ຢ້ຽມຢາມເກາະ ບໍຣາໄກ ປະເທດຟິລີບປີນ

(vovworld)- ​ຖ້າມີຄຳ​ຖາມ​​ວ່າ: ເກາະ​ແຫ່ງ​ໃດ​ງາມກວ່າ​ໝູ່​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ຫລາຍ​ຄົນ​ຈະ​ປ່ອນ​ບັດ​ເລືອກ​ເຟັ້ນ​ເກາະ ພູ​ເກດ ຂອງ​ໄທ, ເພາະ​ເຂົາ​ເຈົ້າ​ບໍ່​ຮູ້​ຈັກ​ວ່າ ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ຍັງ​ມ​ີ​ເກາະ​ແຫ່ງ​ຫ​ນຶ່ງ​ທີ່ສ້າງ​ຄວາມດູດ​ດື່ມກວ່າ​ອີກ ນັ້ນ​ແມ່ນ​ເກາະ ໂບ​ຣາ​ໄກ ຂຶ້ນ​ກັບ​ປະ​ເທດ​ ຟິ​ລິບ​ປີນ. ເກາະ​​ສວຍ​ງາມແຫ່ງນີ້ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ຫ​ນ້າ​ເວັບ​ທ່ອງ​ທ່ຽວ​ທີ່​ລ​ື​ຊື່ TripAdvisor ວ່າ​ ແມ່ນ​​ເກາະ​ຢືນ​ອັນ​ດັບ​ໜຶ່ງໃນ​ຈຳ​ນວນ​ເກາະ 10 ແຫ່ງ​ທີ່​ງາມກວ່າ​ໝູ່ຢູ່​ອາ​ຊີ ແລະ ຢືນ​ອັນ​ດັບ​ທີ 2 ໃນ​ຈຳ​ນວນເກາະ 25 ແຫ່ງ​ທີ່ງາມກວ່າ​ໝູ່​ຢູ່​ໃນ​ໂລກ.

ຢ້ຽມຢາມເກາະ ບໍຣາໄກ ປະເທດຟິລີບປີນ - ảnh 1
ເກາະ ໂບ​ຣາ​ໄກ
ພາບ: internet

        ເກາະ ໂບຣາ​ໄກ ແມ່ນ​ເກາະ​​ນ້ອຍ​ສວຍ​ງາມທີ່ຫ່າງ​ຈາກ​ນະ​ຄອນ​ຫລວງ ມາ​ນີ​ລາ ​ໄປທາງ​ທິດ​ໃຕ້ ປະ​ມານ 315 km. ເກາະ​ແຫ່ງນີ້​ມີ​ຫາດ​ຊາຍ​ທະ​ເລທີ່​ສວຍ​ງາມ​ດ້ວຍ​ຂີ້​ຊາຍ​ຂ​າວ​ ແລະ ນ້ຳ​ທະ​ເລ​ຂຽວ​ສະ​ອາດ. ຖ້າ​ສັງ​ເກດ​ຈາກ​ເຮືອ​ບິ​ນກໍ່​ເຫັນ​ວ່າ, ເກາະ​ແຫ່ງນີ້​ປະ​ກົດ​ອອກ​ຄື​ດັ່ງ​ແກ້ວ​ເພັດມະນີຕັ້ງ​ຢູ່​ກາງ​ທະ​ເລ​ທີ່ຂຽວສະອາດ. ເມື່ອ​ມາ​ຮອດ​ເກາະ ໂບຣາ​ໄກ ແນ່ນອນ​ວ່າ​ນັກ​ທ່ອງ​ທ່ຽວ​ຈະ​ມີ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈຄື​ກັນກັບເພື່ອນ ຮ່​ວາງວັນ​ຕູງ, ຊາວ​​ຫວຽດ​ນາມ ທີ່ຫາ​ກໍ​ໄປ​ພັກ​ແລ້​ງຢູ່​ເກາະ​ແຫ່ງ​ນີ້.

        “ຂ້າ​ພະ​ເຈົ້າ​ບໍ່​ອາດ​ຫລົງ​ລືມ​ໄດ້​ຄວາມ​ປະ​ທັບ​ໃຈ​ຂອງ​ຕົນເມື່ອ​ຄັ້ງ​ທຳ​ອິດ​ໄດ້ມາ​ຢາມເກາະ​ແຫ່ງນີ້​​. ນ​້ຳ​ທະ​ເລ​ຢູ່​ທີ່ນີ້​ຂ​ຽວ​ສະ​ອາດ​, ແດດ​ຟ້າ​ກໍ​ແຈ້ງ​ສະ​ຫວ່າງ ແລະ ລົມ​ພັດ​ເຢັນ​ສະ​ບາຍ. ທັງ​ໝົດ​ເຫລົ່າ​ນັ້ນ​ເຮັດ​ໃຫ້​ຄວາມ​ອິດ​ເມື່ອຍໃນ​ຕົວທະລາ​ຍ​ໄປ.”

​ເກາະ ໂບຣາ​ໄກມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຫລາ​ຍ​​ແຫ່ງ​ຄື. ​ຫາ​ດ​ຊາຍ​ທະ​ເລຂາວ(white Bech), ຫາດ​ຊາຍ Baling Hai, ຫາດ​ຊາຍ Puka. .. ແຕ່​ຫາ​ດ​ຊາຍ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ອາບ​ນ້ຳ​ຫລາຍກວ່າ​ໝູ່​ແມ່ນ​ຫາດ​ຊາຍ white Bech ​. ເພາະ​ວ່າ​ຢູ່​ທີ່ນີ້ ນອກ​ຈາກ​ໄດ້​ອາບ​ນ້ຳ​ທະ​ເລ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ສາມາດໄປ​ຊື້​ເຄື່ອງ​ຂອງ​ຢູ່​ບັນ​ດາ​ສູນ​ການ​ຄ້າ​ໃຫ​ຍ່ ແລະ ໄດ້​ຮັບປະທານ​ອາ​ຫານ​ການ​ກິນ​ຢູ່​ຮ້ານ​ອາຫານ​ທີ່​ອຶກ​ກະ​ທຶກ​ຄືກ​ໂຄມ​ອີກ​ດ້ວຍ. ສ່ວນ​ຢູ່​ຫາດ​ຊາຍ Baling Hai ແມ່ນ​ຫາດ​ຊາຍ​ທີ່​ມີ​ເນື້ອ​ທີ່ກວ້າງ​ໃຫຍ່, ບັນ​ຍາ​ກາດ​ສະ​ຫງົບ​ງຽບ​ກວ່າ. ​ມາພັກຜ່ອນ​ຢູ່​ທີ່ນີ້ ນອກ​ຈາກ​ໄດ້​ອາບ​ນຳ​້​ທະ​ເລ, ລອຍ​ນ້ຳ​ແລະ ດຳ​ນ້ຳ​ແລ້ວ, ​ນັກ​ທ່ອງ​ທ່ຽວຍັງ​ໄດ້​ປີນ​ພູ​ຫີນ​ເພື່ອ​ຊົມ​ເບິ່ງ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ເກາະ​ແຫ່ງນີ້. ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ເຄີຍ​ເລືອກ​ເຟັ້ນຫາ​ດ​ຊາຍ​ Baling Hai ​ເປັນ​ສະຖານທີ່​ມາ​ຢາມ​ສຸດ​ທ້າຍ​ໃນ​ລາຍ​ການ​ທ່ອງ​ທ່ຽວ​​ຂອງ​ຕົນ. ສ່ວນຫາດ​ຊາຍ​ Puka ​ຖືກຕັ້ງ​ຢູ່​ກ້ຳທ​ເຫ​ນືອຂອງເກາະ ໂບ​ກາ​ໄຣ ກໍ​​ແມ່ນ​ຫາດ​ຊາຍ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວທີ່​ສຸດ ດ້ວຍ​ນ້ຳ​ທະ​ເລ​ຂຽວ​ສະ​ອາດ ແລະ ທິ​ວ​ທັດທຳ​ມະ​ຊາດ​ສວຍ​ສົດ​ງົດງາມ. ຢູ່​ທີ່​ນີ້, ນັກ​ທ່ອງ​ທ່ຽວ​ສາ​ມາດ​ເລືອກ​ເຟັ້ນ​ໃຫ້​ຕົນ​​ລາຍ​ການ​ທ່ອ​ງ​ທ່ຽວ​ພະ​ຈົນ​ໄພ​ຄ​ື​: ຢ້ຽມ​ຊົມ​ຖ້ຳ​​ເຈຍ. ນີ້​ກໍ​ແມ່ນບ່ອນ​ສະຫງວນ​ໃຫ້​ແກ່​ຜູ້​ມັກ​ທ່ອງ​ທ່ຽວ​ພະ​ຈົນ​ໄພ ​ເພາະ​ເສັ້ນທາງ​ເຂົ້າ​​ຖຳ້​ທຸລະກັນດານ​ທີ່​ສຸດ. ນອກ​ນັ້ນ ​ແຫລມ Ariel ກໍ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ພະ​ຈົນ​ໄພ​ອີກ​ດ້ວຍ. ແຫລມ Ariel ປະກອບ​ດ້ວຍໂງ່ນ​ຫີນ​ 5 ​ແຜ່ນ ​ແລະ ​ຖືກ​ຕັ້ງ​ຢູ່​ຄວາມ​ສູງ​ 3 ​ແມັດ - 13 ​​ແມັດ ​ເມື່ອ​ທຽບ​ໃສ່​ຫນ້າ​ນຳ້​ທະ​ເລ.

ຢ້ຽມຢາມເກາະ ບໍຣາໄກ ປະເທດຟິລີບປີນ - ảnh 2

ມາ​ແຫ່ງ​ນີ້ນັກ​ທ່ອງ​ທ່ຽວ​ສາມາດ​ຂື່​ເຮືອ​​ໄປ​ຍັງຫາດ​ຊາຍ Beach Hopping ​ແລະ Snorkeling ກໍ່​ຄື​ເກາະ Crysal Cove ​ເພື່ອ​ຊົມ​ຫິນ​ປະກາລັງ​ ​ແລະ ປາທະ​ເລ​ທີ່​ມີ​ສີສັນ​ຫລາກ​ຫລາຍ. ນັກ​ທ່ອງ​ທ່ຽວ​ກໍ່ສາມາດ​​ເຊົ່າ​ລົດຈັກ​ໄປ​ທ່ຽວ​ຢູ່​ເກາະ​ແຫ່ງ​ນີ້ ຫລື​ຂີ່​ມ້າ​ລຽບຕາມ​ແຄມ​ທະ​ເລ, ດຳ​ນ້ຳ​ຊົມ​ຫິນ​ປະ​ກາ​ລັງອີກ​ດ້ວຍ …​ເອື້ອຍ ​ເລ​ມີ​ງຮັ່ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດນາມ ​ໃຫ້​ຮູ້​ວ່າ:

“ຂ້າພະ​ເຈົ້າ​ໄດ້ຮູ້ຈັກ​ເຖິງ​ເກາະ​ແຫ່ງ​ນີ້​ຜ່ານ​ໝູ່​ເພື່ອນ​ແລ້ວ ສະ​ນັ້ນ ສອງຜົວ​ເມຍ​ຂ້າພະ​ເຈົ້າ​ຈຶ່ງ​ຕົກລົງ​ໄປ​ທ່ອງ​ທ່ຽວ​ໃນ​ໂອກາດ​ສັບປະດາ​ honeymoon ຂອງ​ຕົນ. ທະ​ເລ​ຢູ່​ທີ່​ນີ້​ສວຍ​ງາມ​ຫລາຍ. ການບໍລິການ​ຮັບ​ໃຊ້ດີ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ໄດ້​ໄປ​ຊົມ​ຫິນ​ປະ​ກາ​ລັງ ​ແລະ ຂີ່​ລົດ​ອອ້ມຮອບ​ເກາະ​ແຫ່ງ​ນີ້. ”

ສິ່ງ​ທີ່​ເຮັດ​ໃຫ້​ທຸກ​ຄົນ​ມີ​ຄວາມ​​​ເພິງພໍ​ໃຈ​ເມື່ອ​ມາ​ທ່ຽວ​​ເກາະ ​ໂປ​ຣາ​ໄກ ນັ້ນ​ແມ່ນໂຮງ​ແຮມ ​ແລະ resort ​ໄດ້​ຮັບ​ການ​ກໍ່ສ້າງຢ່າງ​ເປັນ​ລະບົບ, ກົມກຽວ​ກັບ​ທຳ​ມະ​ຊາດ. ຊາວ​ທ້ອງ​ຖິ່ນ​ຖື​ເປັນ​ສຳຄັນ ​ແລະ ຮູ້ຈັກ​ວິທີ​ຂຸດ​ຄົ້ນ​ທິວ​ທັດ​ທຳ​ມະ​ຊາດ,  ມີ​ສະຕິ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ທະ​ເລ. ​ເຂົາ​ເຈົ້າ​​ໄດ້​ກໍ່ສ້າງ​ບັນດາ​ເຂດ resort  ຢູ່​​​ເນີນພູ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​​ໄດ້​ເຈືອ​ຈານ​​ເຂົ້າ​ກັບ​ທຳ​ມະ​ຊາດ. ອ້າ​ຍຮ່ວາງ​ຕູ​ງ​ແອ​ງ ​ໃຫ້​ຮູ້​ວ່າ:

        “ບັນດາ​ຫລັງຄາ​ເຮືອ​ນ​​ທີ່​ກໍ່ສ້າງຢູ່​ທີ່​ນີ້ ລ້ວນ​ແຕ່ຖືກ​ຈຳກັດ​ລະດັບຄວາມ​ສູງ ສະ​ນັ້ນ ບັນດາ​ຮ້ານ​ອາຫານ, ​ໂຮງ​ແຮມ, resort ລ້ວນ​ແຕ່​ຕຳ່​ກວ່າ​ເມື່ອ​ທຽບ​ໃສ່​ຕົ້ນ​ພ້າວ.”

 ປະຊາຊົນ​ຢູ່​ເກາະ ໂປ​ຣາ​ໄກ ​ແມ່ນ​ຜູ້​ຮັກ​ແພງ​ແຂກຄົນ, ພ້ອມ​ແລ້ວ​ທີ່​ຈະຊ່ວຍ​ເຫລືອ​ນັກ​ທ່ອງ​ທ່ຽວ.  ດັ່ງ​ນັ້ນ​ເພື່ອ​ຈະ​ຮູ້​ສຶກອຸ່ນ​ອ່ຽນ​ໃຈ​ເມື່ອ​ເລະ​ຫຼິ້ນ​ຢູ່​ລຽບ​ຕາມ​ຮ່ອມ​ທາງ​ນ້ອຍໆ, ຫຼື​ນັ່ງ​ແຄມ​ທາງ​​ເພື່ອ​ໃຫ້​ບັນດາ​ນາຍ​ຊ່າງຕັດຜົມ, ສັກ​ລາຍ​ຮູບທີ່​ແປກປະຫຼາດ​ທົດ​ລອງ ທັງ​ໝົດ​ເຫຼົ່າ​ນັ້ນແມ່ນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເຮັດ​ໃຫ້ຜູ້​​ໃດ​ກໍ​ຢາກ​ທົດ​ລອງ ​ແລະ​ນັ້ນ​ກໍ່ແມ່ນ​ບັນດາ​ອະນຸ​ສອນ​ທີ່​ບໍ່​ອາດ​ລືມ​ໄດ້ສຳລັບ​ນັກ​ທ່ອງ​ທ່ຽວ​ເມ່ືອ​ມາ​ຢ້ຽມຢາມ​ເກາະ​ທີ່ສວຍ​ງາມ​​ແຫ່ງນີ້.

ຂ່າວ/ບົດ​ອື່ນ