ລາວ ກຽມພ້ອມຮັບຕຳແຫນ່ງປະທານອາຊຽນ 2016

(vovworld)- ຍັງ​ອີກ​ສອງ​ສາມ​ອາ​ທິດ​ຈະ​ກ້າວ​ເຂົ້າ​ສູ່​ປີ 2016, ແມ່ນ​ປີ​ທີ 19 ສ​ປ​ປ ລາວ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ ຢ່າງ​ເປັນ​ທາງ​ການ . ປີ 2016 ແມ່ນ​ປີ​ທຳ​ອິດ​ທີ່ປະ​ຊາ​ຄົມ ອາ​ຊຽນໄດ້​ຮັບ​ການ​ສ້າງ​ຕັ້ງ​. ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ, ລາວ ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ປະ​ຕິ​ບັດ​ວິ​ໄສ​ທັດ ແລະ ແຜນ​ການ​ຂອງ ອາ​ຊຽນ ຫລັງ​ປີ 2015. ໃນ​ລາຍ​ການ​ຊາຍ​ຄາ​ອາ​ຊຽນ​ພາກນີ້ ພວກ​ເຮົາ​ຂໍ​ແນະ​ນຳ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ລາວ ກຽມ​ພ້ອມ ຮັບ​ຕຳ​ແຫນ່ງ​​ປະ​ທານ ອາ​ຊຽນ 2016.

ລາວ ກຽມພ້ອມຮັບຕຳແຫນ່ງປະທານອາຊຽນ 2016 - ảnh 1
(ທ່ານ ອະ​ລຸນ​ແກ້ວ ກິດ​ຕິ​ຄຸນ,
ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ)

         ວັນ​ທີ 23/7/1997, ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 28 ດຳ​ເນີນ​ໄປ​ຢູ່ ມາ​ເລ​ເຊຍ, ສ​ປ​ປ ລາວ ໄດ້​ກາຍ​ເປັນ​ສະ​ມາ​ຊິ​ກ ອາ​ຊຽນ ຢ່າງ​ເປັນ​ທາງ​ການ. ສິ່ງ​ດັ່ງ​ກ່າວ​ໄດ້​ພິ​ສູ​ດ​ໃຫ້​ເຫັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ລາວ ນັ້ນ​ແມ່ນ​ສັນ​ຕິ​ພາບ, ເປີດກວ້າງ​ການ​ຮ່ວມ​ມື ແລະ ມິດ​ຕະ​ພາບ ກັບ​ທຸກ​ປະ​ເທດ​ໃນ​ໂລກ, ພິ​ເສດ ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄ​ຽງ​ໃນ​ພາກ​ພື້ນ. ທ່ານ ອະ​ລຸນ​ແກ້ວ ກິດ​ຕິ​ຄຸນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ຖື​ວ່າ: 18 ປີ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ, ລາວ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າຫລາຍ​ຢ່າງໃຫ້​ແກ່ ອາ​ຊຽນ, ທີ່​ຕັ້ງ​ບົດ​ບາດ​ຂອງ​ລາວ ໃນ​ພາກ​ພື້ນ ແລະ ໃນ​ເວ​ທີ​ສາ​ກົນ ກໍ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

        “ໃນ​ໄລ​ຍະ​ໂລ​ກາ​ພິ​ວັດ​ຄື​ປະ​ຈຸ​ບັນ, ທຸກ​ປະ​ເທດ, ທຸກ​ທະ​ວີບ​ຕ້ອງເຂົ້າ​​ຮ່ວມ​ກຸ່ມ​ຮ່ວມ​ມື​ໃດຫນຶ່ງ. ສະ​ນັ້ນ ປະ​ເທດ​ລາວ ກໍ​ເຊັ່ນ​ດຽວ​ກັນ. ເລື່ອງ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ ກໍ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ ລາວ ບໍ່​ພຽງ​ແຕ່​ໃນ​ພາກ​ພື້ນ ເທົ່າ​ນັ້ນ ຫາກ​​ໃນເວ​ທີ​ສາ​ກົນ​ອີກ​ດ້ວຍ. ພວກ​ເຮົາ​ໄດ້​ຮູ້​ນຳ​ກັນ​ແລ້ວ​ວ່າ ອາ​ຊຽນ ມີ 10 ປະ​ເທດ​ຄູ່​ຮ່ວມ​ມື ຄູ່​ເຈ​ລະ​ຈາ. ຜ່ານ​ເວ​ທີ​ປາ​ໄສ ອາ​ຊຽນ ເປີດກວ້າງ, ທີ່​ຕັ້ງ​ບົດ​ບາດ​ຂອງ ລາວ ໄດ້​ຍົກ​ສູງ​ຂຶ້ນ. ພວກ​ຂ້າ​ພະ​ເຈົ້າ​ມີ​ການ​ຮ່​ວມ​ມື​ຫລາຍ​ຝ່າຍ​ກັບ​ບັນ​ດາ​ປະ​ເທດ​ຕື່ມ​ອີກ ບໍ່​ພຽງ​ແຕ່​ໃນ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ເທົ່າ​ນັ້ນ ຫາກ​ນັບທັງ​ດ້ານ​ເສດ​ຖະ​ກິດ ແລະ​ສັງ​ຄົມ​ອີກ​ດ້ວຍ.”

        ພາຍ​ຫລັງ 18 ປ​ີເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ, ປະ​ຈຸ​ບັນ ສ​ປ​ປ ລາວ ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຊາ​ດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ​ຮັບ​ປະ​ກັນຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ລຽນ​ຕິດ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ, ວັດ​ທະ​ນະ​ທຳ ຂອງ​ປະ​ຊາ​ຊົນ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ. ທ່ານ ອະ​ລຸນ​ແກ້ວ ກິດ​ຕິ​ຄຸນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວແບ່ງ​ປັນ​ວ່າ:

        “ນັບ​ແຕ່​ເດືອນ 1/2016, ລາວ ຈະ​ຮັບ​ຕຳ​ແຫນ່ງ​ເປັນ​ປະ​ທານ​ໝູນ​ວຽນ ອາ​ຊຽນ ແລະ ພວກ​ຂ້າ​ພະ​ເຈົ້າ​ຈະ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ ອາ​ຊຽນ ໃນ​ທົດ​ສະ​ວັດ​ຈະ​ມ​າ​ເຖິງ ແລະ ນັບ​ທັງ​ແຜນ​ການ​ປະ​ຕິ​ບັດ​ວິ​ໄສ​ທັດ 3 ເສົາ​ຄ້ຳ. ມີ​ທ່າ​ໄດ້​ປ​ຽບ ນັ້ນ​ແມ່ນ ອາ​ຊຽນ ມ​ີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ພິ​ເສດ ແລະ ມີ​ທິດ​ທາງ​ສະ​ເພາະ​ຂອງ​ຕົນ. ອາ​ຊຽນ ບໍ່​ຄ​ື​​ກັນ​ກັບ ​ພັນ​ທະ​ມິດ ເອີ​ລົບ ກໍ​ບໍ່​ຄື ສ​ປ​ຊ. ​ຫາກອາ​ຊຽນ ຄື​ດັ່ງ​ຄອບ​ຄົວດຽວ.”


ລາວ ກຽມພ້ອມຮັບຕຳແຫນ່ງປະທານອາຊຽນ 2016 - ảnh 2

(ທ່ານ ພົງ​ສະ​ຫວັນ ສີ​ສຸ​ລາດ, ຫົວ​ຫນ້າ​ກົມ​ອາ​ຊຽນ,
 ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ)

        ປີ 2016 ແມ່ນ​ປີ​ສຳ​ຄັນ​ສຳ​ລັບ ອາ​ຊຽນ, ເປັນ​ຕົ້ນ​ໃນ​ສະ​ພາບ​ປະ​ຊາ​ຄົມ​ອາ​ຊຽນ ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີນີ້, ນຳ ອາ​ຊຽນ ກາຍ​ເປັນ ເຂດ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ, ແມ່ນ​ເຂດ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ 7 ຂອງ​ໂລກ. ພ້ອມ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ລາວ ໄດ້​ມີ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖິ່​ຖ້ວນ, ຕາມນັ້ນ​ແລ້ວ ລາວ​ໄດ້​ສ້າງ​ຕັ້ງ 13 ອະ​ນຸ​ກຳ​ມະ​ການ ພາຍ​ໃຕ້​ການ​​ຊີ້​ນຳໂດຍ​ກົງຂອງ​ທ່ານ​ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລາວ ແລະ ​ພາຍ​ໃຕ້ກາ​ນ​ຊີ້​ນຳ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ. ແຕ່​ລະ​ອະ​ນຸ​ກຳ​ມະ​ການ​ຖືກ​ແບ່ງ​ປັນ​ຫລາຍ​ພາກ​ສ່ວນ ຮັບ​ຜິດ​ຊອບ​ແຕ່​ລະ​ຂັ້ນ​ຕອນ, ແຕ່​ລະ​ວຽກ​ງານ​ຢ່າງ​ລະ​ອຽດ. ວຽກ​ງານ​ບຳ​ລຸງ​ສ້າງ​ບ​ຸກ​ຄະ​ລາ​ກອນ, ບົດ​ຮຽນ​ການ​ເຈ​ລະ​ຈາ, ການ​ແປພາ​ສາ, ເອ​ກະ​ສານ, ພື້ນ​ຖານ​ໂຄງ​ລ່າງ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ໃນ​ປີ ລາວ​ເປັນ​ປະ​ທານ​ໝູນ​ວຽນ ອາ​ຊຽນ ກໍ​ໄດ້​​ສຳ​ເລັດ​ແລ້ວ. ບັນ​ດາ​ການ​ໃຫ້​ບຸ​ລິ​ມະ​ສິດ​ຂອງ​ລາວ ເມື່ອ​ຮັບ​ຕຳ​ແຫນ່ງ​ປະ​ທານ ອາ​ຊຽນ ໃນ​ປີ 2016, ນັ້ນ​ແມ່ນ ລາວ ຈະ​ເອົາ​ໃຈ​ໃສ່​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃນ 3 ເສົາ​ຄ້ຳ​ຕົ້ນ​ຕໍ​ຂອງ ອາ​ຊຽນ. ຕາມ​ທ່ານ ພົງ​ສະ​ຫວັນ ສີ​ສຸ​ລາດ, ຫົວ​ຫນ້າ​ກົມ​ອາ​ຊຽນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ໃຫ້​ຮູ້​ວ່າ​:

(ສຽງ​ທ່ານ ພົງ​ສະ​ຫວັນ)

        ໃນ​ເສົາ​ຄ້ຳ ວັດ​ທະ​ນະ​ທຳ ສັງ​ຄົມ ຂອງ​ອາ​ຊຽນ, ລາວ ກໍ​ໃຫ້​ບຸ​ລິ​ມະ​ສິດ 2 ຢ່າງ ເພື່ອ​ໃຫ້ ອາ​ຊຽນ ປະ​ຕິ​ບັດ​ໃນ​ປີ​ 2016 ນັ້ນ​ແມ່ນ: ທີ​ຫນຶ່ງ ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແມ່​ຍິງ. ທີ​ສອງ ສຸມ​ໃສ່​ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ​ຂອງ ອາ​ຊຽນ.

        ການ​ສ້າງ ປະ​ຊາ​ຄົມ ອາ​ຊຽນ “ຫລ​າຍ​ຮູບ​ຫລາຍ​ແບບ ແຕ່​​ພັດເປັນ​ເອ​ກະ​ພາບ” ແມ່ນ​ຈຸດ​ໝາຍ​ລວມ​ຂອງ ອາ​ຊຽນ. ນີ້​ກໍ​ແມ່ນ​ຈຸດ​ໝາຍ​ມຸ່ງ​ໄປ​ເຖິງ​ຂອງ​ລາວ ໃນ​ປີ 2016 ໃນ​ຖາ​ນະ​ເປັນ​ປະ​ທານ ອາ​ຊຽນ ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ດ້ວຍ​ຕົນ​ເອງ​ຈະ​ສຳ​ເລັດ​ບົດ​ບາດ​ດັ່ງ​ກ່າວ​ເປັນ​ຢ່າງ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ