ພົບ​ປະ​ກັບ “ທູດ” ໂຄ​ສະ​ນາເຜີຍແຜ່ກ່ຽວກັບ ອິນ​ໂດ​ເນ​ເຊຍ ຢູ່ ຫວຽດ​ນາມ

(VOVWORLD) - ຊາວ ອິນໂດເນເຊຍ ມີຄຳສຸພາສິດທີ່ວ່າ “ບໍ່ຮູ້ແມ່ນບໍ່ຮັກ” ແລະ ຄຳສຸພາສິດດັ່ງກ່າວກໍ່ຖືກກັບເພື່ອນໜຸ່ມ 2 ຄົນນັ້ນແມ່ນ ເຈິ່ນທິກ່ຽວຈິງ ແລະ ເຈິ່ນມິງຫຽວເຊິ່ງເປັນຜູ້ຍາດໄດ້ລາງວັນນະເລີດໃນການແຂ່ງຂັນບັນລະຍາຍ ແລະ ຮ້ອງເພງພາສາ ອິນໂດເນເຊຍ ທີ່ໄດ້ດຳເນີນໃນວັນທີ 22 ສິງຫາ ຜ່ານມາຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນໂດຍເປັນນັກສຶກສາຂະແໜງ ອິນໂດເນເຊຍ ວິທະຍາ ທີ່ໄດ້ສຳຜັດກັບພາສາວັດທະນະທຳ ແລະ ປະຊາຊົນປະເທດນັບພັນເກາະຕາມການເວລາ ເຂົາເຈົ້າຈຶ່ງໄດ້ຮູ້ວ່າ ຕົນເອງຮັກ ອິນໂດເນເຊຍ ຕັ້ງແຕ່ຕອນໃດກໍ່ບໍ່ຮູ້ເມື່ອແລະ ການແຂ່ຂັນນີ້ ກໍແມ່ນໂອກາດເພື່ອໃຫ້ເຂົາເຈົ້າສະແດງນ້ຳໃຈຄວາມຮັກແພງນັ້ນ.
ພົບ​ປະ​ກັບ “ທູດ” ໂຄ​ສະ​ນາເຜີຍແຜ່ກ່ຽວກັບ ອິນ​ໂດ​ເນ​ເຊຍ ຢູ່ ຫວຽດ​ນາມ - ảnh 1ນາງ ເຈິ່ນທິກ່ຽວຈິງ - ອະດີດນັກສຶກສາຂະແໜງ ອິນໂດເນເຊຍ ວິທະຍາ 

ໂດຍເຂົ້າຮ່ວມການແຂ່ງຂັນບັນລະຍາຍ ແລະ ຮ້ອງເພງພາສາ ອິນໂດເນເຊຍ, ນາງ ເຈິ່ນທິກ່ຽວຈິງ - ອະດີດນັກສຶກສາຂະແໜງ ອິນໂດເນເຊຍ ວິທະຍາ ແລະ ເຈິ່ນມິງຫຽວ, ນັກສຶກສາ ປີທີ 3 ຂະແໜງ ອິນໂດເນເຊຍ ວິທະຍາ, ມະຫາວິທະຍາໄລສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ສະແດງລາຍການທີ່ສ້າງຄວາມປະທັບໃຈໃຫ້ແກ່ຄະນະກຳມະການ ແລະ ຜູ້ຊົມ ດ້ວຍວິທີເລົ່າເລື່ອງທີ່ດຶງດູດຜູ້ຟັງ ແລະ ນ້ຳສຽງທີ່ນິ້ມນວນ.

ຜ່ານການແຂ່ງຂັນຄັ້ງນີ້, ພວກນ້ອງປາດຖະໜາວ່າ ຈະປະກອບສ່ວນແຜ່ກະຈາຍນ້ຳໃຈຄວາມຮັກແພງຂອງຕົນທີ່ມີຕໍ່ວັດທະນະທຳ ອິນໂດເນເຊຍ ໄປເຖິງມະຫາຊົນ, ພິເສດແມ່ນໄວໜຸ່ມ. ຍິ່ງໄປກວ່ານັ້ນ, ພວກນ້ອງເຊື່ອໝັ້ນວ່າ ການເສັງນີ້ ຈະແມ່ນແປ້ນຢັນສຳຄັນ, ເປີດໂອກາດຮ່ວມມື ແລະ ພັດທະນາໃຫ້ບັນດານັກສຶກສາຂະແໜງ ອິນໂດເນເຊຍ ວິທະຍາ ໃນອະນາຄົດ”.

ການແຂ່ງຂັນຮ້ອງເພງພາສາ ອິນໂດເນເຊຍແມ່ນຂີດໝາຍທີ່ໜ້າຈົດຈຳ ແລະ ມີຄວາມໝາຍທີ່ສຸດສຳລັບນ້ອງ. ນ້ອງຄິດວ່າ ດົນຕີແມ່ນພາສາພິເສດ, ເຖິງວ່າຈະມີຮົ້ວກີດຂວາງໃນດ້ານພາສາກໍຕາມ ແຕ່ຖ້າວ່າ ຜູ້ຮ້ອງຮູ້ສົ່ງສານ ແລະ ຈັງຫວະທີ່ມ່ວນຫູນັ້ນ, ຜູ້ໃດກໍສາມາດຟັງ ແລະ ມັກຮັກໄດ້. ຍ້ອນເຫດນັ້ນ ຈຶ່ງຈະມີຫຼາຍຄົນຮູ້ຈັກເຖິງຂະແໜງ ອິນໂດເນເຊຍ ວິທະຍາ ຂອງມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ ແລະ ຮູ້ຈັກເຖິງປະເທດ ອິນໂດເນເຊຍ ຫຼາຍກວ່າ”.

ໂດຍຫາກໍກັບຄືນເມືອ ຫວຽດນາມ ພາຍຫຼັງທີ່ໄປສຶກສາຢູ່ ອິນໂດເນເຊຍ 1 ປີ, ພາຍຫຼັງທີ່ຮູ້ຂ່າວກ່ຽວກັບການແຂ່ງຂັນດັ່ງກ່າວ, ກຽວຈິງ ແລະ ມິງຫຽວ ໄດ້ຕັດສິນໃຈລົງທະບຽນເຂົ້າຮ່ວມການແຂ່ງຂັນໃນທັນທີ ດ້ວຍຄວາມໝັ້ນໃຈ.

ໃນຮອບຄັດເລືອກ,  ດ້ວຍຫົວຂໍ້ “ຖ້າເປັນທູດໂຄສະນາເຜີຍແຜ່ກ່ຽວກັບ ອິນໂດເນເຊຍ ຢູ່ ຫວຽດນາມ ເພື່ອນຈະເຮັດຫຍັງແດ່”, ກ່ຽວຈິງ ໄດ້ມີການບັນລະຍາຍທີ່ຈັບໃຈ. ເພື່ອໃຫ້ບົດບັນລະຍາຍຂອງຕົນມີຊີວິດຊີວາຂຶ້ນ, ກ່ຽວຈິງ ໄດ້ສະຫຼັບຮູບພາບກ່ຽວກັບຄວາມເປັນມິດຮັກແພງກັບໝູ່ເພື່ອນ, ການຢ້ຽມຢາມ, ບັນດາເຍື່ອງອາຫານ ອິນໂດເນເຊຍ... ໃນໄລຍະທີ່ນາງດຳລົງຊີວິດ ແລະ ຮ່ຳຮຽນຢູ່ ອິນໂດເນເຊຍ, ເຊິ່ງໄດ້ຍົກທັດສະນະຂອງຕົນໃຫ້ເຫັນຢ່າງພົ້ນເດັ່ນ ຜ່ານການຍົກອອກການກະທຳລະອຽດ ເມື່ອນາງກາຍເປັນ “ທູດ” ໂຄສະນາເຜີຍແຜ່ກ່ຽວກັບ ອິນໂດເນເຊຍ ຢູ່ ຫວຽດນາມ.

ພົບ​ປະ​ກັບ “ທູດ” ໂຄ​ສະ​ນາເຜີຍແຜ່ກ່ຽວກັບ ອິນ​ໂດ​ເນ​ເຊຍ ຢູ່ ຫວຽດ​ນາມ - ảnh 2ມິງຫຽວ ແມ່ນນັກສຶກສາເກັ່ງຮອບດ້ານ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງພະແນກ, ຂອງໂຮງຮຽນ

ກ່ອນທີ່ຈະເຂົ້າຮ່ວມການແຂ່ງຂັນນີ້, ກ່ຽວຈິງ ແລະ ມິງຫຽວ ແມ່ນນັກສຶກສາເກັ່ງຮອບດ້ານ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງພະແນກ, ຂອງໂຮງຮຽນ. ສາວງາມສອງຄົນນີ້ ກໍເຄີຍຍາດໄດ້ລາງວັນໃຫຍ່ໜ້ອຍຫຼາຍລາງວັນ. ນອກຈາກນັ້ນ, ກ່ຽວຈິງ ແລະ ມິງຫຽວ ຍັງຕັ້ງໜ້າເຂົ້າຮ່ວມບັນດາລາຍການ, ກິດຈະກຳເຊື່ອມຕໍ່ສອງປະເທດ ຫວຽດນາມ - ອິນໂດເນເຊຍ. ເມື່ອແບ່ງປັນກ່ຽວກັບແຜນການ, ການຄາດຄະເນໃນອະນາຄົດຂອງຕົນ, ເຂົາເຈົ້າແບ່ງປັນວ່າ:

ແຜນການຂອງນ້ອງແມ່ນຮຽນຈົບປະລິນຍາຕີຂະແໜງ ອິນໂດເນເຊຍ ວິທະຍາ ກ່ອນ, ຫຼັງຈາກນັ້ນ ນ້ອງຈະຮຽນຕໍ່ປະລິນຍາໂທຕາມໂຄງການທຶນການສຶກສາ KNB ຂອງ ອິນໂດເນເຊຍ ແລະ ຮຽນສ້າງຄູ ຂະແໜງຄູສອນພາສາ ອິນໂດເນເຊຍ ໃຫ້ແກ່ຄົນຕ່າງປະເທດ ຢູ່ໂຮງຮຽນ UM. ນ້ອຫວັງວ່າ ໃນອະນາຄົດຈະສືບຕໍ່ປະກອບສ່ວນເພື່ອໃຫ້ມີຊາວ ຫວຽດນາມ ທີ່ຮູ້ພາສາ ອິນໂດເນເຊຍ ນັບມື້ນັບຫຼາຍຂຶ້ນ, ຜ່ານນັ້ນ ກໍປະກອບສ່ວນເລັກໆນ້ອຍໆເຂົ້າໃນການປັບປຸງການພົວພັນລະຫວ່າສອງປະເທດ”.

ນ້ອງຈະສືບຕໍ່ວຽກງານຂອງຕົນ ດ້ວຍຖານະເປັນນາຍແປພາສາ ອິນໂດເນເຊຍ. ວຽກງານນີ້ ບໍ່ພຽງແຕ່ຊ່ວຍໃຫ້ນ້ອງເສີມຂະຫຍາຍໄດ້ຄວາມສາມາດ້ານພາສາຂອງຕົນເທົ່ານັ້ນ, ຫາກຍັງເປັນຂົວເຊື່ອມຕໍ່ສອງພື້ນຖານວັດທະນະທຳອີກດ້ວຍ. ນ້ອງຈະພະຍາຍາມເພີ່ມທະວີການເຄື່ອນໄຫວໃນສື່ສັງຄົມອອນໄລ, ສ້າງບັນດາເນື້ອໃນທີ່ຈັບໃຈເພື່ອແນະນຳວັດທະນະທຳ, ອາຫານການກິນ ແລະ ການທ່ອງທ່ຽວຂອງ ອິນໂດເນເຊຍ, ພະຍາຍາມເຂົ້າຮ່ວມບັນດາກິດຈະກຳແລກປ່ຽນວັດທະນະທຳລະຫວ່າງສອງປະເທດ, ຄືການແຂ່ງຂັນແບບນີ້ເປັນຕົ້ນ”. 

ການແຂ່ງຂັນອັດລົງແລ້ວ ແຕ່ຍັງໄດ້ເປີດໂອກາດໃຫ້ບັນດາເພື່ອນໜຸ່ມຄື ກ່ຽວຈິງ ແລະ ມິງຫຽວ ສືບຕໍ່ພາລະກຳແຜ່ກະຈາຍວັດທະນະທຳ, ຊາວ ອິນໂດເນເຊຍ ໃຫ້ຫຍັບເຂົ້າໃກ້ກັບຊາວ ຫວຽດນາມ ຫຼາຍກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ