ບາ​ຕິກ Workshop: ນຳບາ​ຕິກ​ຫຍັບ​ເຂົ້າ​ໃກ້​ກັບ​ໄວ​ໜຸ່ມ ຫວຽດ​ນາມ

(VOVWORLD) -ບາຕິກຖືກຖືວ່າແມ່ນສິລະປະຫັດຖະກຳໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຊື່ສຽງໃນທົ່ວໂລກສຳລັບຊາວ ອິນໂດເນເຊຍ ແລ້ວບາຕິກ ບໍ່ພຽງແຕ່ແມ່ນສິລະປະເທົ່ານັ້ນ ຫາກຍັງແມ່ນສັນຍາລັກທາງດ້ານວັດທະນະທຳຂອງ ອິນໂດເນເຊຍ ດ້ວຍຈຸດທີ່ເປັນເອກະລັກສະເພາະດ້ວຍຄວາມມານະພະຍາຍາມໂຄສະນາແພບາຕິກສູ່ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ໄວໜຸ່ມເວົ້າສະເພາະສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະອນ ໂຮ່ຈີມິນ ໄດ້ຈັດຕັ້ງເຫດການຕ່າງໆ
ບາ​ຕິກ Workshop:  ນຳບາ​ຕິກ​ຫຍັບ​ເຂົ້າ​ໃກ້​ກັບ​ໄວ​ໜຸ່ມ ຫວຽດ​ນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມສຳມະນາກ່ຽວກັບ ບາຕິກ

ຢູ່ ອິນໂດເນເຊຍ ບາຕິກ ແມ່ນລິດຕະພັນທົ່ວໄປ, ແຕ່ວ່າ ມັນມີ 2 ແບບທີ່ເອກະລັກ ນັ້ນແມ່ນ ແພບາຕິກຢູ່ ຈາວາ ຕາເວັນຕົກ ແລະ ເຂດແຄມຝັ່ງທະເລ. ແພບາຕິກຢູ່ເຂດ ຈາວາ ຖືກຜົນສະທ້ອນຈາກ “ປັດໄຈພະບໍລົມມະວົງສານຸວົງ”, ມີສີອ່າວມືດ ຄືສີດິນຕົມ. ໃນຂະນະນັ້ນ, ແພບາຕິກຢູ່ເຂດແຄມຝັ່ງທະເລ ຖືກຜົນສະທ້ອນຈາກປັດໄຈແຄມທະເລ ສະນັ້ນຈຶ່ງມີລວດລາຍ ແລະ ສິີສັນທີ່ຫຼາກຫຼາຍກວ່າ. ມີແພບາຕິກບາງແບບຖືກຜົນກະທ້ອນຈາກວັດທະນະທຳ ຈີນ, ຍີ່ປຸ່ນ ແລະ ບາງປະເທດຕາເວັນອອກ. ຫວັງວ່າ ໃນອະນາຄົດ, ຂ້າພະເຈົ້າຈະປະດິດຄິດສ້າງໃໝ່ໃນແພບາຕິກ ທີ່ມີຈຸດວັດທະນະທຳ ຫວຽດນາມ.”

ນັ້ນແມ່ນຄໍາແບ່ງປັນຂອງທ່ານນາງ Venny Afwanny Akamsyah ນັກສິລະປະກອນ ມາຈາກສະຖາບັນ Batik House ອິນໂດເນເຊຍ ໃນລາຍການ “ບາຕິກ Workshop” (ກອງປະຊຸມສຳມະນາກ່ຽວກັບ ບາຕິກ) ໂດຍສະຖານກົງສູນ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ສົມທົບກັບ ພະແນກຕາເວັນອອກວິທະຍາ, ມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ຈັດຂຶ້ນ. ເຫດການດັ່ງກ່າວ ນອນໃນຂອບເຂດ “ສັບປະດາ ບາຕິກ" ທີ່ດຳເນີນແຕ່ວັນທີ 03 – 07 ເມສາ ຢູ່ນະຄອນ ໂຮ່ຈີມິນ. ໂດຍມີປະສົບການໃນການຖ່າຍທອດ ແລະ ແບ່ງປັນຄວາມຮູ້ກ່ຽວກັບບັນດາຜະລິດຕະພັນຕ່ຳຫູກທໍໄໝທີ່ເປັນມູນເຊື້ອຂອງ ອິນໂດເນເຊຍ ເປັນເວລາ 20 ກວ່າປີ ສູ່ເພື່ອນມິດສາກົນໃຫ້ກວ່າ 112 ປະເທດ ແລະ ເຂດແຄວ້ນ, ທ່ານນາງ Venny Afwanny Akamsyah ໄດ້ແນະນຳເພື່ອນໜຸ່ມທີ່ເຂົ້າຮ່ວມເຫດການແຕ້ມ ບາຕິກ ຢ່າງສຸດຈິດສຸດໃຈ. ທ່ານນາງ ໃຫ້ຮູ້ວ່າ ເພື່ອເຮັດຜະລິດຕະພັນ ບາຕິກ ຜືນໜຶ່ງສຳເລັດຜົນ ຕ້ອງມີຄວາມອົດທົນ ກໍຄືຄວາມລະອຽດລະອໍຂອງນາຍຊ່າງໃນແຕ່ລະຂັ້ນຕອນ.

ບາ​ຕິກ Workshop:  ນຳບາ​ຕິກ​ຫຍັບ​ເຂົ້າ​ໃກ້​ກັບ​ໄວ​ໜຸ່ມ ຫວຽດ​ນາມ - ảnh 2ທ່ານນາງ Venny Afwanny Akamsyah ໄດ້ແນະນຳເພື່ອນໜຸ່ມທີ່ເຂົ້າຮ່ວມເຫດການແຕ້ມ ບາຕິກ ຢ່າງສຸດຈິດສຸດໃຈ

“ກ່ອນອື່ນໝົດ, ເຮົາຕ້ອງໃຊ້ສໍດຳເພື່ອວາດພາບລວດລາຍໃສ່ແພກ່ອນ, ຫຼັງຈາກນັ້ນ, ໃຊ້ກໍທາຂີ້ເຜິ້ງໃສ່ລວດລາຍທີ່ເຮົາຫາກໍ່ແຕ້ມນັ້ນ. ຕໍ່ມາແມ່ນຂັ້ນຕອນຍ້ອມສີ. ຫຼັງຈາກທີ່ແພຍ້ອມສີໄດ້ແລ້ວໆ ຕ້ອງມ່າໃສ່ນ້ຳຮ້ອນເພື່ອລອກເອົາຂີ້ເຜີ້ງອອກຈາກແພ, ຮອດນີ້ກໍຖືວ່າສຳເລັດ”.

ດ້ວຍການແນະນຳໂດຍກົງຈາກທ່ານນາງ Venny Afwanny Akamsyah, ນັກສຶກສາເກືອບ 60 ຄົນຂອງມະຫາວິທະຍາໄລວິທະຍາສາດ - ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ແລະ ບັນດາຜູ້ເຂົ້າຮ່ວມ ໄດ້ມີການທັດສະນະຕົວຈິງທີ່ໜ້າຈັບໃຈ. ພິເສດ, ສຳລັບນັກສຶກສາທີ່ເຄີຍນຸ່ງຊຸດໂສ້ງເສື້ອ ບາຕິກ ແລ້ວ, ນີ້ແມ່ນໂອກາດເພື່ອໃຫ້ເຂົາເຈົ້າຊອກຮູ້ໄດ້ເລິກເຊິ່ງກວ່າກ່ຽວກັບຂັ້ນຕອນຜະລິດແພຊະນິດທີ່ເປັນເອກະລັກນີ້. ຜູ້ໃດກໍຈູບຈ້າວຫ້າວຫັນ ແລະ ເມົາມົວຕໍ່ການທັດສະນະຕົວຈິງທີ່ໃໝ່ອ່ຽມ ແລະ ຈັບອົກຈັບໃຈນີ້. ນອກຈາກບັນດາລວດລາຍທີ່ເປັນມູນເຊື້ອຂອງແພ ບາຕິກ ແລ້ວ, ເຂົາເຈົ້າຍັງປະດິດຄິດສ້າງອອກຫຼາຍລວດລາຍທີ່ເປັນເອກະລັກພິເສດ, ເຊິ່ງສະແດງໃຫ້ເຫັນການປະສົມປະສານລະຫວ່າງສອງປະເທດ:

“ເຮົາຕ້ອງຮູ້ເຕັກນິກການຈັບແພແນວໃດ, ແຕ້ມແພແນວໃດ... ສຳລັບຜູ້ທີ່ຫາກໍ່ເຮັດເທື່ອທຳອິດ ຖ້າເຮົາຂາດຄວາມລະວັງໜ້ອຍໜຶ່ງກໍຈະເຮັດໃຫ້ຂີ້ເຜີ້ງລາມອອກ ແລະ ກໍບໍ່ເປັນລວດລາຍ”.

“ນ້ອງເຫັນວ່າ ລວດລາຍໃນແພ ບາຕິກ ມີຈຸດທີ່ຄ້າຍຄືກັນກັບແຜ່ນແພຫັດຖະກຳຂອງ ຫວຽດນາມ, ສີສັນກໍສູດສາດ ແລະ ສາມາດເອົາໄປນຳໃຊ້ເປັນຫຼາຍຮູບຫຼາຍແບບໃນຊີວິດປະຈຳວັນຄື ເປັນເຄື່ອງນຸ່ງ, ເຮັດເປັນຖົງ, ເປັນກະເປົາເງິນ, ແພປູໂຕະ ຫຼືວ່າປະດັບປະດາພາຍໃນເຮືອນ. ການທັດສະນະຕົວຈິງມື້ນີ້ ໜ້າຈັບອົກຈັບໃຈອີຫຼີ, ນ້ອງສາມາດເຮັດສຳເລັດຜະລິດຕະພັນໜຶ່ງດ້ວຍຕົນເອງ, ເຖິງວ່າຍັງບໍ່ທັນງາມປານໃດ ແຕ່ກໍເປັນຄວາມຊົງຈຳທີ່ໜ້າຈື່ຈຳ.”.

ບາກຕິກ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມປະດິດປະດອຍ, ລະອຽດລະອໍ, ສີມືຂອງຜູ້ເຮັດເທົ່ານັ້ນ ຫາກຍັງຊ້ອນແຝງທິດສະດີທີ່ເລິກເຊິ່ງໃນຊີວິດມະນຸດ. ປີ 2009, ເຕັກນິກຍ້ອມສີແພບາຕິກທີ່ເປັນມູນເຊື້ອຂອງ ອິນໂດເນເຊຍ ໄດ້ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຈາກອົງການ ຢູແນັສໂກ. ແພບາຕິກ ຂອງ ອິນໂດເນເຊຍ ເວົ້າລວມ ແລະ ລວດລາຍ ບາຕິກ ເວົ້າສະເພາະ ມີຈຸດຄ້າຍຄືກັນກັບລວດລາຍຂອງແພໄໝຢູ່ ຫວຽດນາມ. ລວດລາຍປະເພດດັ່ງກ່າວ ສ່ອງແສງໃຫ້ເຫັນວັດທະນະທຳກະສິກຳນາທາມຂອງປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ເປັນຕົ້ນແມ່ນ ນຳຮູບພາບຂອງສັດສາວາສິ່ງ, ຕົ້ນໄມ້ໃບຫຍ້າເຂົ້າໃສ່ແຕ່ລະຜະລິດຕະພັນ. ເຫດການ ບາຕິກ Workshop ໄດ້ຊ່ວຍໃຫ້ນັກສຶກສາ ສາມາດປຽບທຽບກ່ຽວກັບວັດທະນະທຳຂອງ 2 ປະເທດ, ຊ່ວຍໃຫ້ປະຊາຊົນ 2 ປະເທດ ເຂົ້າໃຈກັນຫຼາຍຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ