ລາງວັນ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ອາ​ຊຽນ 2012


(vovworld) - ​ຫວ່າງ​ແລ້ວ​ນີ້ ຢູ່ ຮ່າ​ໂນ້ຍ, ກຸ່ມ​ບໍລິສັດ​ຖານ​ຂໍ້​ມູນ​ສາກົນ IDG ​ໄດ້​ຈັດ​ຕັ້ງ​ພິທີ​ມອບລາງວັນ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານດີ​ເດັ່ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ປີ 2012. ຄຽງ​ຄູ່​ກັບ​ການ​ເຊີດ​ຊູ ການ​ນຳເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານດີ​ເດັ່ນ 16 ຄົນ​ທີ່ມາ​ຈາກບັນດາ​ປະ​ເທດ ອາ​ຊຽນ, ​ເລື່ອງ​ຈັດ​ຕັ້ງ​ພິທີມອບ​ລາງວັນ​ຍັງ​ ​ເປັນຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນດາ​ການ​ນຳ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ພາກ​ພື້ນ​ພ້ອມ​ກັນ​ແລກປ່ຽນ​ບົດຮຽນ​ໃນ​ການ​ໝູນ​ໃຊ້ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຮັບ​ໃຊ້​ການ​ພັດທະນາ​ຂອງ​ອົງການ, ອົງການ​ຈັດ​ຕັ້ງເວົ້າ​ສະ​ເພາະ ​ແລະ ປະ​ເທດ​ຊາດ​ເວົ້າ​ລວມ​ເປັນ​ຢ່າງ​ດີ​ທີ່​ສຸດ.

        ​ໂດຍ​ເລີ່​ມປະຕິບັດ​​ເມື່ອ​ປີ 2004 ພາຍ​ໃຕ້​ຂໍ້​ລິ​ເລີ່​ມຂອງ​ກຸ່ມ​ບໍລິສັດ​ຖານ​ຂໍ້​ມູນ​ສາກົນ IDG ຫວຽດນາມ, ລາງວັນ​ການ​ນຳ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານດີ​ເດ່ັນ ອາຊີ​ຕ​າ​ເວັນ​ອອກສຽງ​ໃຕ້​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ລາງວັນ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ທີ່​ສຸດ​ທີ່ສະ​ຫງວນ​ໃຫ້​ແກ່​ປະຊາ​ຄົມ​ການ​ນຳ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ພາກ​ພື້ນ. ຜ່ານ​ໄລຍະ 8 ປີ ​ແຫ່ງ​ການຈັດ​ຕັ້ງ, ລາງ​ວັນ​ດັ່ງກ່າວ​ໄດ້​ເຊີດ​ຊູ​ການ​ນຳ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານດີ​ເດັ່ນ 60 ຄົນ, ຊຶ່ງ​ແມ່ນ​ຜູ້​ທີ່​​ມີ​ກາ​ນປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​​ຂະ​ແຫນງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ.

ລາງວັນ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ອາ​ຊຽນ 2012 - ảnh 1
​ພິທີ​ມອບລາງວັນ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານດີ​ເດັ່ນ​
ອາຊີ​ຕາ​ເວັນ​ອອກສຽງ​ໃຕ້  2012
ພາບ:baomoi.com

        ລາງວັນການ​ນຳ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ອາ​ຊຽນ 2012 (CIO ASEAN Awards 2012) ຖືກ​ແບ່ງ​ເປັນ 2 ພາກຄື: ພາກ​ລັດ  ​ແລະ ພາກ​ເອກະ​ຊົນ, ​ໃນ​ນັ້ນ ​ແຕ່​ລະ​ພາກ​ໄດ້​ແບ່ງ​ເປັນ​ບັນດາ​ກຸ່ມ​ທີ່​ແຕກ​ຕ່າງ​ກັນ. ມາດຕະຖານ​ຕີ​ລາຄາ​ ​ໂດຍ​ຄະນະ​ຈັດ​ຕັ້ງ​ ​ແລະ ສະພາ​ຄັດ​ເລືອກປັບປຸງ​ໃຫ້​ເໝາະ​ສົມ​ກັບ​ລະດັບ​ຄວາມ​ຮູ້​ຂອງ​ບັນດາ​ການ​ນຳເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ໃນປະ​ຈຸ​ບັນ, ນັ້ນ​ແມ່ນ​ເຊີດ​ຊູ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ກຳລັງ​ຄວາມ​ສາມາດ​ຈັດ​ຕັ້ງ, ຊີ້​ນຳນຳພາ, ປ່ຽນ​ໃຫມ່, ມີຫົວຄິດ​ປະດິດ​ສ້າງ​, ​ເນັ້ນ​ຫນັກ​ເຖິງ​ລັກສະນະ​ບຸກທະລຸ, ຫົວຄິດ​ປະດິດ​ສ້າງ​ຂອງ​ໂຄງການ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຊຶ່ງ​ບັນດາ​ກາ​ນນຳ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານໄດ້​ຜັນຂະຫຍາຍ​ສຳ​ເລັດຜົນ. ພິ​ເສດ ​ຈຸດ​ເດັ່ນ​ຂອງ​ລາງວັນ​ປີ​ນີ້ ​ແມ່ນ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ສັງຄົມ ​ແລະ ຮັບ​ໃຊ້​ປະຊາຊົນ, ​ເພາະວ່າ ມາດຖານ​ຕີ​ລາຄາ​ບໍ່​ພຽງ​ແຕ່​ແມ່ນ​ລະດັບ​ຜົນ​ສະທ້ອນ​ຂອງ​ການ​ນຳ​ໃນ​ວິ​ສາ​ຫະກິດ, ຫົວຫນ່ວຍ​ເທົ່າ​ນັ້ນ ຫາກ​​ຍັງແມ່ນ​ການ​ປະກອບສ່ວນ​ຂອງ​​ເຂົາ​ເຈົ້າທ່ີ​ມີ​ຕໍ່​ວົງ​ຄະນາ​ຍາດ, ສັງຄົມ​ອີກ​ດ້ວຍ. ທ່ານ Le Thanh Tam ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ຖານ​ຂໍ້​ມູນ​ສາກົນ IDG ຊຶ່ງ​ແມ່ນ​ຫົວຫນ່ວຍ​ຈັດ​ຕັ້ງ, ທັງ​ເປັນ​ຮອງ​ປະທານ​ສະພາ​ຄັດ​ເລືອກ​ໃຫ້​ຮູ້​ວ່າ:

        “ຈຸດ​ພິ​ເສດ​ຂອງການ​ນຳເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ກ່ອນ​ນີ້ 10 ປີ ​ແມ່ນ​​​ເອົາ​ໃຈ​ໃສ່​ເຖິງດ້ານ​ເຕັກນິກ. ທີ​ສອງ​ແມ່ນວາງ​ແຜນຕີ​ລາຄາ​ລາຍການ​ຊື້​ອຸປະກອນ​ຫລາຍ​ກວ່າ​ບົດບາດ​ນຳພາ. ​​ນັບແຕ່​ປີ 2008 ​​ເຖິງ​ປີ 2015 ພວກ​ເຮົາ​ຖື​ວ່າ ການ​ນຳເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຂອງ ຫວຽດນາມ ກໍ​​ທຽບ​ເທົ່າ​ກັບ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມອາ​ຊຽນ ກໍ​ຄື​ບັນດາ​ປະ​ເທດ​ພວມ​ພັດທະນາ. ປະ​ຈຸ​ບັນ ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ສວມ​ບົດບາດ​ຫລາຍ​ກວ່າ​ໃນ​ການ​ກຳນົດ​ທິດ​ພັດທະນາ​ວິ​ສາ​ຫະກິດ​ເວົ້າ​ລວມ.”

        ຄະນະ​ຈັດ​ຕັ້ງ​ໄດ້​ຮັບ 88 ຄຳ​ສະເຫ​ນີຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ບັນດາ​ສຳ​ເນົາ​ເອກະສານ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ເຂັ້ມ​ງວດ ​ເພາະວ່າ ສະພາ​ຄັດ​ເລືອກ​ແມ່ນ​ບັນດາ​ຜູ້​ຊ່ຽວຊານ​ທີ່​ມີ​ປະສົບ​ການ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ດີ​ເດັ່ນ 16 ຄົນ ​ໄດ້​ຮັບ​ການເລືອກ​ເຟັ້ນຈາກ​ສະພາ​ຄັດ​ເລືອກ​ເພື່ອ​ມອບ​ນາມມະຍົດ​​ເປັນການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ດີ​ເດັ່ນ ອາ​ຊຽນ ປີ 2012. ຄຽງ​ຄູ່​ຄວາມ​ເປັນ​ກຽດ​ໄດ້​ຮັບ​ການ​ເຊີດ​ຊູ​​ເປັນການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ດີ​ເດັ່ນ​ຂອງ​ພາກ​ພື້ນ, ບັນດາ​ຜູ້​ໄດ້​ຮັບ​ລາງວັນ​ຍັງ​ມີ​ກາລະ​ໂອກາດ​ເພື່ອ​ພົບ​ປະ ​ແລະ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບຄວາມ​ຮູ້​ດ​້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃຫມ່​ໃນ​ໂລກ, ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຊຶ່ງ​ບັນດາ​ການ​ນຳ​ເຕັກ​ໂລ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຕ້ອງ​ປະ​ເຊີນ​ຫນ້າອີກ​ດ້ວຍ. ທ່ານ ຈິ​ມ ທະ​ນິຍະ​ວັດ​ດີ​ກຸນ. ທີ​່ປຶກສາ​ພິ​​ເສດ​ກ່ຽວ​ກັບ​ລະບົບ​ຊຳລະ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງ​ຜູ້​ວ່າການ​ທະ​ນາຄາ​ນ​ແຫ່ງ​ລັດ​ສູນ​ກາງ​ໄທ ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ຈຳນວນການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ 16 ຄົນ​ທີ່ໄດ້​ຮັບ​ລາງວັນ​​ໃນຄັ້ງ​ນີ້​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ພວກ​ເຮົາ​ພວມ​ມານະ​ພະຍາຍາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015, ​ເມື່ອ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ, ພວກ​ເຮົາ​ຈະ​ມີ​ຂະ​ແຫນງ​ການ​ເງິນ​ທະນາຄານ​ລວມ​ໃນ​ພາກ​ພື້ນ, ດັ່ງ​ນັ້ນ​ຈຶ່ງຮຽກຮ້ອງ​​ໃຫ້ມີ​ລະດັບ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຢ່າງ​ສະໝຳ່ສະ​ເຫມີ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ.”

        ​ໄປ​ຄຽງ​ຄູ່​ກັບ​ພິທີ​ມອບ​ລາງວັນ, ກອງ​ປະຊຸມ​ບັນດາ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ກໍ​ຖືກ​ຈັດ​ຂຶ້ນ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: ພັດທະນາ​ເຕັກ​ໂນ​ໂລ​ຊີ​ຢູ່​ພື້ນຖານ​ໂຄງ​ລ່າງ​​ໃນປະຈຸ​ບັນ ຫລື ການ​ລົງທຶນ​ໃຫມ່ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເຕັກ​ໂນ​ໂລ​ຊີລວບ​ລວມອັນ​ດັບ​ໜຶ່ງ​ຂອງ​ໂລກ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ພວມ​ປະ​ເຊີນ​ຫນ້າ​ກັບ​ຄວາມຫຍຸ້ງຍາກ​ຫລາຍ​ປະການຄື​​ໃນປະຈຸ​ບັນ.

        ປະຈຸ​ບັນ ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເຮັດ​ໃຫ້​ບົດບາດ​ຂອງ​ບັນດາ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໄດ້​ຮັບການຍົກ​ຂຶ້ນ​ສູ່​ລະດັບ​ສູງ​​ໃຫມ່. ສະ​ນັ້ນ ​ເລື່ອງ​ຈັດ​ຕັ້ງ​ການ​ມອບ​ລາງວັນ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ອາ​ຊຽນ ປະຈຳ​ປີ ບໍ່​ພຽງ​ແຕ່​ເພື່ອ​ຊອກ​ຫາ ​ແລະ ​ເຊີດ​ຊູ​ບັນດາ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ດີ​ເດັ່ນ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ປ່ຽນ​ແປງ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ​ກ່ຽວ​ກັບ​ບົດບາດ​ຂອງ​ບັນດາ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ນຳ​ມາ​ເຊິ່ງກາລະ​ໂອກາດ​ພັດທະນາ​ໃຫ້​ແກ່​ບັນດາ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ກໍ​ຄື​ໃຫ້​ແກ່​ວິ​ສາ​ຫະກິດ​ແລະອົງການ​ຈັດ​ຕັ້ງ​ນັ້ນເອງ./.

ຕອບກັບ

ຂ່າວ/ບົດ​ອື່ນ