ປູກຝັງເພື່ອຕ້ານໄພເງິນເຟີ້ ຢູ່ ອິນໂດເນເຊຍ

(vovworld) - ປູກ​ຕົ້ນໝາກ​ເຜັດຢູ່​​ໃນສວນຄົວ​ແມ່ນ​ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ຊຶ່ງ​ອຳນາດ​ການ​ປົກຄອງ​ຂອງ​ປະທາ​ນາທີ​ບໍດີ ອິນ​ໂດ​ເນ​ເຊຍ ວາງ​ອອກ​​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ເພື່ອ​ສະກັດ​ກັ້ນ​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ສູງ. ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ຖື​ວ່າ: ມາດ​ຕະການ​ນີ້ ຈະ​ຈຳກັດ​ລາຄາ​ເພີ່ມ​ຂຶ້ນຢ່າງ​ລຽນ​ຕິດ​ຂອງ​ໝາກ​ເຜັດ​ ຊຶ່ງ​ແມ່ນ​ອາຫານ​ທີ່​ຂາດ​ບໍ່​ໄດ້​ໃນ​ທຸກຄາບ​​ເຂົ້າ​ຂອງ​ຊາວ ອິນ​ໂດ​ເນ​​ເຊຍ ​ ໃນ​ໄລຍະທີ່​ຜ່ານ​ມາ.

ປູກຝັງເພື່ອຕ້ານໄພເງິນເຟີ້ ຢູ່ ອິນໂດເນເຊຍ - ảnh 1
 ລາຄາໝາກເຜັດເພີ່ມຂຶ້ນສູງໄດ້ກໍ່ຄວາມວິຕົກກັງວົນຕໍ່ໍຊາວອິນໂດເນເຊຍ
ພາບ:internet

        ​ໃນ​ປີ 2011 ຍ້ອນ​ຝົນຕົກໜັກ​ແກ່ຍາວ, ປະ​ເທດ​ອິນ​ໂດ​ເນ​ເຊຍ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສະພາບ​ນ້ຳ​ຖ້ວມ​ໃນ​ຫລາຍ​ເດືອນ. ​ເພາະສະ​ນັ້ນ ​ໄດ້​ເກີດ​ສະພາບບົ້ງ​ແຜ່​ຂະຫຍາຍ​ໃນ​ບໍລິ​ເວນ​ກວ້າງຂວາງ​ຊື່ງ​ເຮັດ​ໃຫ້​ປະລິມານການ​ເກັບ​ກູ້​ໝາກ​ເຜັດ​ຫລຸດ​ລົງ​ຢ່າງ​ແຮງ. ​ແຫ​ລ່ງສະຫນອງ​ໝາກ​ເຜັດ​ບໍ່​ສາມາດ​ຕອບ​ສະຫນອງ​ຄວາມ​ຕ້ອງການ​​ໄດ້ ​ເຮັດ​ໃຫ້​ລາຄາ​ໝາກ​ເຜັດ​ເພີ່ມ​ຂຶ້ນ​ເກືອບ​ທົບ 5 ​ເທົ່າ. ​ເປັນ​ອັນວ່າ ລາຄາ​ໝາກ​ເຜັດ​ຢູ່ ອິນ​ໂດ​ເນ​ເຊຍ​ແມ່ນ​​ແພງ​ກວ່າ ລາ​ຄາ​ຊີ້​ນງົວ. ສິ່ງ​ດັ່ງກ່າວ​ພວມ​ສົ່ງ​ຜົນ​ສະທ້ອນ​ຫລາຍ​ຢ່າງ​ເຖິງ​ຊາວ ອິນ​ໂດ​ເນ​ເຊຍ ​ເພາະວ່າ ຊາວ​ອິນ​ໂດ​ເນ​ເຊຍ​ແມ່ນ​ຜູ້​ມັກ​ກິນ​ເຜັດ. ​ເກືອບ​ຄື​ວ່າ ອາຫານທຸກ​ເຍ່ືອງ​ຂອງ​ຊາວ ອິນ​ໂດ​ເນ​ເຊຍ​ລ້ວ​ນ​ແຕ່​ໃສ່​ໝາກ​ເຜັດ. ​ເລື່ອງ​ລາຄາ​ໝາກ​ເຜັດ​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ຫນ້ອຍ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​. ນອກ​ຈາກ​ປະກົດ​ການ​​ເກັບ​ກູ້ໝາກ​ເຜັດ​ບໍ່​ໄດ້​ຮັບ​ຜົນ, ລາ​ຄາ​ເພີ່ມ​ຂຶ້ນ, ປີຜ່ານມາ ອາກາດ​ບໍ່​ເອື້ອ​ອຳນວຍ ຍ້ອນ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເຮັດ​ໃຫ້​ລະ​ດູການ​ເກັບ​ກ່ຽວ​ເຂົ້າ​ຢູ່​ຫລາຍ​ທ້ອງ​ຖິ່ນ​ຂອງ​ ອິນ​ໂດ​ເນ​ເຊຍ ຖືກ​ຫລຸດ​ລົງ, ລາຄາ​ເຂົ້າສານ​ເພີ່ມ​ຂຶ້ນ ບາງ​ແຫ່ງ​ເພີ່ມ​ຂຶ້ນ​ເຖິງ 10%.

        ຕໍ່​ຫນ້າ​ສະພາບ​ການ​ຄື​ດັ່ງກ່າວ, ລັດຖະບານ ອິນ​ໂດ​ເນ​ເຊຍ ​ໄດ້​ຕົກລົງ​ນຳ​​​ເຂົ້າ ເຂົ້າສານຈາກ​ໄທ ​ແລະ ຫວຽດນາມ 1,3 ລ້ານ​ໂຕນ​ໃນ​​ເດືອນ 2 ຜ່ານມາພາຍ​ຫລັງ​ຢຸດຕິ​ການ​ນຳ​ເຂົ້າ​ເຂົ້າສານ​ໃນ 2 ປີຜ່ານມາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອຳນາດ​ການ​ປົກຄອງ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ພວມ​​ເກີດ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ລາຄາ​ໝາກ​ເຜັດ. ​ເພາະສະ​ນັ້ນ ມີ​ພຽງ​ວິທີ​ດຽວແມ່ນປະຊາຊົນຜະລິດ​ໝາກ​ເຜັດ​ເອງ​ໃຫ້​ແກ່​ຄາບ​ອາຫານ​ໃນ​ແຕ່​ລະ​ວັນ​ຂອງ​ຕົນ ຈຶ່ງ​ສາມາດ​ຊ່ວຍ​ປັບປຸງ​ສະພາບ​ລາຄາ ໝາກ​ເຜັດພວມ​ເພີ່ມ​ຂຶ້ນ​ສູງ​ໄດ້. ​ຄື​​ເຊັນ​ດຽວ​ກັບ​ຊາວ​ ອິນ​ໂດ​ເນ​ເຊ​ຍ ຫລາຍ​ຄົນ, ຄອບຄົວ ​ເອື້ອຍ Maryuni ຢູ່​ພາກ​ກາງ Jawa ກໍ​ນຳ​ໃຊ້​ໝາກ​ເຜັດ​ຫລາຍ​ພໍ​ສົມຄວນ​ໃນ​ຄາບ​ອາຫານ​ປະຈຳ​ວັນຂອງ​ຕົນ

“ ​ຄອບຄົວ​ຂອງ​ຂ້າພະ​ເຈົ້າປູກ​ໝາກ​ເຜັດ ​ນັ້ນ​ແມ່ນ​ຄວາມ​ຕ້ອງການ​ປະຈຳ​ວັນ, ​ໃນ​ຄາບ​ອາຫານ​​, ໝາກ​ເຜັດ​ແມ່ນ​ປະ​ເພດອາຫານ​ຂາດ​ບໍ່​ໄດ້. ສະ​ນັ້ນ ຄອບຄົວ​ຂ້າພະ​ເຈົ້າ​ຈຶ່ງ​ປູກ​ຕົ້ນ​ໝາກ​ເຜັດ​ໃນ​ສວນ​ຄົວ ນັບ​ແຕ່​ເມື່ອ​ລາ​ຄາ​ໝາກ​ເຜັດ​ບໍ່​ເປັນ​ປົກກະຕິ ​ແລະ ​ເພີ່ມ​ຂຶ້ນ​ສູງ​ໃນ​ທ້ອງ​ຕະຫລາດ. ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ລາຄາ​ໝາກ​ເຜັດ​​       ເພ​ີ່ມຂຶ້ນ​ສູງ​ກໍ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄອບຄົວ.”

ປູກຝັງເພື່ອຕ້ານໄພເງິນເຟີ້ ຢູ່ ອິນໂດເນເຊຍ - ảnh 2
ຊາວ ອິນໂດເນເຊຍ ປູກຕົ້ນໝາກເຜັດໃນສວນ
ພາບ:internet

        ຂະ​ບວນການ​ປູກ​ ​ໝາກ​ເຜັດ​ຢູ່​​ໃນສວນຄົວ​ຂອງ​ຕົນ​ແມ່ນ​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ. ຢູ່ ນະຄອນຫລວງ Jakarta ປະຊາຊົນ​ຢູ່​ທີ່​ນີ້ ​ໄດ້​ນຳ​ໃຊ້​ບັນດາ​ເຂດ​ດິນ​​ເປົ່າ​ຫວ່າງ​ລະຫວ່າງ​ຕືກອາຄານ​ຫລາຍ​ຊັ້ນ ​ເພື່ອ​ເພີ່ມ​ເນື້ອ​ທີ່​ປຸກ​ຕົ້ນ​ໝາກ​ເຜັດ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ໝາກ​ເຜັດ​ປະ​ຈຳ​ວັນ​ໄດ້​ສ່ວນ​​ໃດ​ສ່ວນ​ຫນຶ່ງ​. ​ເພື່ອ​ຕອບ​ສະຫນອງ​ຂະ​ບວນການ​ດັ່ງກ່າວ, ປະທານາ​ທິບໍດີ ອິນ​ໂດ​ເນ​ເຊ​ຍ Susilo Bambang Yudhoyono  ​ແລະ ທ່ານ​ນາງ Mari Elka Pangestu ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ ​ແລະ ປະດິດ​ສ້າງ ອິນ​ໂດ​ເນ​ເຊ​ຍ ກໍ​ປູກ​ຕົ້ນ​ໝາກ​ເຜັດ​ຫລາຍ​ພໍ​ສົມຄວນ​ໃນ​ສວນ ​ແລະ ​ໂຖ​ດອກ​ໄມ້ ຂອງ​ບ້ານ​ຕົນ. ປະຈຸ​ບັນ ກະຊວງ​ກະສິກຳ ກໍ​​ເລີ່​ມຕົ້ນ​ເຜີຍ​ແຜ່​ບັນດາ​ວິທີ​ປູກ​ຕົ້ນ​ໝາກ​ເຜັດ​ໃຫ້​ແກ່​ປະຊາຊົນ​ຢ່າງ​ກວ້າງຂວາງ ພິ​ເສດ​ແມ່ນ​ປູກ​ຕົ້ນ​ໝາກ​ເຜັດ​ໃນ​ສວນ​ເພື່ອ​ສາມາດ​ກຸ້ມຕົນ​ເອງ ​ໂດຍ​ບໍ່​ຕ້ອງ​​ໃຊ້ໝາກ​ເຜັດ​ໃຫ້​ຄາບ​ອາຫານ​ຂອງ​ຄອບຄົວ​. ນອກ​ນັ້ນ ລັດຖະບານ​ກໍ​ເລີ່​ມຕົ້ນ​ຍູ້​ແຮງ​ຂະ​ບວນການ​ແຈກ​ຢາຍ ​ແນວ​ໝາກ​ເຜັດ​ໂດຍ​ບໍ່​ເສຍ​​ເງິນ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ​ບາ​ງ​ແຫ່ງ.

​ໂດຍ​ຕອບ​ສະຫນອງ​ຂະ​ບວນການ​ດັ່ງກ່າວ, ​ດອກ​ເຕີ Muhamad Syukur ຄູ​ສອນ​ຢູ່​ພະ​ແນ​ກກະສິກຳ​ວິທະຍາ ​ແລະ ໝາກ​ໄມ້, ສັງກັດ​ສະ​ຖາ​ບັນ ກະສິກຳ Bogor ​ໄດ້​​ເຜີຍ​ແຜ່​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ການ​ປູກ​ຕົ້ນ​ໝາກ​ເຜັດ​​ໃຫ້​ແກ່​ປະຊາຊົນ.

        “ປະຊາຊົນ​​ສາມາດ​ປູກ​ຕົ້ນ​ໝາກ​ເຜັດ​ຢູ່​ບໍ່​ວ່າ​ບ່ອນ​ໃດ​ ​ແລະ ບໍ່​ວ່າ​ລະດູ​​ໃດ. ໝາກ​ເຜັດ​ສາມາດ​ປູກ​ຢູ່​ເຂດ​ພູ​ພຽງ, ທົ່ງພຽງ ​ແລະ ພູດ​ອຍ. ຖ້າວ່າ ພວກ​ເຮົາ​ມີ​ເນື້ອ​ທີ່​ດິນ​ແຄບ ພວກ​ເຮົາ​ກໍ​ສາມາດ​ປູກຕົ້ນ​ໝາກ​ເຜັດ​ຮັບ​ໃຊ້​ຄວາມ​ຕ້ອງການ​ປະຈຳ​ວັນ​ໄດ້.”

        ທ່ານ Agung Laksono ລັດຖະມົນຕີ​ກະຊວງ​ຮ່ວມ​ມື ​ແລະ ວັດ​ທະນາ​ຖາວອນ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ລັດຖະບານ​ພວມ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ເລື່ອງ​ສະກັດ​ກັ້ນ​ການ​ເພ​ີ່ມຂຶ້ນ​ຂອງ​ລາຄາ​ໝາກ​ເຜັດ ດ້ວຍ​ວິທີ​ຊອກ​ຫາ​ແຫ​ລ່ງສະ​ຫນອງ​ໃນ​ຕະຫລາດ. ທ່ານ ກໍ​ຍອມຮັບ​ວ່າ: ລາຄາ​ໝາກ​ເຜັດ​ເພີ່ມ​ຂຶ້ນ ​ແມ່ນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເພີ່ມ​ ​ໄພ​ເງິນ​ເຟີ້. ບໍ່​ພຽງ​ແຕ່ ຮຽກຮ້ອງ​ໃຫ້​ປະຊາຊົນ​ປູກ​ຕົ້ນ​ໝາກ​ເຜັດ​ເພື່ອ​ຫລຸດຜ່ອນ​ໄພ​ເງິນ​ເຟີ້​ເທົ່າ​ນັ້ນ ຫາກ​ປະທານາທິບໍດີ Yudhoyono ກໍ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ປ່ຽນ​ແປງ​ຄວາມ​ຊີ​ນ​ເຄີຍ​ເອົາ​ເຂົ້າສານ​ເປັນ​ທັນ​ຍາ​ຫານ​ຕົ້ນຕໍ. ລັດຖະບານ​ໄດ້​​ເປ​ີດບັ້ນ​ຂົນຂວາຍ​ຮຽກຮ້ອງ​ໃຫ້​ປະຊາຊົນ ປ່ຽນ​ແປງ​ເຍື່ອງ​ອາຫານ​ໃນ​ຄາບ​ກິນ​ປະຈຸ​ວັນ ດ້ວຍ​ສາລີ,​ ມັນ​ຕົ້ນ, ມັນ​ດ້າງ ​ເພື່ອ​ຫລຸດ​ຜ່ອນ​ເລື່ອງ​ອີງ​ໃສ່​ເຂົ້າສານ.

        ​ໃນ​ສະພາບ​ການ​ລາຄາ​ທັນ​ຍາ​ຫານ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ສູງ​ຢູ່​ໃນ​ລະດັບ​ປະມານ 13 USD/kg, ລັດຖະບານ ອິນ​ໂດ​ເນ​ເຊຍ ​ໄດ້​ນຳ​ໃຊ້​ຫລາຍ​ມາດ​ຕະການ​ດ້ວຍ​ຄວາມ​ປາຖະຫນາ​ຈະ​ສາມາດ​ແກ້​ໄຂ​ບັນຫາ​ທັນ​ຍາ​ຫານ​ໄດ້ສ່ວນ​​ໃດ​ສ່ວນ​ຫນຶ່ງ​​ໃຫ້​​ແກ່ປະຊາຊົນ ອິນ​ໂດ​ເນ​ເຊຍ​ ກວ່າ 230 ລ້ານ​ຄົນ​ໄດ້.

ນັກ​ຂ່າວ ດັ້ງ​ຮ່ວາ

 

ຕອບກັບ

ຂ່າວ/ບົດ​ອື່ນ