ມຽນມາ ກໍ່ສ້າງສະຫນາມບິນສາກົນແຫ່ງທີ 4 ເພື່ອຊຸກຍູ້ຂະແຫນງທ່ອງທ່ຽວ


(vovworld)- ສະຫນາມ​ບິນ​ສາກົນ Hathawady, ສະຫນາມ​ບິນ​ສາກົນ​ແຫ່ງ​ທີ 4 ຂອງ​ ມຽນມາ ​ໄດ້​ຮັບ​ການ​ລົງມື​ກໍ່ສ້າງ​ໃນ​ເດືອນ 9 ຜ່ານ​ມາ ຢູ່​ເຂດ Bago ທາງ​ທິດ​ເຫນືອ​ນະ​ຄອນ​ຫລວງ Yangon, ການກໍ່ສ້າງ​ສະຫນາມ​ບິນ Hathawady ​ແມ່ນ​ພາກສ່ວນ​ຫນຶ່ງ​ໃນ​ແຜນການ​ຊຸກຍູ້​ຂະ​ແຫນງ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ມຽນມາ. ນັບ​ແຕ່​ເມື່ອ​ດຳ​ເນີນ​ການ​ປະຕິ​ຮູບ, ມຽນມາ ພວມ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ດູດ​ດື່ມ​ຂອງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

        ດ້ວຍ​ລາຍ​ຈ່າຍ​ລົງທຶນ​ຂຶ້ນ​ເຖິງ 2 ຕື້ USD, ສະຫນາມ​ບິນ​ສາກົນ Hathawady ຄາດ​ວ່າ​ຈະ​ເປີດ​ປະຕູ​ໃນ​ປີ 2018. ຕາມ​ການ​ອອກ​ແບບ, ໃນແຕ່ລະປີສະຫນາມ​ບິນ​ແຫ່ງ​ນີ້​ຈະ​ຕ້ອນຮັບ​ຜູ້​ໂດຍສານປະມານ 12 ລ້ານ​ເທື່ອ​ຄົນ ແລະ ອາດຈະ​ໄດ້​ຮັບ​ການຍົກລະດັບ​ເພື່ອ​ສາມາດ​ຕ້ອນຮັບຜູ້​ໂດຍ​ສານ 35 ລ້ານ​ເທື່ອ​ຄົນ​ໃນ​ແຕ່ລະ​ປີ​. ພິ​ເສດ, ສະຫນາມ​ບິນ ອາດ​ຈະ​ຮັບ​ໃຊ້​ເຮືອ​ບີນ AirBus A380, ​ຊື່​ງ​ແມ່ນເຮືອບິນຂົນ​ສົ່ງ​ຜູ້​ໂດຍສານ​ໃຫຍ່​ກວ່າ​ໝູ່​ປະຈຸ​ບັນ. ທ່ານ Win Swe Tun, ຮອງ​ຜູ້ອຳນວຍການ​ໃຫຍ່​ກົມ​ການບິນ​ພົນລ​ະ​ເຮືອນ ມຽນມາ ​ໃຫ້​ຮູ້​ວ່າ: ຢູ່​ອ້ອມ​ຂ້າງ​ສະຫນາມ​ບິນ​ແຫ່ງ​ນີ້​ຈະ​ກໍ່ສ້າງ​ນະຄອນ​ທັນ​ສະ​ໄຫມ​ແຫ່ງ​ໃຫມ່ ​​ແລະ ຈະ​ເຮັດ​ໃຫ້​ນະຄອນ​ນີ້​ກາຍ​ເປັນ​ສູນ​ການ​ຄ້າ​ໃຫຍ່.

        “​ຢູ່​ບໍລິ​ເວນ​ນີ້​​ແມ່ນ​ວາງແຜນຜັງກໍ່ສ້າງ​ສະຫນາມ​ບິນທີ່ມີ​ເນື້ອ​ທີ່​ກວ້າງ​ກວ່າ 9 ​ເທົ່າ​ເມື່ອ​ທຽບ​ໃສ່​ສະຫນາມ​ບິ​ນ ສາກົນ Yangon ປະຈຸ​ບັນ. ສະຫນາມ​ບິນ Hathawady ​ແມ່ນ​ໃກ້​ກັບ​ນະຄອນ Bago ​ແລະ ​ໃກ້​ກັບ​ທາງບົກ ອາ​ຊຽນ, ບັນດາ​ເຂດ​ອຸດສາຫະກຳ​ຄື: ​ເຂດ​ອຸດສາຫະກຳ Thilawa. ສະ​ນັ້ນ ສະຫນາມ​ບິນ​ແຫ່ງ​ນີ້ ຈະ​ແມ່ນ​ສະຖານ​ທີ່ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ເຮືອ​ບິນ​ບິນ​ຂຶ້ນ, ລົງ​ຈອດ. ​ໂຄງການ Hathawady ບໍ່​ພຽງ​ແຕ່​ແມ່ນ​ໂຄງການ​ກໍ່ສ້າງ​ສະຫນາມ​ບິນ​ສາກົນ​ເທົ່າ​ນັ້ນ ຫາກ​ຍັງ​ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ນະຄອນ​ອ້ອມ​ຂ້າງ​ສະຫນາມ​ບິນ​ເພື່ອ​ຮັບ​ໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຫນາມ​ບິນ​ດັ່ງກ່າວ ​ແລະ ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຄື: ການ​ສ້ອມ​ແປງ​ເຮືອບິນ, ບັນດາ​ສູນ​ບຳລຸງ​ສ້າງ, ​ເຂດ​ບັນ​ເທິງ, ສະຫນາມ​ກອບ​ສ ​ແລະ ​ໂຮງ​ແຮມ.”

ມຽນມາ ກໍ່ສ້າງສະຫນາມບິນສາກົນແຫ່ງທີ 4 ເພື່ອຊຸກຍູ້ຂະແຫນງທ່ອງທ່ຽວ - ảnh 1
ສະຫນາມ​ບິນ Yangon
photo:Reuters

        ​ເລ່ື່ອງກໍ່ສ້າງ​ນະຄອນ​ໃຫມ່​​ໃກ້​ກັບ​ສະຫນາມ​ບິນ Hathawady ​ແມ່ນ​ສ່ວນ​ຫນຶ່ງຂອງ​ໂຄງການ​ເປີດ​ກວ້າງ​ລະບົບ​ສະຫນາມ​ບິນ​ຕົ້ນຕໍ​ຂອງ ມຽນມາ. ປະຈຸ​ບັນ, ມຽນມາ ມີ​ສະຫນາມ​ບິນ​ສາກົນ 4 ​ແຫ່ງ, ​ໃນ​ນັ້ນ ສະຫນາມ​ບິນ​ສາກົນ Yangon ພວມ​ຮັບ​​ໃຊ້ 94% ຖ້ຽວ​ບິນ​ສາກົນ. ​​ແຕ່ ສະຫນາມ​ບິນ Yangon ບໍ່​ສາມາດ​ຮັບ​ໃຊ້​ເຮຶອບິນ​ຂະຫນາດ​ໃຫຍ່​ໄດ້. ນີ້​ກໍ​ແມ່ນ​ສາຍ​ເຫດ​ຊື່​ງ ມຽນມາ ກໍ​ໍ່ສ້າງ​ສະຫນາມ​ບິນ​ສາກົນ Hathawady.  ນອກ​ນັ້ນ ລັດຖະບານ ມຽນມາ ກໍ​ຄາດ​ວ່າ ຈະ​ກໍ່ສ້າງ​ສູນການ​ຄ້າ​ແຫ່ງ​ໃຫຍ່​ທີ​ສອງ​ຂອງ​ປະ​ເທດ​ນີ້ ຢູ່​ອ້ອມ​ຂ້າງ​ສະຫນາມ​ບິນ Hathawady​ແລະ ​​ເສັ້ນ​ທາງ​ລົດ​​ໄຟ​​ຟ້າເຊ່ືອມ​ຕໍ່​ສູນ​ກາ​ນຄ້າ Yangon ​ແລະ ສູນ​ການ​ຄ້າ Hathawady. ຄຽງ​ຄູ່ກັນ​ນັ້ນ, ສະຫນາມ​ບິນ ສາກົນ Yangon ກໍ​ໄດ້​ຮັບ​ການ​ຍົກ​ລະດັບ ​ແລະ ຄາດ​ວ່າ ຈະ​ສາມາດ​ຕ້ອນຮັບ​ຜູ້​ໂດຍສານ​ປະມານ 6 ລ້ານ​ເທື່ອ​ຄົນ​​ໃນ​ປີ 2017. ທ່ານ Aung Gyi, ຜູ້ອຳນວຍການ​ບໍລິສັດ​ຂົນ​ສົ່ງ​ການບິນ Mianma Golden ​ໃຫ້​ຮູ້​ວ່າ:

        “ສະຫນາມ​ບິນ​ສາກົນ Yangon ຄວນ​​ໄດ້​ຮັບ​ການ​ຍົກ​ລະດັບ. ຂ້າພະ​ເຈົ້າ​ຄິດ​ວ່າພາຍຫລັງ​ປະມານ 10 ປີອີກ, ພວກ​ເຮົາ​ອາດ​ຈະ​ກໍ່ສ້າງ​ສະຫນາມ​ບິນ​ແຫ່ງ​ໃຫມ່. ປະຈຸ​ບັນ ຢູ່ Yangon ມີ​ເນື້ອ​ທີ່​ດິນ​ເປັນ​ຈຳນວນ​ຫລວງຫລາຍ​ເພື່ອຍົກ​ລະດັບ​ສະຫນາມ​ບິນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເລື່ອງ​ຍົກ​ລະດັບ​ຖ້າບໍ່​ປະຕິບັດ​ຕາມວິທີ​ເໝາະ​ສົມ ມັນ​ຈະ​ສົ່ງ​ຜົນ​ກະທົບ​ເຖິງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ຂອງ​ລະບົບ​ຄົມມະນາຄົມ ​ແລະ ​ເພີ່ມ​ລາຍ​ຈ່າຍ. ”

        ມຽນມາ ກໍ່ສ້າງ​ສະຫນາມ​ບິນ​ສາກົນ​ Hathawady​ ​ແຫ່ງ​ໃຫມ່ ​ແລະ ຍົກ​ລະດັບ​ສະຫນາມ​ບິນ Yangon ​ເພື່ອ​ຮັບ​ໃຊ້​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ປະ​ເທດ​ນີ້​ນັບ​ມື້​ນັບ​ສູງ. ຕາມ​ທະນາຄານ​ພັດທະນາ​ອາຊີ, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນມາ​ຢ້ຽມຢາມ ມຽນມາ ຈະ​ເພີ່ມ​ຂຶ້ນ 7,5 ລ້ານ​ເທື່ອ​ຄົນ​ໃນ​ປີ 2020, ສູງ​ຂຶ້ນທົບ 7 ​ເທົ່າ​​ເມື່ອ​ທຽບ​ໃສ່ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ໃນປະຈຸ​ບັນ. ຂະ​ແຫນງ​ທ່ອງ​ທ່ຽວ​ມຽນມາ ຈະ​ດຶງ​ດູດ​ປະມານ 10 ຕື້ USD ​​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ 1,4 ລ​້ານຄົນ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ປະ​ເທດ​ມຽນມາ ພວມ​ແມ່ນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ສະ​ນັ້ນ ​ເພີ່ມ​ທະວີ​ການ​ພັດທະນາ​ລະບົບ​ພື້ນຖານ​ໂຄງ​ລ່າງ, ​ໂຮງ​ແຮມ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​ສຳຄັນ​ເພື່ອ​ຍາດ​ແຍ່ງ​ກາລະ​ໂອກາດ​ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ