ພາກ​ວິ​ຊາ ອິນ​ໂດ​ເນ​ເຊຍ ວິ​ທະ​ຍາ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ ນະ​ຄອນ ໂຮ່​ຈີ​ມິນ: ອູ່​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ພາ​ສາ ອິນ​ໂດ​ເນ​ເຊຍ

(VOVWORLD) -ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1993, ພາກວິຊາ ອິນໂດເນເຊຍ ວິທະຍາ, ພະແນກຕາເວັນອອກວິທະຍາ, ມະຫາວິທະຍາໄລ ວິທະຍາສາດ - ສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ ແມ່ນບ່ອນບຳລຸງສ້າງແບບລົງເລິກກ່ຽວກັບພາສາ ແລະ ວັດທະນະທຳ ອິນໂດເນເຊຍ ແຫ່ງດ່ຽວຢູ່ ຫວຽດນາມ. ດ້ວຍຄວາມຮູ້ທີ່ສະສົມມາໄດ້ໃນຕະຫຼອດໄລຍະຮ່ຳຮຽນຢູ່ພາກວິຊາອິນໂດເນເຊຍ ວິທະຍາ, ພາຍຫຼັງຮຽນຈົບ, ນັກສຶກສາຜູ້ໃດກໍຊອກໄດ້ວຽກເຮັດງານທຳທີ່ເໝາະສົມ. 
ພາກ​ວິ​ຊາ ອິນ​ໂດ​ເນ​ເຊຍ ວິ​ທະ​ຍາ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ ນະ​ຄອນ ໂຮ່​ຈີ​ມິນ: ອູ່​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ພາ​ສາ ອິນ​ໂດ​ເນ​ເຊຍ - ảnh 1ພິທີຮັບນ້ອງ

ໃນພິທີຮັບນ້ອງ ຖືກຈັດຂຶ້ນແບບທາງໄກໃນວັນທີ 19 ພະຈິກ ຜ່ານມາ, ນັກສຶກສາ ອິນໂດເນເຊຍ ຊຸດໃໝ່ໄດ້ແນະນຳຕົວດ້ວຍພາສາ ອິນໂດເນເຊຍ. ນີ້ແມ່ນກິດຈະກຳທີ່ເປັນມູນເຊື້ອຖືກຈັດຂຶ້ນປະຈຳປີ ເພື່ອຊ່ວຍໃຫ້ນັກສຶກສາມາໃໝ່ມີຄວາມເຂົ້າໃຈໂດຍລວມກ່ຽວກັບພາກວິຊາທີ່ຕົນຮຽນ, ຮັບຟັງການແບ່ງປັນປະສົບການໃນຮ່ຳຮຽນ ແລະ ກາລະໂອກາດເຮັດວຽກພາຍຫຼັງຮຽນຈົບ, ກໍຄືເພີ່ມທະວີຄວາມຜູກພັນລະຫວ່າງນັກສຶກສາລຸ້ນຕ່າງໆນຳກັນ. ເຖິງວ່າ ຫາກໍຮຽນພາສາ ອິນໂດເນເຊຍ ໄດ້ 3 ອາທິດ ກໍຕາມ ແຕ່ນັກສຶກສາ 24 ຄົນ ຂອງສົກຮຽນ 2021 - 2025 ກໍສາມາດແນະນຳຕົນເອງດ້ວຍພາສາ ອິນໂດເນເຊຍ ໄດ້ແລ້ວ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ນ້ຳໃຈຮ່ຳຮຽນຢ່າງແທ້ຈິງນັບແຕ່ຕົ້ນຂອງເພື່ອນໆນັກສຶກສາ. ທ່ານ ປະລິນຍາເອກ ຫງວຽນແທັງຕວ໊ນ, ຮອງຫົວໜ້າຄະນະຕາເວັນອອກວິທະຍາ, ຫົວໜ້າພາກວິຊາ ອິນໂດເນເຊຍ ວິທະຍາ ແບ່ງປັນວ່າ:

“ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາມາເກືອບ 30 ປີ, ພາກວິຊາ ອິນໂດເນເຊຍ ວິທະຍາ ໄດ້ສອນມາ 18 ຊຸດແລ້ວ ແລະ ປີ 2021 ນີ້, ພວກຂ້າພະເຈົ້າຮັບຊຸດທີ 19. ອາດເວົ້າໄດ້ວ່າ ສົກຮຽນປີນີ້ ມີຄວາມພິເສດກວ່າທຸກປີ ເພາະວ່າທຸກລະບຽບການລົງທະບຽນຂອງນັກສຶກສາມາໃໝ່ ແລະ ທຸກການເຄື່ອນໄຫວຮ່ຳຮຽນລ້ວນແຕ່ແມ່ນປະຕິບັດທາງອອນລາຍໝົດ. ເມື່ອທຽບໃສ່ສົກຮຽນກ່ອນໆນັ້ນ, ນັກສຶກສາສົກຮຽນນີ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນໂລກລະບາດໂຄວິດ - 19. ແຕ່ເຖິງຢ່າງໃດກໍຕາມ, ພວກນ້ອງກໍພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ແລະ ຕັ້ງໃຈຮ່ຳຮຽນ. ຂ້າພະເຈົ້າຮູ້ສຶກດີໃຈ ແລະ ຕີລາຄາສູງນໍ້າໃຈຮ່ຳຮຽນຂອງເຂົາເຈົ້າ”.

ພາກ​ວິ​ຊາ ອິນ​ໂດ​ເນ​ເຊຍ ວິ​ທະ​ຍາ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ ນະ​ຄອນ ໂຮ່​ຈີ​ມິນ: ອູ່​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ພາ​ສາ ອິນ​ໂດ​ເນ​ເຊຍ - ảnh 2ອາຈານ ຫງວຽນແທັງຕວ້ນ ກ່າວຄຳເຫັນໃນພິທີຮັບນ້ອງ
ປັດຈຸບັນ, ຖັນແຖວຄູອາຈານສອນພາສາ ອິນໂດເນເຊຍ ຂອງພາກວິຊາ ອິນໂດເນເຊຍ ວິທະຍາ ລວມມີ 08 ຄົນ, ໃນນັ້ນ, ມີອາຈານ 05 ຄົນເປັນຄົນ ຫວຽດ ແລະ 03 ຄົນ ເປັນຄົນ  ອິນໂດເນເຊຍ. ຄູອາຈານທີ່ເປັນຄົນ ຫວຽດ ນັ້ນ ລ້ວນແຕ່ໄດ້ຮັບການບຳລຸງສ້າງຢູ່ ອິນໂດເນເຊຍ ຢ່າງໜ້ອຍ 01 ປີ, ໃນຂະນະທີ່ຄູອາຈານຄົນ ອິນໂດເນເຊຍ ແມ່ນ ອາຈານສັງກັດ ໂຄງການສອນພາສາ ອິນໂດເນເຊຍ ໃຫ້ແກ່ຄົນຕ່າງປະເທດ ໂດຍກະຊວງສຶກສາ ແລະ ວັດທະນະທຳ ອິນໂດເນເຊຍ ສົ່ງມາສອນ ຫຼື ເປັນພົນລະເມືອງ ອິນໂດເນເຊຍ ອາໄສຢູ່ ຫວຽດນາມ ທີ່ມີລະດັບວິຊາຄູ. ໃນລະບົບການຮຽນໄລຍະ 04 ປີ, ເພື່ອນໆນັກສຶກສາຈະໄດ້ຮຽນທັງສອງພາສາໄປພ້ອມກັນນັ້ນແມ່ນພາສາ ອິນໂດເນເຊຍ ແລະ ພາສາ ອັງກິດ, ລວມມີ 04 ທັກສະ ການຟັງ, ການເວົ້າ, ການອ່ານ, ການຂຽນ. ໃນໄລຍະ 02 ປີສຸດທ້າຍ, ນັກສຶກສາຈະໄດ້ລົງເລິກກ່ຽວກັບການໃຊ້ພາສາ ອິນໂດເນເຊຍ ໃນຂົງເຂດຕ່າງໆຄື ການແປ,  ການທ່ອງທ່ຽວ, ການຄ້າ ຮັບປະກັນສະໜອງຄວາມຮູ້ ແລະ ທັກສະໃຫ້ນັກສຶກສາເມື່ອຮຽນຈົບແລ້ວອອກໄປເຮັດວຽກ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຂອງວຽກງານ.

“ພາຍຫຼັງຮຽນໝົດ 6 ພາກຮຽນ, ນັກສຶກສາຂອງໂຮງຮຽນລ້ວນແຕ່ສາມາດທັກທາຍສື່ສານດ້ວຍພາສາ ອິນໂດເນເຊຍ ຢ່າງລຽນໄຫຼ. ພາຍຫຼັງຮຽນຈົບແລ້ວ ນັກສຶກສາກວ່າ 75% ຂອງພາກວິຊາ ອິນໂດເນເຊຍ ວິທະຍາ ສາມາດຊອກຫາໄດ້ວຽກເຮັດງານທຳທີ່ສອດຄ່ອງກັບວິຊາສະເພາະຂອງຕົນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ພາກວິຊາ ອິນໂດເນເຊຍ ວິທະຍາ ແມ່ນໜຶ່ງໃນບັນດາຂະແໜງການສຳຄັນໃນຂົງເຂດວິທະຍາສາດ - ສັງຄົມ ແລະ ມະນຸດສາດ. ພາຍຫຼັງຮຽນຈົບ, ນັກສຶກສາສາມາດຕອບສະໜອງໄດ້ຄວາມຕ້ອງການຊັບພະຍາກອນມະນຸດໃຫ້ສັງຄົມ ແລະ ປະກອບສ່ວນເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ອິນໂດເນເຊຍ. ສ່ວນຕົວຂ້າພະເຈົ້າຮູ້ສຶກພາກພູມໃຈຕໍ່ນັກສຶກສາລຸ້ນຕ່າງໆຂອງພາກວິຊາ ອິນໂດເນເຊຍ ວິທະຍາ ທີ່ສຸດ.”

ໄລ່ມາຮອດປັດຈຸບັນ, ນັກສຶກສາທີ່ຮຽນຈົບພາກວິຊາ ອິນໂດເນເຊຍ ວິທະຍາ, ມະຫາວິທະຍາໄລ ວິທະຍາສາດ - ສັງຄົມ ແລະ ມະນຸດສາດ ມີທັງໝົດ 271 ຄົນ ແລະ ພວມເຮັດວຽກຢູ່ຫຼາຍອົງການ, ບໍລິສັດທີ່ແຕກຕ່າງກັນໃນທົ່ວປະເທດ ຫວຽດນາມ. ພິເສດ, ອາຈານ ໂງທິເຟືອງລານ, ອະທິການບໍດີມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ ກໍແມ່ນນັກສຶກສາລຸ້ນທຳອິດຂອງພາກວິຊາ ອິນໂດເນເຊຍ ວິທະຍາ (ປີ 1993). ນອກຈາກນັ້ນ, ປັດຈຸບັນ, ອະດີດນັກສຶກສາຂອງພາກວິຊານີ້ ກໍພວມເຮັດວຽກໃນຫຼາຍຕຳແໜ່ງສຳຄັນຂອງບັນດາສຳນັກງານ, ອົງການຈັດຕັ້ງຄື: ຫົວໜ້າສະຖານກົງສູນ ອິນໂດເນເຊຍ ປະຈຳນະຄອນ ໂຮ່ຈີມິນ, ວິທະຍຸກະຈາຍສຽງ ຫວຽດນາມ, ຄະນະກຳມະການເສດຖະກິດ - ສັງຄົມຂອງ ສປຊ ພາກພື້ນ ອາຊີ - ປາຊີຟິກ… ແລະ ຫຼາຍບໍລິສັດໃຫຍ່ອີກດ້ວຍ.

ນອກຈາກຄວາມມານະພະຍາຍາມຂອງຄູອາຈານ ແລະ ນັກສຶກສາແລ້ວ, ຂະແໜງອິນໂດເນເຊຍ ວິທະຍາ ຍັງໄດ້ຮັບການໜູນຊ່ວຍຈາກ ລັດຖະບານ ອິນໂນເຊຍ, ລະອຽດແມ່ນຈາກ ສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈໍານະຄອນ ໂຮ່ຈີມິນ, ບັນດາບໍລິສັດ ອິນໂດເນເຊຍ,  ບໍລິສັດຂອງ ຫວຽດນາມ ຢູ່ ນະຄອນ ໂຮ່ຈີມິນ ແລະ ເຂດອ້ອມແອ້ມ. ທ່ານ Agustaviano Sofian, ສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈໍາ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

ພາກ​ວິ​ຊາ ອິນ​ໂດ​ເນ​ເຊຍ ວິ​ທະ​ຍາ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ ນະ​ຄອນ ໂຮ່​ຈີ​ມິນ: ອູ່​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ພາ​ສາ ອິນ​ໂດ​ເນ​ເຊຍ - ảnh 3ທ່ານ Agustaviano Sofian, ສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈໍາ ນະຄອນ ໂຮ່ຈີມິນ

“ຂ້າພະເຈົ້າດີໃຈຫຼາຍ ທີ່ມະຫາວິທະຍາໄລວິທະຍາສາດ - ສັງຄົມ ແລະ ມະນຸດສາດ ໄດ້ສ້າງຕັ້ງພາກວິຊາ ອິນໂດເນເຊຍ ວິທະຍາ ແຕ່ປີ 1993 - ບ່ອນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບທີ່ດີ. ໜຶ່ງໃນຈຳນວນນັກສຶກສາທີ່ຮຽນຈົບຈາກພາກວິຊານີ້ກໍເປັນພະນັກງານຂອງສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ. ປັດຈຸບັນ, ມີບໍລິສັດ ອິນໂດເນເຊຍ ກວ່າ 40 ແຫ່ງ ພວມເຄື່ອນໄຫວຢູ່ ຫວຽດນາມ. ເພາະສະນັ້ນ, ໂອກາດຫາວຽກເຮັດງານທຳພາຍຫຼັງຮຽນຈົບແມ່ນໃຫຍ່ຫຼວງທີ່ສຸດ. ທາງສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ພວກຂ້າພະເຈົ້າ ຍາມໃດກໍພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍກ່ຽວກັບດ້ານວັດຖຸ ກໍຄືອຳນວຍຄວາມສະດວກໃຫ້ນັກສຶກສາພາກວິຊາ ອິນໂດເນເຊຍ ວິທະຍາ ເຂົ້າຮ່ວມບັນດາການຄື່ອນໄຫວໂດຍສະຖານກົງສູນໃຫຍ່ ອິນໂດເນເຊຍ ຈັດຂຶ້ນ”.

ປີ 2021 ນີ້, ດ້ວຍການປະກອບສ່ວນຂອງຄູອາຈານ ແລະ ອະດີດນັກສຶກສາພາກວິຊາ ອິນໂດເນເຊຍ ວິທະຍາ, ມີທຶນການສຶກສາ 10 ທຶນໄດ້ມອບໃຫ້ນັກສຶກສາສົກຮຽນ 2021 ແລະ ສົກຮຽນອື່ນໆ, ພິເສດແມ່ນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດໂຄວິດ - 19. ມູນເຊື້ອອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງພາກວິຊາ ສືບຕໍ່ໄດ້ຮັບການສືບທອດ, ເຖິງວ່າ ນັກສຶກສາລຸ້ນຕ່າງໆຂອງພາກວິຊາ ອິນໂດເນເຊຍ ວິທະຍາ ຜູ້ໃດກໍພວມປະຕິບັດຄວາມໄຝ່ຝັນຂອງຕົນ ແຕ່ຍາມໃດກໍຄິດຮອດເຖິງພາກວິຊາ, ຄູອາຈານ - ບ່ອນທີ່ໄດ້ຫຼໍ່ລ້ຽງ, ບຳລຸງສ້າງ ແລະ ໃຫ້ເຂົາເຈົ້າມີໂອກາດໄດ້ເຮັດວຽກງານທີ່ດີຄືທຸກວັນນີ້. ຍິ່ງໄປກວ່ານັ້ນ, ສິ່ງທີ່ຄູອາຈານ ແລະ ນັກສຶກສາພາກວິຊາພາສາ ອິນໂດເນເຊຍ ວິທະຍາ ໄດ້ ແລະ ກຳລັງມານະພະຍາຍາມສູ້ຊົນນັ້ນ ໄດ້ປະກອບສ່ວນນຳພາສາ ອິນໂດເນເຊຍ ແລະ ວັດທະນະທຳ ອິນໂດເນເຊຍ ນັບມື້ນັບກາຍເປັນທີ່ຮູ້ຈັກກັນດີຢູ່ ຫວຽດນາມ, ກໍຄືປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ./.

ຕອບກັບ

ຂ່າວ/ບົດ​ອື່ນ