ລາຍການສະແດງສິລະປະກຳປູເຈຍ ຢູ່ ຫວຽດນາມ

(vovworld)- ດ້ວຍ​ບັນດາ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ຄວາມ​ໝາຍ​, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ກຳປູ​ເຈຍ, ລາຍການ​ສະ​ແດງ​ສິລະ​ປະກຳ​ປູ​ເຈຍດຳ​ເນີນ​ໄປ​ຢູ່​ນະຄອນຫລວງ​ຮ່າ​ໂນ້ຍຫວ່າງ​ແລ້ວ​ນີ້ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​​ທີ່​ສຸດໃຫ້​ແກ່ຜູ້​ຊົມ​​ຮ່າ​ໂນ້ຍ. ​ໂດຍແມ່ນ​ການເຄື່ອນ​ໄຫວ​​ເປີດສາກ​ໃຫ້​ແກ່​ສັບປະດາ​ວັດທະນະທຳ​ກຳປູ​ເຈຍ ຢູ່ ຫວຽດນາມ ຄັ້ງ​ທີ 4, ລາຍການ​ສິລະ​ປະ​​ແມ່ນ​ໂອກາດ​​ເພື່ອໂຄສະນາ​ວັດທະນະທຳ​ກຳປູ​ເຈຍ ຢູ່ ຫວຽດນາມ,​ ຜ່ານ​ນັ້ນ ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​.

 ລາຍການ​ສິລະ​ປະ​ກຳປູ​ເຈຍ​ໄດ້​ນຳ​ເອົາ​ສີສັນ​ວັດທະນະທຳ​ທີ່​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ປະ​ເທດ​ແຫ່ງ​ວັດວາ​ອາ​ຮາມມາ​ໃຫ້​ຜູ້​ຊົມ. ຜູ້​ຊົມ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ບັນດາ​ວາດ​ຟ້ອນ Apsara, ຊື່​ງ​ແມ່ນ​ວາດ​ຟ້ອນ​ທີ່​ເຄີຍ​ສະ​ແດງ​ໃນພະ​ລາຊະ​ວັງ​ຂອງ​ກຳປູ​ເຈຍ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ຊົມ​ບັນດາ​ວາດ​ຟ້ອນ​ສະ​ແດງ​ໃຫ້​ເຫັນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່ກຳ​ປູ​ເຈຍ​ອີກ​ດ້ວຍ​ຄື: ການດຳນາ, ​ການ​ເກັບກ່ຽວ​ກໍ​ຄືບ​ບົດ​ເພງ​ເວົ້າ​ເຖິງ​ຄວາມ​ຮັກ​​ຂອງບ່າວ​ສາວ​ກຳປູ​ເຈຍ​ໃນ​ຍາມເກ​ັບກ່ຽວ.

ລາຍການສະແດງສິລະປະກຳປູເຈຍ ຢູ່ ຫວຽດນາມ  - ảnh 1
ລາຍການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​
ພື້ນ​ເມືອງ​ຂອງ​ກຳປູ​ເຈຍ

ພາບ:internet

        ບັນດາ​ບົດ​ເພງ, ວາດ​ຟ້ອນ ​ໂດຍ​ນັກ​ສິລະ​ປິນກຳ​ປູ​ເຈຍ​ສະ​ແດງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ຜູ້​ຊົມ​ຊາວ​ນະຄອນຫລວງ ຮ່າ​ໂນ້ຍ. ນາງ Nguyen Thi Minh ຜູ້​ຊົມ​ຢູ່​ນະຄອນຫລວງ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ນິຍົມ​ລາຍການ​ສິລະ​ປະນີ້ຫຼາຍ, ພິ​​ເສດແມ່ນ​ບັນດາຊຸ​ດອາພອນ​ພື້ນ​ເມືອງ​ຂອງ​​ນັກ​ສິລະ​ປິນ ກຳ​ປູ​ເຈຍ​ ມັນມີ​ສີສັນ​ຫລາກ​ຫລາຍ, ລີລາ​ກ​ານສະ​ແດງ​ກໍ​ອອນຊອນ.

ຂ້າພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​​ເມື່ອ​ໄດ້​ຮັບ​ຊົມ​ວາດ​ຟ້ອນ​ໂຕ​ຕັກ​ແຕນຂອງ​ບັນດາ​ນັກ​ສິລະ​ປິນກຳປູ​ເຈຍ, ມັນມີ​ຊີວິດ​ຊີວາ ​ແລະ ກະຕືລື​ລົ້ນ, ຊຸດ​ອາພອນ​ສີຂຽວ​​ທີ່​ນັກ​ສິລະ​ປິນນຸ່ງ​ປຽບ​ເໝືອນໂຕ​ຕັກ​ແຕນ​​​ແທ້​ໆ, ອັນ​ໄດ້ສ້າງ​ຄວາມ​ດູດ​ດື່ມ​​ທີ່​ສຸດ.”

       ​​ອ້າຍ Rin Keo ຊາວ​ກຳ​ປູ​ເຈຍ​ຜູ້​ຫນຶ່ງ​ທີ່​ພວມດຳລົງຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຮ່າ​ໂນ້ຍ ​​​ເວົ້າ​ວ່າ: ຂ້າພະ​ເຈົ້າມີ​ຄວາມ​ປິ​ຕິ​ຊົມ​ຊື່ນທີ່​ສຸດເມື່ອ​ສິລະ​ປະກຳ​ປູ​ເຈຍ​ໄດ້​ນຳ​ມາ​​ສະ​ແດງ​ຢູ່ນະຄອນຫລວງ​ຮ່າ​ໂນ້ຍ,

    “ຂ້າພະ​ເຈົ້າ​ເຫັນ​ວ່າ ຜູ້​ຊົມ​ນະຄອນຫລວງ​ຮ່າ​ໂນ້ຍ ເຖິງ​ວ່າ​ບໍ່​ເຂົ້າ​ໃຈ​ພາສາ​ກຳ​ປູ​ເຈຍກໍ​ຕາມ ​ແຕ່​ເຂົາ​ເຈົ້າ​ພັດ​ເມົາ​ມົວຕິດຕາມ​ລາຍ​ການ ​ແລະ ຕົບມື​ຢ່າງລ່ຽນ​ຕິດ​ເພື່ອ​ຊົມ​ເຊີຍບັນດາ​ນັກ​ສິລະ​ປິນກຳປູ​ເຈຍ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ຫລາຍ​ລາຍການ​ສິລະ​ປະຄື​ແນວ​ນີ້​ເພື່ອ​ໃຫ້​ປະຊາຊົນ ຫວຽດນາມ ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ກຳ​ປູ​ເຈຍ​, ຜ່ານ​ນັ້ນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ກວ່າ.”

ລາຍການສະແດງສິລະປະກຳປູເຈຍ ຢູ່ ຫວຽດນາມ  - ảnh 2
ຊຸດ​ອາພອນ​ສີຂຽວ​​ທີ່​ນັກ​ສິລະ​ປິນນຸ່ງ​ປຽບ​ເໝືອນໂຕ​ຕັກ​ແຕນ​​​ແທ້​ໆ
ພາບ: TTXVN

       ​​ໂດຍຮູ້ສຶກ​ຕື້ນ​ຕັນ​ໃຈ​ຕໍ່​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ຜູ້​ຊົມ​ນະຄອນຫລວງ​ຮ່າ​ໂນ້ຍ, Sem Chhovy ນັກ​ສິລະ​ປິນ​ໃນ​ຄະນະ​ສິລະ​ປະກອນ​ແຫ່ງ​ຊາດ​ກຳປູ​ເຈຍ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ​ເມື່ອ​ເຫັນ​ວ່າ ຊາວ​ຫວຽດນາມ ​ແລະ ຊາວກຳປູ​ເຈຍ​ຢູ່ ​ນະ​ຄອນຫຼວງຮ່າ​ໂນ້ຍ​ໄດ້ມາ​ຊົມ​ ແລະ​ ລະ​ດົມ​ກຳ​ລັງ​ໃຈພວກ​ຂ້າ​ພະ​ເຈົ້າ​ເປັນ​ຈຳ​ນວນຫລວງຫລາຍ. ລາຍການ​ສະ​ແດງ​ສິລະ​ປະ​ຄັ້ງ​ນີ້​​ເປັນ​ການ​​ເຄື່ອນ​ໄຫວຂ່ຳ​ນັບ​ຊົມ​ເຊີຍ​ປີ​ມິດຕະພາບ ຫວຽດນາມ ກຳປູ​ເຈຍ 2012. ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຜູ້​ຊົມ​ຫວຽດນາມ​​ທຸກ​ຄົນ​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ລາຍ​ການ.”

       ພາຍຫລັງ​ສະ​ແດງ​ຢູ່​ຮ່າ​ໂນ້ຍ, ຄະນະ​ສິລະ​ປະກອນ​ແຫ່ງ​ຊາດ​ກຳປູ​ເຈນ ຈະ​ສືບ​ຕໍ່​ໄປສະ​ແດງ​ຢູ່​ແຂວງ ຈາ​ວີ​ງ ພາກ​​ໃຕ້​ຫວຽດນາມ. ລາຍການ​ສະ​ແດງ​ສິລະ​ປະກຳ​ປູ​ເຈຍ​ຢູ່ ຫວຽດນາມ ຄັ້ງ​ນີ້ ​ແມ່ນ​ເຫດການ​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຂ່ຳນັບ​ຊົມ​ເຊີຍ​ປີ​ມິ​ດຕະພາບ ຫວຽດນາມ ກຳປູ​ເຈຍ 2012 ​ແລະ ສະ​ເຫລີ​ມສະຫລອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ. ​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ ສິລະ​ປະຄື​ ວັດທະນະທຳ​ຄືດັ່ງກ່າວ​ໄດ້​​ເປັນ​ການ​ປະກອບສ່ວນ​ຮັກສາ, ພັດທະນາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ./.



ຕອບກັບ

ຂ່າວ/ບົດ​ອື່ນ