ມານະພະຍາຍາມເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ

(vovworld)- ຍາມ​ໃດ​ການ​ຮ່ວມ​ມື​​ດ້ານເສດຖະກິດ​ກໍ່ແມ່ນ​ບັນຫາ​ທີ່​ການ​ນຳ ຫວຽດນາມ ​ແລະ ອິນ​​ໂດ​ເນ​ເຊຍ​ຖື​ເປັນ​ສຳຄັນ. ລັດຖະບານ​ສອງ​ປະ​ເທດ​ໄດ້​ຊີ້​ນຳ​ ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາຂຶ້ນ​ສູ່​ລະດັບ​ສູງ​ໃຫມ່, ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ​ໂດຍ​ປະຕິບັດ​ການ​ຊີ້​ນຳ​​ດັ່ງ​ກ່າວ, ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຄື​່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ, ສົ່ງ​ເສີມ​ການ​ຮ່ວມ​ມື​ຫລາຍ​ຢ່າງລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດ. ​

ມານະພະຍາຍາມເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ - ảnh 1
ເວທີປາໄສການຄ້າ ການລົງທຶນ ອິນໂດເນເຊຍ-ຫວຽດນາມ
ພາບ:dddn.com.vn

        ​ໃນ​ຊຸມ​ປີຜ່ານມາ, ຍາມ​ໃດສາຍ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ກໍ່​ໄດ້​ຮັບ​ການ​ປັບປຸງ. ຫວຽດນາມ ​ແມ່ນ​ຕະຫລາດ​ອັນ​ກວ້າງ​​ໃຫຍ່ ດ້ວຍ​ພົນ​ລະ​ເມືອງ​ກວ່າ 87 ລ້ານ​ຄົນ, ຄວາມ​ຕ້ອງການ​ຊື້​ເຄື່ອງ​ຂອງ​ຫລາຍ ​ແລະ ​​ສອງ​ປະ​ເທດມີຄວາມ​​ໃກ້​ຊິດກັນ​ທາງ​ດ້ານ​ພູມ​ສາດ. ​ໃນ​ຂະນະ​ນັ້ນ, ອິນ​ໂດ​ເນ​ເຊຍ ມີ​ຄວາມ​ຕ້ອງການ​ຢ່າງ​ຫລວງ​ຫລາຍກ່ຽວ​ກັບ​ບັນດາ​ປະ​ເພດ​ສິນຄ້າ​ຄື​​: ເຫລັກ​ກ້າ, ​ເຄື່ອງ​ຕຳ່​ແຜ່​ນຕັດ​ຫຍິບຂອງ​ຫວຽດນາມ. ລັດຖະບານ​ຫວຽດນາມ ​ໄດ້ປະຕິບັດ​ຫລາຍ​ມາ​ດຕະການ​ເພື່ອ​ສ້າງ​ເງ່ືອນ​ໄຂ​ສະດວກ​​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ. ນີ້​ແມ່ນ​ສາຍ​ເຫດ​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ ອິ​ນ​​ໂດ​ເນ​ເຊຍ ​ເຂົ້າ​ມາ​ລົງ​ທຶນ​ຢູ່ຫວຽດນາມ. ສິ່ງ​ດັ່ງກ່າວ​ແມ່ນ​ການ​ຢືນຢັນ​ຂອງ​ທ່ານ ຟ້າ​ມກວາງ​ທີ້ງ, ຮອງ​ຫົວຫນ້າ​ພະ​ແນ​ກການ​ພົວພັນ​ສາກົນ ສັງກັດ​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ (VCCI) ທີ່​ເວທີ​ປາ​ໄສ​ການ​ຄ້າ ​ແລະ ການ​ລົງທຶນ​ອິນ​ໂດ​ເນ​ເຊຍ - ຫວຽດນາມ ຊື່ງດຳ​ເນີນ​​ເມື່ອ​ຕົ້​ນ​ເດືອນ 4/2013 ຜ່ານ​ມາ​ຢູ່​ຮ່າ​ໂນ້ຍ.

        ​ທ່ານ Mayerfas ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ 2 ປີຜ່ານມາ ມີ​ວິ​ສາ​ຫະກິດ​ອິນ​ໂດ​ເນ​ເຊຍ​ ຫລາຍ​ແຫ່ງ ​ໄດ້​ຕັ້ງຫນ້າ​ຊອກ​ຫາ​ແງ່​ຫວັງ ​ແລະ ລົງ​ນາມ​ໃນ​ສັນຍາຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດຫວຽດ​ນາມ ຫລາຍ​ສະບັບ.

        “​ໄລຍະ​ມໍ່ໆ​ມາ​ນີ້ ກຸ່ມ​ບໍລິສັດ​ຊີມັງ Gresik ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ກັບ​ບໍລິສັດ​ຊີມັງ ທັງ​ລອງ ຂອງ​ຫວຽດນາມ​. ນີ້​ແມ່ນ​ກຸ່ມ​ບໍ​ລິ​ສັດ​ແຫ່ງ​ລັດ​ທຳ​ອິດ​ຂອງ ອິນ​ໂດ​ເນ​ເຊຍ ມາ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ທຳ​ອິດ​ຊື່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ແຫ່ງ​ລັດ ອິນ​ໂດ​ເນ​ເຊຍ ມາ​ລົງ​ທຶນ.”

        ທ່ານJohan Samudra ຜູ້​ຕາງ​ຫ​ນ້າ​ກຸ່ມບໍ​ລິ​ສັດ​ຊີ​ມັງ Gresik ປະ​ຈຳ​ຫວຽດ​ນາມ, ທັງ​ເປັນ​ຜູ້​ອຳ​ນວຍ​ການ​ຝ່າຍບໍ​ລິ​ຫານ​ບໍ​ລິ​ສັດ​ຊີ​ມັງ​ທັ​ງ​ລອງ ໃຫ້​ຮູ້​ວ່າ: ທ້າຍ​ປີ 2012, ກຸ່ມບໍ​ລິ​ສັດຊີ​ມັງ Gresilk ໄດ້​ລົງ​ທຶນ​ຊື້ 70% ຫຸ້ນ​ສ່ວນ​ຂອງບໍ​ລິ​ສັດ​ຫຸ້ນ​ສ່ວນ​ທັງ​ລອງ ແລະ ນີ້​ແມ່ນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຈຸດ​ສຸມ​ຂອງ​ກຸ່ມ​ບໍ​ລິ​ສັດ​ຊີ​ມັງ Gresik.

        “ຫວຽດ​ນາມ ມີ​ແຫລ່ງ​ຊັບ​ພະ​ຍາ​ກອນ​ອຸ​ດົມ​ສົມ​ບູນ, ຄຸນ​ນະ​ພາບ​ດີ ແລະ ຕອບ​ສະ​ຫນອງ​ມາ​ດ​ຕະ​ຖານ​ລະ​ດັບ​ຊາດ ແລະ ສາ​ກົນ​ຢ່າງ​ພຽງ​ພໍ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ປະ​ຈຸ​ບັນ ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຊີ​ມັງ ຫວຽດ​ນາມ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​​ເຫຼືອ​ເຟືອ. ປະ​ລິ​ມານ​ການ​ຜະ​ລິດ​ຊີ​ມັງ​ຢູ່ ຫວຽດ​ນາມ ບັນ​ລຸ​ເຖິງ 70ລ້ານ​ໂຕນ ​​ແຕ່ຄວາມ​ຕ້ອງ​ການ​ໃຊ້​ສອຍ​ພຽງ 45 ລ້ານ​ໂຕນ​ເທົ່າ​ນັ້ນ. ໃນ​ຂະ​ນະ​ນັ້ນ, ພ້ອມ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຄວາມ​ຕ້ອງ​ການ​ຊີ​ມັງ​ຢູ່ ອິນ​ໂດ​ເນ​ເຊຍ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ຂ້າ​ພະ​ເຈົ້າ​ປາດ​ຖະ​ຫ​ນາ​ວ່າ ການ​ຮ່ວມ​ມືນີ້​ຈະ​ຊ່ວຍ​ແກ້​ໄຂ​ຄວາມ​ຕ້ອງ​ການ​ຊີ​ມັງ​ຢູ່ ອິນ​ໂດ​ເນ​ເຊຍ​ໄດ້.”

ມານະພະຍາຍາມເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ - ảnh 2
ທ່ານ Mayerfas, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳຫວຽດນາມ
ພາບ:dddn.com.vn

        ປະ​ຈຸ​ບັນ ມີວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ ​ປະ​ມານ 35 ແຫ່ງ​ພວມ​ທຳ​ມາ​ຫາ​ກິນ​ຢູ່​ຫວຽດ​ນາມ. ພົ້ນ​ເດັ່ນ​ໃນ 9 ເດືອນ​ຜ່ານ​ມາ(ແຕ່​ເດືອນ 6/2012 ມາ​ຮອດ​ປະ​ຈຸ​ບັນ) ຈຳ​ນວນ​ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ ເຂົ້າ​ມາ​ລົງ​ທຶນ​ຢູ່ຫວຽດ​ນາມ​ໄດ້​ເພີ່ມ​ຂຶ້ນ 40%. ນີ້​ແມ່ນ​ຕົວ​ເລກ​ດີ​ພ​ໍ​ສົມ​ຄວນ ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກຳ​ລັງ​ດຶງ​ດູດ​ຢ່າງ​ແຂງ​ແຮງ​ຂອງ​ຕະ​ຫລາດ​ຫວຽດ​ນາມ​ສຳ​ລັບ​ບັນ​ດາ​ຄູ່​ຮ່ວມ​ມື​ອິນ​ໂດ​ເນ​ເຊຍ. ໃນ​ຂົງ​ເຂດ​ລົງ​ທຶນ, ອິນ​ໂດ​ເນ​ເຊຍ​ຢືນ​ອັນ​ດັບ​ທີ 27 ໃນ​ຍອດ​ຈຳ​ນວນ 101 ປະ​ເທດ ແລະ ເຂດ​ແຄ້ວນ​​​ເຂົ້າມາລົງ​ທຶນ​ຢູ່​ຫວຽດ​ນາມ ດ​້ວຍ 34 ໂຄງ​ການ​ຍັງ​ມີ​ຜົນ​ສັກ​ສິດ, ​ລວມຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ກວ່າ 285 ລ້ານ USD, ໃນ​ນັ້ນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດ​ສ້າງ​ຢືນ​ອັນ​ດັບ​ຫ​ນຶ່ງ​ດ້ວຍ 16 ໂຄງ​ການ, ​ລວ​ມຍອດຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ບັນລຸເກືອບ 112,2 ລ້ານ USD. ແລະ ຕາມ​ການ​ຕີ​ລາ​ຄາ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ Mayerfar ປະ​ຈຳ​ຫວຽດ​ນາມ ແລ້ວ, ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ຊຶ່ງ​ອິນ​ໂດ​ເນ​ເຊຍ​ມາ​ລົງ​ທຶນ​ຫລາຍກວ່າ​ໝູ່​ຢູ່​ໃນ​ໂລກ.

        ສ່ວນ​ຫວຽດ​ນາມ ມີ 7 ໂຄງ​ການ​ລົງ​ທຶນ​ພວມ​ຜັນ​ຂະ​ຫ​ຍາຍ​ຢູ່​ອິນ​ໂດ​ເນ​ເຊຍ ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ 106,7 ລ້ານ USD, ​ເຊິ່ງ​ສຸມ​ໃສ່​ຕົ້ນ​ຕໍ​ເຂົ້າ​​ບັນ​ດາ​ໂຄງ​ການ​ຂຸດ​ຄົ້ນ​ແຮ່​ທາດ, ນ້ຳ​ມັນ​ອາຍ​ແກ​ສ ແລະ ໂທ​ລະ​ຄົມ ຂອງ​ກຸ່ມບໍ​ລິ​ສັດນ້ຳ​ມັນ​ອາຍ​ແກ​ດ​ສ​ແຫ່ງ​ຊາດ​ຫວຽດ​ນາມ, ບໍ​ລິ​ສັດ​ໂທ​ລະ​ຄົມ VTV.

        ​ຍາມ​ໃດລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ກໍ​ສ້າງ​ເງື່ອນ​ໄຂ​ໃຫ້​​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ໄປລົງ​ທຶນ​ຢູ່ ອິນ​ໂດ​ເນ​ເຊຍ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ Achmand Kurniadi, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລົງ​ທຶນ ອິນ​ໂດ​ເນ​ເຊຍ ຢູ່ ນອກ​ເວ​​ທີ​ປາ​ໄສ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ.

        “ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ຈະ​ສະ​ຫງວນ​ຫລາຍ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ເຂົ້າ​ອິນ​ໂດ​ເນ​ເຊຍ ດ້ວຍ​ຈຳ​ນວນ​ຄົນ​ງານ ແລະ ທຶນ​ຮອນ​ຫລາຍ. ຕົວ​ຢ່າງ​ຄື: ສຳ​ລັບ​ພື້ນ​ຖານ​ໂຄງ​ລ່າງ ພວກ​ຂ້າ​ພະ​ເຈົ້າ​ຍົກ​ເວັ້ນ​ພາ​ສີ​ນຳ​ເຂົ້າ​ສຳ​ລັບ​ແຫລ່ງ​ທຶນ, ກົນ​ຈັກ ແລະ ວັດ​ຖຸ​ອຸ​ປະ​ກອນ​ໃນ​ໄລ​ຍະ 2 ປີ. ຖ້າ​ຫາກວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນກໍ່​​ສ້າງ​ໂຮງ​ງານ​ຢູ່ Papua ຫລື Makassar ດ້ວຍ​ຈຳ​ນວນ​ຄົນ​ງານ​ຫລາຍ, ພວກ​ຂ້າ​ພະ​ເຈົ້າ​ຈະ​ສະ​ເຫ​ນີ​ຫລຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ເຂົາ​ເຈົ້າ.”

        ແລະ ກໍ​ຕາມ​ທ່ານ Achmand Kurniadiv ແລ້ວ, ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ​ຈະ​ຫ​ນູນ​ຊ່ວຍ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ ກັບ​ວິ​ສາ​ຫະ​ກິດ ອິນ​ໂດ​ເນ​ເຊຍ, ໂຄ​ສະ​ນາ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ບັນ​ດາ​ຂົ​ງ​ເຂດ​ທີ່ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ທ່າ​ໄດ້​ປ​ຽບ ແລະ ກາ​ລະ​ໂອ​ກາດ​ພັດ​ທະ​ນາ ພ້ອມ​ທັງ​ກວດ​ກາ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ວິ​ສາ​ຫະ​ກິດ, ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ສາ​ມາດ​ອຸ່ນ​ອຽງ​ໃຈ​ເມື່ອ​ທຳ​ມາ​ຫາ​ກິນ​ຢູ່ ອິນ​ໂດ​ເນ​ເຊຍ.

        ດ້ວຍ​ການ​ຫ​ນູນ​ຊ່ວຍ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ຂອ​ງ​ລັດ​ຖະ​ບານ​ສອງ​ປະ​ເທດ, ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຈະ​ມີ​ກາ​ລະ​ໂອ​ກາດ​ເປີດກ​ວ້າງ​ການ​ເຄື່ອນ​ໄຫວ​ພົວ​ພັ​ນ​ແລກ​ປ່ຽນ​ການ​ຄ້າ​ຢູ່​ຕະ​ຫລາດ​ຂອງ​ກັນ. ຜ່ານນັ້ນ ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ​ສອງ​ຝ່າຍ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ ໃຫ້​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແຕ່​ລະ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ