ຢ້ຽມຢາມໝູ່ບ້ານວັດທະນະທຳ Mari Mari

(vovworld)-​ ​ໂດຍຕັ້ງ​ຢູ່​ເຂດ​ປ່າດົງ​ສະຫງົບ​ງຽບ​ທີ່​ຫ່າງ​ຈາກຈາກ​​ນະຄອນ Kota Kinabalu 35 ກມ. ໝູ່​ບ້ານ​ວັດທະນະທຳ Mari Mari ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ເດືອນ 12/2008 ຢູ່ລັດ Sabah, ທາງ​ທິດຕາ​ເວັນ​ອອກ​ຂອງມາ​ເລ​​ເຊຍ. ໝູ່​ບ້ານ​ວັດທະນະທຳ​ແຫ່ງ​ນີ້​ປຽບ​ເໝືອນຫໍພິພິດທະພັນ​ ທີ່ອະ​ນຸລັກ​ຮັກສາ​ວັດທະນະທ​ຳຂອງ​ບັນດາ​ເຜົ່າ​ສ່ວນ​ຫນ້ອຍຢູ່ເກາະ Borneo. ມາ​ຢ້ຽມຢາມ​ແຫ່ງ​ນີ້, ນັກ​ທ່ອງ​ທ່ຽວ​ຈະໄດ້​ຮັບ​ການ​ແນະນຳ​ກ່ຽວ​ກັບ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະຂອງ​​ກົກ​ເຫຼົ່າຈຳນວນ​ຫນຶ່ງ ​ກໍ່​ຄືມີ​ຄວາມ​ຮູ້ຕື່ມ​ອີກ​ກ່ຽວ​ກັບປະຫວັດຄວາມ​ເປັນ​ມາຂອງ​ຊາວ​ເຜົ່າ​ຢູ່​ທີ່​ນີ້.

​​ກ່ອນ​ທີ່​ເຂົ້າໝູ່​ບ້ານ​ວັດທະນະທຳ Mari Mari, ນັກ​ທ່ອງ​ທ່ຽວ​ຕ້ອງ​ຍ່າງ​ລຽບ​ຕາມ​ເສັ້ນທາງ​ນ້ອຍໆພາ​ໄປ​ເຖິງເຮືອນຫຼັງ​ໜຶ່ງ, ​ເພື່ອໄດ້​ຮັບ​ຟັງ​​ແນະນຳຂໍ້​ມູນ​ທີ່​ຈຳ​ເປັນ​ກ່ຽວ​ກັບ​ໝູ່ບ້ານ​ວັດທະນະທຳ​. ບົນ​ເສັ້ນທາງ​ໄປ​ນັກ​ທ່ອງ​ທ່ຽວຈະຕ້ອງ​ຜ່ານຂົວ​ແຂວນ​ດ້ວຍ​ໄມ້ທີ່​ໂອນ​ໄປ​ໂອນ​ມາ​ເພື່ອຂ້າມ​ຫ້ວຍ​ນຳ້ ຄື​ດັ່ງ​ສິ່ງ​ທີ່​ທົດ​ສອບ​ຜູ້​ທີ່​ຢາກ​ໄປ​ຄົ້ນ​ຫາ.

ໃຕ້​ຂົວໄມ້​ແມ່ນ​ນ້ຳ​ຫ້ວຍ​ທີ່​ໄຫຼ​ຜ່ານຫີນ​ກ້ອນ​ໃຫ​ຍ່​ສ້າງ​ເປັນ​ສຽງຜາດໆ. ຜ່ານຂົວລຳ​ນີ້ແລ້ວ​, ນັກ​ທ່ອງ​ທ່ຽວສືບ​ຕໍ່ຍ່າງ​ໄປ​ໜ້ອຍ​ໜຶ່ງ, ​ຈະ​ເຫັນເຮືອນ​ຮ້ານ​ຂອງກົກ​ເຫຼົ່າ Dusun - ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກົກ​ເຫຼົ່າ​ໃຫ​ຍ່ກວ່າ​ໝູ່​ຢູ່ Sabah. ໃນ​ເຮືອນຫຼັງ​ນີ້​ໄດ້​ວາງ​ສະ​ແດງເຄື່ອງ​ໃຊ້​ສອຍ​ໃນ​ການ​ດຳ​ລົງ​ຊີ​ວິດ​ເຊັ່ນ: ກະ​ພາ, ກອງ, ລຳໄຜ່​… ອ້າຍ ຫງວຽນ​ຕ໋ຽນ​ເກື່ອງ, ນັກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ, ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ Sabah, ເຊິ່ງ​ແມ່ນ​ເຂດ​ທີ່​ມີຫຼາຍ​ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັນ. ຂ້າ​ພະ​ເຈົ້າ​ຮູ້​ສຶກພາກ​ພູມ​ໃຈ​ເມື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ຊີ​ວິດ ກໍ່​ຄື​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ບັນ​ດາ​ເຜົ່າ​ຢູ່​ທີ່ນີ້.

        ເພື່ອ​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ​ກົກ​ເຫຼົ່າ, ສາວ Dusan ຜູ້​ໜຶ່ງ​ໃນ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ໄດ້​ເຊີນ​ນັກ​ທ່ອງ​ທ່ຽວ​​ດື່ມ​ເຫຼົ້າເຂົ້າ​ໃນລຳ​ໄຜ່, ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ສະ​ແດງ​ຄວາມ​ນິ​ຍົມ​ເມື່ອ​ໄດ້​ດື່ມ​ເຫຼົ້າ​ທີ່​ມີ​ລົດ​ຫວານໆ​ນີ້. ເມື່ອ​ໄປ​ຢາມ​ຮ້ານ​ວາງ​ສະ​ແດງ Rice Wine, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ປະ​ທານ​ອາ​ຫານ​ທີ່​ຖືກຕົ້ມດ້ວຍ​ລຳ​ໄຜ່​ ແລະ ເຫັນ​ປະ​ຈັກ​ຕາວິ​ທີ​ກວດ​ອາ​ຫານ​ສຸກຫຼື​ບໍ​ ດ້ວຍ​ການ “ຟັງ” ຄວ​າມ​ຮ້ອນ​ຜ່ານ​ລຳ​ໄຜ່ຂອງ​ກົກ​ເຫຼົ່າ Bajau.

ຢ້ຽມຢາມໝູ່ບ້ານວັດທະນະທຳ Mari Mari - ảnh 1
ໝູ່​ບ້ານ​ວັດ​ທະ​ນະ​ທຳ Mari Mari
photo:internet

        ໃນ​ໝູ່​ບ້ານ​ວັດ​ທະ​ນະ​ທຳ Mari Mari ຍັງ​ມີ​ກົກ​ເຫຼົ່າ​ອື່ນໆ​ອີກ​ຄື: ກົກ​ເຫຼົ່າ Murutm, Rungus… ດ້ວຍ​ສີ​ສັນວັດ​ທະ​ນະ​ທຳທີ່​ແຕກ​ຕ່າງ​ກັນ. ຢູ່​ທີ່ນີ້, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຄົ້ນ​ຫາ​ວິ​ທີ​ດັງ​ໄຟດ້ວຍ​ໄມ້​ໄຜ່, ການ​ຝັ້ນ​ເຊືອກ​ລ່າມ, ເຮັດເສື້​ອ​ໜັງ… ເມື່ອ​ໄປ​​ເຖິງ​ບໍລິ​ເວນ​ຂອງ​ກົກ​ເຫຼົ່າ Dayak, ເຊິ່ງ​ແມ່ນ​ກົກ​ເຫຼົ່າ​ລ່າເນື້ອ​ຄົນ​ເປັນ​ຕົ້ນ. ສະພາບ​ແວດ​ລ້ອມ​ຢູ່​ທີ່ນີ້​ພາ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກວ່າ​ຕົນ​ເອງ​ພວມ​ຕົກ​ຢູ່​ໃນເຂດ​ດັກ​ສະ​ກັດ, ດ້ວຍລູກ​ທະ​ນູ ແລະ ງ້າວ​ໃນ​ພຸ່ມ​ໄມ້ພວມ​ມຸ່ງ​ໄສ່​ເຂົາ​ເຈົ້າ ພ້ອມ​ກັບ​ສຽງ​ຮ້ອງ​ໂຮ​ໄລ່​ຈັບ​ນັກ​ທ່ອງ​ທ່ຽວ​​ທີ່​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ເຂດຂອງ​ຊາວ​ເຜົ່າ​ຢູ່​ທີ່ນີ້ ຍິ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວຕົກ​ສະ​ເງີ້, ຢ້ານ​ກົວ. ແຕ່​ສິ່ງ​ດັ່ງ​ກໍ່​ຖືກລະ​ລາຍ​ໄປ​ໃນ​ທັນ​ທີ. ເມື່ອ​ຮູ້​ວ່າ​ນີ້​ແມ່ນ​ຂອງ​ຕ້ອນເຊິ່ງ​ຊາວ​​ເຜົ່າມອບ​ໃຫ້​ນັກ​ທ່ອງ​ທ່ຽວ. ອ້າຍ​ ຫງວຽນ​ຕ໋ຽນ​ເກື່ອງ ນັກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ, ແບ່ງ​ປັນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ມາ​ຢາມ​ເຮືອນ​ຮ້ານ​ຂອງຫຼາຍ​ກົກ​ເຫຼົ່າ​ແລ້ວ, ຢູ່​ເຮືອນ​ຮ້ານ​ແຕ່​ລະ​ແຫ່ງ​ກໍ່​ມີ​ວິ​ທີ​ຕ້ອນ​ຮັບ​ແຂກ​ທີ່​ແຕກ​ຕ່າງ​ກັນ. ເມື່ອ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກ​ກົກ​ເຫຼົ່າ Dayak, ຂ້າ​ພະ​ເຈົ້າ​ກໍ່​ຮູ້​ສຶກ​ຢ້ານ​ກົວ​ໜ້ອຍ​ໜຶ່ງ, ແຕ່​ພັດ​ຈັບ​ອົກ​ຈັບ​ໃຈຫຼາຍ”.

        ​ໃນໝູ່​ບ້ານ Mari Mari ​ກໍ່​​ໄດ້ແນະ​ນຳ​ຮູບ​ແບບ​ເຮືອນ​ຂອງ​ກົກ​ເຫຼົ່າ​ຕ່າງໆ ພ້ອມ​ກັບ​ແບບ​ແຜນ​ດຳ​ລົງ​ຊີ​ວິດ, ຮີດ​ຄອງ​ປະ​ເພ​ນີ​ຂອງ​ແຕ່​ລະ​ກົກ​ເຫຼົ່າອີກ. ການ​ຢ້ຽມ​ຢາມ​ໝູ່​ບ້ານ​ວັດ​ທະ​ນະ​ທຳ Mari Mari ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວມີ​ຄວາມ​ຮູ້ຕື່ມ​ອີກ​ກ່ຽວ​ກັບການ​​ດຳ​ລົງ​ຊີ​ວິດ​ຂອງ​ບັນ​ດາ​ກົກ​ເຫຼົ່າ​ໃນ​ປະ​ເທດ​ມາ​ເລ​ເຊຍ. ແລະ ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ປະ​ເພນີ​ອັນ​ດີງາມ​ງາມ​ຂອງ​ບັນ​ດາ​ກົກ​ເຫຼົ່າ​ທີ່​ຍັງ​ຄົງ​ຕົວ​ ແລະ ພັດ​ທະ​ນາໃນ​​​ປະ​ຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ