ພັດທະນາຄວາມສາມາດໃນການກໍ່ຮ່າງສ້າງຕົວ ໃຫ້ແກ່ແມ່ຍິງ

     ປະຈຸ​ບັນ ແມ່ຍິງ​ນັບ​ມື້​ນັບ​ສວມ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ ຢູ່ ຫວຽດນາມ. ປະຈຸ​ບັນ ຢູ່ ຫວຽດນາມ, 30% ວິ​ສາ​ຫະກິດ ຂະຫນາດ​ກາງ ​ແລະ ນ້ອຍ ​ໂດຍ​ແມ່ຍິງ​​ເປັນ​ຫົວຫນ້າ, 25% ຜູ້ນຳ ​ແລະ ຜູ້ອຳນວຍການ​ບໍລິຫານ​ຂອງ​ບັນດາ​ວິ​ສາ​ຫະກິດ​ແມ່ນ​ແມ່ຍິງ. ​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຂົາ​ເຈົ້າ​​ເອງ ພວມ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ຄື: ຄວາມ​ຮູ້ຖືກຈຳກັດ​, ຂາດຄວາມ​ສາມາດ​ໃນ​ການ​ກໍ່​ຮ່າງ​ສ້າງ​ຕົວ, ຂາດ​​ວິ​ທິການ​ບໍລິຫານ ​… ມີ​ຫລາຍ​ໂຄງການ​ຫນູນ​ຊ່ວຍ​ແມ່ຍິງ​ພັດທະນາ​ການ​ດຳ​ເນີນ​ທຸລະ​ກິດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ ຫວຽດນາມ, ​ໃນ​ນັ້ນ ​ມີໂຄງການ​ພັດທະນາ​ຄວາມ​ສາມ​າດ​ໃນ​ການ​ກໍ່​ຮ່າງ​ສ້າງ​ຕົວ​ໃຫ້​ແກ່​ແມ່ຍິງ​ຢູ່​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຢູ່​ບັນດາ​ປະ​ເທດ ອາ​ຊຽນ.

        ​ໂຄງການ​ພັດທະນາ​ຄວາມ​ສາມາດ​ກໍ່​ຮ່າງ​ສ້າງ​ຕົວ​ໃຫ້​ແກ່​ແມ່ຍິງ​ຢູ່​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ​ຂອງບັນດາ​ປະ​ເທດອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ໄດ້ຮັບການ ປະຕິບັດ​ເລີ່ມແຕ່​ເດືອນ 7/2011 ​ແລະ ຄາດ​ວ່າຈະ​ສິ້ນ​ສຸດ​ໃນ​ເດືອນ 6/2013 ຢູ່ ຫວຽດນາມ ​ແລະ ກຳປູ​ເຈຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ນອນ​ໃນ​ໂຄງການ​ຮ່ວມ​ສຳພັນ​​ພາກລັດ ອາຊີ ​ໂດຍ​ອົງການ​ພັດທະນາ​ສາກົນ ອົດ​ສະ​ຕາ​ລີ ອຸປະ​ຖຳ ດ້ວຍ​ຍອດ​ຈຳນວນ​ເງິນ 230.820 AUD. ມະຫາວິທະຍາ​ໄລ​ເສດຖະກິດ ຮ່າ​​ໂນ້ຍ ຂື້ນກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ໄດ້ປະຕິບັດ​ໂຄງການ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ນັ້ນ​ແມ່ນ ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ນະຄອນ​ຮ່າ​ໂນ້ຍ, ສະຫະພັນ​ແມ່ຍິງ​ແຂວງ ຫາຍ​ເຢືອງ ​ແລະ ​ໂຮງຮຽນ​ພະນັກງານ​ຍິງ​ສູນ​ກາງ.

        ຕາມ​ຮອງ​ສາດສະດາຈານ, ດອກ​ເຕີ ຫງວຽນ​ຮົ່ງ​ເຊີນ ອະທິການ​ບໍດີ​ມະຫາ ວິທະຍາ​ໄລ​ເສດຖະກິດ ​ແລ້ວ,​ ນີ້​ແມ່ນ​ໂຄງການ​ທຳ​ອິດ​​ໃນການບຳລຸງ​ສ້າງ​ໃຫ້​ແກ່​ແມ່ຍິງ​ກ່ຽວ​ກັບ​ຄວາມ​ສາມາດ​ໃນການກໍ່​ຮ່າງ​ສ້າງ​ຕົວ ​ແລະ ບໍລິຫານ​ວິ​ສາ​ຫະກິດ. ບັນດາ​ເນື້ອ​ໃນຂອງການ​ບຳລຸງ​ສ້າງ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຕິດ​ພັນ​ກັບ​ສະພາບ​ການ​ດຳ​ເນີນ​ທຸລະ​ກິດ​ຕົວ​ຈິງ ຂອງ​ແມ່ຍິງ, ​ໃນ​ນັ້ນ​ສຸມ​ໃສ່​ບັນດາ​ບັນຫາ​ກ່ຽວ​ກັບ​ການກໍ່​ຮ່າງ​ສ້າງ​ຕົວ ​ແລະ ການປ່ຽນ​ໃຫມ່ຢ່າງມີ​ຫົວຄິດ​ປະດິດ​ສ້າງ.

        “ຈຸດໝາຍ​ຂອງ​ໂຄງການ ​ແມ່ນ​ເພີ່ມ​ກຳລັງ​ຄວາມ​ສາມາດ​ໃຫ້ແກ່ແມ່ຍິງ ​ແລະ ​ເພີ່ມ​ທະວີ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ ຍິງ​ຊາຍ ຕາມ​ທິດ​ລວມຂອງ​ໂລກ. ນະ​ໂຍບາຍ​ຂອງ​ຫວຽດນາມ ກໍ​​​ແມ່ນ​ເພື່ອມຸ້ງ​ໄປ​ເຖິງ​ການສ້າງຄວາມ​ສະ​ເຫມີ​ພາບ​ລະຫວ່າງ ຍິງ​ຊາຍ, ສະ​ນັ້ນ ນີ້ກໍ​ແມ່ນ​ຈຸດໝາຍສຸດ​ທ້າຍ ​ເພື່ອ​ໃຫ້​ແມ່ຍິງ​ມີ​ຄວາມ​ຮູ້ສຶກ​ໄດ້​ວ່າ ຕົນ​ເອງ​ກໍ​ເທົ່າ​ທຽມ​ກັບ​ເພດ​ຊາຍ. ບັນດາ​ແມ່ຍິງ​ມີ​ສິດ​ພັດທະນາ, ມີສິດ​ກໍ່ຮ່າງ​ສ້າງ​ຕົວ ​ແລະ ມີ​ບັນດາ​ສິດ​ອື່ນໆ​ຄື​​ດ່ັງເພດ​ຊາຍ​ໃນ​ສັງຄົມ.“

        ນັບ​ແຕ່ນີ້​ເຖິງ​ເດືອນ 6/2013, ​ໂຄງການ​ຈະ​ບຳລຸ​ງສ້າງຜູ້​ຊ່ຽວຊານ​ຢ່າງ​ຫນ້ອຍ​ສຸດ​ 100 ຄົນ ກ່ຽວ​ກັບ​ຄວາມ​ສາມາດ​ເລີ່​ມກໍ່​ຮ່າງ​ສ້າງ​ຕົວ​ໃຫ້​ແກ່​ແມ່ຍິງ. ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ໂຄງການ ​ແມ່ນ​ຄູ​ສອນ ​ເຂົ້າ​ຮ່ວມ​ການ​ບຳລຸງ​ສ້າງ​ໃຫ້​ແກ່​ແມ່ຍິງ, ນັກທຸລະກິດ​ຍິງ ຫລື ​ແມ່ຍິງ​ທີ່ມີຄວາມຕ້ອງການ​ເລີ່​ມກໍ່​ຮ່າງ​ສ້າງ​ຕົວ.

ພັດທະນາຄວາມສາມາດໃນການກໍ່ຮ່າງສ້າງຕົວ  ໃຫ້ແກ່ແມ່ຍິງ - ảnh 1
ພາບ: vietbao.net

        ສູນ​ບໍລິການ​ວຽກເຮັດງານທຳ 8/3 ຂອງ​ນະຄອນ ຫາຍ​ເຢືອງ ​ໄດ້​ຮັບ​ເລືອກ​ເຂົ້າ​ຮ່ວມ​ໂຄງການ, ​ເພາະວ່າ ສູນ​ດັ່ງກ່າວ​ແມ່ນ​ຫົວຫນ່ວຍ​ທີ່ເຂົ້າ​ຮ່ວມ​ຫລາຍ​ໂຄງການ​ຂອງ ອົດ​ສະ​ຕາ​ລີ ຢູ່ ຫວຽດນາມ ​ແລະ ​​ໄດ້ສອນ​ວິຊາ​ຊີ​ບ​ໃຫ້​ແກ່​ແມ່ຍິງ​ນັບ​ພັນ​ຄົນ​ແລ້ວ. ທ່ານ ຟ້າ​ມວັນ​ຖູ​ຍ, ຜູ້ອຳນວຍ​ການ​ສູນ​ດັ່ງກ່າວ​ແບ່ງປັນ​ວ່າ:​ ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ແມ່ຍິງ​ແຂວງ ຫາຍ​ເຢືອງ ​ເວົ້າ​ລວມ ​ແລະ ບັນດາ​ແມ່​ຍິງ​​ທີ່ເຂົ້າ​ຮ່ວມ​ການຮຽນ​ວິຊາ​ຊີບ​ເວົ້າ​ສະ​ເພາະ ​ມີ​ເງື່ອນ​ໄຂ​ກໍ່​ຮ່າງ​ສ້າງ​ຕົວ ​ແລະ ບໍລິຫານ​ວິ​ສາ​ຫະກິດ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຍົກ​ສູງ​ເງື່ອນ​ໄຂດ້ານ​ເສດຖະກິດ​ໃຫ້​ແກ່​ບັນດາ​ຄອບຄົວ​ແມ່ຍິງ​ຂອງ​ແຂວງ ຫາຍ​ເຢຶອງ.

        “ມີ​ບາງ​ບ່ອນ, ​ແມ່ຍິງ​ຕ້ອງ​ບືນ​ຕົວຂຶ້ນ​ດ້ວຍສອງຝາ​ມື​ຂອງ​ຕົນ, ຊອກ​ຫາ​ວິທີ​ເພື່ອ​ກໍ່​ຮ່າງ​ສ້າງ​ຕົວ, ສ້າງ​ເປັນ​ຫນ່ວຍ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ແຕ່​ກໍ​ມີ​ບາງ​ຫົວຫນ່ວຍ​ຖືກ​ລົ້ມ​ລະລາຍ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ເອື້ອຍ​ນ້ອງ​ທັງ​ໝົດ ​ຈະໄດ້​ເຂົ້າ​ຮ່ວມ​ຊຸດ​ຮຽນ​​ກໍ​ຮ່າງ​ສ້າງ​ຕົວ ​ແລະ ບໍລິຫານ​ວິ​ສາ​ຫະກິດ ​ເພື່ອ​ບືນ​ຕົວ​ຂຶ້ນ​ດ້ວຍ​ຄວາມ​ຮູ້​ຂອງ​ຕົນ. ພາຍຫລັງ​ຮຽນຈົບແລ້ວ ​ເຂົາ​ເຈົ້າ​ຈະ​ຈັດ​ຕັ້ງ​ການ​ຜະລິດ ​ແລະ ບໍລິຫານ​ວິ​ສາ​ຫະກິດ​ຂອງ​ຕົນຢ່າງ​ມີ​ປະສິດທິ​ຜົນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ເອື້ອຍ​ນ້ອງ​ທັງ​ໝົດ​ຈະ​ໄດ້​ຮ່ຳຮຽນ, ​​ແລະແຕ່ລະ​ີສາມາດສ້າງ​ຮາກ​ຖາ​ນ​ຜະລິດ​​​ໃຫ້ໄດ້ 20 ຫົວຫນ່ວຍ​ເທົ່າ​ນັ້ນ​ແມ່ນມີ​ປະສິດທິ​ຜົນ​ແລ້ວ. ຈາກ​ນັ້ນ​ ຈຶ່ງ​ທະວີຄູນ​ຮູບ​ແບບ​ນີ້ອອກສູ່ທ້ອງ​ຖີ່​ນຕ່າງໆ.“

        ​ໂຄງການ​ພັດທະນາ​ຄວາມ​ສາມາດໃນການ​ກໍ​ຮ່າງ​ສ້າງ​ຕົວ​ໃຫ້​ແກ່​ແມ່ຍິງ​ຢູ່​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ໃນບັນດາ​ປະ​ເທດ​ອາ​ຊຽນ ຈະເປັນການຊ່ວຍໃຫ້ແມ່ຍິງມີ​ຈີນ​ຕະນາ​ການ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ, ມີ​ຄວາມ​ສາມາດຄົ້ນ​ພົບ ​ແລະ ​ແກ້​​ໄຂບັນດາ​ບັນຫາ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ພວມມີການຜັນ​ແປ​ຢ່າງ​ວ່ອງ​ໄວ​​ໃນ​ປະ​ຈຸ​ບັນ​ຢູ່​ບັນດາ​ປະ​ເທດ​ໄດ້. ​ໂຄງການ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ແມ່ຍິງ​ຫວຽດນາມ ມີ​ຄວາມ​ຄວາມ​ຮູ້, ຄວາມ​ສາມາດກວ່າ​ໃນ​ການ​ດຳ​ເນີນ​ທຸລະ​ກິດ,​ ສ້າງ​ລາຍ​ຮັບ​ໃຫ້​ແກ່​ຕົນ​ເອງ, ​ໃຫ້​ແກ່​ຄອບຄົວ ​ແລະ ສັງຄົມ​./.

ແອງດ່າວ

ຕອບກັບ

ຂ່າວ/ບົດ​ອື່ນ