ພົບ​ປ​ະ​ກັບນັກ​ຮ້ອງ​ຊາຍ​​ Friendship ມາ​ຈາກ​ໄທ

(VOVWORLD) -ສະຖຽນປົງ ກະລັນແຕງ (Friendship) , ນັກຮ້ອງຊາຍ ມີອາຍຸ 31 ປີ ແມ່ນໜຶ່ງໃນຈໍານວນນັກຮ້ອງສອງຄົນທີ່ຕາງໜ້າໃຫ້ ໄທ ເຂົ້າຮ່ວມງານປະກວດສຽງເພງ ອາຊຽນ +3 ຄັ້ງທີ 2  ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງ. ເຖິງວ່າ ໄດ້ຮັບພຽງນາມມະຍົດ Friendship ຄືກັນກັບ ຊື່ຫຼີ້ນຂອງລາວກໍຕາມ ແຕ່ງານປະກວດຄັ້ງນີ້ ກໍ່ແມ່ນໂອກາດທີ່ດີ ເພື່ອໃຫ້ Friendship ຖອດຖອນບົດຮຽນ ແລະ ທຳຄວາມລຶ້ງເຄີຍກັບເພື່ອນຄົນໃໝ່. ຕໍ່ໄປນີ້, ເຊີນທ່ານຕິດຕາມບົດຊາຍຄາອາຊຽນທີ່ມີຫົວຂໍ້ “ພົບປະກັບ ນັກຮ້ອງຊາຍ Friendship ມາຈາກໄທ” ຂອງ ນັກຂ່າວ ກິມເງິນ.
 

        ຮັບຂ້າພະເຈົ້າຢູ່ຫ້ອງປ່ຽນເຄື່ອງຂອງ ກອງດົນດີ, ວິທະຍຸກະຈາຍສຽງແຫ່ງຊາດໄທ, Friendship ຍິ້ມແຍ້ມແຈ່ມໃສ ແຕ່ສີໜ້າຂອງລາວກໍບົ່ງບອກເຖິງຄວາມອິດເມື່ອຍພາຍຫຼັງການຝຶກຊ້ອມມາເປັນເວລາຫຼາຍມື້. ເຊິ່ງເປັນຄົນຮຸ່ນຕ່ຳລ້ຳສັນ ແລະ ຕາເປັນປະກາຍ, ເບິ່ງ Friendship ແມ່ນຄົນໃຈດີ ແລະ ໃກ້ຊິດສະໜິດສະໜົມທີ່ສຸດ. ເວົ້າເຖິງເລື່ອງບຸນວາດສະໜາທີີ່ກາຍເປັນນັກຮ້ອງ, Friendship ເລົ່າສູ່ຟັງວ່າ: ລາວມັກຮ້ອງເພງແຕ່ຄາວຍັງນ້ອຍ. ເມື່ອ ລາວມີອາຍຸຫາກໍໄດ້ 2 – 3 ປີ, ມີເທື່ອໜຶ່ງ ພໍ່ຂອງລາວ ໄດ້ຊື້ Karaoke  ແລະ ລາວ ໄດ້ຈັບໄມ ແລ້ວຮ້ອງຢ່າງມົວມົວ, ເຖິງວ່າຕອນນັ້ນ ເວົ້າຍັງບໍ່ຂອດຊ້ຳ:

        ຈົນຮອດເມື່ອມີອາຍຸ 6 ປີ, Friendship ຈຶ່ງເຂົ້າຮ່ວມບັນດາງານສະແດງສິລະປະຢູ່ໂຮງຮຽນຢ່າງເປັນທາງການ ແລະ ໄປອອກງານເປັນປະຈຳ. ການດຳລົງຊີວິດຂອງລາວ ໄດ້ມີການປ່ຽນແປງຍ້ອນທັງໄປໂຮງຮຽນ ທັງໄປສະແດງຢ່າງຕໍ່ເນື່ອງ.

ພົບ​ປ​ະ​ກັບນັກ​ຮ້ອງ​ຊາຍ​​ Friendship ມາ​ຈາກ​ໄທ - ảnh 1ນັກຮ້ອງ Friendship  

ບັນດາຄວາມມານະພະຍາຍາມ ໄດ້ຊ່ວຍໃຫ້ Friendship ປະສົບຜົນສຳເລັດຄືໃນວັນນີ້. ນອກຈາກໄດ້ຮັບລາງວັນ “ນັກຮ້ອງ Friendship” ໃນງານປະກວດສຽງເພງ ອາຊຽນ + 3 ຄັ້ງທີ 2 ແລ້ວ, Friendship ຍັງຍາດໄດ້ຫຼາຍລາງວັນອັນສູງສົ່ງອີກຄື: HRH Princess Maha Chakri Sirindhorn Award ເຊິ່ງເປັນລາງວັນນັກສຶກສາຂັ້ນມະຫາວິທະຍາໄລເມື່ອປີ 2007 ແລະ 2010, ລາງວັນ  ເວທີ Thai  ສຳລັບນັກສຶກສາຂັ້ນມະຫາວິທະຍາໄລ ຂອງໂຄງການ “Rising Stars of Green Heart Country Music, ລາງວັນ Bhiganesh ສຳລັບນັກໂຄສະນາດີເລີດກ່ຽວກັບການພົວມັນສື່ມວນຊົນມະຫາຊົນໃນພາກວິທະຍຸກະຈາຍສຽງ ແລະ ໂທລະພາບ ໂດຍ Supreme Patriach ມອບໃຫ້... ເມື່ອຕີລາຄາກ່ຽວກັບຄວາມອາດສາມາດຂອງ Friendship, ທ່ານ ຊາຍະພົນ ເທບວາທິນ, ຜູ້ອຳນວຍການກອງດົນຕີ - ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ໄທ ຖືວ່າ:

        ສ່ວນ  ມະຣຸທິດາ ບຸນມົງຄົນ, ຄູ່ຮ່ວມງານ ແລະ ກໍແມ່ນຜູ້ຕາງໜ້າຂອງໄທ ທີ່ເຄີຍໄດ້ຮັບລາງວັນ “ນັກຮ້ອງ Friendship” ໃນງານປະກວດສຽງເພງ ອາຊຽນ + 3  ຄັ້ງທີ 1  ໂດຍ ວິທະຍຸກະຈາຍສຽງຫວຽດນາມຈັດຕັ້ງ ເມື່ອປີ 2017 ຖືວ່າ:

ປັດຈຸບັນ, Friendship ພວມຄາກັບການແຕ່ງເພງ, ເປັນ MC ໃຫ້ແກ່ລາຍການຕ່າງໆຂອງຊ່ອງໂທລະພາບ ແລະ ເຂົ້າຮ່ວມບັນດາງານປະກວດສຽງເພງທັງຢູ່ພາຍໃນ ແລະ ຕ່າງປະເທດ. ແລະ ຄວາມໃຝ່ຝັນອັນລຽບງ່າຍຂອງລາວ ແມ່ນ ຖ້າຫາກມີໂອກາດ ລາວຢາກ ໄດ້ເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ອີກຄັ້ງ ເພື່ອສາມາດແນະນຳບັນດາບົດເພງທີ່ເປັນເອກະລັກສະເພາະຂອງໄທ ຕໍ່ຜູ້ຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ