ມະຫາວິທະຍາ​ໄລ​ຮ່າ​ໂຮ້ຍ ​ແລະ ມະຫາວິທະຍາ​ໄລ ມະຫາສາຣະ​ຄາ​ມ - ​ແຜ່​ຂະຫຍາຍ​ວັດທະນະ​ທໍາ ​ແລະ ພາສາ ​ໄທ ຢູ່ ຮ່າ​ໂນ້ຍ

(VOVWORLD) -   ມະຫາວິທະຍາໄລມະຫາສາຣະຄາມ ຂອງ ໄທ ແລະ ມະຫາວິທະຍາໄລຮ່າໂນ້ຍ ຂອງຫວຽດນາມ (HANU) ໄດ້ສ້າງຕັ້ງການພົວພັນມາແຕ່ປີ 2011 ແລະ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ເມື່ອປີ 2013. ມາຮອດປັດຈຸບັນ, ມະຫາວິທະຍາໄລສອງແຫ່ງດັ່ງກ່າວ ໄດ້ປະຕິບັດບາງເນື້ອໃນຂອງການຮ່ວມມືຄືແລກປ່ຽນນັກສຶກສາມາສຶກສາຮໍ່າຮຽນ ແລະ ຄົ້ນຄວ້າເຊິ່ງກັນ ແລະ ກັນ. ແຕ່ລະປີ, ມະຫາວິທະຍາໄລ ມາຫາສາຣະຄາມ ລ້ວນແຕ່ສົ່ງນັກສຶກສາ 2  3 ຄົນ ທີ່ຢູ່ຂະແໜງພາສາໄທ, ມີລະດັບວິຊາຄູ ມາສູນວັດທະນະທໍາ ແລະ ພາສາ ໄທ, ມະຫາວິທະຍາໄລຮ່າໂນ້ຍ ເພື່ອຊ່ວຍຖ່າຍທອດວັດທະນະທໍາ ແລະ ສອນພາສາ ໄທ ໃຫ້ແກ່ນັກສຶກສາຫວຽດນາມ. ຕໍ່ໄປນີ້, ເຊີນທ່ານພ້ອມກັບນັກຂ່າວ VOV ໄປຊອກຮູ້ກ່ຽວກັບການເຄື່ອນໄຫວຢູ່ແຫ່ງນີ້ເດີ.

        ໃນຫ້ອງຮຽນພາສາໄທ, ສູນພາສາ ແລະ ວັດທະນະທໍາໄທ, ມະຫາວິທະຍາໄລຮ່າໂນ້ຍ, ນາງ ຈິນ ເຊິ່ງເປັນນັກຮຽນປີທີ 4, ຢູ່ຂະແໜງວິຊາພາສາໄທ, ພະແນກມະນຸດສາດ, ມະຫາວິທະຍາໄລ ມະຫາສາຣະຄາມ, ໄທ ພວມເມົາມົວກັບການສອນບັນດານັກສຶກສາປີທີ 3, ວິຊາພາສາຕ່າງປະເທດທີ 2, ວິຊາພາສາໄທ ຂອງມະຫາວິທະຍາໄລຮ່າໂນ້ຍ ຟ້ອນດ້ວຍວາດຟ້ອນທີ່ເປັນມູນເຊື້ອຂອງໄທ. ນັກສຶກສາເກືອບ 10 ຄົນ ກໍາລັງຢືນອ້ອມ ແລະ ຟ້ອນໄປຕາມຄູຜູ້ທີ່ມີຊົງຜົມສັ້ນ, ຕາດໍາເຫຼື້ອມ, ຍາມໃດກໍຍິ້ມແຍ້ມແຈ່ມໃສ ແລະ ຟ້ອນຢ່າງອ່ອນຊ້ອຍຕາມທໍານອງເພງໄທ. ຈິນ ເປັນໜຶ່ງໃນຈໍານວນນັກສຶກສາ 3 ຄົນຢູ່ມະຫາວິທະຍາໄລ ມະຫາສາຣະຄາມ ຂອງ ໄທ ທີ່ໄດ້ສົ່ງມາຊ່ວຍສອນພາສາ ແລະ ວັດທະນະທໍາ ໄທ ຢູ່ ມະຫາວິທະຍາໄລຮ່າໂນ້ຍ ໃນໄລຍະເວລາ 4 ເດືອນ ຂອງສົກຮຽນ 2018 – 2019. ນີ້ກໍແມ່ນເນື້ອໃນສ່ວນໜຶ່ງໃນການລົງຝຶກງານຂອງ ມະຫາວິທະຍາໄລ ມະຫາສາຣະຄາມ.

ມະຫາວິທະຍາ​ໄລ​ຮ່າ​ໂຮ້ຍ ​ແລະ ມະຫາວິທະຍາ​ໄລ ມະຫາສາຣະ​ຄາ​ມ - ​ແຜ່​ຂະຫຍາຍ​ວັດທະນະ​ທໍາ ​ແລະ ພາສາ ​ໄທ ຢູ່ ຮ່າ​ໂນ້ຍ - ảnh 1ນາງຈິນ

        ການເຄື່ອນໄຫວທີ່ ຈິນ ພວມເຂົ້າຮ່ວມນັ້ນ ກໍແມ່ນຂຶ້ນກັບແຜນການຮັບນັກສຶກສາຈາກ ມະຫາວິທະຍາໄລ ມະຫາສາຣະຄາມ ມາສອນວັດທະນະທໍາ ແລະ ພາສາໃຫ້ນັກສຶກສາຮຽນພາສາ ໄທ ຢູ່່ມະຫາວິທະຍາໄລຮ່າໂນ້ຍ. ແຜນການດັ່ງກ່າວ ເລີ່ມປະຕິບັດແຕ່ສົກຮຽນ 2012 – 2013 ເປັນຕົ້ນໄປ. ແຕ່ລະປີ, ມະຫວິທະຍາໄລຍະຮ່າໂນ້ຍ ໄດ້ຮັບນັກສຶກສາ 2 – 3 ຄົນ, ສ່ວນຫຼາຍແມ່ນຮຽນວິຊາພາສາໄທ. ບັນດານັກສຶກສາດັ່ງກ່າວ ໄດ້ຮັບການມອບໝາຍໜ້າທີ່ສອນວິຊາສົນທະນາ (ທັກສະການຟັງ ແລະ ການເວົ້າ) ແລະ ວັດທະນະທໍາໄທ, ແຕ່ລະອາທິດແມ່ນຂຶ້ນຫ້ອງ 2 ຕອນ ຫຼື 6 ຊົ່ວໂມງຮຽນ. ເພື່ອນ ມິວ ກໍແມ່ນນັກສຶກສາໃນກຸ່ມດຽວກັນກັບ ຈິນ ທີ່ເຂົ້າຮ່ວມການສອນພາສາໄທ ແລະ ວັດທະນະທໍາ ໃຫ້ບັນດານັກສຶກສາມະຫາວິທະຍາໄລຮ່າໂນ້ຍ ໃຫ້ຮູ້ວ່າ:

ມະຫາວິທະຍາ​ໄລ​ຮ່າ​ໂຮ້ຍ ​ແລະ ມະຫາວິທະຍາ​ໄລ ມະຫາສາຣະ​ຄາ​ມ - ​ແຜ່​ຂະຫຍາຍ​ວັດທະນະ​ທໍາ ​ແລະ ພາສາ ​ໄທ ຢູ່ ຮ່າ​ໂນ້ຍ - ảnh 2 ມິວ ກໍແມ່ນນັກສຶກສາໃນກຸ່ມດຽວກັນກັບ ຈິນ ທີ່ເຂົ້າຮ່ວມການສອນພາສາໄທ ແລະ ວັດທະນະທໍາ ໃຫ້ບັນດານັກສຶກສາມະຫາວິທະຍາໄລຮ່າໂນ້ຍ (ຜູ້ຢືນ)

        ເຖິງວ່າມີຄວາມແຕກໂຕນກັນກ່ຽວກັບດ້ານພາສາກໍຕາມ ແຕ່ບັນດານັກສຶກສາຮຽນພາສາຕ່າງປະເທດທີ 2 ພາສາໄທ ລ້ວນແຕ່ມານະພະຍາຍາມ, ມົວມົວ ແລະ ເອົາໃຈໃສ່ຕິດຕາມບັນດາ “ອາຈານ” ສອນ. ສໍາລັບເຂົາເຈົ້າແລ້ວ, ການຮຽນພາສາຕ່າງປະເທດທີ 2 ວິຊາພາສາໄທ ມີຄວາມໃກ້ຊິດ ແລະ ຈື່ຈໍາໄດ້ງ່າຍ ຍ້ອນມີການແນະນໍາຢ່າງສຸດອົກສຸດໃຈຂອງບັນດາ “ອາຈານ” ໄທ. ພວກເພື່ອນ ໄທ ບໍ່ພຽງແຕ່ແມ່ນ “ອາຈານ” ເທົ່ານັ້ນ, ຫາກຍັງແມ່ນຜູ້ເປັນເອື້ອຍ, ເປັນເພື່ອນຂອງບັນດາເພື່ອນນັກສຶກສາຫວຽດນາມ ອີີກດ້ວຍ.

        “ໃນຫ້ອງຮຽນ, ພວກເອື້ອຍໄດ້ຈັດຕັ້ງບັນດາການເຄື່ອນໄຫວ, ລະຫຼີ້ນເພື່ອໃຫ້ພວກນ້ອງຈື່ຈໍາໄດ້ຫຼາຍກວ່າ. ພວກເອື້ອຍໄດ້ຊ່ວຍພວກນ້ອງຢ່າງຫຼວງຫຼາຍ ບໍ່ວ່າໃນບັນດາການເຄື່ອນໄຫວເທົ່ານັ້ນ ຫາກຍັງຊ່ວຍພວກນ້ອງໝູນໃຊ້ພາສາເຂົ້າໃນຊີວິດອີກດ້ວຍ. ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ພວກນ້ອງເຂົ້າໃຈ ແລະ ຈື່ໄດ້ດົນກວ່າ ການນັ່ງຮຽນຢູ່່ໃນຫ້ອງຮຽນ. ຍິ່ງໄປກວ່ານັ້ນ, ເມື່ອໄດ້ຮຽນນໍາອາຈານປະຈໍາຖິ່ນ ກໍ່ໄດ້ຊ່ວຍໃຫ້ພວກນ້ອງອອກສຽງໄດ້ຢ່າງຖືກຕ້ອງກວ່າ ແລະ ເຫັນວ່າ ໄທ ບໍ່ແມ່ນປະເທດທີ່ຫ່າງໄກ ຫາກຍັງແມ່ນປະເທດທີ່ໃກ້ຊິດ, ສະໜິດສະໜົມອີກດ້ວຍ”.

        “ພວກເອື້ອຍມີຄວາມສະໜິດສະໜົມ ແລະ ຊ່ວຍພວກນ້ອງຫຼາຍທີ່ສຸດ. ນ້ອງມີຄວາມຮູ້ບຸນຄຸນຕໍ່ພວກເອື້ອຍທີ່ສຸດ ເພາະວ່າໄດ້ຊ່ວຍໃຫ້ພວກນ້ອງເຂົ້າໃຈບໍ່ພຽງແຕ່ດ້ານວັດທະນະທໍາເທົ່ານັ້ນ ຫາກຍັງຊ່ວຍພວກນ້ອງເຂົ້າໃຈກ່ຽວກັບປະເທດໄທອີກດ້ວຍ. ເຂົາເຈົ້າ ໄດ້ເຮັດໃຫ້ພວກນ້ອງຮູ້ສຶກມີຄວາມອົບອຸ່ນ”.

ມະຫາວິທະຍາ​ໄລ​ຮ່າ​ໂຮ້ຍ ​ແລະ ມະຫາວິທະຍາ​ໄລ ມະຫາສາຣະ​ຄາ​ມ - ​ແຜ່​ຂະຫຍາຍ​ວັດທະນະ​ທໍາ ​ແລະ ພາສາ ​ໄທ ຢູ່ ຮ່າ​ໂນ້ຍ - ảnh 3ການຮຽນພາສາຕ່າງປະເທດທີ 2 ວິຊາພາສາໄທ ມີຄວາມໃກ້ຊິດ ແລະ ຈື່ຈໍາໄດ້ງ່າຍ ຍ້ອນມີການແນະນໍາຢ່າງສຸດອົກສຸດໃຈຂອງບັນດາ “ອາຈານ” ໄທ 

        ຍ້ອນຄວາມສຸດອົກສຸດໃຈ, ໃກ້ຊິດສະໜິດສະໜົມກັບນັກສຶກສາເໝືອນດັ່ງໝູ່ເພື່ອນ, ວິທີສອນມີຄວາມໄຫວພິບ ໄດ້ເຮັດໃຫ້ຫ້ອງຮຽນພາສາໄທຂອງນັກສຶກສາມະຫາວິທະຍາໄລຮ່າໂນ້ຍ ຍາມໃດກໍເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຈໍານວນນັກສຶກສາມາຈົດຊື່ຮຽນພາສາໄທ ເປັນພາສາຕ່າງປະເທດທີ 2 ໃນທຸກປີລ້ວນແຕ່່ເພີ່ມຂຶ້ນ. ໄລຍະທໍາອິດເມື່ອສ້າງຕັ້ງສູນພາສາ ແລະ ວັດທະນະທໍາໄທ ກ່ອນນີ້ 10 ປີ ມີນັກສຶກສາພຽງແຕ່ 20 – 25 ຄົນມາຈົດຊື່ຮຽນເທົ່ານັ້ນ, ໃນ  2 – 3 ປີ ມໍ່ໆມານີ້, ຈໍານວນນັກສຶກສາຈົດຊື່ຮຽນໄດ້ເພີ່ມຂຶ້ນທົບ 3 ເທົ່າ ຄືປະມານ 60 ຄົນ ເຊິ່ງໄດ້ຈັດເປັນ 3 ຫ້ອງຮຽນ. ເມື່ອຕີລາຄາກ່ຽວກັບປະສິດທິຜົນກໍຄືຄວາມຫວັງໃນການຮ່ວມມືລະຫວ່າງສອງຝ່າຍ, ທ່ານນາງ ເຈິ່ນເກີ໋ມຕູ໊, ຄູສອນພາສາໄທ, ສູນພາສາ ແລະ ວັດທະນະທໍາໄທ ໃຫ້ຮູ້ວ່າ:

        ທ່ານ ຫງວຽນວັນຈ່າວ, ອະທິການບໍດີມະຫາວິທະຍາໄລຮ່າໂນ້ຍ ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ມະຫາວິທະຍາໄລຮ່າໂນ້ຍ ພວມມຸ່ງໄປເຖິງເລື່ອງນໍາພາສາໄທ ເຂົ້າສິດສອນ ຄືເປັນໜຶ່ງໃນບັນດາວິຊາຫຼັກຂອງໂຮງຮຽນ. ແລະ ເລື່ອງຮ່ວມມືກັບມະຫາວິທະຍາໄລ ມະຫາສາຣະຄາມ ກໍແມ່ນໜຶ່ງໃນບັນດານະໂຍບາຍຂອງໂຮງຮຽນ ເພື່ອໃຫ້ແຜນການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ, ປະກອບສ່ວນນໍາວັດທະນະທໍາ ແລະ ພາສາໄທ ເຂົ້າໃກ້ກັບນັກສຶກສາ ຫວຽດນາມ ກວ່າອີກ./. 

ຕອບກັບ

ຂ່າວ/ບົດ​ອື່ນ