ປີ 2021: “ອິນ​ໂດ​ເນ​ເຊຍ ກ້າແກ່ນ, ອິນໂດເນເຊຍ ພັດທະນາ” ໃນໄລຍະໂລກລະບາດ

(VOVWORLD) -ອິນໂດເນເຊຍ - ເຄີຍເປັນຈຸດແຜ່ລະບາດຢ່າງຮ້າຍແຮງທີ່ສຸດຂອງ ອາຊີ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ໃນລະດັບສູງສະຖິຕິ ພ້ອມດ້ວຍຈຳນວນຜູ້ເສຍຊີວິດຢືນອັນດັບໜຶ່ງຂອງໂລກ, ປີ 2021, ດ້ວຍທິດນຳທີ່ວ່າ “ອິນໂດເນເຊຍ ກ້າແກ່ນ, ອິນໂດເນເຊຍ ພັດທະນາ”, ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ ໄດ້ຄວບຄຸມໂລກລະລາດຢ່າງສຳເລັດຜົນ, ສືບຕໍ່ມານະພະຍາຍາມໃນເສັ້ນທາງພັດທະນາປະເທດຊາດ. ຕໍ່ໄປ, ເຊີນທ່ານຜູ້ຟັງ ພ້ອມກັບນັກຂ່າວ VOV ປະຈຳ ຫວຽດນາມ ຫວນຄືນຂະບວນການທີ່ເຕັມໄປດ້ວຍຄວາມມານະພະຍາຍາມຂອງ ອິນໂດເນເຊຍ ໃນປີຜ່ານມາ.
ປີ 2021: “ອິນ​ໂດ​ເນ​ເຊຍ ກ້າແກ່ນ, ອິນໂດເນເຊຍ ພັດທະນາ” ໃນໄລຍະໂລກລະບາດ - ảnh 1ຕຳຫຼວດ ຕິດຕາມກວດກາວຽກງານປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

ອິນໂດເນເຊຍ “ກ້າແກ່ນ” ເຖິງວ່າ ເຄີຍເປັນຈຸດແຜ່ລະບາດພະຍາດຢູ່ ອາຊີ ໃນປີ 2021

ອິນໂດເນເຊຍ ກ້າວເຂົ້າສູ່ປີ 2021 ດ້ວຍຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19 ເພີ່ມຂຶ້ນຢ່າງກະທັນຫັນ, ພິເສດແມ່ນຢູ່ເກາະ Java, ໝູ່ເກາະທີ່ມີປະຊາກອນດຳລົງຊີວິດຫຼາຍທີ່ສຸດຂອງປະເທດນີ້ ແລະ ເກາະ Bali ເຊິ່ງແມ່ນເກາະສອງແຫ່ງເຮັດໃຫ້ລັດຖະບານ ອິນໂດເນເຊຍ ຕັດສິນໃຈປະຕິບັດການມາດຕະການຈຳກັດຕ່າງໆໃນວົງກວ້າງ. ໃນຈຸດເວລານີ້, ແຕ່ລະມື້, ອິນໂດເນເຊຍ ຢັ້ງຢືນມີຜູ້ຕິດເຊື້ອໃໝ່ກວ່າ 10.000 ຄົນ ພ້ອມດຽວກັນນັ້ນ ແມ່ນອັດຕາຜູ້ເສຍຊີວິດນັບມື້ນັບເພີ່ມຂຶ້ນ. ອິນໂດເນເຊຍ ນອນໃນກຸ່ມ 5 ປະເທດທີ່ມີຈຳນວນພະນັກງານການແພດເສຍຊີວິດຫຼາຍ ໃນໂລກ. ພື້ນຖານເສດຖະກິດຂອງ ອິນໂດເນເຊຍ ສືບຕໍ່ຕົກເຂົ້າສູ່ສະພາບຊຸດໂຊມ ພາຍຫຼັງມີການເຕີບໂຕເປັນລົບ 4 ໄຕມາດຢ່າງຕໍ່ເນື່ອງ, ລວມທັງໄຕມາດທີ 1 ຂອງປີ 2021.

ຕາມທ່ານ  Budi Gunadi Sadikin  ລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ ແລ້ວ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ອິນໂດເນເຊຍ ມີສັນຍານດີຂຶ້ນຢ່າງວ່ອງໄວນັ້ນ ແມ່ນຍ້ອນປະຊາຊົນ ອິນໂດເນເຊຍ ຫຼາຍຄົນ ມີພູມຕ້ານທານຈາກວັກຊິນ ຫຼື ພູມຕ້ານທານໂດຍທຳມະຊາດ. ປັດຈຸບັນ, ອິນໂດເນເຊຍ ແມ່ນປະເທດຢືນອັນດັບທີ 5 ໃນໂລກ ກ່ຽວກັບລະດັບຄວາມໄວໃນການສັກວັກຊິນກັນໂຄວິດ - 19. ໄລ່ຮອດວັນທີ 25 ທັນວາ 2021, ການສັກວັກຊິນກັນໂຄວິດ - 19 ຢູ່ ອິນໂດເນເຊຍ ບັນລຸ 53% ເປົ້າໝາຍວາງອອກ, ດ້ວຍ  108 ລ້ານຄົນ ທີ່ມີອາຍຸແຕ່ 6 ປີຂຶ້ນໄປ ໄດ້ສັກວັກຊິນຄົບຕາມຈຳນວນ.

ກໍ່ຕາມທ່ານລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ ແລ້ວ, ການຊ່ວຍເຫຼືອ, ການຮ່ວມມືຂອງສາກົນ ແມ່ນເງື່ອນໄຂທີ່ຈຳເປັນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນທົ່ວໂລກ. ອິນໂດເນເຊຍ ຕີລາຄາສູງຕໍ່ການຊ່ວຍເຫຼືອຈາກຕ່າງປະເທດດ້ວຍທຸກຮູບແບບໃນໄລຍະໂລກລະບາດ, ພ້ອມທັງພ້ອມແລ້ວທີ່ຈະແບ່ງປັນ ຖ້າຫາກປະເທດອື່ນມີຄວາມຕ້ອງການ.

ປີ 2021: “ອິນ​ໂດ​ເນ​ເຊຍ ກ້າແກ່ນ, ອິນໂດເນເຊຍ ພັດທະນາ” ໃນໄລຍະໂລກລະບາດ - ảnh 2ປະຊາຊົນ ອິນໂດເນເຊຍ ພາວະນາໃນໄລຍະເກີດໂລກລະບາດ

ອິນໂດເນເຊຍ ມານະພະຍາຍາມພັດທະນາໃນໄລຍະໂລກລະບາດ

ຍ້ອນໄດ້ຜັນຂະຫຍາຍບັນດານະໂຍບາຍເຫຼົ່ານັ້ນ, ປັດຈຸບັນ, ອິນໂດເນຊຍ ຄວບຄຸມໂລກລະບາດໄດ້ຢ່າງສຳເລັດຜົນ. ນັບແຕ່ເດືອນຕຸລາ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼຸດລົງຢ່າງຕໍ່ເນື່ອງ. ໃນເດືອນທັນວາ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ອິນໂດເນເຊຍ ຮັກສາຢູ່ໃນລະດັບແຕ່ 200 – 300 ຄົນຕໍ່ວັນ. ທ້າຍເດືອນຕຸລາ, ອິນໂດເນເຊຍ ໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ ແລະ ຫຼຸດການປະຕິບັດການແຍກຕົວລົງເຫຼືອ 3 ວັນ ແນໃສ່ດຶງດູດແຂກທ່ອງທ່ຽວ ແລະ ຟື້ນຟູເສດຖະກິດ

ປີ 2021: “ອິນ​ໂດ​ເນ​ເຊຍ ກ້າແກ່ນ, ອິນໂດເນເຊຍ ພັດທະນາ” ໃນໄລຍະໂລກລະບາດ - ảnh 3ງານມະຫາກຳກິລາ PON PAPUA ຖືກຈັດຂຶ້ນຢູ່ ອິນໂດເນເຊຍ ໃນເດືອນ ຕຸລາ 2021 (ພາບ:  PON)

ໂດຍເລີ່ມຈາການຮຽນຮູ້ປະສົບການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຈາກບັນດາປະເທດ, ປັດຈຸບັນ, ອິນໂດເນເຊຍ ແມ່ນຂໍ້ມູນຕົວຈິງໃຫ້ແກ່ບັນດາປະເທດສາມາດຮຽນຮູ້ເອົາປະສົບການຜ່ານຜ່າໂລກລະບາດ ດ້ວຍຍຸດທະສາດຫຼາຍຊັ້ນ. ຈາກພື້ນຖານເສດຖະກິດທີ່ມີການເຕີບໂຕເປັນລົບ, ຕົກເຂົ້າສູ່ສະພາບຊຸດໂຊມ, ອິນໂດເນເຊຍ ໄດ້ບືນຕົວຂຶ້ນ ດ້ວຍການຄາດຄະເນເຕີບໂຕເປັນບວກ 4% ໃນປີ 2021. ອິນໂດເນເຊຍ ໄດ້ກາຍເປັນປະເທດທີ່ມີຄວາມສາມາດຟື້ນຟູ ພາຍຫຼັງໂລກລະບາດ ສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ຕາມຕາຕະລາງຈັດອັນດັບຂອງ Nikkei Asia ເມື່ອເດືອນຕຸລາ ຜ່ານມາ. ການຟື້ນຟູດຳເນີນທຸລະກິດຢູ່ ອິນໂດເນເຊຍ ໄດ້ບັນລຸເຖິງ 91% ໃນເດືອນຕຸລາ ປີ 2021.

ບັນດາເຫດການໃຫຍ່ຢູ່ພາຍໃນປະເທດ ແລະ ສາກົນເຊິ່ງ ອິນໂດເນເຊຍ ເປັນເຈົ້າພາບຈັດຕັ້ງຄື ງານມະຫາກຳກິລາແຫ່ງຊາດ PON ຄັ້ງທີ XX, ການແຂ່ງລົດ ໂມໂຕ World Superbike ແລະ ກອງປະຊຸມຕ່າງໆໃນຂອບເຂດກອງປະຊຸມສຸດຍອດ G20 ເຊິ່ງ ອິນໂດເນເຊຍ ເປັນປະທານ.

ຕົ້ນເດືອນທັນວາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ມີຄວາມເອກອ້າງທະນົງໃຈທີ່ປະກາດວ່າ ອິນໂດເນເຊຍ ແມ່ນໜຶ່ງໃນ 5 ປະເທດໃນໂລກ ທີ່ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສຳເລັດ. ນີ້ກໍແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາຜູ້ສັກວັກຊິນກັນໂຄວິດ - 19 ສູງທີ່ສຸດໃນໂລກ.

ເຖິງຢ່າງໃດກໍຕາມ, ໂດຍຢືນຢູ່ຕໍ່ໜ້າຄວາມສ່ຽງຂອງເຊື້ອໄວຣັດກາຍພັນໃໝ່ Omicron ໄດ້ແຜ່ລາມເຂົ້າ ອິນໂດເນເຊຍ ໃນຊຸມວັນສຸດທ້າຍຂອງປີ 2021, ອິນໂດເນເຊຍ ຍັງສືບຕໍ່ມານະພະຍາຍາມສະກັດກັ້ນການແຜ່ລາມຂອງເຊື້ອໄວຣັດກາຍພັນໃໝ່ ດ້ວຍຍຸດທະສາດຫຼາຍຊັ້ນ. ອິນໂດເນເຊຍ ສືບຕໍ່ປະຕິບັດການແຍກຕົວສຳລັບແຂກທ່ອງທ່ຽວສາກົນ ດ້ວຍໄລຍະເວລາຄືເກົ່າແມ່ນ 10 ວັນ. ເຖິງວ່າ ບໍ່ມີຈຸດແຜ່ເຊື້ອ ແຕ່ ອິນໂດເນເຊຍ ຍັງແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນ ອາຊີຕາເວັນອອກສ່ຽງໃຕ້. ໄປຄຽງຄູ່ກັນນັ້ນ, ຄວາມສ່ຽງແຜ່ລະບາດຮອບໃໝ່ ຍັງມີຢູ່. ດັ່ງນັ້ນ, ທົ່ວສັງຄົມ ອິນໂດເນເຊຍ ພວມຮ່ວມແຮງຮ່ວມໃຈຄວບຄຸມໂລກລະບາດ, ມຸ່ງໄປເຖິງການຍອມຮັບວ່າເປັນໂລກພະຍາດທົ່ວໄປ, ພ້ອມທັງສືບຕໍ່ວິວັດການພັດທະນາປະເທດຊາດໃນໄລຍະສັ້ນ ແລະ ໄລຍະຍາວ ຄືຫົວຂໍ້ ເຊິ່ງ ປະທານ G20 ອິນໂດເນເຊຍ ໄດ້ຍົກອອກ “ພ້ອມກັນຟື້ນຟູ, ຟື້ນຟູຢ່າງເຂັ້ມແຂງກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ