ມະຫາວິທະຍາໄລ FPT ຫວຽດນາມ ກັບໂຄງການເປີດສາຂາຢູ່ ລາວ

(vovworld)- ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ບຳ​ລຸງ​ສ້າງ ແລະ ສະ​ຫ​ນອງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​​ຂະ​ແຫນງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານທີ່​ມີ​ຄຸນ​ນະ​ພາບສູງ, ການ​ບໍ​ລິ​ຫານ​ທຸ​ລະ​ກິດ ແລະ ໝວດ​ຂະ​ແຫນງ​ອື່ນ​ໃຫ້​ແກ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ ເຕັກ​ໂນ​ໂລ​ຊີ​ຂ​ໍ້​ມູນ​ຂ່າວ​ສານ ຫວຽດ​ນາມ ແລະ ໂລກ. ເລື່ອງ​ເປີດ​ສາ​ຂາ​ຢູ່​ຕ່າງ​ປະ​ເທດ ແມ່ນນອນ​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ໂຮງ​ຮຽນ​ສາ​ກົນ​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ. ນະ​ຄອນ​ຫລວງວຽງ​ຈັນ​ ແມ່ນ​ສະ​ຖານ​ທີ່​ທຳ​ອິດ​ຂອງ​ໂຄງ​ການ​ເປີດ​ສາ​ຂາ​ຢູ່​ຕ່າງ​ປະ​ເທດ​ຂອງ​ ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ. ໂຄງ​ການ​ດັ່ງ​ກ່າວ​ສຳ​ເລັດ​ຜົນ​ຈະ​ເປ​ີດ​ທິດ​​ທາງໃຫມ່​ໃຫ້​ແກ່​ການ​ສຶກ​ສາ​ຫວຽດ​ນາມ ກໍ​ຄື​ປະ​ກອບ​ສ່ວນ​ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນສະ​ຫ​ນິດແຫ​ນ້ນ​ລະ​ຫວ່າ​ງ​ຫວຽດ​ນາມ ແລະ​ລາວ.

ມະຫາວິທະຍາໄລ FPT ຫວຽດນາມ ກັບໂຄງການເປີດສາຂາຢູ່ ລາວ - ảnh 1
ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມຢູ່ເຂດອຸດສາຫະກຳສູງ
ລາງ ຮ່ວາລາກ
ພາບ:dantri.com

        ແນວ​ຄວາມ​ຄິດ​ເປ​ີດ​ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມສາ​ຂາ​ຢູ່ ລາວ ໄດ້​ຮັບ​ການ​ສະ​ຫ​ນັບ​ສະ​ຫ​ນູນ​ຂອງ​ລັດ​ຖະ​ບານ​ລາວ. ໃນ​ການ​ຢ້ຽມ​ຢາມ ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ຫວ່າງ​ແລ້ວນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສົມ​ສະ​ຫວາດ ​ເລັ່ງ​ສະ​ຫວັດ ໄດ້​ເຫັນ​ດີ​ສະ​ຫນອງ​ເນື້ອ​ທີ່​ດິນ 30 ເຮັກ​ຕາ ເພື່ອ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ເປີດ​ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ສາ​ຂາ​ຢູ່​ລາວ. ພາຍ​ຫລັງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ, ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ໄດ້​ສ້າງ​ຕັ້ງ​ກຸ່ມ​ສະ​ເພາະ​ກິດ​ ຮັບ​ຜິດ​ຊອບ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ສາຂາຢູ່ ລາວ. ທ່ານ ຮ່​ວາງວັນ​ເຈືອງ, ​ສັງ​ກັດພະ​ແນກສາ​ກົນ- ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂຄງ​ການ​ເປີດ​ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມສາ​ຂາ​ຢູ່​ລາວ ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຂອງ​ລັດ​ຖະ​ບານ ລາວ ກໍ​ຄື​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ລາວຢ່າງ​ສຸດ​ຈິດ​ສຸດ​ໃຈ.

        “ປະ​ຈຸ​ບັນ ໃນ​ໄລ​ຍະ​ລໍ​ຖ້າ​ຫ​ນັງ​ສື​ອະ​ນຸ​ຍາດ​ເປີດ​ສາ​ຂາ​ຢູ່​ລາວ, ພວກ​ຂ້າ​ພະ​ເຈົ້າ​ຈະ​ດຳ​ເນີນ​ການບຳ​ລຸງ​ສ້າງ​ບັນ​ດາ​ຊຸດ​ຮຽນພາ​ສາ​ອັງ​ກິດ, ຄອມ​ພິວ​ເຕີ ແລະ ກາ​ນ​ຄຸ້ມ​ຄອງ​ໃຫ້​ແກ່​ພະ​ນັກ​ງານ​ຊັ້ນ​ກາງ ແລະ ຊັ້ນ​ສູງ​ໄລ​ຍະ​ສັ້ນ  ຢູ່ ລາວ​ໃນ​ເດືອນ 11 ຈະ​ມາ​ເຖິງ. ນັບ​ແຕ່​ສົກ​ຮຽນ 2013 ນີ້, ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ສະ​ຫນອງ​ ທຶນ​ສຶກ​ສາໃຫ້​ແກ່​ນັກ​ຮຽນ​ດີ​ເດັ່ນ​ລາວ 10 ຄົນ​ມາ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ ແລະ ປະ​ຈຸ​ບັນ ມີນັກ​ສຶກ​ສາ  4 ຄົນ​ພວມ​ຮ່ຳ​ຮຽນ​ຢູ່​ທີ່ນີ້, ໃນ​ນັ້ນ ມີ​ນັກ​ສຶກ​ສາ​ຍິງ​ຜູ້​ຫ​ນຶ່ງ.”

        ທ່ານ​ນາງ ເຈືອງ​ທິ​ມີງ​ຈາງ, ຫົວ​ຫ​ນ້າ​ຫ້ອງ​ການ​ຜູ້​ຕາງ​ຫ​ນ້າ ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ສາຂາຢູ່ ລາວ ໃຫ້​ຮູ້​ວ່າ: ມະ​ຫາ​ວິ​ທະ​ຍາ​ໄລ FPT ສາຂາຢູ່​ລາວ​ໄດ້​ຮັບ​ການ​ອອກ​ແບບ​ຄື​ກັນ​ກັບ ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ແລະ ນັກ​ສຶກ​ສາ​​ລາວ​ກໍ​ຄ​ື​ນັກ​ສຶກ​ສາ​ຫວຽດ​ນາມ​ ຈະ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ອຸ​ປະ​ກອນ​ບຳ​ລຸງ​ສ້າງ​ທັນ​ສະ​ໄຫມ​ທີ່​ສຸດ, ມີ​ເງື່ອນ​ໄຂ​ເພື່ອ​ຮຽນ​ພາ​ສາ​ຕ່າງ​ປະ​ເທດ​ໃນ​ສະ​ພາບ​ແວດ​ລ້ອມ​ສາ​ກົນ, ເຝິກ​ຫັດ​ດ້ວຍ​ຄອມ​ພິວ​ເຕີ ແລະ ບັນ​ດາ​ອຸ​ປະ​ກອນ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ທີ່​ສຸດ, ຫ້ອງ​ຮຽນ​ມ​ີ​ແອ​ເຢັນ, ເຄືອ​ຂ່າຍ​ອິນ​ເຕີ​ແນດບໍ່​ມີ​ສາຍໃຊ້ຕະ​ຫລອດ 24 ຊົ່ວ​ໂມງ, ຫໍ​ສະ​ມຸດ​ທັນ​ສະ​ໄຫມ ບັນລຸ​ມາດ​ຕະ​ຖານ​ສາ​ກົນ.

        “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫ​ນາ​ຢາກ​ນຳ​ມາ​ເຊິ່ງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ດີ​ສຸດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເພື່ອ​ສະ​ຫນອງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່ ລາວ ບົນ​ເສັ້ນ​ທາງ ຫວຽດ​ນາມ ແລະ ລາວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອາ​ຊຽນ. ພິ​ເສດ ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ສຸ​ມ​ໃສ່​ເຖິງ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ ຖ້າ​ຫາກ​ມີ​ຄວາມ​ສາ​ມາດ​ຈະ​ຫ​ນູນ​ຊ່ວຍ​ໃຫ້​ແກ່​ນັກ​ຮຽນ​ນັກ​ສຶກ​ສາ​ລາວ ກໍ​ຄື​ບັນ​ດາ​ກະ​ຊວງ, ພະ​ແນກ, ຂະ​ແຫນງ​ການ​ຂອງ​ລາວ​ຫລາຍກວ່າ ເພື່ອ​ໃຫ້​ເຂົາ​ເຈົ້າ​ປັບ​ປຸງ​ທັສະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ນັ້ນ​ແມ່ນ​ຄວາມ​ປາດ​ຖະ​ຫ​ນາ​ຂອງມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ. “

        ທ່ານ ບົວ​ໄລ ບູນ​ເຕີມ, ພະ​ນັກ​ງານ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຮູ້​ວ່າ ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ຈະ​​ເປີດ​ສາ​ຂາ​ຢູ່​ລາວ. ຕາມ​ທ່ານ​ແລ້ວ, ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ເພື່ອນ​ຫ​ນຸ່ມ​ລາວ​ທີ່​ນິ​ຍົມ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ສາ​ມາດ​ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄຸນ​ນະ​ພາບ​ສູງ.

ສຽງ​ທ່ານ​ບຸນ​ເຕີມ

ໂຄງ​ການ​ເປ​ີດ​ ມະ​ຫາ​ວິ​ທະ​ຍາ​ໄລ FPT ຫວຽດ​ນາມ ສາ​ຂາ​ຢູ່​ລາວ​ພາຍ​ຫລັງ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ ແລະ ນຳ​ເຂົ້າ​ໃຊ້​ການ, ແຕ່​ລະ​ປີ​ຈະ​ຮັບ​ນັກ​ສຶກ​ສາ​ປະ​ມານ 500 ຄົນ​ມາ​ຮ່ຳ​ຮຽນ. ບັນ​ດາ​ນັກ​ສຶກ​ສາ​ຮຽນ​ຢູ່​ທີ່ນີ້ ຈະ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ປະ​ລິ​ຍາ​ຕີ ແລະ ໄດ້​ຮັບ​ໃບ​ປະ​ກາດ​ສະ​ນີ​ຍະ​ບັດ​ປະ​ລິ​ຍາ​ຕີ​ສາ​ກົນ. ເມື່ອຢັ້ງ​ຢືນ​ໄດ້​ຄຸນ​ນະ​ພາບ​ການ​ສຶກ​ສາ​, ມະ​ຫາ​ວິ​ທະ​ຍາ​ໄລ FPT ສາ​ຂາ​ຢູ່​ລາວ ຈະ​ເປີດກວ້າງກວ່າ​ອີກເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສະ​ເພາະ​ຂະ​ແຫນງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ​ຂອງ​ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ