ລາວ: ສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຫວຽດນາມ

(vovworld)- ຖ້າ​ຫາກ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ພວມ​ບື່ນຕົວ​​ດ້ວຍການ​​ເຄື່ອນ​​ເຫນັງ​ຢ່າງ​​​ຟົດ​ຟື້ນຂອງ​ພື້ນຖານ​ເສດຖະກິດ​ໂລກ​ນັ້ນ, ປະ​ເທດ​ລ້ານ​ຊ້າງທີ່​ສວຍ​ງາມພັດ​​ແມ່ນ​ປະ​ເທດ​​ທີ່ມີ​ຄວາມ​ສະຫງົບ​ສຸກ ​ແລະ ມີ​ຈຸດ​ໃຫມ່​ຫລາຍ​ຢ່າງ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ຫວຽດນາມ ຫລາຍ​ຄົນ ​ໄດ້​ເລືອກ​ເຟັ້ນ ສປປ ລາວ ​ແມ່ນ​ສະຖານ​ທີ່​​​ເພື່ອ​ໄປ​ທ່ອງ​ທ່ຽວ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃຫມ່ .

ລາວ: ສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຫວຽດນາມ - ảnh 1
ທົ່ງ​ໄຫ​ຫິນຢູ່ ຊຽງ​ຂວາງ

   ​

        ລາວ​ແມ່ນ​ປະ​ເທດ​ຫນຶ່ງ​​ຂຶ້ນ​ກັບ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ມີ​ສາຍ​ພົວພັນ​ແບບ​ພິ​ເສດ​ກັບ ຫວຽດນາມ. ​ໃນ​ຈຳນວນ 17 ​ແຂວງ ຂອງ​ລາວ, ກວ່າ 10 ​ແຂວງມີ​ເສັ້ນ​ຊາຍ​ແດນ​ຮ່ວມ ກັບ​ຫວຽດນາມ ດ້ວຍ​ຄວາມ​ຍາວ 2067 ກິ​ໂລ​ແມັດ. ພື້ນຖານ​ວັດທະນະທຳ ລາວ ​ແມ່ນ​ພື້ນຖານ​ວັດທະນະທຳ​ສາສະຫນາພຸດ ​ແລະ ມີວັດວາອາຮາ​ມ​ໃຫຍ່​ນ້ອຍກວ່າ 1.400 ​ແຫ່ງ. ປະ​ເທດ​ລາວ ມີ​ກິດຈະກຳ​ປະຫວັດສາດ​ວັດທະນະທຳ, ທິວ​ທັດທຳ​ມະ​ຊາ​ດທີ່​ສວຍ​ງາ​ມຫລາຍ​ແຫ່ງ ​ແລະ ທັດສະນີ​ຍະ​ພາບ​ທີ່​ລື​ຊື່ຄື: ທົ່ງ​ໄຫ​ຫິນ​ແຫ່ງເລິກ​ລັບຢູ່ ຊຽງ​ຂວາງ. ທາດຫລວງ​ຢູ່​ນະຄອນຫລວງ​ວຽງ​ຈັນ ຊື່​ງ​ແມ່ນ​ສັນຍາ​ລັກ​ຂອງ​ວັດທະນະທຳ​ສາສະຫນາ​ພຸດ. ປະຕູ​ໄຊ-​ສັນຍາ​ລັກ​ແຫ່ງ​ໄຊຊະນະ​ຂອງ​ປະຊາຊົນ​ລາວ. ​ກຸງ​ເກົ່າ​ຫລວງ​ພະ​ບາງ ​ແມ່ນ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ​ແລະ ວັດທະນະທຳ ຂອງ​ໂລກ ​ໂດຍ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ UNESCO ​​ເມື່ອ​ປີ 1995, ຕາດ​ກວາງ​ຊີ ​ໄດ້​ຮັບ​ການ​ຍ້ອງຍໍ​ວ່າ ​ແມ່ນ​ແກ້ວ​ມະນີທາມ​ກາງ​ປ່າ​​ເຂດຮ້ອນ”. .. ຍ້ອນ​ສິ່ງ​ທີ່​ແຕກ​ຕ່າງ​ກັນ​ດັ່ງກ່າວ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມປະ​ເທດ​ລ້ານ​ຊ້າງ​ນັບ​ມື້​ນັບ​ຫລາຍ, ພິ​ເສດ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດນາມ​ໃນ​ໂອກາດ​ຕົ້ນປີ​ໃຫມ່​ປີ​ມະ​ເມຍ​ນີ້. ອ້າ​ຍ ຫງວຽນວັນ​ບີງ, ຢູ່ ​ເຫ​ງ້ອານ ​ໃຫ້​ຮູ້​ວ່າ: ອ້າ​ຍມີ​ໂອກາດ​ມາ​ຢ້ຽມຢາມ ສປປ ລາວ ສອງ​​ຄັ້ງ​ແລ້ວ, ​ແຕ່​ລະ​ຄັ້ງ​ລ້ວນ​ແຕ່ມີ​ຄວາມ​ຮູ້ສຶກ​​ຕ່າງກັນ, ທິວ​ທັດ​ທຳ​ມະ​ຊາດ, ອາລົ​ມຈິດ​ຂອງປະຊາຊົນ​ລາວ ​ໄດ້​ເຮັດ​ໃຫ້​ອ້າຍ​ຮູ້ສຶກ​ຈິດ​ໃຈ​ສະຫວາດສະ​ເຫວີຍ​ກວ່າ.

        “ຂ້າພະ​ເຈົ້າ​ເຫັນ​ວ່າ ປະ​ເທດ​ລາວ ມີ​ຄວາມ​ສະຫງົບ​ສຸກ, ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​, ​ອາຄາ​ນຫລາຍຊັ້ນ​ບໍ່​ມີ​ຫລາຍ, ບໍ່​ມີສຽງ​ບີບ​​ແກລົດ, ຊາວ​ລາວ​ແມ່ນ​ຜູ້​ຮັກ​ແພງ​ແຂກ​ຄົນ. ຫວ່າງ​ແລ້ວ​ນີ້, Vietnamairlines ​ເປ​ີດສາຍ​ການບິນ​​ໂດຍ​ກົງ​ຈາກ​ນະຄອນ ວີ​ງ ທາງ​ພາກ​ກາງ​ຫວຽດນາມ ​ໄປ​ຍັງ​ນະຄອນຫລວງ ວຽງ​ຈັນ ​​ໄດ້​ສ້າງ​ຄວາມສະດວກ​ຫລາຍ, ສະ​ນັ້ນ ຂ້າພະ​ເຈົ້າ ຕົກລົງ​ເລືອກ​ເຟັ້ນລາວ ​ແມ່ນ​ສະຖານ​ທີ່​ທ່ອງທ່ຽວ​ໃນ​ໂອກາດ​ຕົ້ນ​ລະດູ​ບານ​ໃຫມ່​​ໃຫ້​ແກ່​ຄອບຄົວ​ຂ້າພະ​ເຈົ້າ.”

ລາວ: ສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຫວຽດນາມ - ảnh 2
ນັບມື້ນັບມືຊາວຫວຽດນາມຫລາຍຄົນໄປຢ້ຽມຢາມລາວ

        ປະຈຸ​ບັນ, ສປປ ລາວ ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ເກືອບ 1.500 ​ແຫ່ງ, ​ໃນ​ນັ້ນ ມີ​ເກືອບ 850 ​ແຫ່ງ​ແມ່ນ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ, 435 ​ແຫ່ງ​ແມ່ນ​ເຂດ​ທ່ອງ​ທ່ຽວ​ວັດທະນະທຳ ​ແລະ ກວ່າ 200 ​ແຫ່ງ​ແມ່ນ​ເຂດ​ທ່ອງ​ທ່ຽວ​ປະຫວັດສາດ. ​ແຕ່ລະ​ປີ ສປປ ລາວ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ນັບ​ລ້ານໆ​ຄົນ,​​ໃນ​ນັ້ນ ມີນັກ​ທ່ອງ​ທ່ຽວ​ຫວຽດນາມ ນັບ​ພັນໆ​ຄົນ. ປີ 2013,​ ລາວ ​ໄດ້​ຮັບ​ການ​ຮັບ​ຮູ້ຈາກ ສະພາ​ສະຫະພາບ​ເອີ​ລົບ ກ່ຽວ​ກັບ​ການທ່ອງທ່ຽວ ​ແລະ ການ​ຄ້າ​ວ່າ ​ແມ່ນ​ສະຖານ​ທີ່ທ່ອງ​ທ່ຽວ​​ດູດ​ດື່ມ​ກວ່າ​ໝູ່​ຢູ່​ໃນ​ໂລກ​ປີ 2013. ສະ​ນັ້ນ ລາວ​ໄດ້​ກາຍ​ເປັນ​ສະຖານ​ທີ່​ດີ​ທີ່​ສຸດ​ສຳລັບ​ຜູ້​ໃດ​ຢາກ​ຄົ້ນ​ຫາ​ຈຸ​ດວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. ນາງ ​ເຮືອງ​ລານ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ວັດທະນະທຳ ຮ່າ​ໂນ້ຍ ພວມ​ພ້ອມ​ກັບ​ເພື່ອນ​ຂອງ​ຕົນ​ຫ້າງ​ຫາກະກຽມ​ໃຫ້​ແກ່​ລາຍການ​ທ່ອງ​ທ່ຽວ ລາວ ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃຫມ່ ​ໃຫ້​ຮູ້​ວ່າ:

        “ພວກ​ນ້ອງ​ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຫລາຍ ​ເພາະວ່າ​ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ທີ່​ມີ​ພື້ນຖານ​ວັດທະນະທຳ​ອຸດົມສົມບູນ, ມີ​ທິວ​ທັດ​ທຳ​ມະ​ຊາດ​ ​ແລະ ​ ວັດວາອາ​ຮາມສວຍ​ງາມ​ຫລາຍ​ແຫ່ງ ຊື່​ງກ່ອນ​ນີ້ ພວກ​ນ້ອງ​ພຽງ​​ແຕ່ຮູ້ຈັກ​ເຖິງ​ຜ່ານ​ໝູ່​​ເພື່ອນ​ລາວ​ເລົ່າ​ໃຫ້​ຟັງ ​ແລະ ຜ່ານ​ປື້​ມ​ເອກະສານ​ຕ່າງໆ​ເທົ່າ​ນັ້ນ. ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃຫມ່, ນອກຈາກ​ໄປ​ວັດວາອາ​ຮາມ​ຕ່າງໆ​ຢູ່​ຫວຽດນາມກັບ​ຄອບຄົວ​ແລ້ວ, ​​ເມ່ືອ​​ໄປ​ທ່ອງ​ທ່ຽວຢູ່​ລາວ, ພວກ​ນ້ອງ ​ຍັງ​ໄປ​ຢ້ຽມຢາມ​ວັດວາອາຮາ​ມສວຍ​ງາມ​​ແລະ ສັກສິດຫລາຍ​ແຫ່ງຢູ່​ລາວ​​ອີກດ້ວຍ, ນີ້​ແມ່ນ​ລາຍການ​ທ່ອງ​ທ່ຽວ​ທີ່ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ​ສຳລັບ​ພວກ​ນ້ອງ.”

ລາວ: ສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຫວຽດນາມ - ảnh 3
ທາດຫລວງ ຢູ່ ວຽງຈັນ

        ​ເຖິງ​ວ່າບໍ່​​ແມ່ນ​ປະ​ເທດ​ທີ່​ມີ​ຊື່​ສຽງ​ດ້ວຍ​ບັນຍາກາດ​ອຶກ​ກະ​ທຶກ​ຄຶກ​ໂຄມ​, ບັນດາ​ກິດຈະກຳ​​ໃຫຍ່​ໂຕ​ມະ​ໂຫຖານ ​ແລະ ​ບໍ່​ທັນ​ສະ​ໄຫມ ​ກໍ​ຕາມ. ​ແຕ່​ຄວາມ​ເລິບ​ລັບ ສວຍ​ງາມ, ​ເກົ່າ​ແກ່ ​ແລະ ສະຫງົບ​ສຸກ​​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ລາວ​ເປັນ​ຈຳນວນ​ຫລວງຫລາຍ. ນັ້ນ​ແມ່ນ​ຂໍ້​ສັງ​ເກດຂອງ​ນັກ​ທ່ອງ​ທ່ຽວ​​ສ່ວນ​ຫລາຍ​​ເມື່ອມາ​ຢ້ຽມຢາມ​ລາວ ​ໂດຍ​ອ້າຍ ຜາດ​ອນ, ຜູ້​ຈັດ​ລາຍການ​ທ່ອງ​ທ່ຽວ​ລາວ ​ເປັນ​ປະຈຳ ​ໄດ້​ແບ່ງ​ບັນກັບ​ພວກ​ຂ້າພະ​ເຈົ້າ. ຕາມ​ອ້າຍ ຜາດ​ອນ ​ແລ້ວ, ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃຫມ່​ປີມະ​ເມຍ 2014, ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ​​ຈົດ​ທະບຽນ​​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ ລາວ ​ແມ່ນ​ເພີ່ມ​ຂຶ້ນ​ຫລາຍ​ເມື່ອທຽບ​ໃສ່​ປີ 2013. ອ້າຍ ຜາດ​ອນ ​ໃຫ້​ຮູ້​ວ່າ:

ສຽງ​ຜາດ​ອນ

     ພວກ​ທ່ານ​ຈົ່ງ​ມາ​ຢ້ຽມຢາມ​ປະ​ເທດ​ລ້ານ​ຊ້າງ​ເທື່ອຫນຶ່ງ​ເພື່ອ​ເຂົ້າ​ໃຈ​ກ່ຽວ​ກັບ​ອາລົມ​ຈິດ​ຂອງປະຊາຊົນ​ລາວຕື່ມ​ອີກ ກໍ​ຄື​ເຫັນ​ປະຈັກ​ຕາ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຢູ່​ທີ່​ນີ້. ​ແລະ​ການ​ດຳລົງ​ຊີວິດ​ໃນ​ຄວາມສະຫງົບ​ສຸກຂອງ​ປະຊາຊົນ​ລາວ, ​ເມື່ອ​ໄດ້​ເຈືອ​ຈານ​ໃນບັນຍາກ​າດສະຫງົບ​ງຽບ, ທິວ​ທັດ​ທຳ​ມະ​ຊາດ, ວັດວາອາ​ຮາມທີ່​ສວຍ​ງາມ​ຢູ່​ປະ​ເທດ​ນີ້​ທ່ານ​ຈະ​ຮູ້ສຶກ​ວ່າຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ