ຜູ້ບັນຊາການປ້ອງກັນປະເທດບັນດາປະເທດ ອາຊຽນ ເຫັນດີຕໍ່ຫລັກໝັ້ນລວມກ່ຽວກັບບັນຫາທະເລຕາເວັນອອກ


(vovworld)- ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ໄດ້​ຮັບ​ຄວາມ​ເຫັນ​ດີ​ນຳ​ເອົາ​ເຂົ້າ​ຖະ​ແຫລງ​ການ​ຮ່ວມ​ຂອງກອ​ງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຜູ້​ບັນ​ຊາ​ການ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ 13 (ACDFIM 13) ທີ​່ຫາກໍ່​ສິ້ນ​ສຸດ​ຢູ່ ນະ​ຄອນ​ຫລວງ ວ​ຽງ​ຈັນ ປະ​ເທດ​ລາວ. ໃນ​ຖະ​ແຫລງ​ການ​ຮ່ວມນີ້, ຜູ້​ຕາງ​ຫນ້າ​ກຳ​ລັງ​ປ້ອງ​ກັນ​ຊາດ​ບັນ​ດາ​ປະ​ເທດ ອາ​ຊຽນ ໄດ້​ເນັ້ນ​ຫນັກ​ເຖິງ​ຄວ​າມ​ຈຳ​ເປັນ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​​ແຫ່ງສັນ​ຕິ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ. ສະ​ນັ້ນ ບັນ​ດາ​ຝ່າຍ​ຄວນ​ປະ​ຕິ​ບັດ​ຖະ​ແຫລງ​​ກ່ຽວ​ກັບການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມ​ີ​ປະ​ສິດ​ທິ​ຜົນ ແລະ ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.

ຜູ້ບັນຊາການປ້ອງກັນປະເທດບັນດາປະເທດ ອາຊຽນ ເຫັນດີຕໍ່ຫລັກໝັ້ນລວມກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ACDFIM 13
ພາບ:TTXVN

        ດ້ວຍ​ຫົວ​ຂໍ້: “ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັ​ນ​ຊາດ​ເພື່ອ​ປະ​ຊາ​ຄົມ ອາ​ຊຽນ ທີ່​ຂະ​ຫຍັນ​ຂັນ​ເຄື່ອນ”ທີ່ ACDFIM 13, ຜູ້​ບັນ​ຊາ​ການ​ປ້ອງ​ກັນ​ຊາດ 10 ປະ​ເທດ ອາ​ຊຽນ ໄດ້​ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ​ຕໍ່​ສະ​ພາບ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ໃນ​ນັ້ນ ພິ​ເສດ ໄດ້​ເຕື້ອງ​ເຖິງ​ບັນ​ຫາ​ພົ້ນ​ເດັ່ນ​​ປະ​ຈຸ​ບັນ​ຄື: ໄພ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ການ​ຄ້າ​ມະ​ນຸດ ແລະ ຢາ​ເສບ​ຕິດ, ຄວາມ​ປອດ​ໄພ​ເຄືອ​ຄ່າຍ​ອິນ​ເຕີ​ແນັດ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ, ກໍ່​ການ​ຮ້າຍ.. ພິ​ເສດ ບັນ​ຫາ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ ຢູ່ ທະ​ເລ​ຕາ​ເວັນ​ອອກ ແມ່ນ​ເນື້ອ​ໃນ​ສຳ​ຄັນ​ໂດຍ​ບັນ​ດາ​ຜູ້​ບັນ​ຊາ​ການ​ປ​ອ້ງ​ກັນ​ຊາດ​​ໄດ້ສຸມ​ໃສ່ປຶກ​ສາ​ຫາ​ລື. ພົນ​ຕີ ສຸ​ວອນ ເລືອງ​​ບຸນ​ມີ, ​ຫົວ​ຫນ້າ​ກົມ​ໃຫຍ່ເສ​ນາ​ທິ​ການ​ ກອງ​ທັບ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ ACDFIM 13 ຢືນ​ຢັນ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ສະ​ພາບ​ປະ​ຈຸ​ບັນ ຂະ​ນະ​ທີ່​ບັນ​ຫາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພວມ​ຖືກ​ຜົນ​ສະ​ທ້ອນ.

        ສຽງ​ທ່ານ ສຸ​ວອນ

        ກໍ່ມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ, ພົນ​ຕີ Romeo Tanango, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ ຟິ​ລີ​ບ​ປີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ຖື​ວ່າ: ເລື່ອງ​ບັນ​ດາ​ປະ​ເທດ ອາ​ຊຽນ ມີ​ທັດ​ສະ​ນະ​ລວມ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ແລະ ການ​ເພີ່​ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ກຳ​ລັງ​ການ​ທະ​ຫານ​ທີ່​ເຄື່ອນ​ໄຫວ​ບົນ​ທະ​ເລ, ​ເຂດນ່ານ​ຟ້າ​ຢູ່​ທະ​ເລ​ຕະ​ເວັນ​ອອກ, ບົນ​ພື້ນ​ຖານ​​ຂອງມາດ​ຖານ​ສາ​ກົນ ແລະ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ພາກ​ພື້ນ, ພິ​ເສດ ແມ່ນ UNCLOC 1982 ແລະ DOC ແມ່ນ​​ມີ​ຄວາມຈຳ​ເປັນ​ທີ່​ສຸດ.

ຜູ້ບັນຊາການປ້ອງກັນປະເທດບັນດາປະເທດ ອາຊຽນ ເຫັນດີຕໍ່ຫລັກໝັ້ນລວມກ່ຽວກັບບັນຫາທະເລຕາເວັນອອກ - ảnh 2
ຜູ້ບັນຊາການປ້ອງກັນປະເທດບັນດາປະເທດ ອາຊຽນ
ພາບ:vov

        ຜູ້​ຕາງ​ຫນ້າ​ກຳ​ລັງ​ປ້ອງ​ກັນ​ຊາດບັນ​ດາ​ປະ​ເທດ ອາ​ຊຽນ ກໍ​ເນັ້ນ​ຫນັກ​ເຖິງ​ເລື່ອງ​ຕ້ອງ​ມີ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ຢູ່ ທະ​ເລ​ຕາ​ເວັນ​ອອກ ຈຶ່ງ​ສ້າງ​ເງື່ອນ​ໄຂ​ເພື່ອ​ເສດ​ຖະ​ກິດ​ເຕີບ​ໂຕ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່ ພາກ​ພື້ນ. ຄວາມ​ຈິງ​ໄດ້​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ນັ້ນ​ແມ່ນ​ບັນ​ດາ​ຝ່າຍ​ຕ້ອງ​ເຄົາ​ລົບ​​ກົດ​ໝາຍ​ສາ​ກົນ. ພົນ​ຈັດ​ຕະ​ວາ ຫວູ​ຕຽນ​ຈ້ອງ, ຫົວ​ຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ການ​ທະ​ຫານ - ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ຍາມ​ໃດ ຫວຽດ​ນາມ ກໍ​ຢັ້ງ​ຢືນ​ເປັນ​ສະ​ມາ​ຊິກ​ຕັ້ງ​ຫນ້າ​ຂອງ ອາ​ຊຽນ. ຫວຽດ​ນາມ ເນັ້ນ​ຫນັກ​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຄວາມ​ປອດ​ໄພ​​ໃນການ​​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ຕ້ອງ​ເຄົາ​ລົບ​ກົດ​ໝາຍ, ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ ແລະ ບໍ່​ໄດ້​ເຮັດ​ໃຫ້​ສະ​ພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກປະ​ຈຸ​ບັນ ປ່ຽນ​ແປງ ເພື່ອ​ຫລີກ​ລ້ຽງ​ການ​ນາບ​ຂູ່​ເຖິງ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ ແລະ ການພັດ​ທະ​ນາ​ຢູ່​ພາກ​ພື້ນ.”

        ກອງ​ປະ​ຊຸມ ACDFIM 13 ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນກອງ​ປະ​ຊຸມ​ສຳ​ເລັດ​ຜົນ ດ້ວຍ​ຖະ​ແຫລງ​ການ​ຮ່ວມ​ໄດ້​ເຕື້ອງ​ເຖິງ​ຫ​ລາຍ​ບັນ​ຫາ​​ກ່ຽວ​ກັບຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ໃນ​ນັ້ນ ​ຕ້ອງ​ປະ​ຕິ​ບັດ DOC ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ສ້າງ COC ໂດຍ​ໄວ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ຢູ່ ທະ​ເລ​ຕາ​ເວັນ​ອອກ. ຕາມ​ພົນ​ຈັດ​ຕະ​ວາ ຫວູ​ຕຽນ​ຈ້ອງ, ຫົວ​ຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ການ​ທະ​ຫານ ສັງ​ກັດ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ແລ້ວ, ຖະ​ແຫລງ​ການ​ຮ່ວມ ACDFIM 13 ໄດ້​ເນັ້ນ​ຫນັກ​ວ່າ :ບັນ​ດາ​ຝ່າຍ​ຕ້ອງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ DOC ຢ່າງ​ເຂັ້ມ​ງວດ ແລະ ມຸ້ງ​ໄປ​ເຖິງ COC ນັ້ນ​ແມ່ນ​ຈຸດ​ໃຫມ່​ຂອງກອງ​ປະ​ຊຸມ.

        “ນີ້​ແມ່ນ​ຄັ້ງ​ທ​ຳ​ອິດ​ວົງ​ການ​ນັກການ​ທະ​ຫານ​ຂອງ ອາ​ຊຽນ ໄດ້​ນຳ​ເອົາ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ຫລັກ​ໝັ້ນ​ລ​ວມ​ເຂົ້າໃນ​ຖະ​ແຫລງ​ການ​ຮ່ວມນັ້ນ​ແມ່ນ: ເນັ້ນ​ຫນັກ​ວ່າ ບັນ​ດາ​ຝ່າຍ​​ຕ້ອງໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ DOC ຢ່າງ​ເຂັ້ມ​ງວດ ແລະ ມຸ່ງ​ໄປ​ເຖິງ COC. ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ທັດ​ສະ​ນະ, ຫລັກ​ໝັ້ນ​ທຳ​ອິດ​ໄດ້​ຮັບ​ຄວາມ​ເປັນ​ເອ​ກະ​ພາບ​ຈາກວົງ​ການ​ການ​ທະ​ຫານ​ຂອງ ອາ​ຊຽນ.”

        ໃນ​ສະ​ພາບ​ການ​ມີ​ປະ​ເທດ​ຈຳ​ນວນ​ຫນຶ່ງ ຍັງ​ລະ​ເມີດ​ກົດ​ໝາຍ​ສາ​ກົນ, ມີ​ການ​ກະ​ທຳ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢ່າງ​ລຽນ​ຕິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເລື່ອງກອງ​ປະ​ຊຸມ​ຜູ້​ບັນ​ຊາ​ການ​ກຳ​ລັງ​ປ້ອງ​ກັນ​ຊາດ​ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 13 ບໍ່​ເປັນ​ທາງ​ການ ໄດ້​ເຫັນ​ດີ ນຳ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ເຂົ້າ​ໃນ​ຖະ​ແຫລງ​ການ​ຮ່ວມນັ້ນ ອາດ​ຈະ​ຖື​ວ່າ ແມ່ນ ການ​ຫັນ​ປ່ຽນ​ໃຫຍ່ ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ. ຫວັງ​ວ່າ ການ​ກະ​ທຳ​ນີ້​ຂອງວົງ​ການ​​ເຈົ້າ​ຫ​ນ້າ​ທີ່ການ​ທະ​ຫານ ອາ​ຊຽນ ຈະ​ປະ​ກອບ​ສ່ວນ​ພໍ​ສົມ​ຄວນ ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ຢູ່ ພາກ​ພື້ນ​ເວົ້າ​ສະ​ເພາະ ແລະ ໃນ​ໂລກ​ເວົ້າ​ລວມ.

 

ຕອບກັບ

ຂ່າວ/ບົດ​ອື່ນ