ພົບປະກັບບັນດານັກປະພັນທີ່ໄດ້ຮັບລາງວັນວັນນະຄະດີ ອາຊີຕາເວັນອອກສຽງໃຕ້ 2011


(vovworld)- ລາງ​ວັນ​ວັນນະຄະດີ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຫລື​ເອີ້ນ​ວ່າ S.E.A Write Award ​ແມ່ນ​ລາງວັນ​ວັນນະ​ຄະດີ​ທີ່​ມອບ​ໃຫ້​ບັນດາ​ນັກ​ປະພັນ, ນັກ​ກະ​ວີ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ປະຈຳ​ປີ​ນັບ​ແຕ່​ປີ 1979 ​ເປັນ​ຕົ້ນ​ມາ. ລາງ​ວັນ​ນີ້​ໂດຍ​ແມ່ນ​ລາຊະວົງ​​ໄທ​ມອບ​ໃຫ້ ​ເພື່ອ​ເຊີດ​ຊູ​ບັນດາ​ນັກ​ປະພັນ, ນັກ​ກະວີ​ທີ່​ມີ​ບົດ​ປະພັນ​ດີ​ເດັ່ນ​ຂອງ​ພື້ນຖານ​ວັນນະຄະດີ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​.

        ລາງ​ວັນ​ວັນນະຄະດີ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ນີ້​ໄດ້​ມອບ​ໃຫ້​ນັກ​ປະພັນ, ນັກ​ກະວີ 8 ທ່ານ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ຄື: ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ຟິລິບ​ປີນ, ສິງກະ​ໂປ, ​ໄທ ​ແລະ​ ຫວຽດນາມ ດ້ວຍ​ບັນດາ​ບົດ​ປະພັນ​ເລື່ອງ​ສັ້ນ, ​ນາວະນິຍາຍ ​ແລະ ບົດ​ກາບກອນ.

        ນັກ​ປະພັນ ບຸນ​ທະ​ນອງ ສົມ​ໄຊ​ພົນ​ ທີ່​ມາ​ຈາກລາວໄດ້​ຮັບ​ລາງ​ວັນ ວັນນະຄະດີ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ດ້ວຍ​ບົດ​ປະພັນ​ເລື່ອງ​ສັ້ນ: ອັດຖິ​ຂອງ​ທະຫານ​ອາ​ເມ​ລິ​ກາ (America Bones). ບົດ​ປະພັນ​ນີ້​ນອນ​ໃນ​ຊຸດ​ເລື່ອງ​ສັ້ນ: “ປ່ອຍ​ນົກ​” ຊື່​ງລວມມີ 7 ​ເລື່ອງ ​ທີ່​ພິມ​ເປັນ​ພາສາ​ລາວ ​ແລະ ອັງກິດ. ​ເລື່ອງ​ລາວ​ແມ່ນ​ສານ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ຄວາມ​ເສ​ລິ​ພາບ. ທ່ານ ບຸນ​ທະ​ນອງ ສົມ​ໄຊ​ພົນ ບໍ່​ພຽງ​ແຕ່່​ແມ່ນ​ນັກ​ປະພັນທີ່​ມີ​ບົດ​ປະພັນ​ປະ​ເພດ​ຕ່າງໆຫລາຍ​ບົດຄື: ບົດ​ປະພັນ, ​ເລ່ືອງ​ສັ້ນ ​ແລະ ບົດ​ກາບກອນ​ເທົ່າ​ນັ້ນ, ຫາກທ່ານ​ຍັງ​ແມ່ນ​ນັກ​ວິຈານ​ການ​ເມືອງ ​ແລະ ສັງຄົມ​ທີ່​ມີ​ຊື່​ສຽງ​ຢູ່​ລາວ. ບັນດາ​ບົດ​ປະພັນ​ຂອງ​ທ່ານ​ສ່ວນ​ຫລາຍ​ແມ່ນ​ເຕື້ອງ​ເຖິງ​ການ​ຕໍ່​ສູ້​ອັນລຳບາກ​ກາກ​ກຳ​ເພື່ອ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ຂອງ​ປະຊາຊົນ​ລາວ. ຕາມ​ທ່ານ​ແລ້ວ,​ ສົງຄາມ​ບໍ່​ແມ່ນ​ມາດ​ຕະການ​ແກ້​ໄຂ​ທີ່​ດີ ຫາກ​ຄວາມ​ຮັກ​ແພງ ​ແລະ ນ້ຳ​ໃຈ​ຮັກ​ຊາດຈຶ່ງ​ແມ່ນ​ມາດ​ຕະການ​ແກ້​ໄຂ​ຕົ້ນ​ຕໍ​ຂອງ​ມວນ​ມະນຸດ.

ພົບປະກັບບັນດານັກປະພັນທີ່ໄດ້ຮັບລາງວັນວັນນະຄະດີ  ອາຊີຕາເວັນອອກສຽງໃຕ້ 2011 - ảnh 1
ທ່ານບຸນ​ທະ​ນອງ ສົມ​ໄຊ​ພົນ, ນັກປະພັນ ລາວ
ພາບ:vov

        ສຽງ: ທ່ານ​ບຸນ​ທະ​ນອງ ສົມ​ໄຊ​ພົນ

        ​ແລະກໍ​ແມ່ນ​ຫົວ​ເລື່ອງ​ກ່ຽວ​ກັບ​ສົງຄາມ​ເຊັ່ນ​ກັນ, ບົດ​ປະພັນ: “ສຽງ​ຮ້ອງ​ໄຫ້​ຂອງ​ນາງ​ອຸດ” ຂອງ​ນັກ​ປະພັນ​ຫວຽດນາມ ຫງວຽນ​ຈີ​ຈູງ ​ໄດ້​ສະ​ແດງ​​ໃຫ້​ເຫັນ​ການ​ຕໍ່ສູ້ອັນ​ລຳບາກ​ກາກ​ກຳ​ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫງ່າ​ອົງອາດ ຢູ່​ຕ່ອນດີ​ນ​ພາກ​ກາງ​ຫວຽດນາມ ​ໃນ​ໄລຍະ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​​ແຕ່​ປີ 1954 - 1959.  ​ໂດຍ​ແມ່ນ​ຜູ້​ເຂົ້າ​ຮ່ວມ​ການ​ຕໍ່ສູ້ໂດຍ​ກົງ​ຢູ່​ເຂດ​ດິນ​ອັນ​ດຸ​ເດືອດ​ນີ້, ນັກ​ປະພັນ​ ຈີ​ຈູງ ຖື​ວ່າ: ການປະພັນວັນນະຄະດີ ​ເພື່ອ​​ແນ​ໃສ່ຈົດ​ຈຳ​ອະນຸສອນ, ຈົດ​ຈຳ​ບຸ​ນຄຸນຂອງ​ປະຊາຊົນ ກໍ່​ຄື​ບັນດາ​ເລື່ອງ​ລາວ​ທີ່​ມະຫັດ​ສະ​ຈັນ​ກ່ຽວ​ກັບ​ການ​ລຸກ​ຮື​ຂຶ້ນ​ຂະໜາດໃຫຍ່​ຂອງ​ປະຊາຊົນ​ໃນ​ຕະຫລອດ​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້ກູ້​​ຊາດ,  , ​. ​ເພາະສະ​ນັ້ນ ພາຍຫລັງ​ເກືອບ 50 ປີ ​ແຫ່ງ​ການ​ກະກຽມ, ມີ​​ບົດ​ປະພັນຫຼາຍ​ບົດ​ກ່ຽວ​ກັບ​ຫົວ​ເລື່ອງ​ນີ້​ໄດ້​ຮັບ​ການປະພັນ​ອອກ, ​ແຕ່​ບົດ​ປະພັນ“ສຽງ​ຮອ້ງ​ໄຫ້​ຂອງ​ນາງ​ອຸດ” ​ໄດ້​ສ້າງ​ຄວາ​ມປະ​ທັບ​ໃຈ, ຄວາມດູດ​ດື່ມ​ທີ່​ສຸດ ​ແລະ ບົດ​ປະພັນ​ນີ້​ໄດ້ຮັບ​ລາງ​ວັນ​ຂອງ​ສະມາຄົມ​ນັກ​ປະພັນ​ປີ 2008, ລາງວັນຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ປີ 2010.​ ທີ່​ພິທີ​ມອບ​ລາງວັນ,​ ນັກ​ປະພັນ ຫງວຽນຈີ​ຈູງ ​​​ໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ລາຊະວົງ ​ແລະ ສະມາຄົມ​ນັກ​ປະພັນ​ໄທ ທີ່​ໄດ້​ມອບ​ລາງວັນ​ອັນ​ສູງ​ສົ່ງ​ໃຫ້​ແກ່​ທ່ານ.

        “​ເລື່ອງພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ​ລາຊະ​ອານາຈັກ​ໄທ  ພູມີພົນດູ​ນຍາ​ເດດ ແລະ ພະ​ລາ​ຊີ​ນີໄທ ມອບ​ລາງ​ວັນ​ ​ ວັນນະຄະດີ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ 2011 ​ໃຫ້​ແກ່​ຂ້າພະ​ເຈົ້ານັ້ນ ​ແມ່ນ​ ການສະ​ແດງ​​ໃຫ້​ເຫັນ​ນ້ຳ​ໃຈ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນນຳ​ກັນ, ​ແມ່ນ​ການ​ໃຫ້​ກຽດ​ຂອງພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ​, ພະລາ​ຊີ​ນີ​, ອົງ​ມົງກຸດ​ລາຊະ​ກຸມມານ, ​ລາຊະ​ທິດາໄທ ແລະ ຂອງ​ເພື່ອນ​ມິດ​ທີ່​ມີ​ຕໍ່​ການ​ປະກອບສ່ວນ​ຂອງ​ພື້ນຖານ​ວັນນະຄະດີ​ຫວຽດນາມ ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ອາ​ຊຽນ ​ເພື່ອ​ສັນຕິພາບ, ມິດ​ຕະພາບ ​ແລະ ການ​ພັດທະນາ.”

        ນັກ​ປະພັນ ຈະ​ເດັດ​ກຳຈອນ​​ເດດ ຂອງ​ໄທ ປີ​ນີ້​ມີ​ອາຍຸ​ພຽງ 37 ປີ ​ແລະ ​ແມ່ນ​ນັກ​ປະພັນ​ຫນຸ່ມ​ກວ່າ​ໝູ່​​ໃນ​ກຸ່ມ​ອາ​ຊຽນ​ທີ່ໄດ້​ຮັບ​ລາງວັນ​​ໃນ​ຄັ້ງ​ນີ້ ດ້ວຍ​ບົດ​ປະພັນ: The Morning Sun is Too Hot to sit and Sip Coffee. ​ເນື້ອ​ໃນ​ແມ່ນ​ເຕື້ອງ​ເຖິງ​ບັນຫາ​ຮ້ອນ​ເຮັ່ງ​ຂອງ​ສັງຄົມ​ໄທ​​ໃນ​ປະຈຸ​ບັນ​ຄື: ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ບັນດາ​ແຂວງ​ພາກ​ໃຕ້, ການ​ປະ​ທະ​ກັນ​ດ້ານເຊື້ອ​ຊາດ​ຜິວ​ພັນ, ​ເລື່ອງ​ສັ້ນ​​ຊຸດນີ້ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເລື່ອງສັ້ນ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ສັງຄົມ​ຕ້ອງ​​​​ຄິດຫງຳ​ໄຕ່ຕອງ. ນັກ​ປະພັນຈະ​ເດັດ​ກຳຈອນ​​ເດດ ຖື​ວ່າ: ​ຍຸກ​ປະຈຸ​ບັນ ​ໄດ້ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ, ສະ​ນັ້ນ ມະນຸດ​ກໍ​ມີ​ການປ່ຽນ​ແປງ​ໄປນຳ.

ພົບປະກັບບັນດານັກປະພັນທີ່ໄດ້ຮັບລາງວັນວັນນະຄະດີ  ອາຊີຕາເວັນອອກສຽງໃຕ້ 2011 - ảnh 2
ນັກປະພັນໄທ ແລະ ນັກປະພັນຫວຽດນາມ
ພາບ:vov
        ສຽງ​ນັກ​ປະພັນໄທ: ຈະເດັດກຳຈອນເດັດ

        ນັກ​ປະພັນຈະ​ເດັດ​ກຳຈອນ​​ເດດ ​ແມ່ນ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຮອບດ້ານ ທັງ​ເປັນ​ ​​ຈິດຕະກອນ, ນັກ​ກະວີ, ນັກ​ປະພັນ, ນັກ​ດົນຕີ ​ແລະ ທັງ​ເປັນນັກ​ແປເລື່ອງ​ສັ້ນ​ຂອງ​ຕົນ​ເປັນ​ພາສາ​ອັງ​ກິດ. ບົດ​ປະພັນ​ທຳ​ອິດ​ຂອງ​ອ້າຍ​ແມ່ນ​ຫົວ​ເລື່ອງ:ຮົ່ມ 9 ຊັ້ນນຳ​ສະ​ເຫ​ນີຕໍ່ທ່ານ​ຜູ້​ອ່ານ​ໄທ​ເມ່ືອ​ປີ 2002. ປີ 2008 ​ເລື່ອງ​ສັ້ນ“ ຫະລຸ​ມານ​ຢຽບ​ເມືອງ ຂອງ​ອ້າຍ​ກໍ​ໄດ້​ຮັບ​ລາງວັນ​ໄທ Indy Award.

        ບັນດາ​ບົດ​ປະພັນ​ທີ່ໄດ້​ຮັບລາງວັນ ວັນນະຄະດີ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແຕ່​ປີ 1979 ຮອດ​ປີ 2011 ​ແມ່ນ​ອຸດົມສົມບູນ ​ແລະ ຫລາຍ​ຮູບຫຼາຍ​​ແບບ​ຊື່​ງລວມມີ: ​ເລື່ອງ​ສັ້ນ, ບົດ​ປະພັນ, ບົດ​ກາບກອນ ກໍ​ຄື​ບັນດາ​ບົດ​ນິພົນ... ​ແລະ ສາສະຫນາ. ​ເພາະສະ​ນັ້ນ ລາງວັນ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ຮັບ​ຮູ້​ຜົນງານ​ໃນ​ຕະຫລອດ​ຊີວິດ​ຂອງ​ນັກ​ປະພັນ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນ​ກາລະ​ໂອກາດ​​ເພື່ອໃຫ້​ບັນດາ​ນັກ​ປະພັນ​ພົບ​ປະ​ແລກປ່ຽນນຳ​ກັນ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຂອງ​ພື້ນຖານ​ວັນນະຄະດີ​ສິລະ​ປະ​ໃນ​ພາກ​ພື້ນ, ຜ່ານ​ນັ້ນ ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ນ້ຳ​ໃຈ​ມິດຕະພາບ​ລະ​ຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ.

​ນັກ​ຂ່າວ vov ປະຈຳ​ໄທ


ຕອບກັບ

ຂ່າວ/ບົດ​ອື່ນ