ມາເລເຊຍ ສະຖານທີ່ທ່ອງທ່ຽວ Honeymoon ທີ່ດຶງດູດ

(vovworld) -​ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ຄູ່​ບ່າວ​ສາວຫາ​ກໍ​ແຕ່ງດອງ ຢູ່ ຫວຽດນາມ ​​ມັກເລ​ືອກ​ເຟັ້ນປະ​ເທດ​​ຕ່າງໆໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ Honeymoon. ​​​ແລະ ມາ​ເລ​ເຊຍ​ແມ່ນສະຖານ​ທີ່​ທ່ອງ​ທ່ຽວ​ທີ່ໄດ້​ຮັບ​​ເລືອກ​​ເຟັ້ນຫລາຍ​ກວ່າ​ໝູ່​ຍ້ອນ​ຄ່າ​ບໍລິການ​ພໍປານ​ກາງ, ທິວ​ທັດ​ທຳ​ມະ​ຊາດ​ທັງສວຍ​ງາມ ​ທັງເປັນ​ເອກະລັກສະ​ເພາະ​, ​ແລະໄລ​ຍະ​ທາງ​ກໍ່​ບໍ່​ໄກ​ຈາກຫວຽດນາມ ປານ​ໃດ.

        ​ທຳ​ມະ​ຊາດ​ໄດ້​ດົນ​ບັນດານ​ໃຫ້​ປະ​ເທດ ມາ​ເລ​ເຊ​ຍ ມີຄວາມ​ງາມປະ​ເສີດ​ເລີດລ້ຳ​ດ້ວຍ​ຝັ່ງ​ທ​ະ​ເລ​ຂຽວ​ສະອາດ, ​ປ່າດົງ​ດິບ​ທີ່​ກວ້າງໃຫຍ່​​ໄພສານ, ມີຫລັງ​ຄາ​ເຮືອນ​ຫລາຍ​ແຫ່ງ​ທີ່​ເຕັມ​ໄປ​ດ້ວຍ​ສະຖາປັດຕະຍະກຳ​ແບບ​ເອີ​ລົບ….. ສະ​ນັ້ນ ຄູ່ບ່າວ​ສາວຫາ​ກໍ​ແຕ່ງດອງ​ມັກ​ເລືອກ​ເຟັ້ນ ມາ​ເລ​ເຊຍ ​ ​ແມ່ນ​ແຫ່ງ​ເພື່ອ​​ຖ່າຍ​ເອົາຮູບ​ພາບທີ່​ສວຍ​ງາມ​​​ໃນ​​ໂອກາດໄປ Honeymoon ​​ເພື່ອ​ເປັນ​ສິ່ງ​ທີ່​ລະ​ລຶກໃຫ້​ແກ່​ຕົນ​ເອງ.
 

ມາເລເຊຍ ສະຖານທີ່ທ່ອງທ່ຽວ Honeymoon ທີ່ດຶງດູດ - ảnh 1
ຕຶກ​ແຟດ Petronas
ພາບ: internet

        ​ໂດຍ​ກຳ​ໄດ້​ຄວາມ​ຕ້ອງການ​ຂອງ​ລຸ້ນຫນຸ່ມ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໄດ້​ຍູ້​ແຮງ​ການ​ເຄື່ອ​ນ​ໄຫວ​ໂຄສະນາ​ການທ່ອງ​ທ່ຽວ​ເຖິງ ມາ​ເລ​ເຊຍ. ​ເອື້ອຍ Nguyen Mai Que ພະນັກງານ​ຂະຫຍາຍ​ຕະຫລາດ​ຂອງ​ບໍລິສັດ​ທ່ອງ​ທ່ຽວ VietTravel ​ໃຫ້​ຮູ້​ວ່າ:

        “ມາ​ເລ​ເຊຍ ມີ​ສະຖານ​ທີ່​ດູດ​ດື່ມຫລາຍ​ແຫ່ງ​ເພື່ອ​​ໃຫ້ຄູ່​ບ່າວ​ສາວໄປ Honeymoonຄື: Kualumpua - Sunway Lagoon Pangkor Islan. ​ໄປ​ຢ້ຽມຢາມ ມາ​ເລ​ເຊຍ ​ແມ່ນ​ໃກ້​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ທາງ​ໄປ​ທ່ອງ​ທ່ຽວ​ປະ​ເທດ​ອື່ນ​ໆຢູ່​ນອກ​ພາກ​ພື້ນ. ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ການທ່ອງ​ທ່ຽວຢູ່ ມາ​ເລ​ເຊຍ ​ກໍ່ເໝາະ​ສົມ​ທີ່​ສຸດ. ສະ​ນັ້ນ ມີ​ຫລາຍ​ຄົນ​ຈົດທະບຽນ​ໄປ​ທ່ອງ​ທ່ຽວ ມາ​ເລ​ເຊຍ, ພິ​ເສດ​ແມ່ນ​ຊາວຫນຸ່ມ.”

        ຢູ່ Kualumpua, ບັນດາ​ຄູ່​ບ່າວ​ສາວ ມັກ​ໄປ​ຢ້ຽມຢາມຕຶກ​ແຟດ Petronas ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຕຶກ​ທີ່​ສູງ​ສຸດ​​ຢູ່ໃນ​ໂລກ. ຕຶກ​ຫລັງ​ນີ້​ລວມມີ 88 ຊັ້ນ ດ້ວຍ​ຄວາມ​ສູງ​ 403 ​ແມັດ ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ສະຖາປັດຕະຍະກຳ​ ອິດສະ​ລາມ. ສ່ວນ​ຜູ້​ໃດ​ຢາກ​ໄປ​ຊື້​ເຄື່ອງ​ຂອງອາດ​ຈະ​ເຂົ້າ​​ສູນ​ການ​ຄ້າ Suria KLCC ຫລື ​ໄປ​ຢ້ຽມຢາມ​ບັນດາ​ທັດສະນີ​ຍະ​ພາບ​ທີ່​ລື​ຊື່​ຂອງ ມ​າ​ເລ​ເຊຍ ຄື: ​ໂຮງ​ລະຄອນ Petronas, ສະຫນາມ​ຫລວງ​ເອກະລາດ, ພະ​ລາຊະ​ວັງ, ຖ້ຳ ບາ​ຕູ​ຂອງ​ຊາວ​ຮີນ​ດູ ວັດ​​ແຫ່ງ​ສາສະຫນາ​ຮີນ​ດູ​ໃຫຍ່​ກວ່າ​ໝູ່​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ນອກ​ນັ້ນ ຫໍພິພິດທະພັນ ມາລາ​ກກາ ຊຶ່ງ​ແມ່ນ​ຫໍພິພິດທະພັນ​ແຫ່ງ​ໃຫຍ່​ໂຕ, ​ແມ່ນ​ບ່ອນ​​ຮັກສາ​ບັນດາຮ່ອງຮອຍ​ປະຫວັດສາດ​ຂອງ​ປະ​ເທດ ມ​າ​ເລ​ເຊຍ ນີ້ກໍ​ແມ່ນ​ສະຖານ​ທີ່​ຊຶ່ງ​ຂາດ​ບໍ່​ໄດ້​ໃນ​ລາຍການ​ທ່ອງ​ທ່ຽວ​ຂອງ​ຄູ່​ບ່າວ​ສາວ. ຢູ່ທາງ​ທິດຕາ​ເວັນ​ອອກ​ຂອງຄຸ້ມ​ເມືອງ​ເກົ່າ ມາລາ​ກາ ​ແມ່ນ​ສູນ​ການ​ຄ້າ​ທີ່ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ສະຖາປັດຕະຍະກຳ​ແບບ​ເອີ​ລົບ​ໃນ​ເມື່ອ​ກ່ອນ, ສ່ວນ​ທາງ​ທິດຕາ​ເວັນ​ຕົກ​ແມ່ນ​​ຖະຫນົນຄ້າຂາຍ​ສິນຄ້າ​ຢ່າງ​ຄັບຄາ​ຫນາ​ແຫນ້ນ​ຂອງ​ຊາວ​ຈີນ. ການ​ປະສານ​ກົມ​ກ່ຽວລະຫວ່າງ​ວັດທະນະທຳ​ຂອງ​ຊາວ​ທ້ອງ​ຖິ່ນ​ກັບ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ​ຄື ຈີນ, ປວກ​ຕູ​ການ, ອັງກິດ...​ໄດ້​ສ້າງ​​ຄວາມ​ງາມ​ແບບ​ພິ​ເສດໃຫ້​ແກ່​ມາລາ​ກກາ​. ​ເພາະສະ​ນັ້ນ ​ປີ 2008 ມາລາກ​ກາ ​ໄດ້​ຮັບການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ. ອ້າຍ ຫງວຽນ​ຮ່ວາງ​ມີນ ນັກ​ທ່ອງ​ທ່ຽວ​​​ຜູ້​ໜຶ່ງ​ທີ່ໄປ​ Honeymoon ​ແລະ ຖ່າຍຮູບ​ຢູ່ ມາ​ເລ​ເຊຍ ​ໄດ້​ເວົ້າ​ວ່າ:

        “ຍ້ອນຢາກ​​ມີ​ບັນດາ​ຮູບ​ແຕ່ງດອງ​ທີ່​ສວຍ​ງາມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ ທັງຢາກຄົ້ນຫາ​ປະ​ເທດ​ມາ​ເລ​ເຊຍ ສະ​ນັ້ນ ຜົວ​ເມຍ​ຂ້າພະ​ເຈົ້າ​ຈຶ່ງ​ເລ​ືອກ​ເຟັ້ນ ມາ​ເລ​ເຊຍ​ແມ່ນ​ສະຖານ​ທີ່​​ໄປ Honeymoon. ຂ້າພະ​ເຈົ້າ​ມີ​ຄວາມ​ພື່ງພໍ​ໃຈ​ຕໍ່​ການບໍລິການ ​ແລະ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້. ສິ່ງ​ທີ່​ສ້າ​ງຄວາມ​ປະ​ທັບ​ໃຈ​ນັ້ນ​ແມ່ນ ມາ​ເລ​ເຊຍ ບໍ່​ພຽງ​ແຕ່​ແມ່ນ​ຫນຶ່ງ​ໃນ​ຈຳນວນປະ​ເທດ​ທີ່ມີ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ​ທັນ​ສະ​ໄຫມ​ທີ່​ສຸດ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ສະຖານ​ທີ່​ຍັງ​ຄົງຮັກສາ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ​ເກົ່າ​ແກ່​ແບບ​ເອີ​ລົບ​ຄື​ຄຸ້ມ​ເມືອງ​ເກົ່າ ມາລາ​ກກາອີກ​ດ້ວຍ.”

ມາເລເຊຍ ສະຖານທີ່ທ່ອງທ່ຽວ Honeymoon ທີ່ດຶງດູດ - ảnh 2
ນະຄອນ Perak -
ພາບ: Tourism Malaysia.

        ​ເຂດຕາກ​ອາກາດ Golden Palm Tree ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ຂອງ​ແຫລມ ​ມາ​ເລ​ເຊຍ​​ ແມ່ນ​ໂຮງ​ແຮມ​ຊີວະ​ພາບ​ທະ​ເລສວຍ​ງາມ​ທີ່​ບັນລຸ​ມາດຕະຖານ 5 ​ດາວ​ ​ເຊິ່ງປະກອບ​ມີ​ເຮືອນ​ວິນ​ລາຫຼູຫຼາ 392 ຫຼັງ ໄດ້​ຮັບ​ການ​ກໍ່ສ້າງ​ແບບ​ເຮືອນຮ້ານ. ພິ​ເສດ ​ໃນ​ທ້າຍ​ເດືອນ 3 ປະຈຳ​ປີ ຄູ່​ບ່າວ​ສາວ​ຈະ​ເຫັນ​ປະຈັກ​ຕາ​ການ​ແຂ່ງຂັນ​ຂີ່​ລົດຢູ່​ສະໜາມ​​ແຂ່ງຂັນ Sepang International Circuit ດ້ວຍ​ລົດ​ທີ່​ມີ​ລະດັບ​ຄວາມ​ໄວ​ເຖິງ 300 ກມ/​ໂມງ ອີກ...ຍ້ອນ​ຄວາມ​ດູດ​ດື່ມ​ນັ້ນ ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ຈຶ່ງ​ໄປ​ຢ້ຽມຢາມ ມາ​ເລ​ເຊຍ​ ນັບ​ມື້​ນັບຫຼາຍ. ທ່ານ Akbal Setia ຜູ້ອຳນວຍການ​ກ​ົມສົ່ງ​ເສີມ​ທ່ອງ​ທ່ຽວ​ມາ​ເລ​ເຊຍ​ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ປີ 2011 ​ມາ​ເລ​ເຊຍ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຫວຽດນາມ 173.000 ​ເທື່ອ​ຄົນ. ປີ​ນີ້ ມາ​ເລ​ເຊຍ ຄາດ​ວ່າ​ຈະ​ຕ້ອນຮັບນັກ​ທ່ອງ​ທ່ຽວ ຫວຽດນາມ 200.000 ​ເທື່ອ​ຄົນ. ຕະຫລາດ​ນັກ​ທ່ອງ​ທ່ຽວ ຫວຽດນາມ ​ແມ່ນ​ຫລາຍ​ຮ​ູບຫລາຍ​ແບບ ​ແຕ່​ບັນດາ​ຄູ່​ບ່າວ​ສາວ​ແມ່ນ​​ເປົ້າ​ໝາຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ກວ່າ. ​ເພື່ອ​ບັນລຸ​ໄດ້ຜົນ​ສຳ​ເລັດ​ຄື​ດັ່ງກ່າວ, ມາ​ເລ​ເຊຍ​ໄດ້​ມີ​ຄວາມມານະ​ພະຍາຍາມ​ຫລາຍ​ຢ່າງ​​ໃນ​ການ​ລົງທຶນ​ໃຫ້​ແກ່​ຂະ​ແຫນງທ່ອງ​ທ່ຽວ.

        “​ປີ​ໃດ, ມາ​ເລ​ເຊຍ ກໍ່ມີ​ແຜນການ​ໂຄສະນາ​ການທ່ອງທ່ຽວ​​ໃຫ້​ທັງ​ປີ​ຄື: ລາຍການ weeding fair, ງານ​ຕະຫລາດນັດ​ການທ່ອງທ່ຽວ, ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວກັບ​ການທ່ອງທ່ຽວ, ການ​ຮ່ວມ​ມື​ກັບ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ, ​ໂຄສະນາ​ງານ​ບຸນ​ໃຫຍ່​ຢູ່ ມາ​ເລ​ເຊຍ… ”

        ບັນດາ​ນະຄອນ​ໃຫຍ່ ດ້ວຍ​ບັນດາ​ເຮືອນ​ແກ້ວ​ສູງ​ສຸດ​ໃນ​ໂລກ, ​ເຂດ​ຊານ​ກຳ​ແພງ​ດ້ວຍ​ບັນດາ​ທ່ົງ​ນາ, ​ປ່າ​​ໄມ້ທີ່​ກວ້າງ​​ໃຫຍ່​ໄພສານ​ ຄຽງ​ຂ້າງຫລັງຄາ​ເຮືອ​ນນ້ອຍ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ຮູບ​​ແບບອິດສະ​ລາມ ບັນດາໂຮງ​ແຮມ, ​ເຮືອນ​ພັກ​ຫລາຍ​ຫລັງຕັ້ງ​ຢູ່​ແຄມຝັ່ງ​ທະ​ເລ​ທີ່ສວຍ​ງາມ​ແບບ​ທຳ​ມະ​ຊາດ, ພ້ອມ​ກັບ​ບັນດາ​ກິດຈະກຳ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ໃໝ່ນັ້ນ.​ ມາ​ເລ​ເຊຍ, ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ດຶງ​ດູດນັກ​ທ່ອງ​ທ່ຽວ, ພິ​ເສດ​ແມ່​ບັນດາ​ຄູ່​ບ່າວ​ສາວທີ່ຫາກໍ່​ແຕ່ງດອງ​ໄປ Honeymoon ຢູ່​ປະ​ເທດ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ