ປະ​ຊາຄົມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ລາວຮ່ວມ​ແຮງ​ຮ່ວມໃຈ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD)- ຊາວຫວຽດນາມ ນັບສິບພັນຄົນພວມດຳລົງຊີວິດ, ເຮັດວຽກ, ດຳເນີນທຸລະກິດຢູ່ທົ່ວທຸກແຂວງ, ນະຄອນຂອງລາວ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດລາວ. ໃນຊຸມວັນນີ້, ຄວາມອຸ່ນອ່ຽນໃຈ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຂໍ້ກຳນົດຂອງອຳນາດການປົກຄອງ ແລະ ຂະແຫນງການທີ່ມີຫນ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ກໍແມ່ນວິທີ ເຊິ່ງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບ ແລະ ພັດທະນາປະເທດລາວລ້ານຊ້າງ. ບົດສາລະຄະດີຂອງ ເວິນທຽງ ແລະ ດັ້ງຖຸ່ຍ - ນັກຂ່າວວິທະຍຸກະຈ່າຍສຽງຫວຽດນາມ ປະຈຳ ລາວ.

 

        ໃນຊຸມປີມໍ່ໆມານີ້, ລາວ ໄດ້ດຶງດູດຊາວຫວຽດນາມ ມາເຮັດວຽກ, ດຳເນີນທຸລະກິດເປັນຈຳນວນຫຼາຍ. ຜູ້ມີເງິນທຶນຫຼາຍ ກໍສ້າງບໍລິສັດ, ເປີດຮ້ານຄ້າຂາຍວັດສະດຸກໍ່ສ້າງ, ປຸງແຕ່ງເຄື່ອງຫັດຖະກຳ, ຮັບເໝົາກໍ່ສ້າງ... ຜູ້ມີເງິນທຶນໜ້ອຍກວ່າ ກໍຂາຍຜັກ, ໝາກໄມ້, ຂາຍຂອງກິນເຄື່ອງດື່ມ, ຕັດຜົມ, ເປັນກຳມະກອນກໍ່ສ້າງ, ຊ້ຳບໍ່ໜຳ ແມ່ນເກັບຊື້ເສດໂລຫະເຫຼັກເສດ... ໃນຊ່ວງເວລາທີ່ໂລກລະບາດພວມແຜ່ລະບາດຢ່າງຮ້າຍແຮງນັ້ນ, ຊາວຜູ້ອອກແຮງງານຫຼາຍຄົນ ໄດ້ເລືອກສືບຕໍ່ຢູ່ລາວຕໍ່ ແທນທີ່ຈະກັບເມືອປະເທດຄືຜູ້ອື່ນໆ.

        “ຂ້າພະເຈົ້າກໍທຳໃຈແລ້ວ ສະນັ້ນ ບໍ່ມີຫຍັງຕ້ອງເປັນຫ່ວງ. ຢູ່ໃສກໍຢູ່ນັ້ນຕໍ່, ບໍ່ເຕົ້າໂຮມກັນຫຼາຍຄົນ. ດຽວນີ້, ເຂດແຍກຕົວແຫ່ງຕ່າງໆຢູ່ພາຍຫວຽດນາມກໍເກີນຂອບຂະໜາດແລ້ວ. ຂ້າພະເຈົ້າກໍບໍ່ຢາກກັບເມືອປະເທດ ບໍ່ຢາກກໍ່ກຳລັງດັນກໍຄວາມຫຍຸ້ງຍາກຕໍ່ປະເທດຊາດອີກ. ກຳລັງທະຫານກໍເມື່ອຍຫຼາຍແລ້ວ”.

        ນັ້ນແມ່ນຄຳໃນໃຈຂອງອ້າຍ ເລວັນມິນເຈົາ  - ມາຈາກແຂວງເງະອານຂອງຫວຽດນາມ ເຊິ່ງເປັນຜູ້ມີອາຊີບຕົກແຕ່ງພາຍໃນ ຢູ່ນະຄອນຫຼວງວຽງຈັນ ເມື່ອຕັດສິນໃຈຢູ່ລາວຕໍ່ໃນຊຸມວັນທີ່ປະເທດນີ້ ພວມພະຍາຍາມປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

        ໂດຍເປັນປະເທດສຸດທ້າຍ ຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນ ໂລກ ເມື່ອມີ 2 ກໍລະນີຕິດເຊື້ອທຳອິດໄດ້ປະກາດໃນຕອນບ່າຍວັນທີ 24 ມີນາ, ປະເທດລາວ ຕ້ອງກ້າວເຂົ້າສູ່ໄລຍະປ້ອງກັນ, ສະກັດກັ້ນໂລກລະບາດຢ່າງແທ້ຈິງ ດ້ວຍຫຼາຍມາດຕະການທີ່ຂ້ຽວຂາດຂອງລັດຖະບານ ແລະ ຂະແໜງສາທາລະນະສຸກປະກາດໃຊ້.

ປະ​ຊາຄົມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ລາວຮ່ວມ​ແຮງ​ຮ່ວມໃຈ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ ແຈກຢາຍຜ້າອັດປາກໂດຍບໍ່ເສຍຄ່າ 

        ກໍຄືກັນກັບຄອບຄົວຊາວຫວຽດນາມຫຼາຍພັນຄອບຄົວທີ່ພວມດຳລົງຊີວິດຢູ່ລາວ, ອ້າຍ ຫວູດຶກຕ໊ວນ, ເຈົ້າຂອງຮ້ານປີ້ງໄກ ເຊໂນ ຕັ້ງຢູ່ທາງ 4 ແຍກບ້ານດົງໂດກ, ນະຄອນວຽງຈັນ ໄດ້ຕິດຕາມຂ່າວຄາວກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຂອງລັດຖະບານລາວ ແລະ ບັນດາຂໍ້ແນະນຳຂອງສະຖານທູດຫວຽດນາມ ຜ່ານທາງວິທະຍຸ, ໜັງສືພິມ ແລະ ສື່ສັງຄົມອອນລາຍຢ່າງເປັນປະຈຳ ແລະ ປະຕິບັດບັນດາຂໍ້ກຳນົດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ. ອ້າຍ ຕ໊ວນ ກ່າວວ່າ:

        “ຜ່ານແຈ້ງການຂອງກະຊວງສາທາລະນະສຸກລາວ ແລະ ສະຖານກົງສູນສະຖານທູດຫວຽດນາມ ຮັບຜິດຊອບກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ພວກຂ້າພະເຈົ້າໄດ້ປະຕິບັດການປິດການບໍລິການເພື່ອແຍກຕົວ, ຊື້ນ້ຳຢາລ້າງມືຂ້າເຊື້ອ, ຜ້າອັດປາກ ໃຫ້ແກ່ພະນັກງານ, ຮັບປະກັນເພື່ອປ້ອງກັນ ບໍ່ໃຫ້ໂລກລະບາດຕິດແປດສູ່ກັນ, ຮັກສາສຸຂະພາບໃຫ້ແກ່ຄອບຄົວ, ພະນັກງານ ແລະ ປະຊາຄົມ”.

         ໃນຊຸມວັນທີ່ເກີດໂລກລະບາດຢູ່ລາວ ຄວາມເປັນຫ່ວງເປັນໃຍກໍເພີ່ມຂຶ້ນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ. ຖະໜົນນາໄຊ ໄດ້ຮັບຖືວ່າ ແມ່ນຖະໜົນຂອງຄົນຫວຽດ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະ 1 ກິໂລແມັດ ໄດ້ມີຮ້ານອາຫານ, ຮ້ານສັບພະສິນຄ້າ.... ຂອງຄົນຫວຽດ ນັບສິບຮ້ານພວມເຄື່ອນໄຫວ ໂດຍໄດ້ຮັບໃຊ້ບໍລິການໃຫ້ລູກຄ້າເປັນຈຳນວນຫຼວງຫຼາຍ. ແຕ່ໃນຊຸມວັນຜ່ານມາ, ເຖິງວ່າແມ່ນວັນທ້າຍອາທິດກໍຕາມ ແຕ່ເຂົາເຈົ້າກໍຕ້ອງປິດການໃຫ້ບໍລິການ ແລະ ສືບຕໍ່ຢູ່ລາວຕໍ່. ອ້າຍ ເລຕ໊ຽນຢຸງ - ຜູ້ບໍລິຫານຮ້ານອາຫານ ກວ໊ານງອນຮ່າໂນ້ຍ ໃຫ້ຮູ້ວ່າ:

  “ບໍ່ຮູ້ວ່າ ເຂົາເຈົ້າຄິດແນວໃດ, ແຕ່ຂ້າພະເຈົ້າເຫັນວ່າ ຢູ່ລາວແມ່ນປອດໄພຫຼາຍ. ເມື່ອອ່ານໜັງສືພິມ, ຟັງວິທະຍຸ, ຂ້າພະເຈົ້າເຫັນວ່າ ຄົນຫວຽດ ກັບເມືອປະເທດຜ່ານດ່ານຊາຍແດນ ເກົ່າແຈວ ເປັນຈຳນວນຫຼາຍເກີນໄປ ສະນັ້ນຖືກຕິດຄ້າງຢູ່ຫັ້ນເປັນເວລາ 4 5 ຊົ່ວໂມງ ກໍຍັງບໍ່ໄດ້ຜ່ານດ່ານ. ອາດເວົ້າໄດ້ວ່າ ຢູ່ລາວ ພວກເຮົາພວມປອດໄພ ແຕ່ຂຶ້ນລົດ ຕ້ອງສຳຜັດກັບ 40 50 ຄົນ, ບໍ່ຮູ້ວ່າຜູ້ໃດຕິດເຊື້ອ, ຜູ້ໃດບໍ່ຕິດເຊື້ອ. ຂ້າພະເຈົ້າຮູ້ສຶກເປັນຫ່ວງວ່າ ຈະເກີດການຕິດແປດກັນໃນໝູ່ຜູ້ໂດຍສານລົດຄັນດຽວກັນໄດ້ງ່າຍດາຍກວ່າ”.

        ໂດຍມີທັດສະນະເຊັ່ນດຽວກັນກັບອ້ານ ເລຕ໊ຽນຢຸງ, ອ້າຍ ຫວູດຶກຕ໊ວນ ແບ່ງປັນວ່າ:

        ມີແຮງງານມາຈາກໄທ ເປັນຈຳນວນຫຼາຍໄດ້ ຜ່ານດ່ານຊາຍແດນແຫ່ງຕ່າງໆຂອງລາວ ເພື່ອກັບມາຫວຽດນາມ. ຖ້າຫາກວ່າ ເຮົາເຕົ້າໂຮມກັນຫຼາຍຄົນ, ພາກັນຫຼັ່ງໄຫຼກັບເມືອປະເທດໃນເວລາດຽວກັນນີ້ ຈະມີຄວາມສ່ຽງຕິດແປດສູ່ກັນສູງທີ່ສຸດ. ສະນັ້ນ, ຂ້າພະເຈົ້າ ຄິດວ່າ ພວກເຮົາຄວນອຸ່ນອ່ຽນໃຈຢູ່ຕໍ່, ຖ້າເກີດຫຍັງຂຶ້ນມາ, ເງື່ອນໄຂທາງດ້ານວັດຖຸ, ອຸປະກອນການແພດຂອງລາວ ກໍສາມາດຮັບປະກັນການປິ່ນປົວໃຫ້ເຮົາໄດ້”.

ດ້ວຍຄວາມຮັບຜິດຊອບຂອງສ່ວນບຸກຄົນ, ຄອບຄົວ ແລະ ປະຊາຄົມ, ຊາວຫວຽດນາມ ຢູ່ລາວ ໄດ້, ພວມ ແລະ ຈະຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນ ແລະ ລັດຖະບານລາວ ປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດທີ່ອັນຕະລາຍນີ້ຢ່າງຕັ້ງໜ້າ ເພື່ອບໍ່ໃຫ້ແຜ່ລະບາດອອກສູ່ວົງຄະນະຍາດ/.

ຕອບກັບ

ຂ່າວ/ບົດ​ອື່ນ