ລາຍການ “ພ້ອມກັນເຂົ້າຮ່ວມການລະຫລິ້ນພື້ນເມືອງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້”


(vovworld)- ຫວ່າງ​ແລ້ວນີ້ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບກົມ​ສົ່ງ​ເສີມ​ການ​ຄ້າ ມາ​ເລ​ເຊຍ ຈັດ​ຕັ້ງ​ລາຍ​ການ “ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຂອງ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ອັນ​ດູດ​ດື່ມ​ຄື: ສະ​ແດງ​ຊຸດອາ​ພອ​ນ​ປະ​ຈຳ​ຊາດ​ຂອງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຈຳ​ນວນ​ຫນຶ່ງ ແລະ ການ​ລະ​ຫລິ້ນ​ພື້ນ​ເມືອງບັ​ນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ເຂົ້າ​ຮ່ວມການ​ເຄື່ອນ​ໄຫວນີ້ມີ​ນ້ອງ​ນ້ອຍ, ນັກ​ສຶກ​ສາ ແລະ ແຂກ​ ກວ່າ 2000 ເທື່ອ​ຄົ​ນ.

         

ລາຍການ “ພ້ອມກັນເຂົ້າຮ່ວມການລະຫລິ້ນພື້ນເມືອງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້” - ảnh 1
ເດັກ​ນ້ອຍເຂົ້າ​ຮ່ວມ​ລາຍ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ບັນ​ດາ​ປະ​ເທດ​ອາ​ຊຽນ

         ໃນ​ເວ​ລາ 9 ໂມງ​ເຊົ້າ​ຂອງວັນ​ເສົາ, ລາຍ​ການ “ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ໄດ້​ເລີ່ມ​ຂຶ້ນ ດ້ວຍ​ ​ການ​ເດ​ີນ​ແຟ​ຊັນ​ຊຸດ​​ອາ​ພອນປະ​ຈຳ​ຊາດ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”. ​ທີ່​ເວ​ທີ​​ກາງ​ແຈ້ງເຊິ່ງເຮັດ​ດ້ວຍ​ໄມ້​​ ​ຖືກຕັ້ງ​ຢູ່​​ດ້ານ​ຫນ້າ​ ອາ​ຄານ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຊື່ງ​ແມ່ນ​ອາ​ຄານ​ທີ່​ມີ​ຫລັງ​ຄາ​ເປັນ​ຮູບ​ວ່າວ, ​ເດັກ​ນ້ອຍ 4 ຄົນ ​ອາ​ຍຸປະ​ມານ 7- 8 ປີ ກຳ​ລັງ​ເດີນ​ແຟ​ຊັນ ​ຊຸດ​ເສື້ອ​ຍາວ (ຊື່ງ​ແມ່ນ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ​) ແລະ ເສື້ອ 4 ປ່ຽງຂອງ​ຫວຽດ​ນາມ. ຕໍ່​ມາ​ແມ່ນ​ການ​ເດ​ີນ​ແຟ​ຊັນ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ​ລາວ ໂດຍ​ນາງ ມາ​ນີ​ວັນ ອີນ​ທະ​ໄ​ຊ ນັກ​ສຶກ​ສາ​ລາວ​ພວມ​ຮ່ຳ​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ ພ້ອມ​ກັບ​​ນັກ​ເດີນແບບ​ແຟ​ເຊິນ​ທີ່​ເປັ​ນ​ເດັກ​ນ້ອຍ​ຜູ້​ຫນຶ່ງ​ສະ​ແດງ. ເຂົ້າ​ຮ່ວມ​ລາຍ​ການ​ໃນ​ມື້ນີ້ ນາງ​ມາ​ນີ​ວັນ ອິນ​ທະ​ໄ​ຊ ນຸ່ງ​ຊຸດ​ອາ​ພອນ​​ສີ​ບົວ​ເຮັດ​ດ້ວຍ​ແພ​ໄຫມ ຕ່ຳ​​ດ້ວຍລວດ​ລາຍ​ລະ​ອຽດ​ລະ​ອໍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ ນາງ​ມາ​ນີ​ວັນ ​ເດີນ​ແຟ​ຊັນບົນ​ເວ​ທີ ທີ່​ມີ​ຜູ້​​ຊົມ​ຫລາຍ​ຄົນ​ຄື​ແນວນີ້. ເຖິງວ່າ​ໄດ້​ຮັບ​ການ​ແນະ​ນຳ ຝືກ​ແອບ​ມາ​ກ່ອນ​ນີ້​ເກືອບ 1 ເດ​ືອນກໍ​ຕາມ ແຕ່​ນາງ​ຍັງ​ຄົງ​ ​ ຮູ້​ສຶກ​ຕື່ນ​ເຕັ້ນ​ໃຈ.

ສຽງ​ນາງ ມາ​ນີ​ວັນ

        ພາຍ​ຫລັງ​ໄດ້​ຮັບ​ຊົມ​ ​ການເດີນ​ແຟ​ຊັນຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ​ມາ​ເປັນ​ເວ​ລາ 30 ນາ​ທີ, ເດັກ​ຍິງ ເລ​ເວີນ​ແອງ ໃຫ້​ຮູ້​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດ​ນ້ອງ​ໄດ້​ຮັບ​ຊົມ​ລາຍ​ການ​​ເດີນ​ແຟ​ຊັນ​ຊຸດ​ອາ​ພອ​ນ​ປະ​ຈຳ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້. ບັນ​ດາ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ມີ​ສີ​ສັນ​ຫລາກ​ຫລາຍ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ເຫລົ່ານັ້ນ. ນອກ​ຈາກ​ຊຸດ​ເສື້ອ​ຍາວ​ຂອງ​ຫວຽດ​ນາມ ນ້ອງ​ກໍ​ມັກ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ​ລາວ ແລະ ບ​ຣູ​ໄນ​ອີກ.”

ລາຍການ “ພ້ອມກັນເຂົ້າຮ່ວມການລະຫລິ້ນພື້ນເມືອງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້” - ảnh 2
ການ​ຫລິ້ນ​ດຶງ​ເຊືອກ​ຂອງ​ໄທ

        ເພື່ອ​ກະ​ກຽມໃຫ້​ການ​ເດີນ​ແຟ​ຊັນ​ມື້ນີ້, ໃນ​ຕະ​ຫລອດ​​ເກືອບ 1 ເດ​ືອນ, ເດັກນ້ອຍ 15 ຄົນ​ໃນ​ເກນ​ອາ​ຍຸ 5-10 ປີ ແລະ ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ, ມາ​ເລ​ເຊຍ, ບ​ຣູ​ໄນ, ຟິ​ລີບ​ປີນ ແລະ ມຽນ​ມາ 10 ຄົນ ໄດ້​ຝືກ​ແອບ​ຢ່າງ​​ຫ້າວ​ຫັນ. ທ່ານ ຫງວຽນ​ຢູຍ​ທ້ຽວ, ອະ​ດີດ​ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ, ສະ​ມາ​ຊິກ​ຄະ​ນະ​ຈັດ​ຕັ້ງ​ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ການ​ເຄື່ອນ​ໄຫວນີ້:

        “ບັນ​ດາ​ເດັກນ້ອຍ​ມາ​ເຂົ້າ​ຮ່ວມ​ລາຍ​ການ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ດາ​ຊຸດ​ອາ​ພອນ​ໃນ​ເກນ​ອາ​ຍຸ​ເຍົາ​ວະ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້. ​​ພວກ​ນ້ອງບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ລາຍ​ການ​​ສະ​ແດງເທົ່າ​ນັ້ນ ຫາກ​ຍັງ​ໄດ້​ນຸ່ງ​ທົດ​ລອງບັນ​ດາ​ຊຸດອາ​ພອນ​ປະ​ຈຳ​ຊາດ ແລະ ຖ່າຍ​ຮູບ​​ທີ່ລະ​ນຶກ​ອີກ​ດ້ວຍ​ ເພື່ອ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ​ໄດ້​ວ່າ ພວກ​ເພື່ອນ​ໃນ​ເກນ​ອາ​ຍຸນັ້ນ​ໄດ້​ນຸ່ງ​ຊຸດ​ອາ​ພອນ​ຄື​ແນວ​ໃດ. ບັນ​ດາ​ຊຸດ​ອາ​ພອນ​ທີ່​​​ສະແດງ​ໃນ​ລາຍ​ການນີ້​ ​ສ່ວນ​ຫລາຍ​ແມ່ນ​ຊຸດ​ອາ​ພອນ​ທີ່​ພວມ​ເກັບ​ມາ​ຮັກ​ສາ​ໄວ້​ຢູ່ ຜ່ານ​ການ​ໄປ​ຄົ້​ນ​ຄ້​ວາ​ຢູ່​ປະ​ເທດ​ຕ່າງໆ​ ແລະ ຊຸດ​​ອາ​ພອນປະ​ຈຳ​ຊາດ​ໃດ​ທີ່​ຫໍ​ພິ​ພິ​ທະ​ພັນ​​ຍັງ​ບໍ​ທັນ​ມີ​ແມ່ນ​ໄດ້ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກບັນ​ດາ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ຈຳ​ຫວຽດ​ນາມ​”

        ສ່ວນ​ຢູ່​ເຂດ​ຈັດກາ​ນ​ລະ​ຫລິ້ນ​ພື້ນ​ເມືອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້  ຄະ​ນະ​ຈັດ​ຕັ້ງ​ໄດ້​ຈັດ​​ບັນ​ດາການ​ລະ​ຫລິ້ນ​ພື້ນ​ເມືອງ​ປະ​ເທດ​ຕ່າງໆຄື: ການ​ລະ​ຫລິ້ນ​ໝາກ​ຂຸມ(ໂອ​ອັນ​ກວານ) ຂອງ​ຫວຽດ​ນາມ ແລະ KonKac ຂອງມ​າ​ເລ​ເຊຍ, ການລະ​ຫລິ້ນ​ດຶງ​ເຊືອກ​ຂອງ​ໄທ​ ແລະ ຫວຽດ​ນາມ ຫລື​ການ​ລະ​ຫລິ້ນ​ໂຕ​ແຫລວຈັບ​ ລູກໄກ່​​ຂອງ ກຳ​ປູ​ເຈຍ. ເພື່ອນ Mohd QaShairi, ນັກ​ສຶກ​ສາ​ ມາ​ເລ​ເຊຍ ພວມ​ຮ່ຳ​ຮຽນ​ຢູ່​ວິ​ທະ​ຍາ​ຄານ​ການ​ທະ​ຫານ ໄດ້​ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີໃຈ​ຫລາຍ​ເມື່ອ​ມີ​ໂອ​ກາດ​ໄດ້​ແນະ​ນຳ​ການ​ລະ​ຫລິ້ນ​ KonKac ຂອງ​ປະ​ເທດ​ຕົນ​ ໃຫ້​ແກ່​ບັນ​ດາ​ເພື່ອນມິດ​ຊາວຫວຽດ​ນາມ.ແປ້ນ​ຫລິ້ນຂອງ​ພວກ​ຂ້າ​ພະ​ເຈົ້າ​ເຮັດ​ດ້ວຍ​ໄມ້, ສ່ວນ​ແປ້ນ​ຫລິ້ນ​ຂອງ​ຫວຽດ​ນາມເຮັດ​ດ້ວຍ​ເຈ້ຍ. ຄົນຫວຽດ​ນາມ ໃຊ້​ກ້ອນຫີນ​ແຮ່​ເພື່ອ​ຫລິ້ນ​ໝາກ​ຂຸມ, ສ່ວນ​ຄົນ​ມາ​ເລ​ເຊຍ​ໃຊ້​ໝາກ​ບີ​ເພື່ອຫລິ້ນ Konkac.”

        ໃນ​ການ​​ຫລິ້ນ​ດຶງ​ເຊືອກ​ຂອງ​ໄທ, ເພື່ອນ ຫງວຽນ​ຢູຍ​ມີງ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລເສດ​ຖະ​ກິດ​ແຫ່ງ​ຊາດ ​ພ້ອມ​ກັບ​ເພື່ອນ​ຂອງ​​ລາວ 2 ຄົນ​ພວມ​ທົດ​ລອງ​ການ ​ຫລິ້ນ​ດຶງ​ເຊືອກ​ຂອງ​ໄທ. ຮູບ​ການການ​ລະ​ຫລິ້ນດຶງ​ເຊືອກ​ຂອງ​ໄທ​ແມ່ນ​ຕ່າງ​ກັບ​ການ​ລະ​ຫລິ້ນ​ດຶງ​ເຊືອກ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ 3 ຄົນ​ຕ້ອງ​ຢືນ​ຢູ່ 3 ແຈ ແລະ ດຶງ​ເຊືອກ 3 ສາຍ​ມັດໃສ່​ຢາງລົດ​ຢູ່​ໃຈ​ກາງ. ຜູ້​ໃດ​ກໍ​ພະ​ຍາ​ຍາມ​ດຶງ​ຢາງ​ລົດນັ້ນ​ມາ​​ທາງ​ຕົນເອງ. ​ສຸດ​ທ້າຍ ຫງວຽນ​ຢູຍ​ມີງ ແມ່ນ​ຜູ້​ຊະ​ນະ.

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫລາຍ​ເມື່ອ​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ບັນ​ດາ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ພ້ອມ​ກັບ​ໝູ່​ເພື່ອນ​​ແມ່​ນ​ຊາວຕ່າງ​ປະ​ເທດ. ເຖິງວ່າ ພວກ​ເພື່ອນ​ເວົ້າພາ​ສາ​ຫວຽດ​ບໍ່​ທັນ​ໄດ້​ຫລ່ຽນ​ໄຫລ​ກໍ​ຕາມ ແຕ່​ພວກ​ເພື່ອນ​ກໍ​ພະ​ຍາ​ຍາມ​ແນະ​ນຳ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ວິ​ທີ​​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຂອງ​ປະ​ເທ​ດ​ພວກເພື່ອນ. ຂ້າ​ພະ​ເຈົ້າ​ຈະ​ນຳ​ເອົາ​ວິ​ທີ​​ການ​ລະ​ຫລິ້ນ​ພື້ນ​ເມືອງນີ້​ເພື່ອ​ກັບ​ຄືນ​ສອນ​ໃຫ້​ພວກ​ນ້ອງ​ຂອງ​ຕົນ.”

        ຮອດ​ເວ​ລາ 16 ໂມງ 30 ນາ​ທີ, ໂທ​ລະ​ໂຄ່ງ​ຂອງ​ຫໍ​ພິ​ພິ​ທະ​ພັນ​​ໄດ​້​ປະ​ກາດ​ໃກ້​ຈະ​ອັດ​ປະ​ຕູ​ແລ້ວ, ​​ເດັກນ້ອຍ​ຜູ້​ໃດ​ກໍ​ຮູ້​ສຶກ​ເສຍ​ດາຍ​ຍ້ອນ​ບັນ​ຍາ​ກາດ​ຢູ່​ທີ່ນີ້​ພວມ​ຟົດ​ຟື້ນ​ມ່ວນ​ຊື່ນ. ມື້​ນີ້ ຜູ້​ໃດ​ກໍໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ລະ​ຫລິ້ນ​ທີ່​ຕົນ​ເອງ​ມັກ. ເມື່ອ​ຖືກ​ຖາມ ພວກ​ເພື່ອນ​ລ້ວນ​ແຕ່​ປາດ​ຖະ​ຫນາ​ວ່າ ຖ້າ​ມີ​ໂອ​ກາດ​ຈະ​ກັບ​ຄືນມາ​ເພື່ອ​ເຂົ້າ​ຮ່ວ​ມ​ບັນ​ດາ​ການລະ​ຫລິ້ນ​ພື້ນ​ເມືອງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ