ປະຊາ​ຄົມ​ຊາວ​ໄທ ອາ​ໄສ ຢູ່ ຫວຽດນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຮັບ​ມື​ກັບ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -   ໃນຊຸມວັນຜ່ານມາ, ນອກຈາກເລື່ອງປະຕິບັດບັນດານະໂຍບາຍ ແລະ ມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງລັດຖະບານຫວຽດນາມ ຢ່າງເຂັ້ມງວດແລ້ວ, ປະຊາຄົມຊາວໄທ ອາໄສ ຢູ່ຫວຽດນາມ ແລະ ບັນດາວິສາຫະກິດໄທ ຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວເພື່ອວົງຄະນະຍາດ ແນໃສ່ປະກອບກໍາລັງເຫື່ອແຮງຂອງຕົນ ພ້ອມກັບລັດຖະບານຫວຽດນາມ ຮັບມືກັບໂລກລະບາດ. ຫວ່າງມໍ່ໆມານີ້, ສະຖານທູດ ໄທປະຈໍາ ຮ່າໂນ້ຍ ໄດ້ຮັບເງິນສົດຈໍານວນ 1.7 ຕື້ດົ່ງ ແລະ ອຸປະກອນການແພດຈາກປະຊາຄົມຊາວໄທ ແລະ ວິສາຫະກິດຫຼາຍແຫ່ງຂອງໄທ ຢູ່ຫວຽດນາມ ເພື່ອມອບໃຫ້ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແນໃສ່ໜູນຊ່ວຍວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດຢູ່ຫວຽດນາມ.

 

        ພາຍຫຼັງຫວຽດນາມສິ້ນສຸດການປະຕິບັດການແຍກຫ່າງໃນສັງຄົມຕາມຄໍາສັ່່ງເລກທີ 16 ຂອງນາຍົກລັດຖະມົນຕີ, ວັນທີ 24 ເມສາ ຜ່ານມາ, ຕາງໜ້າສະຫະສະມາຄົມວິສາຫະກິດ ໄທ ຢູ່ຫວຽດນາມ ແລະ ບັນດາວິສາຫະກິດໃຫຍ່ຄື: ບໍລິສັດຫຸ້ນສ່ວນ Prime group ຂຶ້ນກັບກຸ່ມບໍລິສັດ SCG, Thai Summit Vietnam, ກຸ່ມບໍລິສັດ ຝຸທາຍ ແລະ ບໍລິສັດຫຸ້ນສ່ວນ Siam – vina golf... ໄດ້ມອບເງິນສົດ ແລະ ອຸປະກອນການແພດ ໃຫ້ແຫ່ສະຖານທູດ ໄທ ປະຈໍາ ຮ່າໂນ້ຍ. ການເຄື່ອນໄຫວມີຄວາມໝາຍນີ້ ໄດ້ດໍາເນີນຢ່າງວ່ອງໄວ ພາຍໃນເວລາພຽງແຕ່ປະມານ 15 ນາທີເທົ່ານັ້ນ. ບຸກຄົນທີ່ເຂົ້າຮ່ວມລາຍການນີ້ ລ້ວນແຕ່ໄດ້ຮັບການວັດແທກອຸນຫະພູມຮ່າງກາຍ, ໃສ່ຜ້າອັດປາກ ແລະ ຮັບປະກັນໄລຍະຫ່າງກັບຄົນອ້ອມຂ້າງ. ທ່ານ ໄຊຍະພົນ ສຸປັນຍາ, ຜູ້ອໍານວຍການຝ່າຍບຸກຄະລາກອນ, ບໍລິສັດຫຸ້ນສ່ວນ Prime group ຂຶ້ນກັບກຸ່ມບໍລິສັດ SCG ແລະ ທ່ານນາງ ພະຍົມ ນາຫໍຄໍາ ຜູ້ຊ່ວຍວຽກທ່ານຮອງຜູ້ອໍານວຍການໃຫຍ່ບໍລິສັດ Chance and challenge ຈໍາກັດ (CAC), ໃຫ້ຮູ້ວ່າ: ນອກຈາກການເຄື່ອນໄຫວຂ້າງເທິງແລ້ວ, ກຸ່ມບໍລິສັດ Prime ແລະ ບໍລິສັດ CAC ຍັງມີການເຄື່ອນໄຫວຫຼາຍຢ່າງເພື່ອວົງຄະນະຍາດໃນໄລຍະປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19 ນໍາອີກ:

        ກໍຄ້າຍຄືກັນກັບບໍລິສັດ CAC, ດ້ວຍທ່າແຮງເຊິ່ງເປັນກຸ່ມບໍລິສັດລ້ຽງສັດຂະໜາດໃຫຍ່ຂອງ ໄທ ທີ່ດໍາເນີນທຸລະກິດຢູ່ ຫວຽດນາມ, ບໍລິສັດຫຸ້ນສ່ວນລ້ຽງສັດ CP ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍເພື່ອວົງຄະນະຍາດ. ຫວ່າງມໍ່ໆມານີ້, ບໍລິສັດ CP ໄດ້ຜັນຂະຫຍາຍລາຍການ “ຮ້ານເຂົ້າສານສະໜາມ - ຫົວໃຈຮັກແພງ”, ໃນນັ້ນ, ໄດ້ແຈກເຂົ້າສານຈໍານວນ 300 ພູດ ໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນບັນດາຄອບຄົວທຸກຍາກ, ຊາວຜູ້ອອກແຮງງານທີ່ຖືກວ່າງງານ ຍ້ອນໂລກລະບາດໂຄວິດ - 19, ຜູ້ຊັດເຊພະເນຈອນ, ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍ. ການເຄື່ອນໄຫວດັ່ງກ່າວຖືກດໍາເນີນແຕ່ເວລາ 16 ໂມງ ຫາ 18 ໂມງ ຂອງທຸກໆວັນໃນອາທິດ ນັບແຕ່ວັນຈັນຫາວັນເສົາ ໃນລະຫວ່າງວັນທີ 25 ເມສາ - 6 ພຶດສະພາ ຢູ່ສະຖານທີ່ 2 ແຫ່ງຄື ເຮືອນເລກທີ 157 ລາກງຽບ, ຮາຍບ່າຈຶງ ແລະ ໂຮງໝໍປິ່ນປົວພະຍາດປອດຮ່າໂນ້ຍ. ທ່ານ ໂງວັນດົງ, ເຮັດວຽກຢູ່ພາກສ່ວນຮັບສະໝັກພະນັກງານຂອງບໍລິສັດດັ່ງກ່າວ ໃຫ້ຮູ້ວ່າ: ນີ້ແມ່ນລາຍການທໍາການກຸສົນທີ່ມີຂອບຂະໜາດໃຫຍ່ໃນທົ່ວປະເທດ ຂອງ CP ແນໃສ່ໜູນຊ່ວຍບຸກຄົນທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19:

        “ນີ້ແມ່ນຄັ້ງທໍາອິດທີ່ຂ້າພະເຈົ້າເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ. ຂ້າພະເຈົ້າເຫັນວ່ານີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຫຼາຍ, ແມ່ນການສະແດງຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ການແບ່ງປັນຂອງບໍລິສັດກັບບຸກຄົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແລ້ວ ປັດຈຸບັນຍິ່ງລໍາບາກກວ່າ. ຫວັງວ່າ, ດ້ວຍການໜູນຊ່ວຍດັ່ງກ່າວ, ຈະສາມາດຫຼຸດຜ່ອນຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ ແລະ ມີຄວາມອຸ່ນອ່ຽນໃຈ, ຮ່ວມແຮງຮ່ວມໃຈພ້ອມກັນຕ້ານໂລກລະບາດ”.

ປະຊາ​ຄົມ​ຊາວ​ໄທ ອາ​ໄສ ຢູ່ ຫວຽດນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຮັບ​ມື​ກັບ​ໂລກລະບາດ​ໂຄ​ວິດ - 19 - ảnh 1ຕາງໜ້າສະໂມສອນວິສາຫະກິດ ໄທ ຢູ່ພາກເໜືອ  ມອບເງິນ ແລະ ອຸປະກອນການແພດໃຫ້ແກ່ສະຖານທູດ ໄທ ປະຈໍາ ຫວຽດນາມ ໃນວັນທີ 24 ເມສາ 2020 

        ສາຍເຫດທີ່ບັນດາວິສາຫະກິດ ໄທ ມີຄວາມເຂົ້າໃຈ ແລະ ແບ່ງປັນກັບວົງຄະນະຍາດ ໂດຍສະເພາະແມ່ນໃນສະພາບຫຍຸ້ງຍາກນີ້ ແມ່ນຍ້ອນມີຄວາມສະໜິດຕິດພັນ ແລະ ແບ່ງປັນຜົນປະໂຫຍດ ກໍຄື ຄວາມຫຍຸ້ງຍາກຂອງສະມາຊິກໃນວົງຄະນະຍາດ, ຄືດັ່ງຄໍາແບ່ງປັນຂອງທ່ານ ຈິນນະໂຊດ ໂມອ່ອນ, ຜູ້ຊ່ວຍວຽກຮອງຜູ້ອໍານວຍການໃຫຍ່ ຮັບຜິດຊອບຝ່າຍການໂຄສະນາຜະລິດຕະພັນ ແລະ ການຂາຍ ຂອງ ກຸ່ມບໍລິສັດ Prime, ປະທານສະໂມສອນວິສາຫະກິດ ໄທ ຢູ່ພາກເໜືອ ທີ່ວ່າ:

        ສໍາລັບສະຖານທູດ ໄທ ປະຈໍາ ຮ່າໂນ້ຍ, ນອກຈາກການເບິ່ງແຍງດູແລ ແລະ ໃຫ້ການໜູນຊ່ວຍປະຊາຄົມ ໄທ ອາໄສ ຢູ່ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19 ແລ້ວ, ສະຖານທູດໄທ ຍັງໃຫ້ຄວາມເອົາໃຈໃສ່ປະຕິບັດບັນດາການເຄື່ອນໄຫວເພື່ອວົງຄະນະຍາດ. ໄປຄຽງຄູ່ກັບເລື່ອງຮຽກຮ້ອງການປະກອບສ່ວນ ແລະ ຮັບເອົາເງິນ ແລະ ອຸປະກອນການແພດທີ່ນໍາໄປໜູນຊ່ວຍຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແລ້ວ, ທ່ານ ທານີ ແສງຣັດ - ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ລາຊະອານາຈັກ ໄທ ຢູ່ຫວຽດນາມ ຍັງຝາກຝັງ ແລະ ປະຕິບັດແຜນການເລັກໆນ້ອຍໆຂອງຕົນ:

ຕອບກັບ

ຂ່າວ/ບົດ​ອື່ນ