ປະສິດທິຜົນຂອງຮູບແບບການຮ່ວມມືດ້ານການສຶກສາຫວຽດນາມ-ໄທຢູ່ມະຫາວິທະຍາໄລ ຮ່າໂນ້ຍ


(vovworld)- ກ່ອນນີ້ 6 ປີ​ເຕັມ, ສູນ​ເຜີຍ​ແຜ່​ພາ​ສາ​ ແລະ ວັດ​ທະ​ນະ​ທຳ ໄທ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ຕາມ​ລາຍ​ການ​ຮ່​ວມ​ມື​ລະ​ຫວ່າງ ອົງ​ການ​ຮ່ວມ​ມື​ພັດ​ທະ​ນາ​ສາ​ກົນ ສັງ​ກັດກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ(TICA) ແລະ ກະ​ຊວງ​ສຶກ​ສາ ບຳ​ລຸງ​ສ້າງ​ຫວຽດ​ນາມ. ຈຸດ​ປະ​ສົງ ແມ່ນ​ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ ເຜີຍ​ແຜ່​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ. ມາ​ຮອດ​ປະ​ຈຸ​ບັນ, ສູນ​ດັ່ງ​ກ່າວ ໄດ້​ເປີດ​ຊຸດ​ບຳ​ລຸງ​ສ້າງ​ພາ​ສາ​ໄທ 5 ຊຸດ ໃຫ້​ແກ່ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ເກືອບ 300 ຄົນ. ໃນ​ນັ້ນ ຈຳ​ນວນ​ນັກ​ສຶກ​ສາ​ສົນ​ໃຈ​ຈົດ​ທະ​ບຽນ​ຮຽນ​ພາ​ສາ​ໄທ​ຜ່ານ​ແຕ່​ລະ​ປີ​ແມ່ນ​ເພີ່ມ​ຂຶ້ນ​ ແລະ ມີ​ຫລາຍ​ຄົນ​ຊອກ​ໄດ້​ວຽກ​ເຮັດ​ງານ​ທ​ຳ​ ທີ່​ກ່ຽວ​ຂ້ອງ​ເຖິງ ພາ​ສາ​ໄທ ຢ່າງເໝາະ​ສົມ​.

ປະສິດທິຜົນຂອງຮູບແບບການຮ່ວມມືດ້ານການສຶກສາຫວຽດນາມ-ໄທຢູ່ມະຫາວິທະຍາໄລ ຮ່າໂນ້ຍ - ảnh 1
ພັນ​​ລະ​ຍາ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ແລະ ຄະ​ນະ​ຜູ້​ແທນ​ໄທ​ຢ້ຽມ​ຢາມ ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ

         ເຖິງວ່າ ​ພຽງ​ແຕ່​ຮຽນພາ​ສາ​​ຢູ່ ສູນ​ເຜີຍ​ແຜ່​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ ​ ບໍ່​ທັນ​ຮອດ 1 ປີ ກໍ​ຕາ​ມ ແຕ່​ເພື່ອນ ຫງວຽນ​ບ໋າວ​ແຄງ, ອາ​ຍຸ 23 ປີ, ອະ​ດີດ​ນັກ​ສຶກ​ສາ​ພະ​ແນກ​ພາ​ສາ​ຈີນ, ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ​​ພັດ ຊອກ​ໄດ້​ວຽກ​ເຮັດ​ງານ​ທຳ​​ຢ່າງ​ພໍໃຈ​ ​ກ່ຽວ​ຂ້ອງ​ເຖິງ​ພາ​ສາ​ໄທ ຢູ່ ບໍ​ລິ​ສັດ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຊີ​ການ​ສຶກ​ສາ​ຂອງ​ຫວຽດ​ນາມ ຢູ່ ຮ່​າ​ໂນ້ຍ. ຫງວຽນ​ບ໋າວ​ແຄງ ແບ່ງ​ປັນ​ວ່າ:

        “ພາ​ສາ​ໄທ ພວມ​ແມ່ນ​ພາ​ສາ​ໃຫມ່​ອ່ຽ​ມ​ຢູ່ ຮ່າ​ໂນ້ຍ, ໃນ​ຂະ​ນະ​ທີ່​​ຄວາມ​ຕ້ອງ​ການຜູ້​ຮູ້​ພາ​ສາ​ຈີນ ບໍ່​ຫລ​າຍ​ອີກ. ໄລ​ຍະ 8 ເດືອນ​ທີ່​ເຂົ້າຮຽນພາ​ສາ​ໄທ​ຢູ່ ສູນ​ດັ່ງ​ກ່າວ ແລະ ​ອ​ີກ 1 ເດືອນ​​ຝືກ​ຫັດ ຢູ່​ໄທ ໄດ້​ຊ່ວຍ​ໃຫ້​ນ້ອງ​ມີ​ຄວາມ​ຮູ້​ດ້ານ​ພາ​ສາ​ໄທ​ຫລາຍ​ສົມ​ຄວນ. ປະ​ຈຸ​ບັນ ບໍ​ລິ​ສັດ​ພວກ​ນ້ອງ ພວມ​ເປີດກວ້າງ​ຕະ​ຫລາດ​ໄປ​ຍັງ​ໄທ. “

         ຫງວຽນ​ບ໋າວ​ແຄງ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ​ນັກ​ສຶກ​ສາ ສີບໆ​ຄົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ ຮ່າ​ໂນ້ຍ ເລືອກ​ເຟັ້ນ​ພາ​ສາ​ໄທ ແມ່ນ​ພາ​ສາ​ຕ່າງ​ປະ​ເທດ​ທີ 2 ໃນ​ການ​ຮ່ຳຮຽນ​ຂອງ​ຕົນ ແລະ ຍາດ​ໄດ້​ທຶນ​ສຶກ​ສາ​ໃນ​ໄລ​ຍະ​1 ເດືອນ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລສີ​ນາ​ຄະ​ຣີນ​ວິ​ໂຣດ. ທຶນ​ສຶກ​ສາ​ດັ່ງ​ກ່າວ​ໂດຍ TICA ສະ​ຫນອງ​ໃຫ້​ນັກ​ສຶກ​ສາ​ຫວຽດ​ນາມ​ 10 ຄົນ​ທີ່ຮຽນ​ພາ​ສາ​ໄທ​ເກັ່ງ​ສຸດ​ໃນ​ຊຸດ​ຮຽນ. ມາ​ຮອດ​ປະ​ຈຸ​ບັນ ມີ​ນັກ​ສຶກ​ສາ 60 ຄົນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ໄດ້​ຮັບ​ທຶນ​ສຶກ​ສາຂອງ TICA. ທ່ານ​ນາງ ເຈີນ​ເກີມ​ຕູ, ຄູ​ສອນ​ພາ​ສາ​ໄທ​ຢູ່​ສູນ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ:

ສຽງ​ຂອງ​ທ່ານ​ນາງ​ເກີມ​ຕູ

        ເອື້ອຍ​ຄູ ຟຸ່ງ​ທິ​ເຮືອງ​ຢາງ ກ່ອນນີ້ ​ເປັນ​ນັກ​ສຶກ​ສາ​ຮຽນ​ພາ​ສາ​ໄທ​ຢູ່​ສູນ​ເຜີຍ​ແຜ່ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ ແຕ່​ປະ​ຈຸ​ບັນ​ໄດ້ກາຍເປັນ​ຄູ​ສອນ​ພາ​ສາ​ໄທຢູ່​ສູນ​ແຫ່ງນີ້ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ໂຊກ​ດີ​ເມື່ອ​ກາຍ​ເປັນ​ຫນຶ່ງ​ໃນ​ຈຳ​ນວນ​ນັກ​ສຶກ​ສາ 10 ຄົນ​ ຊຸດ​​ທຳ​ອິດ ໄດ້​ເຂົ້າ​ຮ່ວມຊຸດ​ຮຽນໄລ​ຍະ 1 ເດືອນ ຕາມ​ທຶນ​ສຶກ​ສາ​ຂອງ TICA. ໄລ​ຍະ​ດຽວ​ກັນ​ນີ້ ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ປະ​ກາດ​ວ່າ ມີ​ຊຸດ​ບຳ​ລຸງ​ສ້າງ​ຫລັງ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່​ໄທ​, ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ຍາດ​ທຶນ​ສຶກ​ສາ​ດັ່ງ​ກ່າວ ແລະ ຖື​ວ່ານີ້​ແມ່ນ​ກາ​ລະ​ໂອກ​າດ​ໃຫມ່​ຂອງ​ຕົນ.”

 

        ປີ 2014-2015, ສູນ​​ເຜີຍ​ແຜ່ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ ເປີດ​ຊຸດ​ຮຽນ​ພາ​ສາ​ໄທ 3 ຊຸດ ລວມ​ມີ​ນັກ​ຮຽນ 65 ຄົນ, ​​​ແມ່ນເພີ່ມ​ຂຶ້ນ​ທົບ 3 ເທົ່າ ເມ່​ືອ​ທຽບ​ໃສ່​ປີ​ທຳ​ອິດ​ທີ່​ ສູນ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນເມື່ອ​ປີ 2009.

        ເພື່ອ​ບັນ​ລຸ​ຜົນ​ສຳ​ເລັດ​ຄື​​ປະ​ຈຸ​ບັນ ນອກ​ຈາກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຄູ​ສອນ ແລະ ພະ​ນັກ​ງານ​ໃນສ​ູນ​ ຕ້ອງ​ເວົ້າ​ເຖິງ​ການ​ຊ່ວຍ​ເຫລືອ​ຫລາຍ​ດ້ານ​ຈາກ TICA ແລະ ສະ​ຖານ​ທູດ ໄທ ປະ​ຈຳ​ຫວຽດ​ນາມ. ທ່ານ​ນາງ ດອນ​ລາ​ດາ ທອງບຸນ, ເລ​ຂາ​ທີ​ຫນຶ່ງ ສະ​ຖານ​ທູດ ໄທ​ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        ສຽງ​ທ່ານ​ນາງ ດອນ​ລາ​ດາ ທອງ​ບຸນ

        ປະ​ຈຸ​ບັນ, TICA ພວມ​ສະ​ຫນອ​ງ​ທຶນ​ສຶກ​ສາ​ຊັ້ນ​ປະ​ລິ​ຍາ​ໂທ  2 ທຶນ ແລະ ປະ​ລິ​ຍາ​ເອກ 1 ທຶ​ນ ໃຫ້​ຄູອາ​ຈານ​ສູນ​ດັ່ງ​ກ່າວ ເພື່ອ​ຮັບ​ໃຊ້​ການ​ສິດ​ສອນ​ພາ​ສາ​ໄທ. ນອກນັ້ນ ໃນ​ບັນ​ດາ​ວັນ​ບຸນ​ສຳ​ຄັນ​ຂອງ​ໄທ​, ສະ​ຖານ​ທູດ​ໄທ ກໍ​ຫນູນ​ຊ່ວຍ​ຊຸດ​ອາ​ພອນ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ຈັດ​ຕັ້ງ.

 ຕາມ​ການ​ຕີ​ລາ​ຄາ​ຂອງ​ທ່ານ​ນາງ ດ​ອນ​ລາ​ດາ ທອງ​ບຸນ, ເລ​ຂາ​ທ​ີ​ຫນຶ່ງ ສະ​ຖານ​ທູດ ໄທ ປະ​ຈຳ​ຫວຽດ​ນາມ ແລ້ວ, ມາ​ຮອດ​ຈຸດ​ເວ​ລານີ້ ອາດ​ຈະ​ເວົ້າ​ໄດ້​ວ່າ ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກ​ສາ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ ບັນ​ລຸ​ໄດ້​ຜົນ​ສຳ​ເລັດ ແລະ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ