ບາງກອກ RHVAC ແລະ ບາງກອກ E&E - ກາລະໂອກາດຮ່ວມມືໃນຂົງເຂດເຄື່ອງເອເລັກໂຕນິກ, ເຄື່ອງເຢັນໃນພາກພື້ນ

(VOVWORLD) -ງານວາງສະແດງບາງກອກ RHVAC ແລະ ບາງກອກ E&Eປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 25 – 28/09/2019 ຢູ່ ສູນວາງສະແດງ  BITEC ໂດຍມີການເຂົ້າຮ່ວມຂອງບໍລິສັດກວ່າ 400 ແຫ່ງ ທີ່ມາຈາກບັນດາປະເທດໃນພາກພື້ນ ອາຊຽນ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ຈີນ ແລະ ເອີຣົບ.

        ງານວາງສະແດງຂະແໜງເຄື່ອງປັບອາກາດ ແລະ ອຸປະກອນເຄື່ອງເຢັນ (ບາງກອກ RHVAC) ແລະ ງານວາງສະແດງອຸປະກອນໄຟຟ້າ ແລະ ເອເລັກໂຕນິກ (ບາງກອກ E&E) ຂອງໄທ ໄດ້ຮັບຖືວ່າ ແມ່ນໜຶ່ງໃນ 5 ງານວາງສະແດງເຄື່ອງປັບອາກາດ, ເຄື່ອງເຢັນ, ອຸດສາຫະກິດອຸປະກອນໄຟຟ້າ ແລະ ເອເລັກໂຕນິກທີ່ໃຫຍ່ທີ່ສຸດໃນໂລກ. ກົມສົ່ງເສີມການຄ້າສາກົນ (DITP), ກະຊວງການຄ້າໄທ, ເຊິ່ງເປັນຫົວໜ່ວຍຈັດຕັ້ງເຫດການດັ່ງກ່າວ ຫວັງວ່າ ດ້ວຍຈຸດພົ້ນເດັ່ນແມ່ນແນະນຳບັນດາມາດຕະການຜະລິດທີ່ເປັນມິດກັບສິ່ງແວດລ້ອມ ແລະ ເຕັກໂນໂລຢີປະຢັດໄຟຟ້າທັນສະໄໝທີ່ສຸດ, ບາງກອກ RHVAC ແລະ ບາງກອກ E&E 2019 ຈະຊ່ວຍເຊື່ອມຕໍ່ບັນດາບໍລິສັດຜະລິດ, ບໍລິສັດສົ່ງອອກ ແລະ ລູກຄ້າໃນພາກພື້ນ ດ້ວຍທິດນຳທີ່ວ່າ “One stop solution - ມາດຕະການປະຕູດຽວ”.

        ງານວາງສະແດງ ບາງກອກ RHVAC ແລະ ບາງກອກ E&E ແມ່ນສອງປີຈຶ່ງຈັດຂຶ້ນເທື່ອໜຶ່ງ ແລະ ປີນີ້ ແມ່ນການຈັດຕັ້ງຄັ້ງທີ 12. ນີ້ແມ່ນເຫດການເຕົ້າໂຮມບັນດາຜະລິດຕະພັນທີ່ຮອບດ້ານທີ່ສຸດໃນຂົງເຂດນີ້, ຈາກອຸປະກອນທີ່ເຮັດດ້ວຍພລາດສະຕິກ, ໂລຫະ, ຢາງພາລາ, ກົນຈັກ, ຈັກດັນ ຕະຫຼອດຮອດບັນດາຜະລິດຕະພັນສຳເລັດຮູບຄືເອເຢັນຊະນິດຕ່າງໆ ແລະ ເຄື່ອງເຢັນປະເພດຕ່າງ, ອຸປະກອນເອເລັກໂຕນິກທັນສະໄໝທີ່ສຸດ.ທ່ານ ວິດທະວາກອນ ມະນີເນດ ຮອງຫົວໜ້າກົມສົ່ງເສີມການຄ້າສາກົນ ຂອງ ໄທ ໃຫ້ຮູ້ວ່າ:  ໄທ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຮາກຖານຜະລິດທີ່ມີຊື່ສຽງຂອງໂລກ ກ່ຽວກັບເຄື່ອງໄຟຟ້າ ແລະ ເຄື່ອງເອເລັກໂຕນິກ. ປັດຈຸບັນ, ໄທ ແມ່ນປະເທດຜະລິດຮາກດິດໃຫຍ່ທີ່ສຸດໃນໂລກ, ເປັນປະເທດຜະລິດເຄື່ອງປັບອາກາດໃຫຍ່ອັນດັບທີ 2 ຂອງໂລກ, ປະເທດຜະລິດຕູ້ເຢັນອັນດັບທີ 4 ຂອງໂລກ. ຍິ່ງໄປກວ່ານັ້ນ, ມີຫຼາຍເຄື່ອງໝາຍການຄ້າທີ່ມີຊື່ສຽງໃນໂລກ ໄດ້ ແລະ ກຳລັງເລືອກເຟັ້ນ ໄທ ເປັນສະຖານທີ່ຜະລິດສິນຄ້າຂອງເຂົາເຈົ້າ. ດັ່ງນັ້ນ, ເປົ້າໝາຍຂອງເຫດການດັ່ງກ່າວ ແມ່ນ ໂຄສະນາຄວາມສາມາດບົ່ມຊ້ອນ, ຜະລິດຕະພັນ ແລະ ເປີດກວ້າງຕະຫຼາດ ແລະ ສ້າງກາລະໂອກາດພົບປະສຳລັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນໂລກ:

ບາງກອກ RHVAC ແລະ ບາງກອກ E&E - ກາລະໂອກາດຮ່ວມມືໃນຂົງເຂດເຄື່ອງເອເລັກໂຕນິກ, ເຄື່ອງເຢັນໃນພາກພື້ນ - ảnh 1

ງານວາງສະແດງປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 25 – 28 ກັນຍາ 2019 ຢູ່ ສູນວາງສະແດງ  BITEC ໂດຍມີການເຂົ້າຮ່ວມຂອງບໍລິສັດກວ່າ 400 ແຫ່ງ ທີ່ມາຈາກບັນດາປະເທດໃນພາກພື້ນ ອາຊຽນ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ຈີນ ແລະ ເອີຣົບ ດ້ວຍຈຳນວນຮ້ານວາງສະແດງກວ່າ 1.000 ຮ້ານ ເຊິ່ງເພີ່ມຂຶ້ນ 10% ເມື່ອທຽບໃສ່ງານວາງສະແດງປີ 2017. ທ່ານ ອາຣຸນ ອຽມສຸຣີ, ປະທານສະມາຄົມອຸດສາຫະກຳເອເຢັນ, ເຄື່ອງເຢັນ ຂອງ ໄທ ໄດ້ອະທິບາຍກ່ຽວກັບ “ມາດຕະການ ປະຕູດຽວ” ເຊິ່ງເປັນເປົ້າໝາຍຂອງຂະແໜງອຸດສາຫະກຳເອເລັກໂຕນິກ, ເຄື່ອງເຢັນ ໄທ ພວມກໍ່ສ້າງ ສູ່ຟັງວ່າ:

        ປີນີ້, ງານວາງສະແດງຈະແນະນຳບັນດາຜະລິດຕະພັນປະດິດຄິດສ້າງໃໝ່ຄື ເຕັກໂນໂລຢີ  Drone ທີ່ໄດ້ໃຊ້ໃນຂະແໜງກະສິກຳ, ອຸດສາຫະກຳ ຊ່ວຍປະຢັດພະລັງງານ; ເຕັກໂນໂລຢີ ເປັນມິດກັບສິ່ງແວດລ້ອມຄືບັນດາຜະລິດຕະພັນເຄື່ອງກັ່ນຕອງອາກາດ ຊ່ວຍແກ້ໄຂບັນຫາຂີ້ຝຸ່ນ PM2.5. ໃນຂອບເຂດງານວາງສະແດງຄັ້ງນີ້, ຍັງດໍາເນີນການເຄື່ອນໄຫວຫຼາຍຢ່າງທີ່ໜ້າສົນໃຈຄື: ກອງປະຊຸມສໍາມະນາກ່ຽວກັບຍຸດທະສາດພັດທະນາຂະແໜງອຸດສາຫະກໍາໄຟຟ້າ, ເຄື່ອງເອເລັກໂຕນິກ, ເຄື່ອງເຢັນ; ກອງປະຊຸມກ່ຽວກັບທ່າອ່ຽງອອກແບບບັນດາກິດຈະກໍາໂຮງຈັກໂຮງງານທີ່ເປັນມິດກັບສິ່ງແວດລ້ອມ ແລະ ເພື່ອສຸຂະພາບຂອງຊາວຜູ້ອອກແຮງງານ... ກ່ຽວກັບທ່າອ່ຽງເຊື່ອມຕໍ່ພາຍໃນພາກພື້ນ, ທ່ານ ອາຣຸນ ອຽມສຸຣີ ປະທານສະມາຄົມອຸດສາຫະກໍາເຄື່ອງປັບອາກາດ, ເຄື່ອງເຢັນ ໄທ ໃຫ້ຮູ້ຕື່ມອີກວ່າ:

        ທ່ານ ວິດທະວາກອນ ມະນີເນດ, ຮອງຫົວໜ້າກົມສົ່ງເສີມການຄ້າສາກົນ ໄທ ໃຫ້ຮູ້ວ່າ, ມີຜະລິດຕະພັນໄຟຟ້າ ແລະ ເອເລັກໂຕນິກຂອງໄທ  63,2% ໄດ້ສົ່ງອອກໄປຍັງຕະຫຼາດອາຊີ ແລະ ຕາເວັນອອກກາງ. ໃນຂະນະນັ້ນ, ຫວຽດນາມ ກໍໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາປະເທດຜະລິດອຸປະກອນເອເລັກໂຕນິກສຳຄັນຂອງໂລກ. ເພາະສະນັ້ນ, ບັນດາວິສາຫະກິດຂອງຫວຽດນາມ ອາດຈະຊົມໃຊ້ໂອກາດ ເຊິ່ງງານວາງສະແດງ ບາງກອກ RHVAC ແລະ ບາງກອກ E&E ນໍາມາໃຫ້ ເພື່ອໂຄສະນາຜະລິດຕະພັນໄຟຟ້າ ແລະ ເອເລັກໂຕນິກ ອອກສູ່ໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ