ລາຍການທ່ອງທ່ຽວຄົ້ນຫາ 3 ພື້ນຖານວັດທະນະທຳ

(vovworld) - ຢູ່ ຫວຽດນາມ ​ເຖິງ​ວ່າ​ ​ແມ່ນ​ຜູ້ຮັ່ງມີ​ຫລື​ທຸກ​ຍາກ, ​ແມ່ນລັດຖະກອນ ຫລື​ເຮັດ​ອາຊີບ​​ແບບເສລີ ​ເມື່ອ​ລະດູ​ຮ້ອນ​ວຽນມາ ທຸກ​ຄົນ​ກໍ​ລ້ວນ​ແຕ່​ພະຍາຍາມ​ຍາດ​ເວລາ​ພ້ອມ​ກັບ​ຄອບຄົວ​ໄປ​ທ່ອງ​ທ່ຽວ​ຢູ່​ແຫ່ງ​ໃດ​ຫນຶ່ງ. ​ໂດຍ​ກຳ​ໄດ້​ທ່າ​ອ່ຽງນີ້ ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໄດ້​ສ້າງ​ຫລາຍ​ລາຍການ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ 3 ພື້ນຖານວັດທະນະທຳ​ ປະຈຸ​ບັນ ພວມ​ແມ່ນ​ຫນຶ່ງ​ໃນ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທີ່ດູດ​ດື່ມ​​ໃນລະດູ​ຮ້ອນ​ປີ​ນີ້ ​ແລະ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ.

ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ 3 ພື້ນຖານວັດທະນະທຳ​ ​ແມ່ນ​ລາຍ​ການທ່ອງທ່ຽວ​ສະ​ເພາະ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ Anh Duong . ​ໃນ​ເວລາ 4 ວັນ 3 ຄືນ, ນັກ​ທ່ອງ​ທ່ຽວ​ຈະໄດ້​ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ຂອງ​ປະຊາຊົນ​ຢູ່​ທິດ​ຕາ​ເວັນ​ຕົກ​ພາກໃຕ້​ຫວຽດນາມ, ຊາວ​ເຜົ່າ​ຈຳ ​ແລະ ຊາວ​ຂະ​ແມ. ​​ເມື່ອ​ແນະນຳ​ກ່ຽວ​ກັບ​ລາຍການ​ທ່ອງ​ທ່ຽວ​ດັ່ງກ່າວ, ທ່ານ Nguyen Tuan Anh ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ Anh Duong ​ໃຫ້​ຮູ້​ວ່າ:

        “ຈຸດ​​ພົ້ນ​ເດັ່ນ​ທຳ​ອິດ​ນັ້ນ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈະ​ໄດ້ຢ້ຽມຢາມ ນະຄອນ ​ເກີນ​ເທີ, ຢ້ຽມຊົມທັດສະນີ​ຍະ​ພາບ​ຂອງ​ເກີນ​ເທີ, ຫລັງ​ຈາກ​ນັ້ນ​ໄປ ​ເຈົາ​ດົກ, ຢ້ຽມ​ຊົມ​ປ່າຈາ​ຊື, ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປ່າ​ຄາມທີ່​ມີ​ມາ​ແຕ່​ດົນ​ນານ, ຕໍ່​ມາ​ນັກ​ທ່ອງ​ທ່ຽວ​ຍັງໄດ້​ໄປ​ຢ້ຽມຢາມຕະຫລາດ​ນ້ຳ ​ເກີນ​ເທີ. ຫລັງ​ຈາກ​ນັ້ນ ນັກ​ທ່ອງ​ທ່ຽວ​ຈະ​ໄດ້ຂີ່​ເຮືອ​ດ່ວນ​ເຂົ້າ​​ ກຳປູ​ເຈຍ. ​ໄປ​​ໄຫ​ວ້ອາ​ໄລ​ຢູ່​ອະນຸສາ​ວາລີ​ນັກຮົບ ຫວຽດນາມ, ຢ້ຽມຢາມ​ພະ​ລາຊະ​ວັງ, ວັດ​ຄຳ, ວັດ​ເງິນ, ​ ພະ​ລາຊະວັງຂອງ​ຊາວ​ຂະ​ແມ ຊຶ່ງ​ ແມ່ນ​ວັດທະນະທຳ​ທີ່ພົ້ນ​ເດັ່ນ​ຂອງກຳປູ​ເຈຍ.”

ລາຍການທ່ອງທ່ຽວຄົ້ນຫາ 3 ພື້ນຖານວັດທະນະທຳ - ảnh 1
ຕະຫລາດນ້ຳ ເຈົາດົກ
ພາບ: internet

        ຈາກ​ນະຄອນຫລວງ ຮ່າ​ໂນ້ຍ, ພາຍ​ຫລັງ​ຂີ່​ຍົນ​ເກືອບ 2 ຊົ່ວ​ໂມງ, ນັກ​ທ່ອງ​ທ່ຽວ​ຈະ​ມາ​ຮອດນະ​ຄອນ ​ເກີນ​ເທີ ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເຂດ​ດິນ​ແດນ​ອຸ​ດົມ​ສົມ​ບູນ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມຫລາຍ​ແຫ່ງ​. ນະຄອນ ​ເກີນ​ເທີ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳຂອງ ດ້ວຍ​ຄວາມ​ຍາວ 65 ກິ​ໂລ​ແມດ ​ແລະ ​ໄດ້​ຮັບ​ຖື​ວ່າ: ​ແມ່ນ​ເມືອງ​ເອກ​ຂອງ​​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ຊຶ່ງ​ແມ່ນ​ແຫ່ງ​ທີ່​ພັດທະນາ​ກວ່າ​ໝູ່​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ດ້ວຍ​ທີ່​ຕັ້ງ​ສະດວກ, ນະຄອນ​ເກີນ​ເທີ ​ແມ່ນ​ສະຖານ​ທີ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກທົ່ວທຸກ​ສາລະ​ທິດ​ຜ່ານ​ການ​ຢ້ຽມ​ຢາມ​ເຂດ​ແມ່​ນ້ຳ​ລຳ​ເຊ. ​ເກີນ​ເທີ ມີ​ລະບົບ​ແມ່​ນ້ຳ​ລຳ​ເຊ​ຫນາ​ແຫນ້ນ, ສວນ​ຕົ້ນ​ໄມ້​ກິນ​ໝາກ​ອຸດົມ​ສົມ​ບຸນ​, ທົ່ງ​ນາ​ທີ່​ຂຽວ​ອຸ່ມ​ທຸ່ມ​​ແລະ ກວ້າງ​ໃຫຍ່​ໄພສານ ​ແລະ ປ່າຄາມ​ຢູ່​ແມ່​ນ້ຳ​ເຫົ້າ, ຊຶ່ງ​ແມ່ນ​ສາຂາ​ຫນຶ່ງ​ຂອງ​ແມ່​ນ້ຳຂອງ. ທ່ານ Truong Van Ngon ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ ​ເກີນ​ເທີ ຖື​ວ່າ:

        “ນະຄອນ ​ເກີນ​ເທີ ​ແມ່ນ​​ເຂດທາງ​ຜ່ານ, ຢູ່​ທີ່​ນີ້​ ມີ​ລາຍການ​ທ່ອງ​ທ່ຽວ​ຫາດດອນ, ທ່ອງ​ທ່ຽວ​​ລຳແມ່​ນ້ຳ​ສວນ​ຕົ້ນ​ໄມ້​ກິນ​ໝາກ. ນັ້ນ​ແມ່ນ​ບັນດາ​ຈຸດ​ໃຫມ່​ອ່ຽມທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ເກີນ​ເທີ ນັບ​ມື້​ນັບ​ຫລາຍ. ປະ​ຈຸ​ບັນ ​ໃນການທ່ອງທ່ຽວ​ ​ແມ່​ນ້ຳ, ສວນ​ຕົ້ນ​ໄມ້​ກິນ​ໝາກ, ນອກຈາກ​ການ​ຂຸດ​ຄົ້ນ​ສວນ​ໝາກ​ໄມ້​ແລ້ວ ຍັງ​ມີ​ບັນດາ​ລາຍການ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຄື: ຫາ​ປາ, ດຳ​ລົງ​ຊີວິດ​ພ້ອມ​ກັບ​ຊາວ​ທ້ອງ​ຖິ່ນ... ​ເວົ້າ​ລວມ​ແລ້ວ ບັນດາ​ການບໍລິການ​ຢູ່​ທີ່​ນີ້ ລ້ວນ​ແຕ່​ຕິດ​ພັນ​ກັບ​ແມ່​ນ້ຳ​ລຳ​​ເຊ.”

        ພາຍຫລັງ​ຢ້ຽມຢາມ ສາລາ​ບ້ານ​ບູຮານ Binh Thuy, ຫໍ​ບູຊາ​ພະ​ແມ່ Xu, ສຸສານ Thoai Ngoc Hau, ປ່າ​ຄາມ Tra Su, ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ​ແລ້ວ, ນັກ​ທ່ອງ​ທ່ຽວຍັງ​ໄດ້​​ໄປ​ຢ້ຽມຢາມ​ຕະຫລາດ​ນ້ຳ ​ເຈົາດົກ, ຢ້ຽມຢາມ​ໝູ່​ບ້ານ​ຊາວ​ເຜົ່າ​ຈຳ ​ເຈົາຢາງ ຫລື​ເອີ້ນ​ວ່າ ໝູ່​ບ້ານ​ຈຳ ມຸດ​ສະ​ລິ​ມ ​ເພາະວ່າ ຊາວ​ຈຳ​ຢູ່​ທີ່​ນີ້​ຖື​ສາສະຫນາ​ອິດສະ​ລາມ ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຈຸດ​ນັດ​ພົບ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

        ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ນີ້, ນອກຈາກ​ໄດ້​​ໄປ​ຢ້ຽມ​ຊົມ​ທັດສະນີ​ຍະ​ພາບ​ແຫ​ລາຍ​ແຫ່ງ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ມີ​ໂອກາດ​ຄົ້ນ​ຫາ, ຊອກ​ຮູ້​ກ່ຽວ​ກັບ​ 3 ພື້ນຖານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. ຕາມ​ທ່ານ Nguyen Tuan Anh ​ແລ້ວ, ນີ້​ກໍ​ແມ່ນ​ຈຸດໝາຍຊຶ່ງ “​ລາຍການທ່ອງ​ທ່ຽວຄົ້ນ​ຫາ​ 3 ພື້ນຖານວັດທະນະທຳ” ມຸ່ງ​ໄປ​ເຖິງ.

        “ນອກຈາກ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ​ທັດ​ສະ​ນີຍະ​ພາບ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ພາກ​ເຫນືອ ຫວຽດນາມ ບັນດາ​ຈຸດ​ວັດທະນະທຳຂອງ​​ເຂດແມ່​ນ້ຳ​ລຳ​ເຊຢູ່ພາກຕາ​ເວັນ​ຕົກກໍ່​ຄື​ພື້ນຖານ​ວັດທະນະທຳ​, ຊາວ ກຳປູ​ເຈຍ ດ້ວຍ​ບັນດາ​ຮີດຄອງ​ປະ​ເພນີ​ທີ່​ແຕກຕ່າງ​ກັບ​ຊາວ​ ຫວຽດນາມ ຢູ່ພາກ​ຕາ​ເວັນ​ຕົກ​ຫລາຍ. ຊາວ​ກຳປູ​ເຈຍ ກໍ​ແມ່ນ​ຜູ້​ຮັກ​ແພງ​ແຂກ, ​ເຈືອ​ຈານ​ກັບ​ວົງ​ຄະນາ​ຍາດ, ວັດທະນະທຳ​ຂອງ​ຊາວ ກຳປູ​ເຈຍ ຄ້າຍຄື​ກັນກັບ​ຊາວ ກີ່​ງ ຂອງ​ຫວຽດນາມ.”

ລາຍການທ່ອງທ່ຽວຄົ້ນຫາ 3 ພື້ນຖານວັດທະນະທຳ - ảnh 2
ວັດຄຳ ຢູ່ ກຳປູເຈຍ
ພາບ: internet

        ​ໃນ​ລາຍການ​ທ່ອງ​ທ່ຽວ​ລະດູ​ຮ້ອນ ປີ 2012 “ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ 3 ພື້ນຖານ​ວັດທະນະທຳ” ​ແມ່ນ​ຫນຶ່ງ​ໃນ​ບັນດາ​ລາຍການ​ທີ່​ມີ​ການ​ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ກຳປູ​ເຈຍ ​ໃນ​ການ​ພັດທະນາ​ການທ່ອງທ່ຽວ. ທ່ານ Nguyen Tuan Anh ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​ເລື່ອງ​ຮ່ວມ​ສຳພັນ​ການທ່ອງທ່ຽວ​ນີ້, ທຳ​ອິດ​ແມ່ນ​ພັດທະນາ​ຕື່ມ​ອີກລາຍການ​ທ່ອງ​ທ່ຽວ​ຢູ່​ພາກ​ຕາ​ເວັນ​ຕົກ. ​ແຕ່​ກ່ອນ ພວກ​ຂ້າພະ​ເຈົ້າ​ເຄີ​ຍຈັດ​ລາຍການ​ທ່ອງ​ທ່ຽວ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາກົນ​ໄປ​ຢ້ຽມຢາມ ກຳ​ປູ​ເຈຍ ​ແຕ່​ສຳລັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ​ເປັນ​ຕົ້ນ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ພາກ​​ເຫນືອ​​ແມ່ນບໍ່​ທັນ​ໄດ້​ໄປ​ເທື່ອ.  ສ່ວນ​ຫລາຍ​ເຂົາ​ເຈົ້າ​ໄປ​ຢ້ຽມຢາມ ກຳ​ປຸູ​ເຈຍ ດ້ວຍ​ທາງບົກ​ຜ່ານ​ດ່ານ​ຊາຍ​ແດນ Tay Ninh. ຂ້າພະ​ເຈົ້າ​ຄິດ​ວ່າ ການ​ຮ່ວມ​ສຳພັນ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ​ໃນ​ການ​ພັດທະນາ​ການທ່ອງ​ທ່ຽວ ​ແມ່ນ​ການ​ຮ່ວມ​ມື​ທີ່​ດີ​​ທີ່​ສຸດເພື່ອໃຫ້​ ກຳ​ປູ​ເຈຍ ​ແລະ ບັນດາບໍລິສັດ​ທ່ອງ​ທ່ຽວ​ ຫວຽດນາມ ພັດທະນາ​ການທ່ອງທ່ຽວ​ຢູ່​ທິດ​ຕາ​ເວັນ​ຕົກພາກ​ໃຕ້.”

        ລາຍການ​ທ່ອງ​ທ່ຽວ​ລະດູ​ຮ້ອນ​ຄົ້ນ​ຫາ 3 ພື້ນຖານ​ວັດທະນະທຳ ​ໄດ້​​ເຊື່ອມ​ຕໍ່​ ​ບັນດາ​ຈຸດ​ນັດ​ພົບຢ່າງ​ກົມກຽວ, ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​​ນັກ​ທ່ອງ​ທ່ຽວ​ຄົ້ນ​ຫາ​ຈຸດ​ໃຫມ່​ອ່ຽມ​ໃນ​ແຕ່ລະ​ແຫ່ງ. ລາຍການ​ທ່ອງ​ທ່ຽວ​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ທ່ອງ​ທ່ຽວ ຫວຽດນາມ ຊອກ​ຮູ້​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຂະ​ແມ, ​ເພີ່ມ​ທະວີ​ການ​ເຊື່​ອມ​​ໂຍງ​ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015.



ຕອບກັບ

ຂ່າວ/ບົດ​ອື່ນ