ພົບປະກັບຜູ້ຍາດໄດ້ລາງວັນທີໜຶ່ງໃນການເສັງຊອກຮູ້ການພົວພັນແບບພິເສດ ຫວຽດນາມ - ລາວ

(VOVWORLD) - ທີ່ພິທີມອບລາງວັນທີ່ຈັດຕັ້ງໃນທ້າຍເດືອນທັນວາ 2017, ໂດຍໄດ້ຜ່ານຜ່າຜູ້ເຂົ້າຮ່ວມການເສັງກ່ວາ 3 ລ້ານຄົນ, ເອື້ອຍຄູ ຟ້າມທິຮົ່ງຢວຽນ ມາຈາກໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນຢູ, ເມືອງ ຊອກເຊີນ, ຮ່າໂນ້ຍ ຍາດໄດ້ລາງວັນທີໜຶ່ງໃນການເສັງ “ຊອກຮູ້ການພົວພັນແບບພິເສດ ຫວຽດນາມ - ລາວ ຄັ້ງທີ 2” ໂດຍຄະນະໂຄສະນາສຶກສາສູນກາງຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ  - ລາວ. 
ພົບປະກັບຜູ້ຍາດໄດ້ລາງວັນທີໜຶ່ງໃນການເສັງຊອກຮູ້ການພົວພັນແບບພິເສດ ຫວຽດນາມ - ລາວ - ảnh 1 ເອື້ອຍ ຢວຽນ ທີ່ພິທີມອບລາງວັນ

ບົດຂຽນເຂົ້າຮ່ວມການເສັງດ້ວຍຫົວຂໍ້ “ບົດເພງສາມັກຄີ ຫວຽດນາມ - ລາວ ດັງກ້ອງກັງວານຕະຫຼອດໄປ” ຂອງເອື້ອຍ ຢວຽນ ໄດ້ຮັບການຕີລາຄາສູງຈາກບັນດາສະມາຊິກໃນຄະນະກຳມະການ. ໃນລາຍການ “ຊາຍຄາອາຊຽນ” ພາກນີ້, ເຊີນທ່ານຜູ້ຟັງ, ຜູ້ອ່ານ ພ້ອມກັບ ມີງງອັກ, ນັກຂ່າວ VOV ພົບປະກັບເອື້ອຍ ຮົ່ງຢວຽນ ເພື່ອຊອກຮູ້ບົດຂຽນທີ່ຍາດໄດ້ລາງວັນທີໜຶ່ງຂອງເອື້ອຍ.

        “ອາວຂອງ ຂ້າພະເຈົ້າແມ່ນທະຫານອາສາສະໝັກ ຫວຽດນາມ ຢູ່ລາວ, ສ່ວນລຸງຂອງ ຂ້າພະເຈົ້າແມ່ນນັກຊ່ຽວຊານ ຫວຽດນາມ ຢູ່ລາວ. ນັບແຕ່ເວລາຍັງນ້ອຍ, ຂ້າພະເຈົ້າໄດ້ຮັບຟັງ ລຸງ ແລະ ອາວ ເລົ່າເລື່ອງປະຊາຊົນ ແລະ ປະເທດລາວຫຼາຍທີ່ສຸດ. ສຳລັບຂ້າພະເຈົ້າ, ບໍ່ຮູ້ວ່າປະເທດ ລາວ ໄດ້ກາຍເປັນທີ່ໃກ້ຊິດສະໜິດສະໜົມແຕ່ເວລາໃດ. ເມື່ອການເລີ່ມຂຶ້ນ ແລະ ໄດ້ຮັບການປຸກລະດົມ, ຂ້າພະເຈົ້າກໍ່ເຂົ້າຮ່ວມການເສັງເພື່ອສະແດງນ້ຳໃຈ ແລະ ຄວາມຮັກແພງຂອງຂ້າພະເຈົ້າທີ່ມີຕໍ່ປະເທດ ເຊິ່ງລຸງ ແລະ ອາວຂອງຕົນເຄີຍໄປປະຕິບັດງານ ແລະ ທຳການຕ່ໍສູ້”

        ເລື່ອງຍາດໄດ້ລາງວັນທີໜຶ່ງໃນການເສັງ ແມ່ນສິ່ງທີ່ແປກໃຈ ແລະ ດີໃຈແທ້ໆ ສຳລັບເອື້ອຍ ຢວຽນ ຍ້ອນວ່ານີ້ແມ່ນຄັ້ງທີສອງທີ່ເອື້ອຍຍາດໄດ້ລາງວັນໃນການເສັງນີ້. ກ່ອນໜ້ານັ້ນ, ໃນປີ 2012, ເອື້ອຍ ຢວຽນ ເຄີຍຍາດໄດ້ລາງວັນທີສາມ ທີ່ການເສັງຄັ້ງທີ 1. ສຳລັບການເສັງຄັ້ງນີ້, ເອື້ອຍໄດ້ກະກຽມໃນເວລາເດືອນໜຶ່ງ, ມີບາງຄືນເອື້ອຍໄດ້ຄິດ ແລະ ຂຽນບົດເຖິງເວລາ 2, 3 ໂມງເຊົ້າ. ການເສັງທັງ 2 ຄັ້ງ, ເອື້ອຍໄດ້ເລືອກຂຽນບົດແບບວິທີຂຽນຈົດໝາຍ. ນີ້ກໍ່ແມ່ນຈຸດພິເສດຂອງບົດສົ່ງເຂົ້າຮ່ວມການເສັງຂອງເອື້ອຍ ເມື່ອທຽບໃສ່ບັນດາບົດຂຽນອື່ນໆ.

        “ໃນບົດຂຽນສົ່ງເຂົ້າຮ່ວມການເສັງຄັ້ງກ່ອນ, ຂ້າພະເຈົ້າໃນນາມລູກຂອງທະຫານອາສາສະໝັກຜູ້ໜຶ່ງ, ຂຽນຈົດໝາຍໃຫ້ໝູ່ຄົນໜຶ່ງມີອາຍຸເທົ່າກັນ ເຊິ່ງເປັນລູກຂອງຄອບຄົວຄົນລາວທີ່ໄດ້ໃຫ້ການຊ່ວຍເຫຼືອ, ລ້ຽງດູທະຫານອາສາສະໝັກ ຫວຽດນາມ ໃນນັ້ນມີພໍ່ຂອງຕົນ. ສ່ວນບົດຂຽນໃນຄັ້ງນີ້ ແມ່ນຈົດໝາຍໄດ້ຝາກເຖິງບັນນາທິການໃຫຍ່ຂອງໜັງສືພິມ ປະຊາຊົນ - ກະບອກສຽງຂອງພັກປະຊາຊົນປະຕິວັດ ລາວ. ໃນນັ້ນ, ຂ້າພະເຈົ້າໄດ້ເລົ່າເລື່ອງກ່ຽວກັບຄວາມປະທັບໃຈຂອງຕົນເອງ ແລະ ຄວາມຊົງຈຳຂອງ ອາວ, ລຸງ - ເຊິ່ງເປັນອະດີດນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ກ່ຽວກັບປະເທດລາວ ອ້າຍນ້ອງ, ບັນດາຈຸດດີງາມກ່ຽວກັບວັດທະນະທຳຂອງລາວ, ນ້ຳໃຈມິດຕະພາບອັນເລິກເຊິ່ງຂອງການພົວພັນ ຫວຽດນາມ - ລາວ.”

        ຂຶ້ນຕົ້ນຈົດໝາຍທີ່ຝາກເຖິງບັນນາທິການໃຫຍ່ໜັງສືພິມປະຊາຊົນ ຂອງເອື້ອຍຢວຽນ ແມ່ນຄຳກາບກອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ຮັກຫອມກັນໝາຍໝັ້ນ, ຫຼາຍສັນພູກໍ່ປີນໄຕ່. ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍ່ເດີນດັ້ງດຸ່ງໄປ. ສອງຊາດລາວ - ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ. ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້.” ໂດຍໄດ້ຫວນຄືນປະຫວັດສາດ, ເອື້ອຍຢວຽນ ໄດ້ເລົ່າບັນດາເລື່ອງລາວທີ່ຕື້ນຕັນໃຈກ່ຽວກັບນ້ຳໃຈໃກ້ຊິດສະໜິດສະໜົມລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານ ສຸພານຸວົງ ແລະ ປະທານ ໄກສອນ ພົມວິຫານ, ຊຸມວັນເດືອນປີທີ່ປະຊາຊົນ 2 ປະເທດໄດ້ຮຽງບ່າຮຽງໄຫລ່ນຳກັນເພື່ອຕ້ານຄືນສັດຕູຜູ້ຮຸກຮານ. ເອື້ອຍກໍ່ໄດ້ສະແດງຄວາມເອກອ້າງທະນົງໃຈກ່ຽວກັບການພັດທະນາຂອງການພົວພັນລະຫວ່າງ 2 ປະເທດໃນຕະຫຼອດ 55 ປີທີ່ຜ່ານມາ, ຄວາມຮູ້ສຶກຂອງຕົນກ່ຽວກັບປະຊາຊົນລາວ ທີ່ມີໃຈເມັດຕາ, ບັນດາເຍື່ອງອາຫານທີ່ເປັນມູນເຊື້ອ, ດອກຈຳປາ ຫຼື ວາດຟ້ອນມູນເຊື້ອຂອງປະເທດລາວ. ບົດຂຽນຍາວ 100 ໜ້າ, ດ້ວຍນ້ຳມຶກສີອິດ, ຂຽນໃສ່ເຈ້ຍມີພື້ນເປັນຮູບດອກບົວ ແລະ ດອກຈຳປາ ຊ້ອນນຳກັນ. ບົດຂຽນນີ້ໄດ້ໃສ່ໃນກັບໜຶ່ງ, ຢູ່ອ້ອມແມ່ນ ປອກແຂນ 55  ອັນເຮັດດ້ວຍແກ່ນດອກບົວ ໂດຍເອື້ອຍ ແລະ ນັກຮຽນເຮັດເອງ.

        “ປອກແຂນ 55 ອັນນີ້ແມ່ນສັນຍາລັກໃຫ້ແກ່ການພົວພັນທາງການທູດລະຫວ່າງ ຫວຽດນາມ - ລາວ. ປອກແຂນໄດ້ຮ້ອຍດ້ວຍເສັ້ນຝ້າຍສີເຫຼືອງ, ຂໍສອງສົ້ນຂອງປອກແຂນແມ່ຮູບດອກຈຳປາ ເຊິ່ງເປັນສັນຍາລັກໃຫ້ນ້ຳໃຈດີງາມຂອງປະຊາຊົນລາວ. ແກ່ນດອກບົວແມ່ນສັນຍາລັກໃຫ້ແກ່ຮູບພາບທີ່ສັດຊື່ບໍລິສຸດໃຫ້ແກ່ ຫວຽດນາມ ແລະ ລາວ. ຂ້າພະເຈົ້າຢາກຝາກຂອງຂວັນນີ້ໃຫ້ບັນດາສະຫາຍໃນຄະນະບັນນາທິການ ໜັງສືພິມ ປະຊາຊົນ ແລະ ນັກຮຽນລາວ ດ້ວຍຄວາມໝາຍວ່າ ບັນດາປອກແຂນ ນີ້ຈະຊ່ວຍຮັດແໜ້ນນ້ຳໃຈມິດຕະພາບ.”

ພົບປະກັບຜູ້ຍາດໄດ້ລາງວັນທີໜຶ່ງໃນການເສັງຊອກຮູ້ການພົວພັນແບບພິເສດ ຫວຽດນາມ - ລາວ - ảnh 2 ບົດເສັງຂອງ ເອື້ອຍ ຢວຽນ

        ບົດຂຽນ “ບົດເພງສາມັກຄີ ຫວຽດນາມ - ລາວ ດັງກ້ອງກັງວານຕະຫຼອດໄປ” ໄດ້ສ້າງຄວາມປະທັບໃຈ ບໍ່ພຽງແຕ່ສຳລັບຄະນະຈັດຕັ້ງເທົ່ານັ້ນ ຫາກຍັງສຳລັບບັນດາຜູ້ເຂົ້າຮ່ວມການເສັງອີກດ້ວຍ. ທ່ານ ຟ້າມແທງລຽມ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຈັດຕັ້ງການເສັງໄດ້ໃຫ້ຂໍ້ສັງເກດວ່າ:

        “ຜູ້ຂຽນໄດ້ປະກອບກຳລັງເຫື່ອແຮງເຂົ້າໃນບົດຂຽນ, ຄຸນນະພາບຂອງບົດຂຽນດີທີ່ສຸດ, ການຂຽນ ແລະ ຈັດໜ້າເຈ້ຍງາມ, ມີຊີວິດຊີວາ, ອຸດົມສົມບູນ. ໃນບົດສົ່ງເຂົ້າຮ່ວມການເສັງ, ຜູ້ຂຽນໄດ້ສະສົມບັນດາຮູບພາບທີ່ເປັນເອກະລັກສະເພາະ, ການປະດັບປະດາລະອຽດລະອໍຍ້ອນບັນດາປອກແຂນທີ່ເຮັດດ້ວຍເມັດດອກບົວ, ສະແດງເຖິງນ້ຳໃຈເລິກເຊິ່ງດ້ານປະຫວັດສາດ ຫວຽດນາມ  - ລາວ. ຈຸດພິເສດຂອງບົດສົ່ງເຂົ້າຮ່ວມການເສັງແມ່ນໄດ້ດ້ວຍທັງ ສອງພາສາ ຫວຽດນາມ  - ລາວ.”

ພາຍຫຼັງການເສັງ, ເອື້ອຍ ຢວຽນ ກັບຄືນສູ່ວຽກງານສິດສອນ, ເອື້ອຍໄດ້ສ້າງແຜນການຈັດຕັ້ງການດຳເນີນຊີວິດຍາມຕົ້ນອາທິດດ້ວຍຫົວຂໍ້ “ນ້ຳໃຈອ້າຍນ້ອງທີ່ຮັກແພງ”, ຈັດຕັ້ງບັນດາການຢ້ຽມຢາມປະເທດລາວ ໃຫ້ແກ່ຄູສອນໃນໂຮງຮຽນໃນໂອກາດພັກແລ້ງ… ນະທີ່ນີ້, ເອື້ອຍຈະເລົ່າເລື່ອງໃຫ້ບັນດາຄູສອນ ແລະ ນັກຮຽນບັນດາເລື່ອງລາວກ່ຽວກັບປະເທດລ້ານຊ້າງ. ແຮງບັນດານໃຈຂອງເອື້ອຍຈະໄດ້ຮັບການແຜ່ຂະຫຍາຍເຖິງບັນດາເພື່ອນຮ່ວມງານ ແລະ ນັກຮຽນ, ປະກອບສ່ວນໂຄສະນາໃຫ້ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມເຂົ້າໃຈກ່ວາກ່ຽວກັບການພົວພັນແບບພິເສດ ຫວຽດນາມ  - ລາວ ແລະ ນັ້ນກໍ່ແມ່ນໜຶ່ງໃນບັນດາຄາດໝາຍເຊິ່ງຄະນະຈັດຕັ້ງການເສັງມຸ່ງໄປເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ