ພາບ​ແຕ້ມ - ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) -        ພາບທິວທັດທຳມະຊາດ, ຮີດຄອງປະເພນີ, ພາບເຄິ່ງຄີງຂອງບັນດາເພື່ອນລາວ ເຊິ່ງ ຈິດຕະກອນ ເລຢຸງເກື່ອງ, ອະດີດເລຂາໂທ, ສະຖານທູດ ຫວຽດນາມ ປະຈຳ ລາວ ແຕ້ມນັ້ນ ລ້ວນແຕ່ແມ່ນເລີ່ມມາຈາກອາລົມຈິດອັນລຽບງ່າຍ ແຕ່ເຕັມໄປດ້ວຍຄວາມຮັກແພງ, ມັນເໝືອນດັ່ງການແຕ້ມພາບເປັນຂອງຂວັນໃຫ້ຕົວລະຄອນຫຼາຍກວ່າການສະແດງທັດສະນະຂອງຕົນຜ່ານການແຕ້ມ. ເມື່ອກັບເມືອ ຫວຽດນາມ, ທ່ານກໍໄດ້ນຳເອົາຜົນງານຫຼາຍຢ່າງທີ່ເຕັມໄປດ້ວຍຄວາມຮູ້ສຶກທີ່ມີຕໍ່ປະເທດ ລາວ ລ້ານຊ້າງ ມານຳສະເໜີສູ່ມວນຊົນ ຫວຽດນາມ.

ເມື່ອກັບເມືອ ຮ່າໂນ້ຍ ພາຍຫຼັງໄດ້ປະຕິບັດງານຢູ່ ລາວ ເປັນເວລາ 3 ປີ ນັບແຕ່ປີ 2017 ຫາປີ 2020, ຈິດຕະກອນ ເລຢຸງເກືອງ ໄດ້ນຳເອົາພາບແຕ້ມທີ່ເຕັມໄປດ້ວຍວັດທະນະທຳຂອງດິນແດນແຫ່ງຈໍາປາ ນັບສິບໆແຜ່ນ ເຊິ່ງທ່ານໄດ້ແຕ້ມໄວ້ເພື່ອເປັນທີ່ລະນຶກ.               ໂດຍເປັນຈິດຕະກອນທີ່ໄດ້ຮຽນຈົບຢູ່ ໂຮງຮຽນວິຈິດສິນ ອຸດສາຫະກຳ ສົກຮຽນ 1979 – 1985, ຈິດຕະກອນ ເລຢຸງເກື່ອງ ກໍໄດ້ໃຊ້ເວລາສ່ວນຫຼາຍແກ່ການແຕ້ມ ແລະ ປະຕິບັດໜ້າທີ່ທາງການທູດ. ສໍາລັບຈິດຕະກອນ ເລຢຸງເກື່ອງ ແລ້ວ, ວັດທະນະທຳຂອງປະເທດ ລາວ ທີ່ສວຍງາມນັ້ນ ຍາມໃດກໍເຕັມໄປດ້ວຍສີສັນ ແລະ ຄວາມປະທັບໃຈ:

ພາບ​ແຕ້ມ - ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1ຈິດຕະກອນ ເລຢຸງເກື່ອງ

“ເມື່ອໄປປະຕິບັດງານຢູ່ ລາວ, ຂ້າພະເຈົ້າໄດ້ຖືປະເທດລາວ ເໝືອນດັ່ງບ້ານເກີດເມືອງນອນແຫ່ງທີ 2  ຂອງຕົນ. ໂດຍຜ່ານການພົວພັນພົບປະແລກປ່ຽນກັບປະຊາຊົນ ລາວ ຂ້າພະເຈົ້າເຫັນວ່າ ຄົນ ລາວ ເປັນຄົນສັດຊື່, ມີນ້ຳໃຈເມດຕາກະລຸນາ ແລະ ສະໜິດສະໜົມຫຼາຍ. ຂ້າພະເຈົ້າເຄີຍໄດ້ຮຽນວິຈິດສິນມາກ່ອນ,  ສະນັ້ນ, ຂ້າພະເຈົ້າ ຈຶ່ງແຕ້ມຮູບໄວ້ເພື່ອບັນທຶກຈຸດຄວາມງາມຂອງ ລາວ ໄວ້, ເປັນຕົ້ນແມ່ນ ຄວາມງາມຂອງປະເທດຊາດ, ທິວທັດທຳມະຊາດ, ຮີດຄອງປະເພນີ, ງານບຸນ ແລະ ອື່ນໆ ເພື່ອເຊື່ອມຕໍ່ພື້ນຖານວັດທະນະທຳ ລະຫວ່າງສອງປະເທດ”.

ພາບ​ແຕ້ມ - ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 2ພາບແຕ້ມ ບໍ່ແກ້ວ ຍາມເຊົ້າ 
ວັດຖຸດິບ ເຊິ່ງທ່ານໄດ້ນຳມາໃຊ້ໃນການແຕ້ມລວມມີ: ເຈ້ຍສາ ຫວຽດນາມ, ເຈ້ຍສາຂອງ ລາວ, ສີດັ້ງເດີມຂອງລາວ ແລະ ສີ acrylic, ສີຄັດມັນ, ເຈ້ຍໜັງໄກ່…/ເຈ້ຍແຂງ ຜ່ານສີມືອັນຄ່ອງແຄ້ວ ປະສົມປະສານຢ່າງກົມກຽວກັບອາລົມຈິດ ແລະ ວັດຖຸດິບຊະນິດຕ່າງໆ, ຈິດຕະກອນ ເລຢຸງເກືອງ ໄດ້ຊ່ວຍໃຫ້ຜູ້ຊົມສຳຜັດໄດ້ເຖິງຄວາມງາມອັນສົດໃສຂອງບັນດານາງສາວ ຫວຽດນາມ ແລະ ລາວ, ວິຖີການດຳລົງຊີວິດທີ່ມີຊີວິດຊີວາ, ຈຸດຄວາມງາມ, ຄວາມເປັນເອກະລັກສະເພາະ ແລະ ຄວາມຫຼາກຫຼາຍສີສັນຂອງວັດທະນະທຳ, ຮີດຄອງປະເພນີ, ການເຫຼື້ອມໃສຂອງບັນດານາງສາວ ຫວຽດນາມ - ລາວ. ເມື່ອໄດ້ເບິ່ງພາບແຕ້ມຂອງຈິດຕະກອນ ເລຢຸງເກືອງ ແລ້ວ, ເຫັນວ່າ ຮູບພາບຄູບາອາຈານ, ວັດວາອາຮາມ ຫຼື ບັນຍາກາດຂອງງານບຸນຕ່າງໆຂອງລາວ, ທຸກຄວາມງາມທີ່ມີສະເໜ່ ແລະ ເປັນເອກະລັກຂອງ ລາວ ນີ້ ຄືໄດ້ປະກົດຂຶ້ນມາຢ່າງມີຊີວິດຊີວາຢູ່ຕໍ່ໜ້າ. ຈິດຕະກອນ ເລຢຸງເກືອງ ໃຫ້ຮູ້ວ່າ ສາສະໜາພຸດ ໄດ້ສົ່ງຜົນກະທົບຕໍ່ວັດທະນະທຳ ລາວ ຢ່າງແຮງ, ອາດເຫັນໄດ້ວ່າ ມັນບໍ່ພຽງແຕ່ໄດ້ພົບເຫັນຢູ່ໃນວັດວາອາຮາມ ເທົ່ານັ້ນ, ຫາກໃນຂະແໜງວິຈິດສິນ, ວັນນະຄະດີ, ສິລະປະການສະແດງ ອີກດ້ວຍ. 

ບັນດາພາບແຕ້ມທີ່ຂ້າພະເຈົ້າໄດ້ແຕ້ມມາ ລວມມີ ທີໜຶ່ງແມ່ນພາບແຕ້ມຕົວລະຄອນແມ່ຍິງ, ນັກຮົບເກົ່າ, ການເຄື່ອນໄຫວຂອງວົງຄະນະຍາດ, ວັດວາອາຮາມມັນສ່ອງແສງໃຫ້ເຫັນປະຊາຊົນຊາວ ລາວ ໂອບເອື້ອອາລີ, ຮັກຫອມສັນຕິພາບ ແລະ ມີຄວາມຜູກພັນຢ່າງສະໜິດແໜ້ນກັບຊີວິດທາງດ້ານຈິດວິນຍານ. ທີສອງແມ່ນ ຂ້າພະເຈົ້າແຕ້ມກ່ຽວກັບທິວທັດທຳມະຊາດ ແລະ ແຕ້ມກ່ຽວກັບບັນຍາກາດຂອງງານບຸນຕ່າງໆຂອງ ລາວ. ນອກຈາກນັ້ນ, ຂ້າພະເຈົ້າຍັງໄດ້ແຕ້ມພາບກ່ຽວກັບຖະໜົນເກົ່າຂອງ ວຽງຈັນ, ນັກຮຽນ, ນັກສຶກສາ ຕະຫຼອດຮອດຜູ້ມີອາຍຸສູງຄືພໍ່ເຖົ້າແມ່ເຖົ້າ. ບໍ່ພຽງແຕ່ເທົ່ານັ້ນ, ຂ້າພະເຈົ້າຍັງໄດ້ແຕ້ມກ່ຽວກັບທິວທັດທຳມະຊາດຢູ່ ບໍ່ແກ້ວ, ຫຼວງພະບາງ, ຊຽງຂວາງ ແລະ ສະຖານທີ່ອື່ນໆອີກດ້ວຍ”.

ພາບ​ແຕ້ມ - ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 3ບັນດາພາບແຕ້ມຂອງ ຈິດຕະກອນ ເລຢຸງເກື່ອງ ລ້ວນແຕ່ເລີ່ມມາຈາກອາລົມຈິດອັນລຽບງ່າຍ

ໂດຍເຄີຍໄປປະຕິບັດງານຢູ່ ລາວ ເປັນຫຼາຍຄັ້ງ ແລະ ກໍໄດ້ຢ້ຽມຢາມສະຖານທີ່ຫຼາຍແຫ່ງຂອງປະເທດ ລາວ ລ້ານຊ້າງ, ທ່ານ ຫວູງອກລອງ, ຜູ້ອຳນວຍການສູນວິຈິດສິນຍຸກປັດຈຸບັນ, ສະມາຄົມວິຈິດສິນ ຫວຽດນາມ ຕີລາຄາສູງຕໍ່ຜົນງານການແຕ້ມພາບຂອງ ຈິດຕະກອນ ເລຢຸງເກື່ອງ.

ພາບ​ແຕ້ມ - ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 4ທ່ານ ຫວູງອກລອງ, ຜູ້ອຳນວຍການສູນວິຈິດສິນຍຸກປັດຈຸບັນ

ຂ້າພະເຈົ້າກໍໄດ້ໄປຢ້ຽມຢາມປະເທດ ລາວ 5 6 ຄັ້ງແລ້ວ, ເມື່ອເບິ່ງບັນດາພາບແຕ້ມເຫຼົ່ານີ້ ຂ້າພະເຈົ້າກໍຮູ້ໂລດວ່າຢູ່ໃສ, ສະຖານທີ່ໃດ ທີ່ຂ້າພະເຈົ້າເຄີຍແວ່ຢາມ. ຈິດຕະກອນແຕ່ລະຄົນ ຈະມີສະຕາຍສະເພາະຂອງໃຜມັນ, ແຕ່ຂ້າພະເຈົ້າມີຄວາມປະທັບໃຈຫຼາຍ ຕໍ່ຈິດຕະກອນ ເລຢຸງເກື່ອງ. ຖ້າຫາກວ່າ ຈິດຕະກອນຜູ້ໃດທີ່ແຕ້ມໄດ້ບັນດາພາບແຕ້ມທີ່ມີຊີວິດຊີວາ, ມີວິນຍານດຶງດູດໃຈຜູ້ຊົມ ແລະ ສ້າງອາລົມຈິດແກ່ຜູ້ຊົມຄືພາບແຕ້ມຂອງຈິດຕະກອນ ເລຢຸງເກືອງ ນັ້ນ, ຜູ້ນັ້ນຕ້ອງມີການເຊື່ອມຕົວ ແລະ ມີຄວາມເຂົ້າໃຈກ່ຽວກັບວິຖີຊີວິດຂອງປະຊົນປະຈຳຖິ່ນໄດ້ຢ່າງເລິກເຊິ່ງ ຈຶ່ງສາມາດວາດພາບອອກມາຄືແນວນີ້ໄດ້”.

ນອກຈາກບັນດາພາບແຕ້ມກ່ຽວກັບທິວທັດທຳມະຊາດ, ຮີດຄອງປະເພນີແລ້ວ, ຈິດຕະກອນ ເລຢຸງເກື່ອງ ຍັງມີໂອກາດໄດ້ແຕ້ມຮູບເຄິ່ງຄີງຂອງການນຳລາວຫຼາຍທ່ານ ເປັນຕົ້ນແມ່ນທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ; ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃນຂະນະທີ່ເປັນນາຍົກລັດຖະມົນຕີ… ທ່ານ ຫງວຽນງອກທັ໊ງ, ວິຊາການ ກະຊວງສຶກສາ ແລະ ການກໍ່ສ້າງ ຫວຽດນາມ ເລົ່າສູ່ຟັງວ່າ:

ໃນໄລຍະປະຕິບັດງານ, ຈິດຕະກອນ ມີຄວາມເມົາມົວ ແລະ ຕັ້ງໜ້າໃນການໂຄສະນາວັດທະນະທຳຂອງ ຫວຽດນາມ ຢູ່ ລາວ ແລະ ເຂົ້າຮ່ວມງານວາງສະແດງຂອງ ອາຊຽນ ຫຼາຍຄັ້ງ. ຈິດຕະກອນ ເລຢຸງເກື່ອງ ໄດ້ປະກອບສ່ວນເຂົ້າໃນການແນະນຳໂຄສະນາວັດທະນະທຳຂອງ ຫວຽດນາມ ສູ່ປະຊາຊົນ ລາວ ແລະ ເພື່ອນມິດສາກົນ, ກໍຄື ໂຄສະນາກ່ຽວກັບບັນດາຈຸດຄວາມງາມທີ່ເປັນເອກະລັກສະເພາະຂອງ ລາວ ມາສູ່ປະຊາຊົນ ຫວຽດນາມ. ນອກຈາກນັ້ນ, ທ່ານຍັງໄດ້ຖືກມອບໜ້າທີ່ແຕ້ມຮູບເຄີ່ງຄີງການນຳ, ນັກການເມືອງລາວ ຫຼາຍທ່ານ ເພື່ອເປັນຂອງຂວັນມອບໃນໂອກາດພິເສດ ອີກດ້ວຍ”.

ພາບ​ແຕ້ມ - ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 5ຈິດຕະກອນ ເລຢຸງເກື່ອງ ໄດ້ປະກອບສ່ວນແນະນຳວັດທະນະທຳ ລາວ ສູ່ປະຊາຊົນ ຫວຽດນາມ
ໄລຍະດຳລົງຊີວິດຢູ່ ລາວ, ຈິດຕະກອນ ເລຢຸງເກື່ອງ ຍັງແຕ້ມຮູບເຄິ່ງຄີງເພື່ອມອບໃຫ້ນັກສຶກສາ ແລະ ພໍ່ປູແມ່ຍາຂອງລາວ ອີກດ້ວຍ. ເຂົາເຈົ້າເຄົາລົບ, ຖະໜຸຖະໜອມ ແລະ ຖືນັ້ນແມ່ນອາລົມຈິດຄວາມຮັກແພງຂອງ ຊາວ ຫວຽດນາມ ທີ່ມີຕໍ່ປະຊາຊົນ ລາວ. ຈິດຕະກອນ ເລຢຸງເກືອງ ໄດ້ແຕ້ມປະມານ 100 ແຜ່ນ ແລະ ມອບໃຫ້ບັນດາເພື່ອນລາວ  ປະມານ 50 ແຜ່ນ, ສ່ວນ 50 ແຜ່ນທີ່ຍັງເຫຼືອ ເພິ່ນໄດ້ເອົາກັບເມືອ ຫວຽດນາມ. ຜ່ານການວາງສະແດງສ່ວນຕົວ 2 ຄັ້ງ, ຈິດຕະກອນ ເລຢຸງເກື່ອງ ມີຄວາມປາດຖະໜາວ່າ ຜ່ານບັນດາພາບແຕ້ມກ່ຽວກັບປະຊາຊົນ, ປະເທດຊາດຂອງ ລາວ ແລະ ຫວຽດນາມ ຈະປະກອບສ່ວນເສີມສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມຜູກພັນອັນສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບໝັ້ນແກ່ນຍິ່ງໆຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ