ມານີລາ - ສະຖານທີ່ທ່ອງທ່ຽວດູດດື່ມຂອງປະເທດ ຟິລີບປີນ

(vovworld)- ​ໃນ​ຈຳນວນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຫລາຍ​ແຫ່ງຂອງ​ພາກ​ພື້ນ ອາ​ຊຽນ, ນະຄອນຫລວງ ຂອງ​ແຕ່ລະ​​ປະ​ເທດ​ສະມາຊິກ ອາ​ຊຽນ ຍາມ​ໃດ​ກໍ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວ. ມາ​ນີລາ ນະຄອນຫລວງ​ທີ່​ສວຍ​ງາມ​ຂອງ​ປະ​ເທດ ຟິລິບ​ປີນ​ກໍ​​ແມ່ນ​ຫນຶ່ງ​ໃນ​ຈຳນວນ​ນະຄອນເຫົ່ຼານັ້ນ. ​ເຖິງ​ວ່າ ນະຄອນ​​ແຫ່ງ​ນີ້​ແມ່ນ​ເກົ່າ​ແກ່​ກໍ​ຕາມ ​ແຕ່ ມາ​ນີລາ ກໍແມ່ນ​ນະຄອນ​ທີ່ທັນ​ສະ​ໄຫມ​ ​ເພາະວ່າຢູ່​ທີ່ນີ້ ບໍ່​ພຽງ​ແຕ່​ມີ​ສູນ​ການ​ຄ້າ​​ໃຫຍ່ຊັ້ນ​ນຳຢູ່ ອາຊີ ​ເປັນ​ຈຳ​ນວນ​ຫລາຍ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະຖານ​ທີ່​ຍັງ​ຄົງຮັກສາ​ຮ່ອງຮອຍ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ຂອງ​ປະ​ເທດ ຟິລິບປີນ ອີກ​ດ້ວຍ.

        ​ ​​ໃນ​ສາຍຕາ​ຂອງ​ນັກ​ທ່ອງ​ທ່ຽວ​ມາ​ນີລາແມ່​ນນະຄອນຫລວງທີ່​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ປະ​ເທດ​​ທີ່​ພວມ​ໃນ​ທ່າ​ພັດທະນາ ດ້ວຍ​ບັນດາຕືກ​ອາຄານ​ຊັ້ນ​ສູງ, ສູນ​ການ​ຄ້າ​ທີ່​​ຫລາຍ​ແຫ່ງທີ່​ຄັບຄາ​ຫນາ​ແຫນ້ນ. ລະບົບ​ລົດ​ໄຟ​ດ້ວຍ​ລາຍ​ຈ່າຍ​ຖືກ​ອັນ​ໄດ້ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ໄປມາ​ເມື່ອ​​ໄປ​ທ່ຽວ​ຊົມ​ໃນ​ນະຄອນ. ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​​ສາມາດ​ໄປ​ຢ້ຽມຢາມ​​ເຂດ​ໃຈກາງ ມາ​ນີລາ ດ້ວຍ ລົດ jeepney ​ຊື່​ງແມ່ນ​ພາຫະນະ​ໄປ​ມາ​ຕົ້ນຕໍ​ຢູ່​ທີ່​ນີ້ ຄ້າຍຄື​ລົດ​ສາມ​ລໍ້​ຢູ່​ໄທ ​ແລ່ນ​ຕາມ​ຖະໜົນ​ສາຍ​ນັ້ນ. ຈຸດ​ພິ​ເສດ​ນັ້ນ​ແມ່ນ ບັນດາ​ລົດ​ແບບ​ນີ້​ໄດ້ຖືກ​ທາສີ​ຫລາກ​ຫລາຍທີ່​ສວຍ​ງາມ ສະ​ແດງ​ໃຫ້​ເຫັນນິດ​ໄສ​ຂອງ​ເຈົ້າ​ຂອງລົດ.

ມານີລາ - ສະຖານທີ່ທ່ອງທ່ຽວດູດດື່ມຂອງປະເທດ ຟິລີບປີນ - ảnh 1
ໃນ​ສາຍຕາ​ຂອງ​ນັກ​ທ່ອງ​ທ່ຽວ​ມາ​ນີລາແມ່​ນນະຄອນຫລວງ
ທີ່​ຂະຫຍັນ​ຂັນ​ເຄື່ອນ​
ພາບ: internet

        ​ເມື່ອ​ເວົ້າ​ເຖິງ​ບັນດາ​ສູນ​ການ​ຄ້າ​ໃນ​ພາກ​ພື້ນ, ຜູ້​ຄົນ​ທັງຫລາຍ​ເຄີຍ​ເວົ້າ​ເຖິງ ​ໄທ, ສິງກະ​ໂປ, ມາ​ເລ​ເຊຍ ຫາກ​ບໍ່​ເຄີຍ​​ເຕື້ອງ​ເຖິງ ມາ​ນີລາ ຊື່​ງ​ແມ່ນ​​ແຫ່ງເຕົ້າ​ໂຮມ​ສູນ​ການ​ຄ້າ​ໃຫຍ່ອັນ​ດັບ​ຫນຶ່ງ​ຢູ່​ອາຊີ. ຢູ່ ມາ​ນີລາ ມີ​ສິນຄ້າ​ທຸກ​ປະ​ເພດ, ຈາກ​ສິນຄ້າ​ມີ​ຄຸນ​ນະພາ​ບສູງ​ດ້ວຍ​ຍີ່​ຫໍ້​ທີ່​ລື​ຊື່​ໃນ​ໂລກ​ຕະຫລອດ​ຮອດ​ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ​ຫລາຍ​ປະ​ເພດ. Makati City ສູນ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຢູ່ ມາ​ນີລາ ຊື່​ງ​ແມ່ນ​ບ່ອນ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ແລະ ຊື້​ເຄື່ອງ​ຂອງ​ເປັນ​ຈຳນວນ​ຫລວງຫລາຍ, ດ້ວຍ​ລະບົບ​ສູນ​ການ​ຄ້າ​ທີ່​ກວ້າງ​ໃຫຍ່ ​ແລະ ປະກອບ​ສິນຄ້າ​ທຸກ​ປະ​ເພດ​ຄື: ​ເກີບ, ​ໂສ້ງ​ເສື້ອ, ​ເຄື່ອງຫັດຖະກຳ​ສິລະ​ປະກຳ, ​ເຄື່ອງ​ໃຊ້​ສອຍ​ໃນ​ຄອບຄົວ. ບັນດາ​ອາຄານ​ຢູ່​ທີ່​ນີ້​ໄດ້​ຮັບ​ການ​ກໍ່ສ້າງ​​ເຊື່ອມ​ຕໍ່​ກັນ​ດ້ວຍ​ຂົວ​ໃນ​ອາຄານ ສະ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາມາດ​ໄປມາ​ຢ່າງ​ສະດວກ​ໂດຍ​ບໍ່​ຕ້ອງ​ອອກ​ຖະຫນົນ​ເທື່ອ. ​ເອື້ອຍ ຫງວຽນ​ທິມີນຮ່າ, ພາລະ​ກອນ​ຫ້ອງການ​ໄດ້​ແບ່ງປັນ​ວ່າ: ບັນດາ​ສູນ​ການ​ຄ້າ​ໃຫຍ່​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່​ເອື້ອຍຫລາຍເມື່ອ​ໄປ​ຢ້ຽມຢາມ ຟິລີບ​ປິນ​ໃນ​ໂອກາດ​ປີ​ໃຫມ່​ຜ່ານ​ມາ.

        “ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​​ໃຈ​ຫລາຍ​ເມື່ອ​ໄປ​ຢ້ຽມຢາມ​ບັນດາ​ສູນ​ການ​ຄ້າ. ຢູ່​ທີ່​ນີ້ ສິນຄ້າ​ແມ່ນ​ອຸດົມສົມບູນ ​ແລະ ​​ໄດ້​ຮັບ​ການ​ສັບ​ຊ້ອນ​ຢ່າງ​ລະບຽບ​ຮຽບຮ້ອຍ ​ແລະ ສວຍ​ງາມ. ພິ​ເສດ​ແມ່ນ​ກິ​ລິ​ຍາ​ທ່າ​ທີ່ຂອງ​ຜູ້​ຂາຍ​ເຄື່ອງ. ​ເຂົາ​ເຈົ້າມີ​ຄວາມ​ຊຳນານ​ໃນ​ການຂາຍ​ເຄື່ອງ, ດ​້ວຍຄວາມ​ສຸດ​ຈິດ​ສຸດ​ໃຈ ​ແລະ ​ເປີດ​ອົກ​ເປີດ​ໃຈ​ກັບ​ລູກ​ຄ້າ​ຫລາຍ.”

ມານີລາ - ສະຖານທີ່ທ່ອງທ່ຽວດູດດື່ມຂອງປະເທດ ຟິລີບປີນ - ảnh 2
ລົດ jeepne ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄປ​ມາ​ຢ່າງ​ສະ​ດວກ
ພາບ:internet

        ​ເມື່ອ​ມາ​ຢ້ຽມຢາມ​ມາ​ນີລາ, ນອກຈາກ​ໄປ​ຢ້ຽມຢາມ​ບັນດາ​ສູນ​ການ​ຄ້າ​ໃຫຍ່​ແລ້ວ, ນັກ​ທ່ອງ​ທ່ຽວມັກ​ທ່ຽວຊົມ​ຕະຫລາດ​ກາງຄືນ Quiabo. ຢູ່​ທີ່​ນີ້ ນັກ​ທ່ອງ​ທ່ຽວ​ສາມາດ​ຊື້​ບັນດາ​ເຄື່ອງ​ຫັດຖະກຳ​ສິລະ​ປະກຳ​ທີ່​ໄດ້​ຮັບ​ການ​ຜະລິດ​ຢ່າງ​ຄ່ອງ​ແຄ້ວ​ຈາກ​ນັກ​ສິລະ​ປະການຟິລີບ​ປີນອີກ​ດ້ວຍ.

            ບໍ່​ພຽງ​ແຕ່​ແມ່ນ​ນະຄອນ​ຫນຸ່ມ ​ແລະ ຂະຫຍັນ​ຂັນ​ເຄ່ືອນ​ເທົ່າ​ນັ້ນ, ມາ​ນີລາ ຍັງ​ຄົງ​ຮັກສາ​ຈຸດ​ເກົ່າ​ແກ່​ໄວ້​ໄດ້ ​ເພາະວ່າ ຢູ່​ທີ່​ນີ້ ມີ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ, ​ບັນດາ​ກຳ​ແພງ​ເກົ່າ, ປ້ອມ​ປືນ​ໃຫຍ່​ທີ່​ເກົ່າ​ແກ່​ອີກ​ດ້ວຍ. ນັກ​ທ່ອງ​ທ່ຽວ​ເຄີ​ຍ​ເວົ້າ​ວ່າ: ​ໄປ​ຢ້ຽມຢາມ​ມານີລາ ຖ້າ​ບໍ່​ທັນ​ມາ​ຢ້ຽມ​ຊົມ Intramoros ໝາຍ​ຄວາມ​ວ່າ​ບໍ່​ທັນ​​​ເຖິງ ມາ​ນີລາ​ເທື່ອ. Intramoros ຕາມ​ພາສາ ຟິລິບ​ປີນ​ແມ່ນ “​ບໍລິ​ເວນພາຍ​ໃນ​ກຳ​ແພງ”. ນີ້​ແມ່ນ​​ເຂດກຳ​ແພງ​ເກົ່າ​ໂດຍ​ຊາວ ​ແອດ​ສະ​ປາຍ​ກໍ່ສ້າງ​​ໃນ​ຊຸມ​ປີ 1571 ​ເພື່ອ​ຮັບ​ໃຊ້​ຈຸດປະສົງ​ປົກຄອງຂອງ​ຕົນ​ຢູ່​ປະ​ເທດ​ນີ້. ​​​ເຂດກຳ​ແພງ​ເກົ່າຖືກ​ຕັ້ງ​ຢູ່​ປາກ​​ແມ່​ນ້ຳ Pagis ດ້ວຍ​ຂຸມ​ຄອງ​ເລິກຫລາຍ​ແຫ່ງ ​ແລະ ກຳ​ແພງ​ຫີນ​ມີ​ຄວາມ​ສູງ 6 ​​ແມັດ, ຍາວ 4,5 ກິ​ໂລ​ແມັດ​​ເຊິ່ງອ້ອມ​ຮອບ​ເຂດ​ທີ່​ມີ​ເນື້ອ​ທີ່​ກ້ວາງ​ 64 ​ເຮັກຕາ. ກິດຈະກຳ​ນີ້ ລວມມີ​ ວີນລາ​,​ ຫໍ​ປະສາດຫລາຍ​ຫລັງ ພ້ອມ​ດ້ວຍ​ໂບດ, ​ໂຮງຮຽນ ​ແລະ ຕືກອາຄານຂອງ​ກົງຈັກ​ປົກ​ຄອງ​ແອດ​ສະ​ປາຍ. ກ່ອນ​ນີ້ ກຳ​ແພງ Intramuros ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ໄມ້ ​ແຕ່​ມາ​ຮອດ​ປີ 1590 ​ເຈົ້າ​ຄອງ​ຜູ້​ທຳ​ອິດ​ຂອງ ມາ​ນີລາ​ແມ່ນ​ທ່ານ Santiago ​ໄດ້​ອອກ​ຄຳ​ສັ່ງ​ທຳລາຍ​ບັນດາ​ເຂດ​ກຳ​ແພງ​ໄມ້​ເພື່ອ​ກໍ່ສ້າງ​ກຳ​ແພງດ້ວຍ​ຫີນ ​ແລະ ມີ​ຄວາມ​ຫນາ 10 ​​ແມດ​, ພ້ອມ​ທັງ​ກໍ່ສ້າງປ້ອມ​ເວັນ​ຍາມ ​ແລະ ປ້ອມ​ປືນ​ໃຫຍ່. ກຳ​ແພງ​ເກົ່າ​ນີ້​ຖືກ​ທຳລາຍ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ແຕ່​ບາງ​ປູຊະນີຍະສະຖານ​ທີ່ມີ​ຄຸນ​ຄ່າ​ຍັງ​ຄົງ​ຕົວ​ຈົນ​ເຖິງ​ປະ​ຈຸ​ບັນ. ​ໃນ​ຈຳນວນ​ເຫລົ່າ​ນັ້ນ, ​ໂບດ San Augustin ​ແມ່ນ​​ແຫ່ງ​ທີ່​ສ້າງ​ຄວາມ​ປະທັບ​ໃຈ​ກວ່າ​ໝູ່​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ. ນີ້​ແມ່ນ​ກິດຈະກຳ​ຫນຶ່ງ​ດຽວ​ທີ່ຍັງ​ຄົງ​ຮັກສາ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ແບບ​ເອີ​ລົບ​ໄດ​ວ້. ​ໂດຍ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ໄລຍະ 1578 - 1606, ໂບດ San Augustin ​ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໂບດ​ເກົ່າ​ແກ່​ກວ່າ​ໝູ່ ຟິລີບ​ປີນ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ.         ອ້າ​ຍ​ເລ​ຫຽນ, ນັກ​ສະຖາປັດ ຜູ້​ທີ່​ມີ​ໂອກາດ​ໄປ​ເຮັດ​ວຽກ ຢູ່ ຟິລີບ​ປີນ ​ໃຫ້​ຮູ້​ວ່າ:

        “ກຳ​ແພງ​ເກົ່າ​ແຫ່ງ​ນີ້​ແມ່ນ​ງາມ​ຫລາຍ​ ​ແລະ ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ກ່ຽວກັບ​ຍຸກ​ສະ​ໄຫມ​ຜ່ານ​ມາ, ກ່ຽວ​ກັບ​ອະດີດຕະການ​ທີ່​ສະຫງ່າ​ລາສີ​ຂອງ​ຊາວ ຟິລີບ​ປີນ. ອຳນາດ​ການ​ປົກຄອງ​ຢູ່​ທີ່​ນີ້​ປະຕິບັດ​ວຽກ​ງານ​ອະນຸລັກ​ຮັກສາ​ດີ​ທີ່​ສຸດ ສະ​ນັ້ນ ບັນດາ​ປູ​ຊະນີ​ຍະສະ​ຖານ​​ປະຫວັດສາດ​ຈຶ່ງ​ຮັກສາຮູບ​ເດີມ​ໄວ້​ຄື​​ເກົ່າ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ, ດ້ວຍ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ບັນດາ​ສູນ​ການ​ຄ້າ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈນັ້ນ, ມາ​ນີລາ ກາຍ​ເປັນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນັບ​ມື້​ນັບ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ