ຜ້າ Batik ສິລະປະພື້ນເມືອງຂອງ ອິນໂດເນເຊຍ


(vovworld)- ກ່ອນ​ນີ້ 2500 ປີ, ​ຜ້າ Batik ໄດ້​ພົບ​ເຫັນ​ຢູ່ ອິນ​ເດຍ ຫລັງ​ຈາກນັ້ນ​ແຜ່​ລາ​ມ​ອອກ​ສູ່​ວົງ​ກວ້າງຢ່າງ​ໄວ​ວາ ກາຍ​ເປັນ​​ຜ້າ​​ແພປະ​ເພດ​ທີ່​ມີ​ຊື່​ສຽງ​ໃນ​ໂລກ. ທ້າຍ​ສັດ​ຕະ​ວັດ​ທີ 18, ຜ້າ Batik ເຊື່ອມ​ເຂົ້າ ເກາະ Jawa ປະ​ເທດ​ອິນ​ໂດ​ເນ​ເຊຍ ແລະ ນັບ​ມື້​ນັບ​ພັດ​ທະ​ນາ. ປີ 2009, ເຕັກ​ນິກ​​ການຍ້ອມ​​ຜ້າ Batik ​ແພ​ພື້ນ​ເມືອງຂອງ​ອິນ​ໂດ​ເນ​ເຊຍ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ໂລກ. ເຖິງວ່າ ບໍ່​ແມ່ນ​ສະ​ຖານ​ທີ່​ກຳ​ເນີດ​ ຜ້າ Batik ກໍ​ຕາມ, ແຕ່ ອິນ​ໂດ​ເນ​ເຊຍ ໄດ້​ຮັບ​ຖື​ວ່າ ແມ່ນ​ປະ​ເທດ​ຂອງ ຜ້າ Batik, ຊື່ງ​ແມ່ນ​ສະ​ຖານ​ທີ່​ຜະ​ລິດ ຜ້າ Batik ງາມ​ກວ່າ​ໝູ່​ໃນ​ໂລກ. ປະ​ຈຸ​ບັນ ຜ້າ Batik ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ອິນ​ໂດ​ເນ​ເຊຍ ໃນ​ໂລກ. ໃນ​ລາຍ​ການ​ຊາຍ​ຄາ​ອາ​ຊຽນ ພາກນີ້, ພວກ​ເຮົາ​ຂໍ​ແນະ​ນຳ ຜ້າ Batik ສິ​ລະ​ປະ​ພື້ນ​ເມືອງ​ຂອງ ອິນ​ໂດ​ເນ​ເຊຍ.

ຜ້າ Batik ສິລະປະພື້ນເມືອງຂອງ ອິນໂດເນເຊຍ - ảnh 1
ຜ້າ Batick ອິນ​ໂດ​ເນ​ເຊຍ
ພາບ:internet

        “ເຮັດ​ອາ​ຊີບນີ້ ຕ້ອງ​ມີ​ຄວາມ​ດຸ​ໝັ່ນ ແລະ ມີ​ສີ​ມື​ດີ, ​ຈຶ່ງ​ຜະ​ລິດ ຜ້າ Batick ໄດ້. ​ ສຳ​ລັບຂ້າ​ພະ​ເຈົ້າ​ເອງ ຍ້ອ​ນມ​ີ​ຄວາມ​ເມົາ​ມົວ​ກັບ​ອາ​ຊີບນີ້ ສະ​ນັ້ນ​ຕົນ​ເອງ​ໄດ​້​ຕິດ​ພັນ​ກັບ​ການ​ຜະ​ລິດ ຜ້າ Batick ມາ​ເປັນ​ເວ​ລາ 52 ປີ​ແລ​້ວ.”

        ນັ້ນ​ແມ່ນ​ຄຳ​ແບ່ງ​ປັນ​ຂອງ​ ​ລຸງ Widjojo Laksono, ອາ​ຍຸ70 ປີ, ນັກ​ສິ​ລະ​ປະ​ການ​ຂອງ​ໝູ່​ບ້ານ​ຜະ​ລິດ ຜ້າ Batik ຢູ່ ນະ​ຄອນ​ເກົ່າ Yogyakarta ປະ​ເທດ ອິນ​ໂດ​ເນ​ເຊຍ. ເຖິງວ່າ ອາ​ຍຸ​ສູງ​ແລ້ວ​ກໍ​ຕາມ ແຕ່​ລະ​ມື້ ​ລຸງ Widjojo ມາ​ໂຮງຈັກ​ຂອງ​ຄອບ​ຄົວ​ເພື່ອ​ຜະ​ລິດ​ ຜ້າ Batik​ເປັ​ນປະ​ຈ​ຳ.

        ນັ່ງ​ຢູ່​ຕໍ່​ຫນ້າ​ໂຕະ​ຫນ່ວຍ​ຫນຶ່ງ​ຊື່ງ​ປູ​​ດ້ວຍຜ້າ​ຂາວ​​ໃຫຍ່, ສອງ​ມື​ຈັບ​ແຜ່ນ​ທອງ​ 4 ຫລ່ຽມຖືກ​ແກະ​ຄວັດ​ຮູບ ແລະ ທາ​ຂີ້​ເຜິ້ງ​ໃສ່ ແລ້ວ ຕີ​ແຜ່ນ​ທອງ​ລົງ​ຜ້າ ສ້າງ​ເປັນ​ບັນ​ດາ​ລວດ​ລາຍ​​ສີເຫລືອງ… ແຕ່​ລະ​ມື້ ​ລຸງ​ Widjojo Laksono ຜະ​ລິດ​ຜ້າໄດ້ 4 ແຜ່ນ, ແຕ່​ລະ​ແຜ່ນ​ຍາວ 2,5 ແມັດ, ກວ້າງ 150 cm.

        ໂຮງ​ຈັກ​ຂອງ​ຄອບ​ຄົວ​​ລຸງ Widjojo ມີ​ຄົນ​ງານ 10 ຄົນ, ແຕ່​ລະ​ຄົນ​ຮັບ​ຜິດ​ຊອບ​ພາກ​ສ່ວນ​ຕ່າງ​ກັນ. ອ້າຍ Agung ​ຊື່ງ​ແມ່ນ​ລ​ູກ​ຊາຍ​ກົກ​ຂອງ​ລຸງ, ປະ​ຈຸ​ບັນ ແມ່ນ​ເຈົ້າ​ຂອງ​ໂຮງ​ຈັກ​ໄດ້​ແບ່ງ​ປັນ​ວ່າ:

        “ຂອດ​ທຳ​ອິດ​ແມ່ນ​ເລືອກ​ຜ້າ. ຜ້າ cotton, ​ຜ້າໄຫ​ມ​ຂາວ. ລວດ​ລາຍ​ຖືກ​ແຕ້ມ​ດ້ວຍ​ມື ຫລື​ພິມຜ້າ​ໄຫມ​ດ້ວຍ​ຂີ້​ເຜີ້ງ. ບັນ​ດາ​ແຜ່ນ​ແພ​ມີ​ລວດ​ລາຍ​ແລ້ວ ຖືກ​ນຳ​ເອົາ​ໄປ​ຍ້ອມ​ສີ​ຕາມ​ຄວາມ​ຕ້ອງ​ການ, ຕໍ່​ມາ​ເອົາ​ໄປ​ຕາກ​ແດດ. ຫລັງ​ຈາກນັ້ນ ຈຸ່ມ​ໃສ່​ເຄ​ມີ​ເພື່ອ​ເຮັດ​ໃຫ້​ຂີ້​ເຜີ້ງ​ອອກ ເວ​ລາ​ນັ້ນ​ບັນ​ດາ​ລວດ​ລາຍ​ທີ່​ໄດ້​ແຕ້ມ​ກໍ​ຄື​ສີ​ຍ້ອມ​ຜ່ານ​ມາ​ຈະ​ແຈ້ງກວ່າ.”

        ອ້າຍ Agung Laksono ໃຫ້​ຮູ້​ວ່າ: ແຕ​່​ລະ​ມື້ ​ສະ​ມາ​ຊິກ​ແຕ່​ລະ​ຄົນໃນ​ຄອບ​ຄົວ​ຜະ​ລິດ​ ຜ້າ Batick ໄດ້ 50-90 ແມັດ. ຂັ້ນ​ຕອນ​ຫຍຸ້ງ​ຍາກ​ທີ່​ສຸດ​ແມ່ນ​ການ​ແຕ້ມ​ລວດ​ລາຍ ໂດຍ​ແມ່ນ​ພໍ່​ແລະ​ອ້າຍ​ ຊື່ງ​​ເປັນ​ຜູ້​ມີ​ປະ​ສົບ​ການ ແລະ​ມີ​ສີ​ມື​ສູງ ຮັບ​ຜິດ​ຊອບ.

ຜ້າ Batik ສິລະປະພື້ນເມືອງຂອງ ອິນໂດເນເຊຍ - ảnh 2
ຜ້າBatik ກໍ​ໄດ້​ນຳ​ໃຊ້​ໃນ​ງານ​ບຸນ​ຕ່າງໆ​ຂອງ​ອິນ​ໂດ​ເນ​ເຊຍ
ພາບ:dulichvietnam.com.vn

        ສຳ​ລັບ ຜ້າ Batik ແຕ້ມ​ດ້ວຍ​ມື ຕ້ອງ​ໃຊ້​ເວ​ລາ 1-2 ຊົ່ວ​ໂມງ. ນັກ​ສິ​ລະ​ປະ​ການ ນຳ​ໃຊ້ canting ຈຳ​ໃສ່​ຂີ້​ເຜີ້ງ ແລະ ແຕ້ມ​ບັນ​ດາ​ລວດ​ລາຍ​ລະ​ອຽດ​ລະ​ອໍ. ຕົ້ນ​ສັດ​ຕະ​ວັດ​ທີ 20, ເມື່ອປະ​ກົດ​ມີແຜ່ນ​ທອງ, ເຕັກ​ໂນ​ໂລ​ຊີ​ຜະ​ລິດ ຜ້າ Batik ມີ​ການ​ປ່ຽ​ນ​ແປງ. ຜ້າ Batik ໄດ້​ຮັບ​ການ​ຜະ​ລິດ​ໄວ​ກວ່າ ແລະ ລາ​ຄາ​ກໍ​ຖ​ືກກວ່າ​ເມື່ອ​ທຽບ​ໃສ່​ ຜ້າ Batick ແຕ້ມ​ດ້ວຍ​ມື.

            “ກ່ອນນ​ີ້ ຜ້າ Batik ມີ​ສີ​ຂີ້​ໝ້ຽງ ແລະ ສີ​ຄາມ. Batik Yogyakarta ແມ່ນ​ມີ​ສີ​ໝາກ​ຄໍ້ ສ່ວນ Batik Solo ແມ່ນ​ສີ​ຂີ້​ໝ້ຽງ. ແຕ່​ປະ​ຈຸ​ບັນ, Batik ມີ​ຫລາຍ​ສີ ແລະ ອຸ​ດົມ​ສົມ​ບູນກວ່າ. ກ່ຽວ​ກັບ​ລວດ​ລາຍ ແມ່ນ​ແຕ້ມ​ຕາມ​ຮູບ…

        ບັນ​ດາ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ ລ້ວນ​ແຕ່​ຢາກ​ໄດ້​ຜະ​ລິດ​ຕະ​ພັນ​ຈາກ​ຜ້າ Batik ຄື: ເສື້ອ, ຜ້າ, ຜ້າ​ປູ​ໂຕະ ຫລ​ື​ກະ​ເປົາ​ນ້ອຍ. Bob Temple, ນັກ​ທ່ອງ​ທ່ຽວ​ມາ​ຈາກ ອາ​ເມ​ລິ​ກາ ແບ່ງ​ປັນ​ວ່າ:

        “ເສື້ອ Batik ງາມ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ. ນີ້​ເປັນ​ຄັ້ງ​ທຳ​ອິດ​ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ຫລາຍ ເພາະ​ວ່າ ມັນ​ແຕກ​ຕ່າງ​ກັບ style ເສື້ອ​ຢູ່ ອາ​ເມ​ລິ​ກາ. ຂ້າ​ພະ​ເຈົ້າ​ເຄົາ​ລົບ​ນັບ​ຖື​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຄວາມ​ຊຳ​ນານ​ໃນ​ການ​ຜະ​ລິດ ຜ້າ Batikຂອງ​ຊາວ​ອິນ​ໂດ​ເນ​ເຊຍ. ເມື່ອ​ພົບ​ເຫັນ​ຊາວ ອິນ​ໂດ​ເນ​ເຊຍ ນຸ່ງ ເສື້ອ Batick ຂ້າ​ພ​ະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ມູນ​ເຊື້​ອ​ໄດ້​ນຳ​ມາ​ໃຫ້. ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເຟັ້ນ​ໃຫ້​ຕົນ​ເອງ​ເສື້ອ​ຜືນ​ຫນຶ່ງ​ທີ່​ຕົນ​ມັກ.”

        ໂດຍ​ປະ​ກົດ​ຕົວ​ນັບ​ພັນ​ປີ​ແລ້ວ, ຜ້າ Batick ບໍ່​ພຽງ​ແຕ່​ແມ່ນ​ຂະ​ແຫນງ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ອິນ​ໂດ​ເນ​ເຊຍ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ ອີກ​ດ້ວຍ. ໃນ​ຊຸມມື້​ວັນ​ບຸນ​ຕ່າງໆ, ຊາວ​ອິນ​ໂດ​ເນ​ເຊຍ ເຄີຍ​ນຸ່ງ​ເສື້ອ Batik. ພິ​ເສດ ໃນ​ວັນ​ບຸນ Caraval Batik, ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ຜ້າ Batikຄື: ເສື້ອ, ຜ້າ​ພັນ​ຄໍ ຊ້ຳ​ບໍ່​ໜຳ ແມ່ນ​ຜະ​ລິດ​ຕະ​ພັນ​ໄມ້ ຫລື​ແຕ້ມ​ລວດ​ລາຍ batik ​ໂດຍ​ກົງ​ຢູ່​ຕາມ​ຕົນ​ໂຕ ຖືກ​ມາ​ສະ​ແດງ​ເພື່ອ​ແນະ​ນຳ​ຈຸດ​ວັດ​ທະ​ນະ​ທຳໃຫ້​​ກັບບັນ​ດາ​ນັກ​ທ່ອງ​ທ່ຽວ​ສາ​ກົນ. ປະ​ຊາ​ຊົນ ອິນ​ໂດ​ເນ​ເຊຍ ​ຍັງ​ໄດ້​ກຳ​ນົດເອົາ​ວັນ​ທີ2/9 ແມ່ນ​ວັນ Batik ອິນ​ໂດ​ເນ​ເຊຍ ເພື່ອ​ເຊີດ​ຊູ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ກໍ​ຄື​ສິ​ລະ​ປະ​ຂອງ​ຜະ​ລິດ​ຕະ​ພັນ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ