ລາຍການຟ້ອນຕຸກກະຕາທີ່ດີເດັ່ນໃນພິທິອັດງານມະໂຫລານຟ້ອນຕຸກກະຕາອາຊີຕາເວັນອອກສ່ຽງໃຕ້

(vovworld)-      “ຜູ້​ບ່າວ​ທີ່ອົງ​ອາດ​ກູ້​ຊີບ​ລາຊະ​ທິດາ”, “ການ​ຕໍ່ສູ້​ລະຫວ່າງ​ຜູ້​ໃຈດີ ​ແລະ ຜູ້​ໃຈ​ຮ້າຍ”, “​ເລື່ອງ​ລາວ​ກ່ຽວ​ກັບ​ນາງ Stick”…. ​ແມ່ນ​ບັນດາ​ລາຍການ​ຟ້ອນ​ຕຸກກະຕາ ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​​ໃຫ້​ແກ່​​ເດັກນ້ອຍ​ຫວຽດນາມ. ນີ້​ແມ່ນ​ລາຍການ​ທີ່​ດີ​ເດັ່ນຂອງ​ກອງ​ສິລະ​ປະກອນອິນ​ໂດ​ເນ​ເຊຍ ​ແລະ ຟິລີບ​ປີນ ​ໃນ​ຈຳນວນ​ກວ່າ 10 ລາຍການ​ສິລະ​ປະ​ຖືກ​ນຳ​ມາສະ​ແດງ​ໃນ​ງານ​ມະ​ໂຫລານ​ຟ້ອນ​ຕຸກກະຕາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ຫາ​ກໍ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ. ​​

ລາຍການຟ້ອນຕຸກກະຕາທີ່ດີເດັ່ນໃນພິທິອັດງານມະໂຫລານຟ້ອນຕຸກກະຕາອາຊີຕາເວັນອອກສ່ຽງໃຕ້ - ảnh 1
ລາຍການສະແດງຕຸກກະຕານ້ຳຂອງຫວຽດນາມ
ພາບ:internet

        ​ໃນ​ໂຮງ​ລະຄອນ​ຕຸກ​ກະ​ຕາ​ຫວຽດນາມ ມີ​ກວ່າ 100 ຕັ່ງ ​ແມ່ນຜູ້​​​ຊົມ​ນັ່ງ​ເຕັມໝົດ, ​ໃນ​ນັ້ນ  2/3 ​ແມ່ນ​ເດັກ​ນ້ອຍ. ​ເມື່ອ​ສຽງ​ດົນຕີ​ດັ່ງ​ຂຶ້ນ ​ແລະ ຜ້າກັ້ງ​​​ຄ່ອຍ​ໆເປີດ​ອອກ, ກໍ່​ປະກົດມີຕົວ​ລະຄອນ 5 ຄົນ, ​ໃນ​ນັ້ນ​ມີ 4 ຄົນ​ແມ່ນນຸ່ງ​ຊຸດ​ອາພອນ​ຊັ້ນເຈົ້າ​ຂຸນມຸນ​ນາຍ​ໃນ​ສະ​ໄໝກ່ອນ ດ້ວຍສີ​ເຫລືອງທີ່​ເຫຼື້ອມ​ແວວ​ວາວ ນັ້ນ​ແມ່ນ​ເຈົ້າ​ຊີວິດ, ພະ​ລາ​ຊີ​ນີ, ລາຊະ​ທິດາ ​ແລະ ຜູ້ບ່າວ​ທີ່​ອົງອາດ. ​ສ່ວນຕົວ​ລະຄອນ​ຍັກ​ແມ່ນ​ນຸ່ງ​ຊຸດ​ສີ​ເຫລືອງປະສົມ​ກັບ​ສີ​ແດງ ດ້ວຍໜວດ​ເຄົາ ​ແລະ ຜົມ​ດຳ​ຍາວ​ຮອດ​ແອວ. ນີ້​ແມ່ນ​ເລື່ອງ​ລາວ​ກ່ຽວ​ກັບ​ຜູ້ບ່າວ​ທີ່ອົງ​ອາດ​ກ້າຫານ​ໄດ້​ຕີ​ຊະນະ​ຍັກ​ເພື່ອ​ກູ້​​ເອົາ​ລາຊະ​ທິດາ ​ແລະ ​​ໄດ້​ຮັບ​ຄວາມ​ຮັກ​ຈາກ​ນາງ.

ລາຍການທີ​ສອງ​ຂອງ​ກອງ​ສິລະ​ປະກອນ ອິນ​ໂດ​ເນ​ເຊຍ ​ໂດຍ​​ນັກ​ສິລະ​ປິນສະແດງ. ດ້ວຍ​ຊຸດ​ສີ​ແດງ​​ເປັນ​ສັນຍາ​ລັກໃຫ້​ຜູ້​ໃຈຮ້າຍ ​ແລະ ສີຂາວ​​ເປັນ​ສັນຍາ​ລັກ​ໃຫ້​ຜູ້ໃຈດີ, ຕົວ​ລະຄອນ​ສອງ​ຄົນນີ້​ໄດ້​ຕີ​ກັນ​ຢ່າງດຸ​ເດືອດ ​ແຕ່​ສຸດ​ທ້າຍ​​ໄຊຊະນະ​ແມ່ນ​ຂຶ້ນ​ກັບຜູ້​ໃຈ​ດີ. 2 ລາຍການດັ່ງກ່າວ​ລ້ວນ​ແຕ່​ອີງ​ໃສ່​ເລື່ອງ​ນິທານ ​ແລະ ​ເຮັດ​ໃຫ້​ເດັກ​ກນ້ອຍ​ນິຍົມ​ທີ່​ສຸດ. ​ຫລານ ​ເຈີ​ນທາຍ​ລາມ, ຢູ່​ໂຮ​ງຮຽນ​ປະຖົມ ດີ້​ງກົງ​ເວົ້າວ່າ:

        “ຫລານນິຍົມ​ບັນດາ​ເລື່ອງ​ລາວ​ຄື​ແນວ​ນີ້. ລາຊະ​ທິດາ​ງາມ​ຫລາຍ ສ່ວນ​​ຜູ້​ບ່າວ​ທີ່ອົງອາດ​​ໄດ້ກູ້​ຊີບ​ລາຊະ​ທິດາ​ແມ່ນ​ກ້າຫານ​ທີ່​ສຸດ. ສ່ວນ​ຕົວ​ລະຄອນ​​ຍັກ​ເປັນ​ຫນ້າ​ຢ້ານ​ກົວທີ່​ສຸດ. ຜ່ານ​ຕົວ​ລະຄອນ​ນີ້ ຫລານ​ຖອດ​ຖອນ​ໄດ້​ບົດຮຽນ​ທີ່​ວ່າ ຍາມ​ໃດ​ຕົນ​ເອງ​ຕ້ອງ​ມີ​ຄວາມ​ອົງອາດກ້າຫານ​ເພື່ອ​ປົກ​ປ້ອງ​ຜູ້​ອ່ອນ​ກວ່າ​ຕົນ​ເອງ. ຜູ້​ໃຈດີ​ຍາມ​ໃດ​ກໍ​​ເອົາຊະນະ​ຜູ້​ໃຈ​ຊົ່ວຮ້າຍ.”

        ຕ່າງ​ກັບບັນຍາກາດ​​ມິດ​ງຽບ​ຂອງ​ບັນດາ​ລາຍການສະ​ແດງ​ກ່ອນນັ້ນ​, ລາຍ​ການ​ສະ​ແດງ​ຂອງ​ກອງ​ສິລະ​ປະກອນ ຟິລີບ​ປີນທີ່​ມີ​ຫົວ​ຂໍ້​ວ່າ:ນາງStick ພັດ​ຟົດ​ຟື້ນ ທີ່​ສຸດ. ຕົວ​ລະຄອນຖືກ​ຕິດ​ອຸປະກອນ​ກະຈາຍ​ແສງ​​​ໃສ່​ໂຕ ເປັນ​ຮູບ​ຄົນ​ດ້ວຍ​ຫົວ ​ແລະ ຕີນ​ມື​​. ນາງ Stick ພຽງ​ແຕ່​ຢືນ​ຢູ່​​ແບບ​ມິດ​ງຽບ​ເທົ່າ​ນັ້ນ ​ແຕ່​​ໃນ​ມື້ຫນຶ່ງ ​​ເທວະ​ດາແມງກະ​ເບື້ອໄດ້​ດົນ​ບັນດານ​ໃຫ້​ນາງ​ສາມາດໄປ​ມາ​ຄື​ຄົນ​​ໄດ້. ​​ແຕ່​ນາງພັດ​ຢາກ​ໄດ້​ຫຼາຍ​ກວ່າ​ນັ້ນ, ນາງ​ຢາກ​ບິນ​ຄື​​ແມງກະ​ເບື້ອ. ອັນ​ໄດ້​ເຮັດ​ໃຫ້​​ເທວະ​ດາ​​ແມງ​ກະ​ເບື້ອງອຸກໃຈ​ຕໍ່ຄວາມ​ມັກ​ໃຫຍ່​​​​ໄຝ່ສູງຂອງ​ນາງ ຈຶ່ງ​ຖອນ​ເອົາ​ເວດມົນ​ຄືນ ​ແລະ ນາງ​ຕ້ອງ​ກັບຄືນ​ຊາຕາ​ເປັນ​ໄມ້​ເທົ້າ​ຄື​ເກົ່າ.

ລາຍການຟ້ອນຕຸກກະຕາທີ່ດີເດັ່ນໃນພິທິອັດງານມະໂຫລານຟ້ອນຕຸກກະຕາອາຊີຕາເວັນອອກສ່ຽງໃຕ້ - ảnh 2

        ທ່ານ​ນາງ ພັນ​ນາລີ ​ເທບ​ພະ​ວົງສາ, ຫົວຫນ້າ​ກອງ​ສິລະ​ປະກອນ​ລາວ ​ໃຫ້​ຮູ້​ວ່າ:

        ສຽງ​ທ່ານ​ນາງ ພັນ​ນາລີ


​​ໂດຍ​ນິຍົມ​ກັບ​ລາຍການ​ສະ​ແດງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ນັ້ນ, ​ເອື້ອຍ​ຮ່ວາງ​ທູ​ຢາງ ຢູ່​ເມືອງ ​ແທງ​ຊວນ ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ຜູ້​ທີ່​ໄດ້​ລຸກ​ຂຶ້ນຕົບມື​ຊົມ​ເຊີຍຢ່າງ​ສຸດ​ຈິດ​ສຸດ​ໃຈ ເມື່ອລາຍການ​ສິລະ​ປະ​ກ່ຽວ​ກັບ​ນາງ Stick ອັດ​ລົງ. ​ເອື້​ອຍຮວ່າງ​ທູ​ຢາງ ​ແບ່ງປັນ​ວ່າ:

        “​ເຮັດ​ວຽກ​​ອິດ​ເມື່ອ​ຍຕະຫຼອດ​ມື້, ​ແຕ່ໄດ້​ຮັບ​ຊົມ​ບັນດາ​ລາຍການ​ສິລະ​ປະທັງ​​ມ່ວນ, ຟົດ​ຟື້ນ, ທັງມີ​ລັກສະນະ​ສຶກສາ​ຄື​ແນວ​ນີ້​ແມ່ນ​ຮູ້ສຶກ​ສະບາຍ​ໃຈ​ທີ່​ສຸດ. ຜ່ານ​ນີ້ ກໍ​ຖອດ​ຖອນ​​ໄດ້ບົດຮຽນ​ເພື່ອ​ສຶກສາ​ໃຫ້​ພວກລູກ. ”

              ພາຍຫລັງ​​ໄດ້​ຮັບ​ຊົມ​ລາຍການສະ​ແດງ​​ເປັນ​ເວລາ 2 ຊົ່ວ​ໂມງ, ພວກຫລານ​ນ້ອຍ​ຫວຽດນາມ ຍັງມີ​ໂອກາດ​ໄດ້​ຖ່າຍຮູບ​ພ້ອມກັບ​ບັນດາ​ນັກ​ສິລະ​ປິນທີ່​ຕົນ​ເອງນິຍົມອີກ. ພວກຫລານ​ລ້ວນ​ແຕ່​ຮູ້ສຶກດີ​​ໃຈຫຼາຍ ​ແລະ ຫວັງ​ວ່າ​, ປີ 2016 ຫວຽດນາມ ຈະ​ສືບ​ຕໍ່ເປັນ​ເຈົ້າພາບ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ຟ້ອນ​ຕຸກກະຕາຄື​ແນວ​ນີ້ ​ເພື່ອ​​ໃຫ້​ພວກ​ນ້ອງໄດ້​ຮັບ​ຊົມ​ບັນດາ​ລາຍການ​ຟ້ອນ​ຕຸກກະຕາໃຫມ່ ທີ​ດູດ​ດື່ມ ​ແລະມີ​ຄວາມ​ໝາຍ​ເລິກ​ເຊິ່ງອີກ​​.

       

ຕອບກັບ

ຂ່າວ/ບົດ​ອື່ນ