ​ສູ້​ຮົບ Sukhoi ປະຈຸ​ບັນ​ເປັນ​ຜູ້​ຂັບເຮືອບິນ​ພົນລະ​ເຮືອນ​ເວົ້າ​ວ່າ​:

        “ຄວາມ​ແຕກ​ຕ່າງ​ພຽງ​ແຕ່​ແມ່ນ​ຊຸດ​ເຄື່ອງ​ແບບ​ເທົ່າ​ນັ້ນ. ທ່າ​ທີ່​ຮັບ​ໃຊ້, ຄວາມ​ຮູ້ ​ແລະ ຄວາມ​ຊຳນານ​ແມ່ນ​ຄື​ກັນ. ບັນດາ​ຖ້ຽວ​ບິນ​ພົນລະ​ເຮືອນ​ບໍ່​ສັບ​ສົມ​ຄື​ບົດ​ຝຶກ​ຊ້ອມ​ໃນ​ກອງທັບ ​ແຕ່​ເບິ່ງ​ລວມ​ແລ້ວ​ແມ່ນ​ຄ້າ​ຍຄື​ກັນ.”

        ນອກ​ນັ້ນ, ຍ້ອນ​ຂາດ​ສະຫນາມ​ບິນ, ບັນດາ​ສະຫນາມ​ບິນ​ການ​ທະຫານ​ກໍຖືກ​ນຳ​​ເຂົ້າໃຊ້ການ ດ້ວຍ 30 ຖ້ຽວ​ບິນ/ມື້ ​ໃນ​ນັ້ນມີ​ບັນດາ​ຖ້ຽວບິນ​ສາກົນ, ຖ້ຽວ​ບິນ​ການ​ທະ​ຫານ ​ແລະ ບິນ​ເຝີ​ກງານ. ​ໃນ​ຮອບ​ເວລາ 3 ປີ​ຈະ​ມາ​ເຖິງ, ລັດຖະບານ ອິນ​ໂດ​ເນ​ເຊຍ ຈະ​ລົງທຶນ​ປະກອບລະບົບບັນຊາ​ຈຸ​ບິນລວມມູນ​ຄ່າ 250 ລ້ານ USD. ລະບົບ​ດັ່ງກ່າວ​ຈະ​ຊ່ວຍ​ຫລຸດຜ່ອນ​ເວລາ​ ​ໂຈະຖ້ຽວ​ບິນ​ລົງ​ເຫລືອ​ພຽງ 3 ນາທີ. ປະຈຸ​ບັນ ອິນ​ໂດ​ເນ​ເຊຍ ມີ​ອົງກາ​ນບັນຊາ​ຈຸ​ບິນ​ແຫ່ງຫນຶ່ງ​ດຽວ​, ສາມາດ​ຄຸ້ມ​ຄອງ ​ເຮືອບິນ 150 ລຳ, ນັບທັງ​ເຮືອບິນ​ການ​ທະຫານ ​ແລະ ​ເຮ​ືອບິນພົນ​ລະ​ເຮືອ​ນ. ຈຳນວນ​ດັ່ງກ່າວ​ບໍ່​ທັນ​ຕອບ​ສະຫນອງ​​ໄດ້ຄວາມ​ຕ້ອງການ​ໃຫມ່​ທີ່​ວາງ​ອອກ​ສຳລັບ​ຂະ​ແຫນງ​ການບິນ. ທ່ານ Am ran, ຜູ້ອຳນວຍອົງການບັນຊາ​ຈຸ​ບິນ Ena  ຂອງ​ດິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ:

        “​ໃນ​ປີ 2016, ​​ຈະ​ເລີ່​ມປະຕິບັດ​ການບັນຊາ​ຈຸ​ບິນຕາມ​ລະບົບ​ໃຫມ່, ພວກ​ຂ້າພະ​ເຈົ້າ​ວາງ​ຈຸດໝາຍ​ຫລຸດຜ່ອນ ​ເວລາໂຈະ​ຖ້ຽວ​ບິນ ລົງ 15 ນາທີ ​​ໃຫ້ 30% ຈຳນວນ​ຖ້ຽວ​ບິນ, ​ເທົ່າ​ກັບ 3.000 ຖ້ຽວ​ບິນ. ປີ 2017, ຈຸດໝາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຫລຸດຜ່ອນ​​ເວລາໂຈະຖ້ຽວ​ບິ​ນ ລົງ​ເຫລືອ​ພຽງ 2 -3 ນາທີ.”

        ​ເຖິງ​ວ່າ ລະບົບ​ການບິນ​ຍາມ​ໃດ​ກໍ​ເກີນ​ຄວາມ​ສາມາດ​ກໍ​ຕາມ, ​ແຕ່​ບັນດາ​ຖ້ຽວ​ບິນ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ການ​ຕີ​ລາຄາ​​ວ່າ​ນັບ​ມື້​ນັບ​ປອດ​ໄພ​ກວ່າ. ປີ 2011, ຈຳນວນ​ອຸບັດ​ຕິ​ເຫດ​ເຮືອບິນ​ຢູ່​ປະ​ເທດ​ນີ້ ​ແມ່ນ 32 ກໍລະນີ. ມາ​ຮອດ​ປີ 2012, ຫລຸດ​ລົງ​ເຫລືອ​ພຽງ 27 ກໍລະນີ. ນີ້​ແມ່ນ​ການ​ປັບປຸງດີ​ພໍ​ສົມຄວນ ພິ​ເສດ ​ເມື່ອ​ຈຳນວນ​ຖ້ຽວ​ບິນ​ໄດ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ໃນ​ປີ​ນີ້.

        ດ້ວຍ​ການ​ເພີ່ມ​ທະວີ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບພື້ນຖານ​ໂຄງ​ລ່າງ, ອິນ​ໂດ​ເນ​ເຊຍ ພວມ​ມານະ​ພະຍາຍາມ​ສູ້​ຊົນ​ເພື່ອ​ສາມາດ​ແກ້ງ​ແຍ້​ງກັບ​ບັນດາ​ຄູ່​ແຂງ​ອື່ນ​ທີ່​ແຂງ​ແຮງ​ກວ່າ​ໃນ​ອາ​ຊຽນ ຄື​ສິງກະ​ໂປ, ມາ​ເລ​ເຊຍ ​ເມື່ອ​ນະ​ໂຍບາຍທ້ອງຟ້າ​​ເປີດ​ ​ຂອງ​ອາ​ຊຽນ​ໄດ້​ຮັບ​ການ​ປະຕິບັດ​ໃນ​ປີ 2015.

       

ຕອບກັບ

ຂ່າວ/ບົດ​ອື່ນ