ລາຍການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການບັນດາປະເທດ ອາຊຽນ, VOV5

(VOVWORLD) - ໄປພ້ອມກັບລຸ້ນນັກຂ່າວ, ບັນນາທິການທີ່ມີປະສົບການ, ປະຈຸບັນ, ກຸ່ມລາຍການ ອາຊຽນ ຍັງມີຖັນແຖວນັກຂ່າວ, ບັນນາທິການໜຸ່ມທີ່ເຕັມໄປດ້ວຍພະລັງຊີວິດ ແລະ ຄວາມສຸມຈິດສຸມໃຈ.
ລາຍການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການບັນດາປະເທດ ອາຊຽນ, VOV5 - ảnh 1 ການນຳພະແນກ ແລະ ບັນດາພະນັກງານໃນກຸ່ມລາຍການບັນດາປະເທດ ອາຊຽນ (VOV5)

  ວັນທີ 1 ກໍລະກົດ 2008, ກຸ່ມລາຍການບັນດາປະເທດ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານຄວບເອົາ 4 ລາຍການທີ່ມີອາຍຸກ່ວາເຖິ່ງສະຕະວັດ, ເຊິ່ງລວມມີ: ລາຍການພາສາ ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ໄທ ເຂົ້າຮ່ວມ. ດ້ວຍຈຳນວນພະນັກງານເກືອບ 30 ຄົນ, ກຸ່ມລາຍການ ອາຊຽນ ໄດ້ຮັບຖືວ່າແມ່ນກຸ່ມລາຍການໃຫຍ່ທີ່ສຸດຂອງພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5), ຂອງວິທະຍຸກະຈາຍສຽງ ຫວຽດນາມ. ໃນຕະຫຼອດ 10 ປີຜ່ານມາ, ກຸ່ມລາຍການ ອາຊຽນ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ສ້າງບັນດາຂີດໝາຍໃນພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງປະເທດຊາດ ແລະ ໄດ້ຮັບຄວາມສົນໃຈ ແລະ ຮັກແພງຈາກຜູ້ຟັງຈາກຫຼາຍປະເທດ. ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການ ອາຊຽນ - VOV5 ຂໍເຊີນທ່ານຜູ້ຟັງ, ຜູ້ອ່ານພົບປະກັບບັນດານັກຂ່າວໜຸ່ມ, ປະຈຸບັນແມ່ນກຳລັງຫຼັກແຫຼ່ງຂອງກຸ່ມລາຍການ ອາຊຽນ, ພ້ອມກັນທົບທວນຄືນປະຫວັດແຫ່ງການສ້າງຕັ້ງ ແລະ ຮັບຟັງຄຳໃນໃຈຂອງທ່ານຜູ້ຟັງ, ຜູ້ອ່ານ ເມື່ອເວົ້າເຖິງບັນດາລາຍການໃນກຸ່ມລາຍການ ອາຊຽນ.

        ທ່ານຜູ້ຟັງທີ່ເຄົາລົບ, ບັນດາລາຍການພາກພາສາລາວ, ໄທ, ກຳປູເຈຍ ແລະ ອິນໂດເນເຊຍ ຂອງ ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ໄດ້ຮັບການສ້າງຕັ້ງແຕ່ປີ 1954 – 1967. ໃນທ່າອ່ຽງການເຊື່ອມໂຍງ ອາຊຽນ, ການນຳ VOV ເຫັນໄດ້ຄວາມຈຳເປັນຕ້ອງສ້າງຕັ້ງກຸ່ມລາຍການ ອາຊຽນ ເພື່ອໂຄສະນາເລິກເຊິ່ງ, ກ້ວາງຂວາງກ່ວາກ່ຽວກັບປະຊາຄົມທີ່ກ້ວາງຂວາງ, ເຂັ້ມແຂງທີ່ສຸດຢູ່ພາກພື້ນນີ້, ຍ້ອນເຫດນັ້ນ, ວັນທີ 1 ກໍລະກົດ 2008, ກຸ່ມລາຍການ ອາຊຽນ ໄດ້ຮັບການກຳເນີດຢ່າງເປັນທາງການ. ເມື່ອເວົ້າເຖິງຈຸດປະສົງ ແລະ ຄວາມໝາຍຂອງເລື່ອງສ້າງຕັ້ງກຸ່ມລາຍການ ອາຊຽນ, ທ່ານ ຫງວຽນແອງຢູ້ງ, ຫົວໜ້າກຸ່ມລາຍການ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ໃຫ້ຮູ້ວ່າ:

        “ດ້ວຍທິດນຳຂອງກຸ່ມ ອາຊຽນ ແມ່ນເປັນເອກະພາບໃນຄວາມເປັນຫຼາຍຮູບຫຼາຍແບບ. ຍ້ອນເຫດນັ້ນ, ບັນດາລາຍການພາກພາສາ ອິນໂດເນເຊຍ, ໄທ, ລາວ ແລະ ກຳປູເຈຍ ໄດ້ຄວບເຂົ້າກັນເປັນກຸ່ມລາຍການ ອາຊຽນ. ສິ່ງດັ່ງກ່າວແມ່ນເພື່ອແນໃສ່ສ້າງກຳລັງແຮງສັງລວມ, ໝາຍຄວາມວ່າ: ທຸກໆສະມາຊິກໃນກຸ່ມລາຍການສາມາດຮ່ວມມື, ສົມທົບນຳກັນ ແລະ ສ້າງບັນດາຜະລິດຕະພັນສື່ມວນຊົນມີຄຸນນະພາບສູງ, ມີລັກສະນະເປົ້າໝາຍຫຼາຍກ່ວາອີກ ແລະ ສຳຄັນທີ່ສຸດແມ່ນອາດສາມາດໜູນຊ່ວຍໃຫ້ກັນໃນເວລາເຮັດວຽກ.”

ລາຍການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການບັນດາປະເທດ ອາຊຽນ, VOV5 - ảnh 2  ທ່ານນາງ ຫງວຽນທິມີງ - ອະດີດຫົວໜ້າກຸ່ມລາຍການພາສາໄທ

ນອກຈາກວຽກງານແມ່ນຜະລິດບັນດາລາຍການກະຈາຍສຽງທີ່ໄດ້ອອກອາກາດໃນແຕ່ລະມື້ແລ້ວ, ບັນດາບັນນາທິການຂອງກຸ່ມລາຍການ ອາຊຽນ ດ້ວຍຄວາມສາມາດດ້ານວິຊາສະເພາະ ແລະ ດ້ານພາສາຂອງຕົນໄດ້ຕອບສະໜອງ ແລະ ສັ້ບຊ້ອນພະນັກງານທີ່ມີຄຸນນະພາບສູງເພື່ອເປັນຫົວໜ້າ ກຸ່ມລາຍການຕາງໜ້າຂອງ VOV ປະຈຳຕ່າງປະເທດ ແລະ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງບັນດາອົງການພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ ບໍ່ພຽງແຕ່ຂອງ ຫວຽດນາມ ເທົົ່ານັ້ນ ຫາກຍັງຂອງບັນດາປະເທດ ອາຊຽນອີກດ້ວຍ. ເມື່ອຕີລາຄາກ່ຽວກັບການເຕີບໃຫຍ່ຂອງກຸ່ມລາຍການ ອາຊຽນ, ທ່ານນາງ ຫງວຽນທິມີງ - ອະດີດຫົວໜ້າກຸ່ມລາຍການພາສາໄທ (ເວລາກຸ່ມລາຍການ ອາຊຽນ ບໍ່ທັນໄດ້ຮັບການສ້າງຕັ້ງ) ໃຫ້ຮູ້ວ່າ:

        “ສາມາດເວົ້າໄດ້ວ່າ, ເລື່ອງສ້າງຕັ້ງກຸ່ມລາຍການ ອາຊຽນ ໄດ້ຕອບສະໜອງທ່າອ່ຽງແຫ່ງການພັດທະນາໃນໄລຍະເຊື່ອມໂຍງຢ່າງທັນການ. ບັນດານັກຂ່າວລຸ້ນໃໝ່ມີຄວາມເກັ່ງກ້າສາມາດ ແລະ ສຳຜັດກັບວິທີເຮັດວຽກງານສື່ມວນຊົນໄວທີ່ສຸດ. ບັນດາລາຍການກະຈາຍສຽງມີເນື້ອໃນຫຼາຍຮູບແບບ, ອຸດົມສົມບູນ, ມີຊີວິດຊີວາຫຼາຍກ່ວາ. ພິເສດ, ເມື່ອສ້າງເວັບໄຊໄດ້ຮັບຖືວ່າແມ່ນບາດກ້າວບຸກທະລຸເພື່ອດຶງດູດຜູ້ອ່ານຮູ້ຈັກເຖິງກຸ່ມລາຍການ ອາຊຽນ ຫຼາຍກ່ວາອີກ.”

        ເມື່ອໄດ້ຮັບການສ້າງຕັ້ງກໍ່ແມ່ນຈຸດເວລາສະເໜີຄໍລຳ “ຊາຍຄາອາຊຽນ”. ນີ້ແມ່ນຄໍລຳສະເພາະຂອງກຸ່ມລາຍການ ອາຊຽນ, ເຊິ່ງເປັນບ່ອນໃຫ້ບັນດານັກຂ່າວ, ບັນນາທິການເອົາລົງບັນດາຜະລິດຕະພັນສື່ມວນຊົນເພື່ອລົງເວັບໄຊແນະນຳກ່ຽວກັບປະຊາຊົນ, ວັດທະນະທຳ, ສິລະປະ, ຮີດຄອງປະເພນີຂອງບັນດາປະເທດອາຊຽນ. ນີ້ກໍ່ແມ່ນບ່ອນທີ່ບັນດາຜູ້ຟັງ, ຜູ້ອ່ານພົວພັນແລກປ່ຽນຄຳເຫັນ, ຜ່ານຄໍລຳນີ້, ຜູ້ຟັງ, ຜູ້ອ່ານກໍ່ມີຄວາມເຂົ້າໃຈກ່ວາກ່ຽວກັບບັນດາປະເທດໃນພາກພື້ນ.

        ພິເສດ, ກຸ່ມລາຍການ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, VOV ແມ່ນອົງການໜຶ່ງດຽວທີ່ມີທັງລາຍການກະຈາຍສຽງ ແລະ ເວັບໄຊຂອງບັນດາພາສາທີ່ຫາຍາກຄື: ໄທ, ອິນໂດເນເຊຍ. ເມື່ອຕີລາຄາກ່ຽວກັບກຸ່ມລາຍການ ອາຊຽນ, ທ່ານ ຫງວຽນຕ໋ຽນລອງ, ຫົວໜ້າ ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, VOV ໃຫ້ຮູ້ວ່າ:

        “ກ່ຽວກັບດ້ານວິຊາສະເພາະ, ພາຍຫຼັງ 10 ປີ, ຖັນແຖວບັນນາທິການ, ນັກຂ່າວຂອງ 4 ລາຍການໄດ້ພັດທະນາບຸກທະລຸ, ກຸ່ມລາຍການສ້າງຕັ້ງໄດ້ຄໍລຳລວມ ແລະ ເພີ່ມທະວີລັກສະນະຫັນເປັນເປົ້າໝາຍໃຫ້ລາຍການຂອງຕົນ. ແລະພິເສດ, ບັນດາຄໍລຳ, ບັນດາບົດສາລະຄະດີໄດ້ຮັບການຕີລາຄາສູງໃນການເສັງດ້ານວິຊາສະເພາະຂອງພະແນກ. ພິເສດ, ຫວ່າງແລ້ວນີ້, ມີຜະລິດຕະພັນໄດ້ຮັບລາງວັນສູງໃນການເສັງລະດັບຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດ.”

        ທິດທາງລວມຂອງພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ກໍ່ຄືຂອງ ກຸ່ມລາຍການ ອາຊຽນ ໃນໄລຍະຈະມາເຖິງ ແມ່ນພັດທະນາຕາມທິດຫຼາຍຮູບແບບ. ຍ້ອນເຫດນັ້ນ, ໄປຄຽງຄູ່ກັບການຫັນເນື້ອໃນຂອງລາຍການກະຈາຍສຽງເປັນຫຼາຍຮູບຫຼາຍແບບ, ມີລັກສະນະອາຊີບ, ຖັນແຖວບັນດານັກຂ່າວ, ບັນນາທິການຕ້ອງໝູນໃຊ້ດ້ານເຕັກໂນໂລຊີ, ສື່ສານສັງຄົມເພື່ອໝູນໃຊ້ພື້ນຖານພາຫະນະຫຼາຍຮູບຫຼາຍແບບ ເພື່ອແນໃສ່ເສີມຂະຫຍາຍທ່າແຮງຂອງເຕັກໂນໂລຊີດີຈີຕອນ ຮັບໃຊ້ວຽກງານໂຄສະນາ ຫວຽດນາມ ໃຫ້ເພື່ອນມິດສາກົນ.

ລາຍການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການບັນດາປະເທດ ອາຊຽນ, VOV5 - ảnh 3ທ່ານນາງ ຝໍເກີ໋ມຮວາ, ຮອງຫົວໜ້າພະແນກ ແລະ ທ່ານ ຫງວຽນແອງຢຸ້ງ, ຫົວໜ້າ ກຸ່ມລາຍການບັນດາປະເທດ ອາຊຽນ

        ໄປພ້ອມກັບລຸ້ນນັກຂ່າວ, ບັນນາທິການທີ່ມີປະສົບການ, ປະຈຸບັນ, ກຸ່ມລາຍການ ອາຊຽນ ຍັງມີຖັນແຖວນັກຂ່າວ, ບັນນາທິການໜຸ່ມທີ່ເຕັມໄປດ້ວຍພະລັງຊີວິດ ແລະ ຄວາມສຸມຈິດສຸມໃຈ. ເຂົາເຈົ້າໄດ້ໝູນໃຊ້ກຳລັງແຮງໜຸ່ມແໜ້ນ ແລະ ໄດ້ຮ່ຳຮຽນບົດຮຽນຈາກລຸ້ນກ່ອນ, ແລກປ່ຽນທັກສະດ້ານສື່ມວນຊົນ, ບັນດາທັກສະກ່ຽວກັບເຕັກໂນໂລຊີ ເພື່ອເໝາະສົມກັບທ່າອ່ຽງການເຮັດຂ່າວດ້ວຍພາຫະນະຫຼາຍຮູບແບບຄືປະຈຸບັນຢ່າງບໍ່ຢຸດຢັ້ງ. ຈົ່ງພ້ອມກັນພົບປະກັບນັກຂ່າວບາງຄົນຂອງກຸ່ມລາຍການອາຊຽນ ເພື່ອເຫັນວ່າເຂົາເຈົ້າກະກຽມສຳພາລະຫຍັງແດ່ໃນໄລຍະທາງຕໍ່ໜ້າເດີ້:

        ສຽງ: ສະບາຍດີ, ຂ້າພະເຈົ້າແມ່ນ ຫງວຽນອ໋ຽນ, ນັກຂ່າວ, ບັນນາທິການລາຍການພາກພາສາໄທ

-      ສະບາຍດີ, ຂ້າພະເຈົ້າແມ່ນ ຢ້ຽວຮົ່ງ, ເຮັດວຽກຢູ່ລາຍການພາກພາສາລາວ

“ຄືພວກເພື່ອນໄດ້ຮູ້ແລ້ວວ່າ, ປະຈຸບັນ, ກຸ່ມລາຍການ ອາຊຽນ ປະກອບດ້ວຍ 4 ພາສາເທົ່ານັ້ນ ໃນຂະນະທີ່ ພາກພື້ນ ອາຊຽນ ມີ 10 ປະເທດ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າແຕ່ລະຄົນຕ້ອງມານະພະຍາຍາມເຮັດແນວໃດເພື່ອສາມາດລວບລວມສ່ອງແສງໄດ້ຂ່າວຄາວ, ເຫດການກ່ຽວຂ້ອງເຖິງບັນດາປະເທດສະມາຊິກ ອາຊຽນ, ຫາກບໍ່ແມ່ນສະເພາະ 4 ປະເທດໃນ ກຸ່ມລາຍການອາຊຽນເທົ່ານັ້ນ. ເພື່ອປະຕິບັດສິ່ງດັ່ງກ່າວ, ກ່ອນອື່ນໝົດພວກເຮົາຕ້ອງຍົກສູງຄວາມເຂົ້າອົກເຂົ້າໃຈ, ຄວາມຮູ້ຂອງຕົນກ່ຽວກັບປະຊາຄົມ ອາຊຽນ ແລະ ຄວາມເປັນເອກະລັກສະເພາະຂອງແຕ່ລະປະເທດ.”

“ນອກຈາກນັ້ນ, ພວກຂ້າພະເຈົ້າກໍ່ຕ້ອງໜູນຊ່ວຍໃຫ້ກັນເປັນຢ່າງດີກ່ວາ. ເມື່ອພວກຂ້າພະເຈົ້າເຂົ້າຮ່ວມການໃຫ້ຂ່າວສ່ອງແສງກ່ຽວກັບເຫດການໃດໜຶ່ງຂອງ ອາຊຽນ, ພວກຂ້າພະເຈົ້າເຄີຍໄປເຮັດວຽກເປັນຈຸແຕ່ 2 3 ຄົນຂຶ້ນໄປເພື່ອສາມາດໜູນຊ່ວຍໃຫ້ກັນໃນເວລາເຮັດວຽກ, ເຮັດແນວໃດເພື່ອໃຫ້ຂ່າວມີຫຼາຍຮູບຫຼາຍແບບ, ຄົບຖ້ວນ ແລະ ແທດຈິງທີ່ສຸດ.”

ທ່າອ່ຽງອີກອັນໜຶ່ງຂອງບັນດານັກຂ່າວແມ່ນຄວາມສາມາດຮັບເອົາ ແລະ ປັບຕົວໄວກັບບັນດາຮູບແບບການສື່ສານໃໝ່, ພິເສດໃນສະພາບການສື່ສານດີຈີຕອນຄືປະຈຸບັນ. ຈົ່ງຮັບຟັງຄຳແບ່ງປັນຂອງຮ່ວາງຫາຍ, ນັກຂ່າວ, ບັນນາທິການລາຍການພາກພາສາ ຂະແມ:

“ນອກຈາກການຍົກສູງຄຸນນະພາບດ້ານກະຈາຍສຽງ, ພວກຂ້າພະເຈົ້າກໍ່ມານະພະຍາຍາມປັບປຸງດ້ານເນື້ອໃນໃນເວັບໄຊ vovworld.vn. ເມື່ອໄປເອົາຂ່າວ, ພວກຂ້າພະເຈົ້າກໍ່ຖືກ້ອງຖ່າຍຮູບໄປນຳ, ເພື່ອສາມາດຖ່າຍຮູບມີຄຸນນະພາບສູງ ຫຼື ຖ່າຍທຳ ວີດີໂອ ເພື່ອແນໃສ່ຊ່ວຍໃຫ້ຜູ້ຊົມສາມາດສັງເກດເຫັນສິ່ງທີ່ພວກຂ້າພະເຈົ້າຢາກຖ່າຍທອດໃຫ້ເຫັນຢ່າງແທດຈິງທີ່ສຸດ. ພວກຂ້າພະເຈົ້າຕັ້ງໜ້າຮ່ຳຮຽນເອົາບົດຮຽນເປັນປະຈຳ, ເຂົ້າຮ່ວມບັນດາຊຸດຝຶກອົບຮົມໄລຍະສັ້ນ ກໍ່ຄືໄລຍະຍາວ ກ່ຽວກັບທັກສະສື່ສານດີຈີຕອນ. ຫວ່າງແລ້ວນີ້, ພວກຂ້າພະເຈົ້າໄດ້ເຂົ້າຮ່ວມຊຸດຝຶກອົບຮົມກ່ຽວກັບການສ້າງເທບວີດີໂອ ໃນໂທລະສັບມືຖື. ພວກເພື່ອນຈົ່ງລໍຄອຍຮັບຟັງ ແລະ ຮັບຊົມບັນດາຜະລິດຕະພັນທີ່ໃໝ່ອ່ຽມຈາກພວກຂ້າພະເຈົ້າແດ່ເດີ້.”

ໂດຍເປັນກຸ່ມລາຍການໃຫຍ່ ແລະ ມີບັນດາລາຍການກະຈາຍສຽງໄດ້ຮັບການກຳເນີດແຕ່ດົນນານມາແລ້ວຂອງ VOV5 ດັ່ງນັ້ນຈຳນວນຜູ້ຟັງຂອງກຸ່ມລາຍການ ອາຊຽນ ກໍ່ບໍ່ໜ້ອຍ. ຍ້ອນເຫດນັ້ນ, ເລື່ອງແລກປ່ຽນຂໍ້ມູນພົວພັນແບບເກົ່າ ກໍ່ຄືເລື່ອງດຶງດູດຜູ້ອ່ານຄົນໃໝ່ກໍ່ແມ່ນໜຶ່ງໃນບັນດາໜ້າທີິ່ສຳຄັນຂອງບັນດາບັນນາທິການ. ເຮືອງຈ່າ, ຜູ້ຮັບຜິດຊອບວຽກງານສຳລັບຜູ້ຟັງ, ຜູ້ອ່ານໃນລາຍການພາກພາສາ ອິນໂດເນເຊຍ ເຊິ່ງເປັນນັກຂ່າວໜຸ່ມທີ່ສຸດຈິດສຸດໃຈ ດ້ວຍຄວາມຫວັງເຮັດແນວໃດ ເພື່ອໃຫ້ຜູ້ຟັງ, ຜູ້ອ່ານຮູ້ຈັກເຖິງບັນດາລາຍການກະຈາຍສຽງຂອງ VOV ຈະມີຄວາມຜູກພັນຍາວນານກັບ VOV ກ່ວາ:

“ເພື່ອດຶງດູດໄດ້ຜູ້ອ່ານ, ຜູ້ຟັງຄົນໃໝ່ແມ່ນຍາກແລ້ວ, ດຶງດູດເຂົາເຈົ້າຕິດຕາມລາຍການຂອງພພວກເຮົາໃນເວລາຍາວນານແມ່ນຍາກກ່ວາອີກ. ແລະ ສິ່ງທີ່ພວກຂ້າພະເຈົ້າມີຄວາມເປັນຫ່ວງເປັນໄຍຫຼາຍທີ່ສຸດແມ່ນເຮັດແນວໃດເພື່ອດຶງດູດຜູ້ຊົມໜຸ່ມ ພ້ອມກັບບັນດາຜູ້ຊົມ, ຜູ້ອ່ານຕິດຕາມລາຍການເປັນເວລາຫຼາຍປີ ແລະ ມິດລາຍການປະຈຳວັນ. ຍາມໃດພວກຂ້າພະເຈົ້າກໍ່ເຄົາລົບນັບຖືຜູ້ອ່ານ, ຜູ້ຟັງແຕ່ລະຄົນ ແລະ ຖືເຂົາເຈົ້າຄືດັ່ງເພື່ອນມິດ, ພີ່ນ້ອງຂອງຕົນ, ຢື້ຢາມຖາມຂ່າວກ່ຽວກັບວຽກງານ, ກ່ຽວກັບຄອບຄົວຂອງກັນ.”

ເຖິງວ່າດ້ວຍວິທີໃດໜຶ່ງ, ບັນດານັກຂ່າວໜຸ່ມຂອງ ກຸ່ມລາຍການ ອາຊຽນ ຍາມໃດກໍ່ຮ່ຳຮຽນ, ປະດິດຄິດສ້າງ, ຍົກສູງຄຸນນະພາບຂອງບັນດາລາຍການກະຈາຍສຽງໃນຍຸກສະໄໝດີຈີຕອນຢ່າງບໍ່ຢຸດຢັ້ງຄືດັ່ງທິດນຳຂອງກຸ່ມລາຍການທີ່ວ່າ: ພວກຂ້າພະເຈົ້າແມ່ນນັກຂ່າວ ອາຊຽນ “ເຊື່ອມໂຍງ, ມີຫົວຄິດປະດິດສ້າງເພື່ອສີສັນ ອາຊຽນ”

ລາຍການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການບັນດາປະເທດ ອາຊຽນ, VOV5 - ảnh 4ພະນັກງານຂອງກຸ່ມລາຍການບັນດາປະເທດ ອາຊຽນ

        ຄືພວກເຮົາໄດ້ແບ່ງປັນວ່າ, ວຽກງານທີ່ເປັນເອກະລັກສະເພາະຂອງກຸ່ມລາຍການ ອາຊຽນ ແມ່ນການຄວບເຂົ້າກັນຈາກ 4 ລາຍການ ມີອາຍຸກ່ວາ 60 ປີ, ດັ່ງນັ້ນ, ຈຳນວນຜູ້ຟັງໃນເວລາຫຼາຍປີແມ່ນຫຼາຍທີ່ສຸດ, ໃນນັ້ນ ມີຜູ້ຟັງໄດ້ຕິດຕາມລາຍການເປັນເວລາກ່ວາ 30 ປີ. ເປັນກຽດກ່ວານັ້ນແມ່ນ, ບັນດາຜູ້ຟັງຂອງກຸ່ມລາຍການ ອາຊຽນ ຍາດໄດ້ລາງວັນໃນການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ VOV” ຄືຜູ້ຟັງຂອງລາຍການພາກພາສາໄທ ຍາດໄດ້ລາງວັນທີ 1 (ປີ 1995) ແລະ ຜູ້ຟັງຂອງພາກພາສາ ອິນໂດເນເຊຍ ຍາດໄດ້ລາງວັນທີ 3 (ປີ 2015)ໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຫ້ອງການ ອາຊຽນ, ເຊີນທ່ານຜູ້ຟັງ ພ້ອມກັບພວກຂ້າພະເຈົ້າຮັບຟັງຄຳຄິດຄຳເຫັນ, ອາລົມຈິດ ແລະ ບັນດາຄຳອວຍພອນຂອງຜູ້ຟັງ, ຜູ້ອ່ານສະຫງວນໃຫ້ກຸ່ມລາຍການ ອາຊຽນ ແດ່ເດີ້:

1.  EkoEndri Wiyono ມາຈາກ Nganjhk Jawa Timur, ຜູ້ຟັງລາຍການພາກພາສາ ອິນໂດເນເຊຍ ເວົ້າວ່າ :

    “ ຂ້າພະເຈົ້າຂໍສົ່ງຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການອາຊຽນ ຂອງ VOV. ລາຍການຊາຍຄາອາຊຽນມີຄວາມດູດດື່ມທີ່ສຸດ ແລະ ຂ້າພະເຈົ້າຊົມຊອບທີ່ສຸດ. ຂໍ້ມູນຂ່າວສານຖືກອັບເດັດຢ່າງທັນເວລາ ແລະ ຊັດເຈນເພື່ອຍົກສູງການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ, ທັງຊ່ວຍໃຫ້ສາຍພົວພັນລະຫວ່າງບັນດາປະເທດພັດທະນາໃນຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການສຶກສາ ແລະ ອື່ນໆ. ທາງດ້ານວັດທະນະທຳ , ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າ ໃນລາຍການ" ປະກວດສຽງເພງອາຊຽນ + 3  "  ກໍມີນັກດົນຕີຊາວອິນໂດເນເຊຍ James Freddy Sundah ເຂົ້າຮ່ວມ. ແລະ ຂ້າພະເຈົ້າກໍບໍ່ພາດໂອກາດໄດ້ຮັບຊົມລາຍການທາງໂທລະພາບ”

2.  Rudy Hartono ທີ່ມາຈາກ Kalimantan ເວົ້າວ່າ :

  “ລາຍການຊາຍຄາອາຊຽນ ແມ່ນລາຍການທີ່ຄົບຖ້ວນທີ່ສຸດ ເມື່ອໃຫ້ຂ່າວກ່ຽວກັບການດຳລົງຊີວິດຂອງຊາວຫວຽດນາມຢູ່ບັນດາປະເທດອາຊຽນ. ພວກຂ້າພະເຈົ້າຮູ້ຈັກເຖິງວົງຄະນະຍາດຊາວຫວຽດນາມໄດ້ເຊື່ອມຕົວເຂົ້າກັບຊີວິດສັງຄົມໄທຄືແນວໃດ. ເຂົາເຈົ້າມີຄວາມເຄົາລົບນັບຖືປະທານໂຮ່ຈິມິນ. ພວກຂ້າພະເຈົ້າຍັງຮູ້ຈັກເຖິງເຂດຕະຫຼາດມາເລເຊຍທີ່ເປັນເອກະລັກຢູ່ທີ່ນະຄອນໂຮ່ຈິມິນ, ການຮ່ວມມືລະຫວ່າງຫວຽດນາມ ແລະ ອິນໂດເນເຊຍໃນຂົງເຂດເສດຖະກິດ, ກະສີກຳ ແລະ ໃນໄລຍະມໍ່ໆມານີ້ ແມ່ນການຮ່ວມມືທາງດ້ານກາເຟ. ແລ້ວ ກໍຮອດການພົບປະລະຫວ່າງບັນດານັກຮົບເກົ່າອາສາສະໝັກຫວຽດນາມຢູ່ລາວ. ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການອາຊຽນ ຂອງ VOV, ຂ້າພະເຈົ້າຂໍອວຍພອນ VOV ນັບມື້ນັບພັດທະນາ ແລະ ດຶງດູດຜູ້ຟັງ, ຜູ້ຊົມລາຍການນັບມື້ນັບຫຼາຍຂຶ້ນ  ”

ຜູ້ຟັງລາຍການພາກພາສາ ຂະແມ:     “ນອ້ງແມ່ນ  ນັກສຶກສາກຳປູເຈຍພວມຮຽນຢູ່ຫວຽດນາມ. ນ້ອງຊົມຊອບບັນດາບົດຂຽນຂອງ VOV ຊຶ່ງໄດ້ສ້າງຄວາມປະທັບໃຈແກ່ຂ້າພະເຈົ້າ. ນ້ອງປາຖະໜາວ່າ ໃນເວລາທີ່ຈະມາເຖິງ, VOV ຈະມີບັນດາບົດທີ່ມ່ວນກ່ວາເກົ່າ. ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການອາຊຽນ ຂອງ VOV, ນ້ອງ ຂໍອວຍພອນ VOV ນັບມື້ນັບພັດທະນາ ແລະ ດຶງດູດຜູ້ຟັງ, ຜູ້ຊົມລາຍການນັບມື້ນັບຫຼາຍຂຶ້ນ ”

      ຜູ້ຟັງລາຍການພາກພາສາ ລາວ:

ລາຍການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການບັນດາປະເທດ ອາຊຽນ, VOV5 - ảnh 5 ຜູ້ອ່ານ ລາຍການພາກພາສາລາວ

ຜູ້ຟັງລາຍການພາກພາສາ ໄທ

ລາຍການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມລາຍການບັນດາປະເທດ ອາຊຽນ, VOV5 - ảnh 6

      ເພື່ອຊ່ວຍບັນດາທ່ານຜູ້ຟັງ, ຜູ້ອ່ານສາມາດເຂົ້າໃຈກ່ຽວກັບກຸ່ມລາຍການ ອາຊຽນ ຫຼາຍກ່ວາເກົ່າ, ໃນຕະຫຼອດ1 ເດືອນທີ່ຜ່ານມາ, ພວກຂ້າພະເຈົ້າໄດ້ປຸກລະດົມການເສັງ “ ເພື່ອຮູ້ຫຍັງແດ່ ກ່ຽວກັບ ກຸ່ມລາຍການ ອາຊຽນ ”. ມີກວ່າ … ບົດເຂົ້າຮ່ວມການເສັງຂອງບັນດາ ທ່ານຜູ້ຟັງ, ຜູ້ອ່ານ ຈາກບັນດາປະເທດ, ອິນໂດເນເຊຍ, ໄທ, ລາວ, ກຳປູເຈຍ ໄດ້ສະແດງອາລົມຈິດ ຄວາມຮັກແພງຂອງພວກເພື່ອນທີ່ສະຫງວນໃຫ້ແກ່ບັນດາລາຍການຂອງພວກຂ້າພະເຈົ້າ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍປະກາດການມອບລາງວັນໃນການເສັງດັ່ງນີ້:

        - ລາງວັນທີ 1 ມີໜຶ່ງລາງວັນສຳລັບ: ທ່ານ Min Lin, ຜູ້ຟັງລາຍການພາສາ ອິນໂດເນເຊຍ.

- ລາງວັນທີ 2 ມີສາມລາງວັນສຳລັບທ່ານ Dwi Budhi Rahardjo ແລະ Lianawati, ຜູ້ຟັງລາຍການພາສາ ອິນໂດເນເຊຍ. ແລະ ທ່ານ ກະເສມ ທັງທອງ, ຜູ້ຟັງລາຍການພາສາ ໄທ.

- ລາງວັນທີ 3 ມີສີ່ລາງວັນ: ເພື່ອນ ເລທິທູ ແລະ ຟ້າມງອັກລີງ, ຜູ້ຟັງລາຍການພາສາ ລາວ

+ ທ່ານ ອັດທະພົນ ສີຊິຣີໂຈກ, ຜູ້ຟັງລາຍການພາສາ ໄທ

+ ທ່ານ Fachri, ຜູ້ຟັງລາຍການພາສາ ອິນໂດເນເຊຍ

    ຂໍຊົມເຊີຍບັນດາເພື່ອນທີ່ໄດ້ຮັບລາງວັນ. ສຳລັບບັນດາເພື່ອນທີ່ບໍ່ໄດ້ຮັບລາງວັນນັ້ນ, ຄົງຈະໄດ້ຮັບຂອງຂວັນທີ່ລະນຶກຂອງລາຍການຕາມທາງໄປສະນີດ້ວຍ.

        ທ່ານຜູ້ຟັງທີ່ເຄົາລົບ, ລາຍການກະຈາຍສຽງຂອງພວກເຮົາມາຮອດນີ້ ກໍສິ້ນສຸດລົງພຽງເທົ່ານີ້, ພົບກັນໃໝ່ໃນລາຍການໜ້າ, ສະບາຍດີ.

ຕອບກັບ

ຂ່າວ/ບົດ​ອື່ນ