ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ຮ່ວມມືບຳລຸງສ້າງວິຊາຊີບມີຄຸນນະພາບສູງໃຫ້ແກ່ນັກສຶກສາລາວ

(VOVWORLD) - ໃນຂອບເຂດການຮ່ວມມືບຳລຸງສ້າງລະຫວ່າງ 2 ປະເທດ ຫວຽດນາມ - ລາວ, ນັບແຕ່ປີ 2011, ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໄດ້ເລີ່ມຮັບນັກສຶກສາລາວ ເຂົ້າຮຽນລະດັບປະລິຍາຕີ, ປະລິຍາໂທ ແລະ ປະລິຍາເອກ ຊຸດທຳອິດ.
ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ຮ່ວມມືບຳລຸງສ້າງວິຊາຊີບມີຄຸນນະພາບສູງໃຫ້ແກ່ນັກສຶກສາລາວ - ảnh 1ມະຫາວິທະຍາໄລ ອຸດສາຫະກຳ ຮ່າໂນ້ຍ

ການບຳລຸງສ້າງນີ້ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການກໍ່ສ້າງ, ພັດທະນາເສດຖະກິດ, ການທ່ອງທ່ຽວ ແລະ ພື້ນຖານອຸດສາຫະກຳໃຫ້ແກ່ປະເທດລາວ.

        ໃນຊຸມປີຜ່ານມາ, ນອກຈາກການບຳລຸງສ້າງໃຫ້ແກ່ບັນດານັກສຶກສາ ຫວຽດນາມ ແລ້ວ, ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ກໍ່ໄດ້ກຳນົດການບຳລຸງສ້າງໃຫ້ແກ່ນັກສຶກສາ ລາວ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນພາລະກິດແຫ່ງການສຶກສາຂອງໂຮງຮຽນ. ນັບແຕ່ເດືອນ ກັນຍາ 2011 ມາຮອດປະຈຸບັນ, ໂຮງຮຽນ ໄດ້ບຳລຸງສ້າງນັກສຶກສາລາວເກືອບ 200 ຄົນ, ໃນນັ້ນ, ມີປະລິຍາໂທ 3 ຄົນເຊິ່ງໄດ້ຮຽນຈົບແລ້ວ ແລະ ຍັງມີນັກສຶກສາ, ນັກຄົ້ນຄ້ວາຂັ້ນປະລິຍາໂທ ຂອງລາວ 200 ກ່ວາຄົນທີ່ພວມຮ່ຳຮຽນຢູ່ທີ່ນີ້. ບັນດານັກສຶກສາລາວ ຮຽນຢູ່ໂຮງຮຽນແຫ່ງນີ້ໄດ້ເລືອກເຟັ້ນບັນດາຂະແໜງພວມພັດທະນາຢ່າງແຮງຄື: ເຄື່ອງກົນຈັກ, ໄຟຟ້າ - ເອເລັກໂຕນິກ, ບໍລິຫານທຸລະກິດ… ທ່ານ ຫງວຽນແທງຕູ່ງ, ຜູ້ອຳນວຍການສູນບຳລຸງສ້າງສາກົນ, ມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ໂຮງຮຽນໄດ້ບຳລຸງສ້າງຫຼາຍຂະແໜງ, ຫຼາຍອາຊີບ, ນັກສຶກສາລາວ ສ່ວນຫຼາຍຮຽນບັນດາຂະແໜງມີທ່າແຮງ ເຊິ່ງໄລຍະປະຈຸບັນ ພື້ນຖານເສດຖະກິດລາວ ມີຄວາມຕ້ອງການຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກ, ບັນຊີ, ກວດສອບບັນຊີ, ບໍລິຫານທຸລະກິດ, ບໍລິການທ່ອງທ່ຽວ. ນັກສຶກສາລາວ ມາຮ່ຳຮຽນຢູ່ໂຮງຮຽນ ກໍ່ຄືກັບບັນດາໂຮງຮຽນແຫ່ງອື່ນໆ. ໂຮງຮຽນຂອງພວກຂ້າພະເຈົ້າມີພາກສ່ວນໜຶ່ງ ສອນສະເພາະພາສາ ຫວຽດ ໃຫ້ແກ່ນັກສຶກສາລາວ ໃນເວລາ 1 ປີ. ຫຼັງຈາກນັ້ນ ໄດ້ສົ່ງພວກນ້ອງເຂົ້າຮຽນວິຊາຊີບ ແລະ ຮຽນພ້ອມກັບບັນດານັກສຶກສາ ຫວຽດນາມ. ໃນບັນດາຫ້ອງຮຽນນັ້ນ, ພວກຂ້າພະເຈົ້າກໍ່ເລືອກເອົາຄູອາຈານປະຈຳຫ້ອງແມ່ນຜູ້ມີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະ ປະຊາຊົນລາວ ແລະ ເລືອກເອົາບັນດານັກສຶກສາຮຽນເກັ່ງ, ມີຄວາມປາດຖະໜາຢາກໜູນຊ່ວຍນັກສຶກສາ ລາວ ເພື່ອແນໃສ່ຊ່ວຍໃຫ້ບັນດານັກສຶກສາລາວ ຮຽນຂະແໜງອາຊີບນັ້ນໃຫ້ດີກ່ວາ.”

ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ຮ່ວມມືບຳລຸງສ້າງວິຊາຊີບມີຄຸນນະພາບສູງໃຫ້ແກ່ນັກສຶກສາລາວ - ảnh 2 ທ້າວ ຄຳຜຸຍ ພິມວັນ, ນັກສຶກສາປີທີ 4, ພະແນກຖະແຫຼງຂ່າວສື່ສານ

        ນອກຈາກການສຶກສາແລ້ວ, ໂຮງຮຽນຍັງໄດ້ສ້າງເງື່ອນໄຂການກິນຢູ່, ສົ່ງເສີມສຸຂະພາບ ໃຫ້ບັນດານັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນນຳອີກ. ຖ້າທຽບໃສ່ກັບນັກສຶກສາ ຫວຽດນາມ ຢູ່ ຫໍພັກ, ຫ້ອງໜຶ່ງມີ 6 – 8 ຄົນນັ້ນ, ໂຮງຮຽນໄດ້ສ້າງເງື່ອນໄຂໃຫ້ນັກສຶກສາ ລາວ ຢູ່ຫ້ອງໜຶ່ງມີພຽງ 3 – 4 ຄົນເທົ່ານັ້ນ. ໃນຫ້ອງໜຶ່ງມີໝໍ້ນ້ຳຮ້ອນ, ມີ ອິນເຕີເນັດ… ນັບແຕ່ທ້າຍປີ 2017, ໂຮງຮຽນໄດ້ເລີ່ມລົງມືກໍ່ສ້າງຫໍພັກສຳລັບສະເພາະນັກສຶກສາລາວ ແລະ ຄາດວ່າ, ຈະໄດ້ນຳເຂົ້າໃຊ້ການໃນທ້າຍປີ 2018. ທ້າວ ຄຳຜຸຍ ພິມວັນ, ນັກສຶກສາປີທີ 4, ພະແນກຖະແຫຼງຂ່າວສື່ສານ. ລາວ ເປັນຜູ້ໄດ້ຮັບທຶນການສຶກສາຕາມແຜນການແຮກສ່ຽວ ວຽງຈັນ - ຮ່າໂນ້ຍ ແລະ ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ, ແບ່ງປັນວ່າ:

        ສຽງ ທ້າວ ຄຳຜຸຍ ພິມວັນ

        ປະຈຸບັນ, ມີນັກສຶກສາລາວ 200 ກ່ວາຄົນພວມຮຽນລະດັບປະລິຍາຕີ ແລະ 8 ຄົນພວມຮຽນຕໍ່ລະດັບປະລິຍາໂທ. ໃນນັ້ນ, ນັກສຶກສາລາວ ພວມຮຽນຕາມສັນຍາລັດຖະບານ 2 ປະເທດ ປະມານ 20 ຄົນ. ຄຽງຄູ່ກັນນັ້ນ, ໂຮງຮຽນ ຍັງສະໜອງທຶນການສຶກສາ 20 ທຶນເຊິ່ງເປົ້າໝາຍລວມມີ: ບໍ່ເສຍຄ່າຮຽນ, ຄ່າເຊົ່າຫໍພັກ, ຄ່າກິນ ດ້ວຍຍອດມູນຄ່າແຕ່ 137 – 140 ລ້ານດົ່ງ/ ຄົນ/ຊຸດຮຽນ (4 ປີ). ໄລຍະຈະມາເຖິງ, ໂຮງຮຽນກໍ່ພິຈາລະນາເລື່ອງເພີ່ມຈຳນວນທຶນການສຶກສາຂອງໂຮງຮຽນໃຫ້ນັກສຶກສາລາວ. ທ່ານນາງ ບຸ່ຍທິເງິນ, ຮອງອະທິການບໍດີ ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ແຕ່ລະປີ, ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາລາວ ພວມຮ່ຳຮຽນຢູ່ໂຮງຮຽນດ້ວຍຍອດຈຳນວນເງິນເກືອບ 1 ຕື້ດົ່ງ. ໂຮງຮຽນກໍ່ມີຄວາມເອກອ້າງທະນົງໃຈທີ່ໄດ້ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ. ພາຍຫຼັງຮຽນຈົບ, ນັກສຶກສາ 140 ກ່ວາຄົນໄດ້ກາຍເປັນບັນດາພະນັກງານດ້ານເສດຖະກິດ, ເຕັກນິກທີ່ເກັ່ງກ້າ, ປະກອບສ່ວນສ້າງສາປະເທດລາວວັດທະນາຖາວອນ. ບັນດານັກສຶກສານັກຄົ້ນຄ້ວາລາວ ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ເພື່ອຜູກຮັດນ້ຳໃຈມິດຕະພາບ, ເປັນລຸ້ນສືບທອດ ແລະ ເສີມສ້າງສາຍພົວພັນແບບພິເສດນີ້ໃຫ້ນັບມື້ນັບໄດ້ແໜ້ນແຟ້ນ, ໝັ້ນຄົງກ່ວາອີກ.”

ໃນໄລຍະຈະມາເຖິງ, ຄາດວ່າ ໂຮງຮຽນ ໄດ້ເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາລາວ. ພິເສດ, ໃນປີນີ້, ເປັນຄັ້ງທຳອິດ, ໂຮງຮຽນ ຈະຮັບສຳມະນາກອນຈຳນວນໜຶ່ງເພື່ອບຳລຸງສ້າງລະດັບປະລິຍາເອກໃນຂະແໜງປາຍແຫຼມ ແມ່ນເຄື່ອງກົນຈັກ ໃຫ້ແກ່ ສປປ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ