ລາວພັດທະນາຂະແໜງກະສິກຳແທນໃຫ້ສິນຄ້ານຳເຂົ້າ

(VOVWORLD) - ໂດຍເປັນປະເທດມີອັດຕາເງິນເຟີ້ສູງສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໃນປີ 2022, ລະດັບເງິນເຟີ້ຂອງ ລາວ ແມ່ນ 22% ແລະ ຮອດປີ 2023 ລະດັບເງິນເຟີ້ຍັງບໍ່ທັນຫລຸດລົງເທື່ອ. ໃນໄຕມາດ I ຂອງປີ 2023, ອັດຕາເງິນເຟີ້ຢູ່ລາວ ແມ່ນກ່ວາ 40%.
ລາວພັດທະນາຂະແໜງກະສິກຳແທນໃຫ້ສິນຄ້ານຳເຂົ້າ - ảnh 1ພາບປະກອບ

 ໜຶ່ງໃນບັນດາສາຍເຫດທີ່ພາໄປເຖິງອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນອັດຕາການນຳເຂົ້າສິນຄ້າແບບກະແຈກກະຈາຍ, ຍັງບໍ່ທັນຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ. ລັດຖະບານ ລາວ ໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍ, ຊຸກຍູ້ອຸດສາຫະກຳປຸງແຕ່ງ ເພື່ອແນໃສ່ຮັບໃຊ້ການອຸປະໂພກບໍລິໂພກພາຍໃນປະເທດ ແລະ ການສົ່ງອອກ. ການຊຸກຍູ້ການທຳການຜະລິດກະສິກຳ, ປຸງແຕ່ງເພື່ອກາຍເປັນສິນຄ້າ ເຊິ່ງລາວມີຄວາມສາມາດບົ່ມຊ້ອນ, ມີຕະຫຼາດເພື່ອສົ່ງອອກ, ເພີ່ມແຫຼ່ງລາຍຮັບດ້ວຍເງິນຕາຕ່າງປະເທດ, ສູ້ຊົນຮອດປີ 2023 ຈະສົ່ງອອກຜະລິດຕະພັນກະເສດບັນລຸປະມານ 1,2 ຕື້ໂດລາສະຫະລັດ/ປີ. ເພື່ອປະຕິບັດເປົ້າໝາຍນີ້ໃຫ້ໄດ້, ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ຄວນມີບັນດາວິທີການລະອຽດ, ເດັດຂາດ ເພື່ອຫັນນະໂຍບາຍ, ວິທີການປະຕິບັດໃຫ້ຄົບຊຸດ.

        ກະຊວງກະສິກຳ - ປ່າໄມ້ ລາວ ໄດ້ວາງເປົ້າໝາຍ, ແຕ່ລະປີ, ມູນຄ່າການສົ່ງອອກສິນຄ້າຈາກການປູກຝັງຂອງລາວ ຈະບັນລຸປະມານ 1,1 ຕື້ ໂດລາສະຫະລັດ ແລະ ມູນຄ່າການສົ່ງອອກສິນຄ້າຈາກການລ້ຽງສັດບັນລຸປະມານ 100 ລ້ານໂດລາສະຫະລັດ, ສຸມໃສ່ບັນດາປະເພດຕົ້ນໄມ້, ສັດລ້ຽງທີ່ມີທ່າແຮງ, ມີຕະຫຼາດນຳເຂົ້າ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດລາວ ຊຸດທີ IX, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ສປປ ລາວ ໄດ້ຮັບຮອງເອົາບົດລາຍງານກ່ຽວກັບຄວາມຄືບໜ້າໃນໂຄງການແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ ໄລຍະ 2021 – 2023, ໃນນັ້ນໄດ້ເອົາໃຈໃສ່ເຖິງການຜະລິດກະສິກຳທີ່ມີສະມັດຕະພາບສູງ, ແທນໃຫ້ສິນຄ້ານຳເຂົ້າ, ທ່ານໄດ້ກ່າວວ່າ:

                ສຽງທ່ານ ສອນໄຊ ສີພັນດອນ

 
 

        ປີ 2022, ໄດ້ມີຫຼາຍຮາກຖານຜະລິດກະສິກຳຕື່ມອີກ, ພິເສດ, ປະລິມານເຂົ້າສານໄດ້ລື່ນກາຍຄາດໝາຍແຜນການຂອງປີຄື: ກ່ວາ 3 ລ້ານໂຕນ, ປະລິມານການຜະລິດຫົວອາຫານສັດບັນລຸ 300.000 ໂຕນ. ນອກຈາກນັ້ນ, ຍັງມີຫຼາຍຟາມ, ໂຮງງານຜະລິດຝຸ່ນອົງຄະທາດໄດ້ຮັບການກໍ່ສ້າງໃໝ່. ປະກອບສ່ວນຫລຸດມູນຄ່າການນຳເຂົ້າກ່ວາ 9 ລ້ານໂດລາສະຫະລັດ ເມື່ອທຽບໃສ່ປີ 2021. ນີ້ພຽງແມ່ນຕົວເລກເບື້ອງຕົ້ນກ່ຽວກັບການຜະລິດພາຍໃນປະເທດເທົ່ານັ້ນ, ເພື່ອ ຫລຸດຜ່ອນການນຳເຂົ້າຜະລິດຕະພັນກະເສດ, ຈາກນັ້ນແມ່ນຫລຸດຜ່ອນໄພເງິນເຟີ້, ລາວ ຕ້ອງມີຫຼາຍມາດຕະການຢ່າງເຂັ້ມແຂງກ່ວາອີກ. ທ່ານ ບຸນລ້ວນ ຊົມສີຫາປັນຍາ, ສະມາຊິກສະພາແຫ່ງຊາດ ແຂວງ ໄຊຍະບູລີ, ຖືວ່າ:

        ສຽງ ທ່ານ ບຸນຫຼວງ ຊົມສີຫາປັນຍາ

 
ລາວພັດທະນາຂະແໜງກະສິກຳແທນໃຫ້ສິນຄ້ານຳເຂົ້າ - ảnh 2ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດລາວ ຊຸດທີ IX

   ປະຈຸບັນ, ຢູ່ປະເທດລາວ ມີປະມານ 4.784 ໝວດຜະລິດກະສິກຳ, 26 ສະຫະກອນ, 8 ສະຫະສະມາຄົມ ແລະ ເຄືອຂ່າຍຂອງຊາວກະສິກອນທຳການຜະລິດກະສິກຳເປັນສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ, ການສົ່ງອອກ, ພິເສດ, ສູ້ຊົນບັນລຸຄາດໝາຍການສົ່ງອອກຜະລິດຕະພັນກະເສດໃຫ້ບັນລຸ 1,2 ຕື້ໂດລາສະຫະລັດ/ປີ. ບັນດາຄາດໝາຍລະອຽດທີ່ ລາວ ໄດ້ວາງອອກໃນປີ 2023 ລວມມີ: ສົ່ງອອກ ກາເຟ ບັນລຸ 500.000 ໂຕນ; ການສົ່ງອອກສາລີບັນລຸຍອດປະລິມານການສົ່ງອອກໄດ້ 1,8 ລ້ານໂຕນ… ເພື່ອເພີ່ມປະສິດທິຜົນໃນການຜະລິດກະສິກຳ, ຈຳກັດການນຳເຂົ້ານັ້ນ, ບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີວຽກງານໂຄສະນາ, ແນະນຳໃຫ້ແກ່ປະຊາຊົນກ່ຽວກັບວິທີການປູກຝັງ, ຜະລິດສິນຄ້າເພື່ອນຳມາເຊິ່ງປະສິດທິຜົນໃຫ້ສູງທີ່ສຸດ. ຊາວກະສິກອນ ລາວ ມີຄວາມຫວັງວ່າ ລັດຖະບານຈະຮ່ວມແຮງຮ່ວມໃຈກັບປະຊາຊົນໃນວຽກງານຝຶກອົບຮົມ:

ສຽງຂອງປະຊາຊົນ

 
 
 

ຈາກການຊີ້ນຳຢ່າງແຮງ, ຂ້ຽວຂາດຂອງລັດຖະບານ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຫວັງວ່າ ລາວ ຈະບັນລຸໄດ້ບັນດາຄາດໝາຍຜະລິດກະສິກຳທີ່ໄດ້ວາງອອກໃນປີ 2023. ອັດຕາເງິນເຟີ້ຫລຸດລົງ, ປະກອບສ່ວນຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ