ພັດທະນາການກໍ່ສ້າງແບບຍືນຍົງຢູ່ມາເລເຊຍ

(vovworld)- ໄລ່​ມາ​ຮອດ​ເດືອນ 3/2013, ມາ​ເລ​ເຊຍ ມີ​ເນື້ອ​ທີ່​ດິນກວ່າ 4,6 ​ລ້ານຕາ​ລາງ​ແມັດທີ່​ໄດ້ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ບູ​ລະ​ນະ​ ແລະ ກໍ່​ສ້າງ​ບັນ​ດາ​ກິ​ດ​ຈະ​ກຳ​ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ​້ອມ. ນີ້​ແມ່ນ​​ໝາກ​ຜົນ​ຊື່ງບັນ​ດາ​ນັກ​ສະ​ຖາ​ປາ​ນິກ ພ້ອມ​ກັບ​ບັນ​ດ​າ​ເຈົ້​າ​ຂອງ​ລົງ​ທຶນ ​ມາ​ເລ​ເຊຍ ມຸ້ງ​ໄປ​ເຖິງ​ເພື່ອ​ປະ​ຢັດ​ພະ​ລັງ​ງານ, ປະ​ຢັດ​ນ້ຳ ແລະ ຫລຸດ​ຜ່ອນ​ສິ່ງ​ເສດ​ເຫລືອ.

 ພັດທະນາການກໍ່ສ້າງແບບຍືນຍົງຢູ່ມາເລເຊຍ - ảnh 1
ຮູບພາບກ່ຽວກັບປະເທດມາເລເຊຍ
ພາບ:internet

        ກໍ​ເຊັ່ນ​ດຽວ​ກັນ​ກັບ​ຫລ​າຍ​ປະ​ເທດ​ທີ່ພວມ​ພັດ​ທະ​ນາ, ບັນ​ດາ​ນະ​ຄອນ ແລະ ເຂດ​ຕົ​ວ​ເມືອງ​ຢູ່​ມາ​ເລ​ເຊຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກ​ວ້າງ​ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ຊາ​ຊົນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິ​ວັດ​ການນີ້​ກໍ​ເຮັດ​ໃຫ້​ສິ່ງ​ເສດ​ເຫລືອ​ເພີ່ມ​ຂຶ້ນ. ຕາມການ​ສະ​ຖິ​ຕິ​ແລ້ວ, ມາ​ເລ​ເຊຍ​ຖືກ​ຈັດ​ອັນ​ດັບ​ທີ 66 ໃນ​ໂລກ​ກ່ຽວ​ກັບ​ດັດ​ຊະ​ນີ​ພັດ​ທະ​ນາ​ມະ​ນຸດ​​ໃນ​ປີ 2009 ແຕ່​ພັດຢືນ​ອັນ​ດັບ​ທີ 54 ກ່ຽວ​ກັບ​ດັດຊະນີປະ​ສິດ​ທິ​ຜົນ​ສິ່ງ​ແວດ​ລ້ອມ​ໃນປີ 2010, ​ຫລຸດ​ລົງ 28 ຂັ້ນ​ເມື່ອ​ທຽບ​ໃສ່​ປີ 2008. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ແລະ ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນມາ​ເລ​ເຊຍ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ແຕ່​ຜົນ​ສະ​ທ້ອນ​ຈາກ​ສິ່ງ​ແວດ​ລ້ອມບໍ່​ແມ່ນ​ຫ​ນ້ອຍ ເຮັດ​ໃຫ້​ປະ​ເທດ​ມາ​ເລ​ເຊຍ ​ຕ້ອງ​ມີ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ສ້າງຄວາມ​ດຸນ​ດຽງ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ກັບ​ການປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ສະ​ນັ້ນ ບັນ​ດາ​ນັກ​ສະ​ຖາ​ປາ​ນິກ​ມາ​ເລ​ເຊຍ ໄດ້ ແລະ ພວມ​ສຸ​ມ​ໃສ່​ບູ​ລະ​ນະ ແລະ ກໍ່​ສ້າງ​ບັນ​ດາ​ຫລັງ​ຄາ​ເຮືອນ​ແບບ​ຍືນ​ຍົງ, ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ. ນັກ​ສະ​ຖາ​ປາ​ນິກ Goh Kai Chen ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Tun Hus sein Onn ມາ​ເລ​ເຊຍ ໃຫ້​ຮູ້​ວ່າ:

        “ແຕ່​ລະ​ປີ ມາ​ເລ​ເຊຍ ມີ​ສິ່ງ​ເສດ​ເຫລືອ​ນັບ​ພັນ​ໆໂຕນ ແລະ ສິ່ງ​ເສດ​ເຫລືອນີ້​ສ່ວນ​ຫລາຍ​ແມ່ນ​ເກີດ​ມາ​ຈາກ​ບັນ​ດາ​ຕືກອາ​ຄານທີ່​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ. ນອກນັ້ນ ບັນ​ດາ​ຕຶກ​ອາ​ຄານກໍ່​ນຳ​ໃຊ້​ພະ​ນັກ​ງານ ແລະ ນ້ຳ​ເປັນ​ຈຳ​ນວນ​ຫລາຍ. ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ມຸ່ງ​ໄປ​ເຖິງ​ການກໍ່​ສ້າງ​ບັນ​ດາ​ຕຶກ​ອາ​ຄານ​ແບບ​ຍືນ​ຍົງ ເພື່ອ​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢູ່​ມາ​ເລ​ເຊຍ.”

 ພັດທະນາການກໍ່ສ້າງແບບຍືນຍົງຢູ່ມາເລເຊຍ - ảnh 2
ພາບ:internet

        ເພື່ອ​ຫັນ​​ຄຳ​ນິ​ຍາມ​ກ່ຽວ​ກັບການກໍ່​ສ້າງ​ແບບ​ຍືນ​ຍົງປະ​ກົດ​ຜົນ​ເປັນ​ຈິງ, ດັດ​ຊະ​ນີກໍ່​ສ້າງ​​ຕຶກ​ອາ​ຄານຂຽວ “Green Building Index” ທີ່​ວາງ​ອອກ​ໃນ​ປີ 2009 ໄດ້​ອີງ​ໃສ່ 6 ມາດ​ຖານ​ຄື: ປະ​ຢັດ​ພະ​ລັງ​ງານ, ປະ​ຢັດ​ນ້ຳ, ຄຸນ​ນະ​ພາບ​ສິ່ງ​ແວດ​ລ້ອມ​ໃນ​​ຕຶກອາ​ຄານ, ການ​ວາງ​ແຜນ​ກຳ​ນົດ ແລະ ຄຸ້ມ​ຄອງ​ແບບ​ຍື​ນ​ຍົງ, ນຳ​ໃຊ້​ວັດ​ຖະ​ອຸ​ປະ​ກອນບໍ່​ກໍ່​ມົ​ນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ, ສອດ​ຄ​່ອງ​ກັບ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ລັກ​ສະ​ນະ​ດັດ​ສົມ. ບັນ​ດາ​ຕຶກ​ອາ​ຄານ​ຂຽວຈະ​ຫລຸດ​ຜ່ອນ​ຜົນ​ສະ​ທ້ອນ​ເຖິງ​ສ​ຸ​ຂະ​ພາບ​ຂອງ​ມະ​ນຸດ ແລະ ສິ່ງ​ແວດ​ລ້ອມ​ຜ່ານ​ການ​ເລືອກ​ເຟັ້ນ​ສະ​ຖານ​ທີ່, ການ​ອອກ​ແບບ, ກ​ານກໍ່​ສ້າງ, ນຳ​ໃຊ້, ບູ​ລະ​ນະ ແລະ ລົບ​ລ້າງ​ບັນ​ດາ​ຕຶກ​ອາ​ຄານກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ພາຍ​ຫລັງ​ເກືອບ 4 ປີ​ແຫ່ງ​ການ​ປະ​ຕິ​ບັດ, ມີກວ່າ 400 ໂຄງ​ການ​ຖືກ​ຍື່ນ​ສະ​ເຫ​ນີ, ໃນ​ນັ້ນ 125 ໂຄງ​ການ​ໄດ້​ຮັບ​ຫ​ນັງ​ສື​ຢັ້ງ​ຢືນເປັນ​ຕຶກ​ອາ​ຄານ​ຂຽວ. ​ແຕ່​ລະ​ປີ, ບັນ​ດາ​ກິດ​ຈະ​ກຳ​ດັ່ງ​ກ່າວ​ປະ​ກອ​ບ​ສ່ວນ​ຫລຸດ​ຜ່ອນ​ອາຍ​ແກ​ສ​ເຮືອນ​ແກ້ວ 200.000 ໂຕນໃຫ້​ແກ່​ມາ​ເລ​ເຊຍ. ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ບໍ່​ກໍ່​ມົນ​ລະ​ພິ​ດ​ເຖິງ​ສິ່ງ​ແວດ​ລ້ອມ ພ້ອມ​ທັງ​ຊຸກ​ຍູ້​ເຈົ້າ​ຂອງ​ລົງ​ທຶນ​ສືບ​ຕໍ​ບູ​ລະ​ນະ, ບັນ​ດາ​ຕຶກ​ອາ​ຄານນີ້​ຖືກ​ຈັດ​ເປັນ 4 ອັນ​ດັບ ໂດຍ​ອີງ​ໃສ່​ດັດ​ຊະ​ນີກໍ່​ສ້າງ​ຂຽວ ແລະ ໄດ້​ຮັບ​ການ​ປະ​ເມີນ​ຜົນ​ 3 ປີ​ເທື່ອ​ຫ​ນຶ່ງ.

        ເຖິງວ່າ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ຫ​ນ້າ​ຊື່ນ​ຊົມ​ກໍ​ຕາມ ແຕ່​ການ​ພັດ​ທະ​ນາ​ຂະ​ແຫນງກໍ່​ສ້າງ​ຂຽວ​ຢູ່​ມາ​ເລ​ເຊຍ​ຍັງ​ຖືກ​ປະ​ເຊີນ​ຫ​ນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ນັກ​ສະ​ຖາ​ປາ​ນິກ Goh Kai Chen ໃຫ້​ຮູ້​ວ່າ: ຍ້ອນການ​ຂາດ​ປະ​ສົບ​ການ ແລະ ເຕັກ​ໂນ​ໂລ​ຊີ​ ​ດັ່ງ​ນັນໃນ​ການ​ອອກ​ແບບບໍ່​​ເຄີຍ​ເຕື້ອງເຖິງ​ເລື່ອງໝູນ​ໃຊ້​​ການກໍ່​ສ້າງ​ແບບ​ຍືນ​ຍົງ​.

        ‘ຄຳ​ນິ​ຍາມ​ກ່ຽວ​ກັບ​ການກໍ່​ສ້າງ​ແບບ​ຍືນ​ຍົງ​ຍັງ​ແມ່ນ​ສິ່ງ​ໃຫ​ມ່​ອ່ຽ​ມ​ຢູ່ມ​າ​ເລ​ເຊຍ. ປະ​ຊາ​ຊົນ​ຫລາ​ຍ​ຄົນ​ບໍ່ທັນ​ເຂົ້າ​ໃຈ​ໄດ້ຄວາມ​ສຳ​ຄັນ​ຂອງ​ການກໍ່​ສ້າງ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ນອກນັ້ນ ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ຕຶກ​ອາ​ຄານ​​ກໍ່​ສ້າງແບບ​ຍືນ​ຍົງ​ພັດສູງກວ່າ 40% ເມື່ອ​ທຽ​ບ​ໃສ່​ຕຶກ​ອາ​ຄານ​ທຳ​ມະ​ດາ ​ແລະ ​​ຄ່າ​ໃຊ້​ຈ່າຍ​ທີ່​ປະ​ຢັດ​ໄດ້​ຈາກ​​ຕຶກອາ​ຄານ​ເຫລົ່າ​ນັ້ນ ຍັງ​ແມ່ນ​ໄລຍະຕາມ​ຫລັງ. ​ສ່ວນບັນ​ດາ​ນັກ​ລົງ​ທຶນ​ມີແຕ່​ສົນ​ໃຈ​ເຖິງ​ຜົນ​ກ​ຳ​ໄລ ແລະ ເວ​ລາ​ຖອນ​ທຶນ​ເທົ່າ​ນັ້ນ, ຫາກບໍ່​ສົນ​ໃຈ​ເຖິງ​ການກໍ່​ສ້າງ​ແບບ​ຍື​ນ​ຍົງ.”

        ພ້ອມ​ກັບ​ທ່າ​ອ່ຽງ​ກໍ່​ສ້າງ​ແບບ​ຍື່ນ​ຍົງ​ຢູ່​ໃນ​ໂລກ, ມ​າ​ເລ​ຊຍ ພວມ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ທຳ​ອິດ. ບັນ​ດາ​ກິດ​ຈະ​ກຳ​ບໍ່​ກໍ່​ມົນ​ລະ​ພິ​ດ​ເຖິງ​ສິ່ງ​ແວດ​ລ້ອມ​ພວມ​ປະ​ກອບ​ສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ຂຽວ​ຢູ່​ມາ​ເລ​ເຊຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ