(VOVWORLD) -ໄປພ້ອມກັບການສິດສອນວິຊາສະເພາະ, ອາຍຄູ ເຟືອງ ຍັງສະຫງວນເວລາສ່ວນຫຼາຍ ເພື່ອເລົ່າເລື່ອງລາວປະຫວັດສາດ, ວັດທະນະທຳຂອງຊາວ ຫວຽດນາມ ເພື່ອໃຫ້ພວກນ້ອງນັກຮຽນມີຄວາມຮູ້ຢ່າງເລິກເຊິ່ງກວ່າ
(ອ້າຍຄູ ເຈືອງວັນເຟຶອງ) |
ໃນການປະຕິບັດງານຢູ່ຫ່າງໄກຈາກບ້ານເກີດເມືອງນອນເປັນເວລາກວ່າ 10 ປີ, ອ້າຍຄູ ເຈືອງວັນເຟືອງ ຍັງພວມມານະພະຍາຍາມ ນຳເອົາພາສາ ຫວຽດ ມາສິດສອນໃຫ້ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ປະເທດ ລ້ານຊ້າງ, ເພື່ອແນໃສ່ຊ່ວຍໃຫ້ພວກນ້ອງນັກຮຽນ ບໍ່ລືມກົກເຄົ້າເຫງົ້າກໍຂອງຕົນ. ມາຮອດປະຈຸບັນ, ມີນັກຮຽນຫຼາຍຄົນຂອງອ້າຍຄູ ເຟືອງ ສາມາດຟັງ, ເວົ້າ, ອ່ານ ແລະ ຂຽນພາສາ ຫວຽດ ໄດ້ຢ່າງຄ່ອງແຄ້ວແລ້ວ.
ປີ 2011, ເມື່ອຫາກໍ່ຮຽນຈົບຈາກມະຫາວິທະຍາໄລ ຝູຊວັນ (ນະຄອນ ເຫ້ວ), , ອ້າຍຄູ ເຈືອງວັນເຟຶອງ ໄດ້ຮັບຂ່າວວ່າ ພະແນກສຶກສາ-ບຳລຸງສ້າງແຂວງ ກວາງບິງ ພວມຮັບສະໝັກຄູອາຈານສອນພາສາ ຫວຽດ, ເພື່ອໄປສອນໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດຢູ່ປະເທດ ລາວ, ອ້າຍຄູ ເຟືອງ ໄດ້ຈົດທະບຽນໂດຍທັນທີ.
ໂດຍໄດ້ຮູ້ວ່າ ເມື່ອໄປສອນພາສາ ຫວຽດ ຢູ່ ລາວ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ດ້ວຍກຳລັງແຮງໜຸ່ມ ແລະ ການລະດົມກຳລັງໃຈຈາກຄອບຄົວ, ອ້າຍຄູ ເຟືອງ ໄດ້ຮັບການຈັດແບ່ງມາສອນຢູ່ໂຮງຮຽນປະຖົມ ທົງເຍິດ, ຢູ່ເທດສະບານເມືອງ ທ່າແຂກ, ແຂວງ ຄຳມ່ວນ) ເຊິ່ງແມ່ນໂຮງຮຽນສະຫງວນໃຫ້ລູກຫຼານປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດອາໄສຢູ່ ລາວ.
“ປີ 2011, ຂ້າພະເຈົ້າຮຽນຈົບ, ຄາວນັ້ນ ພະແນກສຶກສາແຂວງ ກວາງບິ່ງ ອອກແຈ້ງການຮັບສະໝັກຄູອາຈານ, ຂ້າພະເຈົ້າໄດ້ຍື່ນເອກະສານສະໝັກ ແລະ ໄດ້ຮັບການຄັດເລືອກ. ເມື່ອມາຮອດ ລາວ, ພວກນ້ອງນັກຮຽນມາຮັບພວກຂ້າພະເຈົ້າຄືດັ່ງຍາດຕິພີ່ນ້ອງໃນຄອບຄົວດຽວກັນ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຂ້າພະເຈົ້າເຫັນໄດ້ນ້ຳໃຈສະໜິດສະໜົມຂອງຄົນ ລາວ, ຜ່ານນັ້ນ ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມພະຍາຍາມໃນການສິດສອນກວ່າອີກ”.
ເພື່ອແກ້ໄຂຄວາມຫຍຸ້ງຍາກໃນເບື້ອງຕົ້ນ, ກ່ອນທີ່ຈະຂຶ້ນຫ້ອງສອນ, ອ້າຍຄູ ເຟືອງ ໄດ້ກະກຽມຫຼັກສູດ, ບັນຫາທີ່ນັກຮຽນຕ້ອງຮຽນ, ວິທີຕັ້ງບັນຫານັ້ນດ້ວຍພາສາ ລາວ ແມ່ນຄືແນວໃດ ຮ່ຳຮຽນເອົາປະສົບການຈາກບັນດາຄູອາຈານທີ່ໄດ້ສິດສອນມາເປັນເວລາຫຼາຍປີ, ແລ້ວກໍ່ຈົດໄວ້ ເພື່ອແລກປ່ຽນກັບນັກຮຽນ. ອ້າຍຄູ ເຈືອງວັນເຟືອງ, ແບ່ງປັນວ່າ:
“ຜ່ານເວລາສິດສອນຢູ່ທີ່ນີ້, ຂ້າພະເຈົ້າເຫັນວ່າ ພວກນ້ອງນັກຮຽນທີ່ພວມຮ່ຳຮຽນຢູ່ທີ່ນີ້ລ້ວນແຕ່ແມ່ນລູກຫຼານລຸ້ນທີ 4, ທີ 5 ແລ້ວ, ສະນັ້ນ ພາສາ ຫວຽດ ຂອງພວກນ້ອງກໍ່ບໍ່ໄດ້ດີປານໃດ. ໃນເວລາສິດສອນຢູ່ທີ່ນີ້, ຄວາມຫຍຸ້ງຍາກທຳອິດແມ່ນຂ້າພະເຈົ້າບໍ່ຮູ້ພາສາ ລາວ, ຍ້ອນເຫດນັ້ນ ໄດ້ສ້າງຄວາມກົດດັນຫຼາຍຢ່າງໃນວຽກງານສິດສອນ. ແຕ່ບັນດາຄວາມຫຍຸ້ງຍາກນັ້ນ ໄດ້ເລີ່ມໄດ້ຮັບການແກ້ໄຂນັບແຕ່ປີທີ 2, ເມື່ອພວກຂ້າພະເຈົ້າກໍ່ເລີ່ມຮຽນພາສາ ລາວ, ໂອ້ລົມກັບນັກຮຽນດ້ວຍພາສາ ລາວ. ເມື່ອໂອ້ລົມດ້ວຍພາສາ ລາວ ໄດ້ແລ້ວ ກໍຊ່ວຍໃຫ້ພວກຂ້າພະເຈົ້າຖ່າຍທອດເນື້ອໃນບົດຮຽນເຖິງພວກນ້ອງນັກຮຽນໄດ້ເປັນຢ່າງດີກວ່າ”.
(ພວກນ້ອງນັກຮຽນທີ່ພວມຮ່ຳຮຽນຢູ່ທີ່ນີ້ລ້ວນແຕ່ແມ່ນລູກຫຼານລຸ້ນທີ 4, ທີ 5 ແລ້ວ) |
ປະຈຸບັນ, ຍັງບໍ່ທັນມີຫຼັດສູດການສິດສອນ, ປື້ມຕຳລາຮຽນລະອຽດກ່ຽວກັບພາສາ ຫວຽດ ທີ່ພິມອອກມາ ເພື່ອສິດສອນຢູ່ບັນດາໂຮງຮຽນປະຖົມຢູ່ ລາວ. ຫຼັກສູດການສິດສອນເຊິ່ງພວກນ້ອງນັກຮຽນພວມຮຽນຢູ່ທີ່ນີ້ ໄດ້ເອົາມາຈາກປື້ມຕຳລາຮຽນ ທີ່ພວມສິດສອນຢູ່ ຫວຽດນາມ, ສະນັ້ນ ໃນການສິດສອນນັ້ນ ຕ້ອງປະສານສົມທົບຮູບພາບ, ສຽງຕື່ມອີກ ເພື່ອໃຫ້ພວກນ້ອງນັກຮຽນເຂົ້າໃຈງ່າຍກວ່າ. ໄປພ້ອມກັບການສິດສອນວິຊາສະເພາະ, ອາຍຄູ ເຟືອງ ຍັງສະຫງວນເວລາສ່ວນຫຼາຍ ເພື່ອເລົ່າເລື່ອງລາວປະຫວັດສາດ, ວັດທະນະທຳຂອງຊາວ ຫວຽດນາມ ເພື່ອໃຫ້ພວກນ້ອງນັກຮຽນມີຄວາມຮູ້ຢ່າງເລິກເຊິ່ງກວ່າ, ມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບພາສາເຊິ່ງພວກນ້ອງພວມຮຽນຢູ່. ຍ້ອນຄວາມມານະພະຍາມຂອງອ້າຍຄູ, ມີນັກຮຽນ ລາວ, ນັກຮຽນຊາວ ຫວຽດນາມ ອາໄສຢູ່ ລາວ ຫຼາຍຄົນໄດ້ເລືອກເອົາ ຫວຽດນາມ ເປັນບ່ອນກໍ່ຮ່າງສ້າງຕົວ, ມີນັກຮຽນບາງຄົນມີຄວາມໄຝ່ຝັນໄດ້ຮຽນລົງເລິກກວ່າ ເພື່ອສາມາດກັບເມືອສິດສອນຢູ່ບ້ານເກີດເມືອງນອນ. ເມື່ອແບ່ງປັນກ່ຽວກັບການເຄື່ອນໄຫວໃນການສອນພາສາ ຫວຽດ ຂອງບັນດາຄູອາຈານໃຫ້ພວກນ້ອງນັກຮຽນຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ທີ່ນີ້, ທ່ານ ຟ້າມວັນກິງ, ປະທານສະມາຄົມຊາວ ຫວຽດນາມ ແຂວງ ຄຳມ່ວນ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດກ່ຽວກັບເລື່ອງມີໂຮງຮຽນສອນພາສາ ຫວຽດ ໃຫ້ລູກຫຼານຊາວ ຫວຽດນາມ ອາໄສຢູ່ແຂວງ ຄຳມ່ວນ, ຊ່ວຍໃຫ້ພວກນ້ອງຮັກສາພາສາ ຫວຽດ ໄວ້ໄດ້ ແລະ ບໍ່ຕ້ອງໄປຮຽນຢູ່ເຂດຫ່າງໄກ. ບັນດາຊາວ ຫວຽດນາມ ອາໄສຢູ່ທີ່ນີ້ ສ່ວນຫຼາຍແມ່ນພໍ່ຄ້າຊາວຂາຍ, ສະນັ້ນກໍ່ ບໍ່ມີເວລາຫຼາຍເພື່ອສອນພາສາ ຫວຽດ ໃຫ້ລູກຂອງຕົນເປັນປະຈຳ. ສະມາຄົມຊາວ ຫວຽດນາມ ອາໄສຢູ່ທີ່ນີ້ ມີຄວາມກັງວົງກ່ຽວກັບພາສາແມ່ຂອງລູກຫຼານ, ເມື່ອພວກນ້ອງນັກຮຽນ ຮຽນພາສາ ຫວຽດ ຢູ່ຊັ້ນປະຖົມ, ແຕ່ຮຽນມັດທະຍົມຕອນຕົ້ນແມ່ນໂຮງຮຽນຂອງ ລາວ ນັ້ນ ພວກນ້ອງນັກຮຽນອາດຈະລືມພາສາ ຫວຽດ, ສະນັ້ນ ທາງສະມາຄົມໄດ້ສ້າງທິດທາງຈະກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ເພື່ອແນໃສ່ສືບຕໍ່ນຳເອົາວິຊາພາສາ ຫວຽດ ເຂົ້າໃນຫຼັດສູດການສິດສອນ”.
ບັນດາຄູອາຈານພວມສິດສອນຢູ່ໂຮງຮຽນປະຖົມ ທົງເຍິດ ພວມມານະພະຍາຍາມຢ່າງສຸດຈິດສຸດໃຈ ເພື່ອນຳເອົາພາສາ ຫວຽດ “ຂ້າມຊາຍແດນ”, ສິດສອນຢູ່ຫຼາຍແຫ່ງຢູ່ໃນເຂດດິນແດນຂອງ ລາວ ແລະ ສືບຕໍ່ຕິດພັນກັບວຽກງານສິດສອນ ເພື່ອແນໃສ່ອະນຸລັກຮັກສາວັດທະນະທຳ, ພາສາ ຫວຽດ ໃຫ້ແກ່ລູກຫຼານຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ແຂວງ ຄຳມ່ວນ ເວົ້າລວມ ແລະ ໃນທົ່ວປະເທດລ້ານຊ້າງເວົ້າສະເພາະ, ຊ່ວຍໃຫ້ລູກຫຼານຂອງຊາວ ຫວຽດນາມ ອາໄສຢູ່ທີ່ນີ້ ມີຄວາມເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍຂອງຕົນໃຫ້ຫຼາຍກວ່າອີກ.