ລາຍການຟ້ອນລຳວົງໃນງານບຸນ Carnaval Ha Long 2012

(vovworld) - ງານບຸນ Carnaval  Ha Long Quang Ninh  2012 ຫາ​ກໍ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 1/5 ​ແມ່ນ​ງານບຸນຟ້ອນ​ລຳຢູ່​ຕາມ​ຖະຫນົນ ​ແລະ ມີ​ຄວາມ​ໝາຍ​ທີ່​ສຸດ​ນັບ​ແຕ່​ກອ່ນມາຮອດ​ປະຈຸ​ບັນ.  ນອກຈາກ​ປັດ​​ໄຈ​ຂອງ​ເຂດ​ພາກ​ຄື: ວັດທະນະທຳ​​ແຫ່ງ​ຈິດ​ວິນ​ຍານ, ວັດທະນະທຳ​ທະ​ເລ, ວັດທະນະທຳ​ຊົນ​ເຜົ່າ​ແລ້ວ ຍັງ​ມີ​ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ​ ກັບ​ເພື່ອນ​ມິດສາ​ກົນ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ມິດຕະພາບ​. ນັ້ນ​ແມ່ນ ລາຍການຟ້ອນ​ລຳວົງ ​ໂດຍ​ສະມາຊິກ​ໃນ​ສະມາຄົມ​ຍາດ​ຕີ​ພີ່ນ້ອງ​ຊາວ ຫວຽດນາມ ອາ​ໄສ​ຢູ່​ລາວ, ​ໄທ ຂອງ​ແຂວງ ກວ໋າງນີງ ສະ​ແດງ.

ລາຍການຟ້ອນລຳວົງໃນງານບຸນ Carnaval  Ha Long 2012 - ảnh 1
ນັກສິລະປີນລາວ ສະແດງໃນງານບຸນ Carnaval Ha Long
ພາບ: internet

         ​ນັກສະ​ແດງ​ມະຫາຊົນ​ກວ່າ 50 ຄົນ ພ້ອມ​ກັນ​ຟ້ອນ​ລຳວົງ​ໃນງານບຸນ Carnaval  Ha Long  2012 ​ລ້ວນ​ແຕ່​ແມ່ນຜູ້​​ມີ​ອາຍຸສູງ​ແລ້ວ. ດ້ວຍ​ຊຸດ​ອາພອນ​ພື້ນ​ເມືອງ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ, ຂອງ​​ໄທ ​ເຂົາ​ເຈົ້າ​ໄດ້​​ຟ້ອນ​ລຳ​ວົງ​ຢ່າງ​ຄ່ອງ​ແຄ້ວອ່ອນ​​​ໄຫວ ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ​, ສະ​ແດງ​​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີມິດຕະພາບ​ລະຫວ່າງ ​ແຂວງ Quang Ninh ກັບ​ເພື່ອນ​ມິດສາ​ກົນ. ລຸງ ​Le Manh Khoi  ​ແລະ ປ້າ Trinh Thi Hon ອາຍຸ 75 ປີ ຢູ່ ຕາ​ແສງ Cao Thang ນະຄອນ  Ha Long ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄູ່​ຜົວ​ເມຍ​ທີ່ເຂົ້າ​ຮ່ວມການ​ຟ້ອນ​ລຳວົງ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຢາກ​ສະ​ແດງ​ວາດ​ຟ້ອນ​ພື້ນ​ເມືອງ​ໃນ​ງານບຸນ Carnaval  Ha Long ​ເນື່ອງ​ໃນ​ໂອກາດ​ອ່າວ​ Ha Long ໄດ້​ຮັບຮອງ​ວ່າ​ແມ່ນ​ມໍລະດົກ​ຂອງ​ໂລກ. ພວກ​ຂ້າພະ​ເຈົ້າ​ຢາກ​​ໃຫ້ທຸກ​ຄົນ​ຍາດ​ເວ​ລາມາ​ຢ້ຽມຢາມ​ອ່າວ Ha Long ເພື່ອ​ເຫັນ​ປະຈັກ​ຕາ​ມໍລະດົກ​ທຳ​ມະ​ຊາດຂອງ​ໂລກ​ແມ່ນ​ງາມ​ຄື​ແນວ​ໃດ ​ແລະ ​ເພື່ອ​ໃຫ້​ທົ່ວ​ໂລກ​ຮູ້​ຈັກ​ເຖິງ ອ່າວ​ Ha Long ຂອງ ຫວຽດນາມ.”

        ຕາມ​ທ່ານ Doan Duyet ປະທານ​ສະມາຄົມ​ຍາດຕິ​ພີ່ນ້ອງ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ, ​ໄທ ຂອງ​ແຂວງ Quang Ninh ​ແລ້ວ, ​ໃນ​ໄລຍະ​ຜ່ານ​ມາ ດ້ວຍ​ຫລາຍ​ຮູບ​ການ​ທີ່​ແຕກ​ຕ່າງ​ກັນ, ບັນດາ​ສະມາຊິກ​ໃນ​ສະມາຄົມ​ໄດ້​ມີ​ການ​ປະກອບສ່ວນ​ທາງ​ດ້ານ​ຈິດ​ໃຈ​ກໍ​ຄື​ວັດຖຸ​ຫລາຍ​ຢ່າງ​​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ປີ​ທ່ອງ​ທ່ຽວ Quang Ninh ພ້ອມ​ທັງ​ແນະນຳ​ໃຫ້​ແກ່​ປະຊາຊົນ ​ແລະ​ ​ເພ່ືອນ​ມິດພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ອ່າວ Ha Long ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ຈຳນວນສິ່ງ​ມະຫັດສະຈັນ​ໃຫມ່ 7 ​ແຫ່ງ​ຂອງ​ໂລກ. ​ແລະ ​ການຟ້ອນລຳວົງ​ໃນ​ງານ​ບຸນ​ໄຂ​ປີ​​ທ່ອງ​ທ່ຽວ​ 2012 ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​​ທີ່​ມີ​ຄວາມ​ໝາຍ.

        “ຟ້ອນ​ລຳວົງ​ຂອງ​ລາວ, ​ໄທ ​ແມ່ນ​ວາດຟ້ອນສະ​ແດງໃຫ້ເຫັນ​       ຄວາ​ມສາມັກຄີ​ສະຫນິດ​ຕິດ​ພັນ​ລະຫວ່າງ ຫວຽດນາມ ​ແລະ​ ລາວ. ຄືດັ່ງປະທານໂຮ່ຈິມີນໄດ້ຢັ້ງຢືນ​ແລ້ວ​ວ່າ:  2 ຊາດ ລາວ ຫວຽດ​ໄດ້ ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ, ຮົ່ງຮ່າ​ທັງ​ແມ່​ຂອງ​ບໍ່​ເລິກ​ປູນ​ປານ​ໃດ. ຍ້ອນ​ມີ​ຄຳຕັກ​​ເຕືອນ​ຂອງ​ລຸງ​ໂຮ່ ສະ​ນັ້ນ ປະຈຸ​ບັນ ອາລົມ​ຈິດ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ເວົ້າ​ລວມ ​ແລະ ​ແຂວງ ກວ໋າງນີງ ​ເວົ້າ​ສະ​ເພາະທີ່​ມີ​ຕໍ່​ລາວນັບ​ມື້​ນັບ​ແຫ​ນ້ນ​ແຟ້ນ.”

        ປະຈຸ​ບັນ, ​ຊາວ Quang Ninh ມີ​ 6.300 ຄົນ ພວມ​ອາ​ໄສ, ຮຳ່ຮຽນ  ​ແລະ ​ເຮັດ​ວຽກ​ຢູ່ 28 ປະ​ເທດ​ໃນ​ໂລກ ​ແລະ ກວ່າ 6000 ຄອບຄົວມີ​ຍາດຕິ​ພີ່ນ້ອງ​ ອາ​ໄສ​ຢູ່​ຕ່າງປະ​ເທດ. ສະມາຄົມ​ຍາດຕິ​ພີ່ນ້ອງ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຂອງ​ແຂວງ Quang Ninh ປະຈຸ​ບັນ​ມີ​ສະມາຊິກ​ປະມານ 6000 ຄົນ, ​ໃນ​ນັ້ນ​ມີ 4 ສາຂາ​ສະມາຄົມ​ຍາດຕິ​ພີ່ນ້ອງ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ, ​ໄທ ຢູ່​ໃນ ນະ​ຄອນ​ຄື:  Ha Long, Uong Bi, Cam Pha ​ແລະ Mong Cai ລວມສະມາຊິກ 800 ຄົນ. ​ແລະ ​ສະມາຊິກ​ແຕ່ລະຄົນ​​ລ້ວນ​ແຕ່ມີ​ການ​ປະກອບສ່ວນ​ທີ່ແຕກ​ຕ່າງ​ກັນ​ເພື່ອ​ສ້າງສາ Ha Long - Quang Ninh ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ສວຍ​ງາມ. ລຸງ Pham Van Loi, ອາຍຸ 75 ປີ ຊຶ່ງ​ແມ່ນ​ສະມາຊິກ​ສາຂາສະມາຄົມ​ຍາດຕິ​ພີ່ນ້ອງ​ຊາວ ຫວຽດນາມ ອາ​ໄສ ຢູ່ ຕ່າງປະ​ເທດ ​ຂອງນະຄອນ Ha long  ​ມີ​ລູກ​ຫລານ​,ຍາດຕິ​ພີ່ນ້ອງກວ່າ 30 ຄົນ​ພວມ​ດຳລົງ​ຊີວິດ​ຢູ່ ​ໄທ ​ແລະ ​ປະ​ເທດ​ອື່ນໆ. ລຸງ Loi ​ໃຫ້​ຮູ້​ວ່າ:

        “ ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ຄື​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ໂຊກ​ດີ​ທີ່ໄດ້​ກັບ​ຄືນ​ເມືອ​ແຂວງ Quang Ninh ​ໃນ​ຊຸມ​ປີ 1960 - 1964 ​ເພື່ອ​ພ້ອມ​ກັບ​ພໍ່​ແມ່​ພີ່ນ້ອງ ​ແລະ ນັກຮົບ ​ແຂວງ Quang Ninh ທຳ​ການຕໍ່ສູ້ ​ແລະ ສ້າງສາ​ແຂວງ Quang Ninh ​ໃຫ້​ສວຍ​ງາມ​ຄື​ວັນ​ນີ້. ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ  ​ແຂວງ Quang Ninh ນັບ​ມື້​ນັບ​ມີ​ການ​ປ່ຽນ​ແປງ, ສວຍ​ງາມ​ກວ່າ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ. ພວກ​ຂ້າພະ​ເຈົ້າ​ຈະ​ມີຄວາມ​ຮັບຜິດຊອບພ້ອມ​ກັບ​ລຸກ​ຫລານ​ເພື່ອ​ປົກ​ປັກ​ຮັກສາ​ໃຫ້​ອ່າວ Ha Long ​ໃຫ້ນັບ​ມື້​ນັບ​ສວຍ​ງາມ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາ​ມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ Ha Long ​ເວົ້າ​ສະ​ເພາະກໍ່​ຄື ປະ​ເທດ ຫວຽດນາມ ​ເວົ້າ​ລວມ.”

ລາຍການຟ້ອນລຳວົງໃນງານບຸນ Carnaval  Ha Long 2012 - ảnh 2
ນັກທ່ອງທ່ຽວມາຈາກ ລາວ ແລະ ຊາວຫວຽດນາມ ອາໄສຢູ່ ລາວ, ໄທກຳຄືນເມືອດຳລົງຊີວິດຢູ່ແຂວງ Quang Ninh ພ້ອມກັນລຳວົງໃນງານບຸນ
ພາບ:quangninh.gov.vn

     ຕາມທ່ານ​ນາງ Nguyen Thi Phuong Loan ອະດີດ​ຮອງ​ຫົວຫນ້າ​ອຳນວຍ​ການ​ໂຮງຮຽນປະຖົມມັດທະຍົມຕອນ​ຕົ້ນ Tran Quoc Toan ນະ​ຄອນ Ha Long ​ແມ່ນ​ຜູ້​ຮ່ວມ​ງານ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ  Kim Lien Ha Noi ​ແລ້ວ, ຄວນ​ມີ​ທ່າ​​ໄດ້​ປຽບ​ຕ່າງຫາກ​ເພື່ອ​ແນະນຳນະຄອນ  Ha Long  ຕໍ່ກັບ​ເພື່ອນ​ມິດ​ໄທ.
                                ສຽງທ່ານນາງ ຫງວຽນທິເຟືອງລວານ

                ວາດຟ້ອນ​ລຳ​ວົງຂອງ​ສະມາຄົມ​ຍາດຕິ​ພີ່ນ້ອງ​ຊາວ ຫວຽດນາມ​ອາ​ໄສ ຢູ່ ລາວ ​ແລະ ​ໄທ ​ຂອງແຂວງ Quang Ninh ​ແມ່ນ​ຫນຶ່ງ​ໃນ​ບັນດາ​ລາຍການທີ່​ໄດ້​ປະກອບສ່ວນ​ເຮັດ​ໃຫ້ງານ​ບຸນ Carnaval  Ha Long 2012 ປະສົບ​ຜົນສຳ​ເລັດ.

Trung Cuong

ຕອບກັບ

ຂ່າວ/ບົດ​ອື່ນ