ມ້ຽນມາແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບວິສາຫະກິດຫວຽດນາມ


ມ້ຽນມາແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບວິສາຫະກິດຫວຽດນາມ - ảnh 1
ຮູບພາບກ່ຽວກັບປະເທດມ້ຽນມາ
ພາບ:internet

(vovworld)-ການພົບປະສົນທະນາ “ມ້ຽນມາຕະຫລາດຫາກໍ່ພົ້ນເດັ່ນຂຶ້ນ” ໂດຍສະມາຄົມພັດທະນາເສດຖະກິດ ຫວຽດນາມ, ລາວ ແລະ ກຳປູເຈຍຈັດຕັ້ງຂຶ້ນໃນວັນທີ 24/4 ຢູ່ ຮ່າໂນ້ຍ.
 ນະທີ່ນີ້, ບັນດາຜູ້ແທນໄດ້ເນັ້ນຫນັກວ່າ: ມ້ຽນມາແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ບັນດາວິສາຫະກິດ ຫວຽດນາມ​ຄວນ​ສຳ​ພັດ​ຢ່າງ​ວ່ອງ​ໄວ. ຕາມ​ຕົວ​ເລກ​ສະຖິຕິ​ຂອງຄະນະກຳມະການລົງທຶນມ້ຽນ​ມາ​ແລ້ວ, ພຽງ​ໃນ 2 ປີ, ຍອດ​ຈຳນວນ​ທຶນ FDI ຈົດ​ທະບຽນ​ແມ່ນ​ຂຶ້ນ​ເຖິງ​ທົບ 2 ​ເທົ່າ, ຈາກ 16,5 ຕື້ USD ​ໃນ​ປີ 2010 ຂຶ້ນ​ເຖິງ 40 ຕື້ USD ​​ໄລ່​ຮອດ​ກາງ​ປີ 2012. ທ່ານ Soe Thet Naung ທູດການ​ຄ້າ​ສະຖານທູດ​ມ້ຽນ​ມາ​ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ມ້ຽນ​ມາ​ໄດ້​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ການ​ຄ້າ ພ້ອມ​ກັບ​ປະມວນ​ກົດໝາຍ​ອື່ນ​ຫລາຍ​ສະບັບ​ເພື່ອ​ຊ່ວຍ​ດຶງ​ດູດ​ການ​ລົງທຶນ. ຜ່ານ​ບັນດາ​ງານ​ຕະຫລາດນັດວາງສະ​ແດງ​ສິນຄ້າ​ຫວຽດນາມ ຢູ່ ມ້ຽນ​ມາ, ຊາວ​ມ້ຽນ​ມາ​ນິຍົມ​ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ​ຫລາຍ. ທ່ານ Soe Thet Naung ​ໃຫ້​ຮູ້​ວ່າ:

        “ມ້ຽນ​ມາ ​ໄດ້​ມີ​ນະ​ໂຍບາຍ​ຍົກ​ເວັ້ນພາສີ​ໃຫ້​ແກ່​ວິ​ສາ​ຫະກິດ​ຕ່າງປະ​ເທດ​ລົງທຶນ ​ແລະ ຫລາຍ​ນະ​ໂຍບາຍ​ບຸລິມະສິດ​ອື່ນ.. ປະຈຸ​ບັນ ຫວຽດນາມ ​ໄດ້​ສົ່ງ​ສິນຄ້າ​ໄປ​ຂາຍ​ຢູ່​ມ້ຽນ​ມາ​ຫລາຍ​ປະ​ເພດ​ຄື: ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ, ​ເຄື່ອງກິນ​ດື່ມ…”


ຂ່າວ/ບົດ​ອື່ນ