ຢ້ຽມຢາມ Taman Mini Indonesia Indah ໃນເວລາມື້ຫນຶ່ງ


(vovworld)- ປະເທດ ອິນໂດເນເຊຍ ມີເກາະໃຫຍ່ນ້ອຍກວ່າ 17.000 ແຫ່ງ, ໃນນັ້ນ ມີເກາະໃຫຍ່ 5 ແຫ່ງຄື: Jawa, Sulawesi, Kalimantan, Sumatera ແລະ Papua. ພ້ອມກັນນັ້ນ ແມ່ນທັດສະນີຍະພາບໃຫຍ່ໂຕມະໂຫຖານ, ປ່າເຂດຮ້ອນຂຽວອຸ່ມທຸ່ມ, ບັນດາຫາດຊາຍທະເລທີ່ສວຍງາມ, ພ້ອມກັບວັດວາອາຮາມ… ແລະ ພື້ນຖານວັດທະນະທຳເປັນຫລາຍຮູບຫລາຍແບບ. ເພື່ອໄປຢ້ຽມຢາມເກາະໃຫຍ່ 5 ແຫ່ງຕົ້ນຕໍແລະ ຄົ້ນຫາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດນີ້ ໃຫ້ໝົດ ແມ່ນຕ້ອງເສຍເວລາເທົ່າໃດມື້. ແຕ່ພຽງໃນເວລາມື້ຫນຶ່ງຢູ່ Taman Mini Indonesia Indah (ສວນສາທາລະນະ ປະເທດອິນໂດເນເຊຍ ຫຍໍ້ເຂົ້າ ທີ່ສວຍງາມ) ທ່ານກໍສາມາດປະຕິບັດສິ່ງດັ່ງກ່າວໄດ້.

        “Taman Mini Indonesia Indah” ຄືດັ່ງຫີບໃຫຍ່ບັນຈຸທົ່ວປະເທດອິນໂດເນເຊຍ . ນັ້ນແມ່ນການສັງເກດຂອງກຸ່ມໝູ່ເພື່ອນ ຊາວ Madagarkar ນັ້ນແມ່ນເພື່ອນ Mixie Kael, Meini, Mia ແລະ Lydie, ຊື່ງແມ່ນນັກສຶກສາທີ່ພວມຮ່ຳຮຽນຢູ່ ອິນໂດເນເຊຍ ພາຍຫລັງເຂົາເຈົ້າໄປຢ້ຽມຢາມສະຖານທີ່ທ່ອງທ່ຽວ ທີ່ເຕັມໄປດ້ວຍຄວາມປະທັບໃຈ. Taman Mini Indonesia Indah ມີເນື້ອທີ່ກວ້າງເຖິງ 150 ເຮັກຕາ ສະນັ້ນກຸ່ມໝູ່ເພື່ອນລວມມີ 4 ຄົນດັ່ງກ່າວໄດ້ຕັດສິນເຊົ່າລົດຖີບ 2 ຄັນດ້ວຍລາຄາ 20.000 rupiah/ຊົ່ວໂມງ/ຄັນ (1,5 USD) ເປັນພາຫະນະເພື່ອໄປມາໃນຕະຫລອດເວລາຄົ້ນຫາ.

        ເຂົາເຈົ້າເລືອກເຟັ້ນ Taman Mini Indonesia Indah ແມ່ນສະຖານທີ່ທ່ອງທ່ຽວ ເພາະນີ້ບໍ່ພຽງແຕ່ມີສວນສາທາລະນະບັນເທິງ ເທົ່ານັ້ນ ຫາກແຫ່ງນີ້ຍັງແມ່ນບ່ອນສຶກສາດ້ານວັດທະນະທຳຂອງ 33 ແຂວງ, ນະຄອນ ແລະ 27 ຊົນເຜົ່າຕົ້ນຕໍໃນທົ່ວປະເທດອິນໂດເນເຊຍ ອີກດ້ວຍ.  ສວນສາທາລະນະໄດ້ຮັບການຈັດວາງແບບວິທະຍາສາດ, ລວມມີບັນດາເຂດທັດສະນະສຶກສາ ຕົ້ນຕໍຄື: ເຂດວາດພາບຈຸດທີ່ເປັນເອກະລັກສະເພາະຂອງບັນດາແຂວງ, ຫໍພິພິທະພັນ, ເຂດແຫ່ງການເຫລື້ອມໃສ ແລະ ສາສະຫນາ, ສວນສັດສາວາສິ່ງ, ເຂດອານຫານການກິນ… ທ່ານນາງ Novera Mayang, ຜູ້ຄຸ້ມຄອງ Taman Mini ແນະນຳໃຫ້ແຂກກ່ຽວກັບເຂດ ຈຸດທີ່ເປັນເອກະລັກສະເພາະຂອງບັນດາແຂວງ,

        “ຢູ່ Taman Mini ມີເຮືອນມູນເຊື້ອ 33 ຫລັງ ມາຈາກ 5 ເກາະຕົ້ນຕໍ ນັ້ນແມ່ນ Jawa, Kalimantan, Sulaweri, Sumatera ແລະ Papua ດ້ວຍບັນດາສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ ແລະ ເປັນຫລາຍຮູບຫລາຍແບບ. ບັນດາ ເຮືອນທີ່ເປັນມູນເຊື້ອນີ້ ໄດ້ຮັບການກໍ່ສ້າງດ້ວຍຂະຫນາດໃຫຍ່ເທົ່າກັບເຮືອນຂອງຊາວຊົນເຜົ່າທີ່ພວມດຳລົງຊີວິດ. ອາດຈະເວົ້າໄດ້ວ່າ Taman Mini ແມ່ນຫໍພິພິທະພັນກ່ຽວກັບວັດທະນະທຳຂອງ ອິນໂດເນເຊຍ.”

        ເຂດທີ່ເປັນເອກະລັກສະເພາະຂອງບັນດາແຂວງ,ກໍແມ່ນບ່ອນ ຊຶ່ງນັກທ່ອງທ່ຽວ ພິເສດແມ່ນນັກທ່ອງທ່ຽວຕ່າງປະເທດຮູ້ສຶກປະທັບໃຈທີ່ສຸດ. ກຸ່ມໝູ່ເພື່ອນ Madagaskar ໄດ້ສະຫງວນເວລາຫລາຍສົມຄວນເພື່ອໄປຢ້ຽມຢາມເຮືອນທີ່ເປັນມູນເຊື້ອ ແລະ ຖ່າຍຮູບລະນຶກ ຄືດັ່ງຮູບການເຂົາເຈົ້າໄປທ່ອງທ່ຽວເຖິງບັນດາເກາະທີ່ສວຍງາມຂອງອິນໂດເນເຊຍ. ເພື່ອນ Mixie Kael ແບ່ງປັນວ່າ:


 ຢ້ຽມຢາມ Taman Mini Indonesia Indah ໃນເວລາມື້ຫນຶ່ງ - ảnh 1 Taman Mini Indonesia Indah

photo:vietviettourism.com

        “ມາຢ້ຽມຢາມ Taman Mini ພວກຂ້າພະເຈົ້າສາມາດເຫັນປະຈັກຕາທຸກສິ່ງທຸກຢ່າງທີ່ຕົນເອງໄດ້ຮຽນໃນປື້ມກ່ຽວກັບປະເທດອິນໂດເນເຊຍ. ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດ ນັ້ນແມ່ນບັນດາເຮືອນມູນເຊື້ອດ້ວຍສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງແຕ່ລະເຂດ. ຕົວຢ່າງ ເຮືອນຂອງ ບາລີ ໄດ້ຮັບການກໍ່ສ້າງດ້ວຍດິນຈີ່ສີເຫລືອງຄ້າຍຄືກັນກັບວິຫານຮີນດູບູຮານ. ເບື້ອງໃນຂອງບັນດາເຮືອນຫລັງນັ້ນໄດ້ວາງສະແດງບັນດາຊຸດອາພອນປະຈຳເຜົ່າ, ຮູບຈຳລອງພິທີແຕ່ງດອງ, ຊີວິດປະຈຳວັນຫລືບັນດາອຸປະກອນການຜະລິດທີ່ເປັນມູນເຊື້ອ. ໄປຢ້ຽມຢາມ Taman Mini ໃນເວລາມື້ຫນຶ່ງເທົ່າກັບພວກຂ້າພະເຈົ້າໄດ້ຮຽນ ຜ່ານປື້ມໃນ ຫລາຍມື້.”

        ລະບົບຫໍພິພິທະພັນ 19 ແຫ່ງ ດ້ວຍບັນດາຫົວເລື່ອງທີ່ແຕກຕ່າງກັນ ໄດ້ນຳມາໃຫ້ຜູ້ຊົມມີທັດສະນະສັງລວມກ່ຽວກັບບັນດາຂົງເຂດຄື: ກິລາ, ພູມສາດ, ຄົມມະນາຄົມ, ພະລັງງານຕະຫລອດຮອດອາຍແກສ ແລະ ນ້ຳມັນ. ແຕ່ລະຄົນໃນກຸ່ມເພື່ອນຫນຸ່ມ ລ້ວນແຕ່ມີຄວາມປະທັບໃຈແຕກຕ່າງກັນ. ເພື່ອນ Lydie ມີຄວາມປະທັບໃຈທີ່ສຸດກັບຫໍພິພິທະພັນ Komondo.

        “ຫໍພິພິທະພັນ Komondo ແລະ ສວນສາທາລະນະສັດເລືອຄານ ແມ່ນກິດຈະກຳທີ່ຈັບອົກຈັບໃຈ. ຫໍພິພິທະພັນ ໄດ້ຮັບການກໍ່ສ້າງຕາມຮູບມັງກອນໂຕໃຫຍ່, ພວກຂ້າພະເຈົ້າເຂົ້າຢ້ຽມຢາມ ຫໍພິພິທະພັນ Komondo ຄືດັ່ງລອດເຂົ້າທ້ອງ ມັງກອນໂຕ  ໃຫຍ່ ແທ້.ຢູ່ທາງໃນຍັງວາງສະແດງ ຮູບຈຳລອງສັດເລືອຄານຫລາຍປະເພດ ແມ່ນມາຈາກຝັງຕາເວັນຕົກ ແລະ ຝັງຕາເວັນອອກອິນໂດເນເຊຍ.”

        ການກໍ່ສ້າງເຂດ Taman Mini ແມ່ນເລີ່ມຈາກ ແນວຄວາມຄິດ ຂອງພັນລະຍາປະທານາທິບໍດີ Haji Mohammed Soeharto, ທ່ານນາງ Siti Hartinah. ໃນການພົບປະສັງສັນຢູ່ທຳນຽບ ປະທານາທິບໍດີ ເມື່ອວັນທີ 13/3/1970, ທ່ານນາງ ໄດ້ສະເຫນີກໍ່ສ້າງສວນສາທາລະນະ, ຢູ່ທີ່ນັ້ນ ຈະມີບັນດາຮູບຈຳລອງຫຍໍ້ເຂົ້າ, ແນະນຳ ແລະ ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງອິນໂດເນເຊຍ ຜ່ານບັນດາສະຖາປັດຕະຍະກຳ, ຊຸດອາພອນປະຈຳວັນ, ແລະ ເປັນມູນເຊື້ອ ຂອງ 26 ແຂວງ, ນະຄອນໃນໄລຍະນັ້ນ ເພື່ອຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈຕື່ມອີກ ແລະ ຍິ່ງມີຄວາມເອກອ້າງທະນົງໃຈຕໍ່ບ້ານເກີດເມືອງນອນຂອງປະເທດຊາດ.

ຫລັງຈາກນັ້ນ ມີຫນອງແຫ່ງຫນຶ່ງໄດ້ຮັບການກໍ່ສ້າງຢູ່ໃຈກາງສວນສາທາລະນະ. ຢູ່ຫນອງແຫ່ງນີ້ມີບັນດາເກາະທຽມທີ່ວາດພາບເຖິງເກາະ 5 ແຫ່ງ ແລະ ມີເກາະນ້ອຍບາງແຫ່ງຂອງອິນໂດເນເຊຍ. ຖ້າທ່ານໄປຢ້ຽມຊົມຮອບຫນຶ່ງດ້ວຍກະເຊົ້າລອຍຟ້າ ສັງເກດຈາກຄວາມສູງ, ທ່ານຈະຮູ້ສຶກວ່າຄືດັ່ງພວມໄດ້ຮັບຊົມປະເທດອິນໂດເນເຊຍ ຫຍໍ້ເຂົ້າ.

ບໍ່ພຽງແຕ່ເທົ່ານັ້ນ, Taman Mini ແມ່ນສະຖານທີ່ລະຫລິ້ນບັນເທິງຈັບອົກຈັບໃຈ ດ້ວຍໂຮງຮູບເງົາ, ບ່ອນລະຫລິ້ນຂອງເຍົາວະຊົນ, ເຂດອາຫານການກິນ ແລະ ເຂດຄ້າຂາຍສິນຄ້າ. ເພາະສະນັ້ນ ນີ້ແມ່ນບ່ອນລະຫລິ້ນຂອງຫລາຍຄອບຄົວ ອິນໂດເນເຊຍ, ພິເສດ ໃນໂອກາດທ້າຍສັບປະດາ. ທ່ານນາງ Novera Mayang ແບ່ງປັ່ນຕື່ມອີກ:

        “ແຕ່ລະປີ ພວກຂ້າພະເຈົ້າຕ້ອນຮັບນັກທ່ອງທ່ຽວກວ່າ 4000 ເທື່ອຄົນ, ພິເສດ ໃນປີ 2015 ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ກວ່າ 5500 ຄົນມາຢ້ຽມຢາມ Taman Mini. ພວກຂ້າພະເຈົ້າໄດ້ເປີດຊຸດອົບຮົມໃຫ້ເດັກນ້ອຍເປັນປະຈຳຢູ່ເດີນເວທີກາງແຈ້ງ. ພວກນ້ອງໄດ້ຮຽນບັນດາວາດຟ້ອນພື້ນເມືອງ, ດົນຕີພື້ນເມືອງ, ດົນຕີລະຄອນ… ນອກນັ້ນ ໃນໂອກາດທ້າຍສັບປະດາ, ຢູ່ບັນດາເວທີກໍໄດ້ຈັດຕັ້ງລາຍການສະແດງສິລະປະວັດທະນະທຳເພື່ອຮັບໃຊ້ແຂກມາຢ້ຽມຊົມ. ສະນັ້ນ ໃນຊຸມມື້ທ້າຍສັບປະດາ, ຈຳນວນນັກທ່ອງທ່ຽວເພີ່ມຂຶ້ນຫລາຍເມື່ອທຽບໃສ່ມື້ທຳມະດາ.”

        ອາດຈະເວົ້າໄດ້ວ່າ, Taman Mini ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ຈາກາຕາ ເວົ້າສະເພາະ ແລະ ອິນໂດເນເຊຍ ເວົ້າລວມ ແມ່ນສະຖານທີ່ທັງສຶກສາໃຫ້ເດັກນ້ອຍກ່ຽວກັບວັດທະນະທຳອິນໂດເນເຊຍ, ທັງແມ່ນບ່ອນແນະນຳບັນດາຈຸດທີ່ເປັນເອກະລັກສະເພາະ “ເປັນຫລາຍຮູບຫລາຍແບບໃນຄວາມເປັນເອກະພາບ”ຂອງປະເທດຊາດ. Taman Mini ເປີດປະຕູທຸກມື້ໃນສັບປະດາ ເພື່ອຕ້ອນຮັບນັກທ່ອງທ່ຽວ, ສະນັ້ນ ຖ້າມີໂອກາດໄປຢ້ຽມຢາມ ຈາກາຕາ, ທ່ານຢ່າລືມແວ່ຢາມເຂດທ່ອງທ່ຽວ Taman Mini.

ຕອບກັບ

ຂ່າວ/ບົດ​ອື່ນ