ລາວ-ຫວຽດນາມຮ່ວມແຮງຮ່ວມໃຈຮັບມືກັບໄພຄ້າຂາຍຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍ

ລາວ-ຫວຽດນາມຮ່ວມແຮງຮ່ວມໃຈຮັບມືກັບໄພຄ້າຂາຍຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມການ​ໂອ້​ລົມ​ສົນ​ທະ​ນາ
ພາບ:vov
(vovworld)- ມີແຮດ 1.200 ໂຕ​ຖືກ​ຂ້າ​ເອົາເຂົາເພື່ອສະ​ຫນອງ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ. ນັ້ນ​ແມ່ນ ຕົວ​ເລກ​ໂດຍ​ຜູ້​ຕາງ​ຫ​ນ້າ​ອົງ​ການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ແລະ ອາ​ດ​ຊະ​ຍາ​ກຳ ຂອງ ສ​ປ​ຊ (UNODC) ປະ​ກາດ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ ດ້ວຍ​ຫົວ​ຂໍ້​ວ່າ: “ລາວ - ຫວຽດ​ນາມ ເພີ່ມ​ທະ​ວີ​ຮັບ​ມືກັບ​ໄພ​ຄ້າ​ຂາຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຂ້າມ​ຊາຍ​ແດນ” ທີ່​ຫາ​ກໍ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ເດືອນ 4 ຜ່ານ​ມາ​ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ. ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ສອງ​ຝ່າຍ​ໄດ້​ຍົກ​ໃຫ້​ເຫັນ​ສິ່ງ​ທ້າ​ທາຍ​ ແລະ ມາດ​ຕະ​ການ​ແກ້​ໄຂ​ຕ່າງໆ​ໃນ​ການ​ປ້ອງ​ກັນ​ຕ້ານ​ໄພ​ຄ້າ​ຂາຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຂ້າມ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ.

 

ລາວ-ຫວຽດນາມຮ່ວມແຮງຮ່ວມໃຈຮັບມືກັບໄພຄ້າຂາຍຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍ - ảnh 2
ມີແຮດ 1.200 ໂຕ​ຖືກ​ຂ້າ​ເອົາເຂົາເພື່ອສະ​ຫນອງ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ
ພາບ:internet

        ຜູ້​ຕາງ​ຫ​ນ້າ​ຂອງ​ອົງ​ການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ແລະ ອາດ​ຊະ​ຍາ​ກຳ ຂອງ ສ​ປ​ຊ ໃຫ້​ຮູ້​ວ່າ: ອາ​ຊຽນ ປະ​ຈຸ​ບັນ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ຮ້ອນ​ເຮັ່ງ​ກ່ຽວ​ກັບ​ສະ​ພາບ​ການ​ຄ້າ​ຂາຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງ​ຜິດ​ກົດ​ໝາຍ, ຕົ້ນ​ຕໍ​ແມ່ນ​ສັດ​ປ່າ ແລະ ໄມ້. ອົງ​ການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ແລະ ອາ​ດ​ຊະ​ຍາ​ກຳ ຂອງ ສ​ປ​ຊ (UNODC) ໃຫ້​ຮູ້​ວ່າ: ຈຳ​ນວນແຮດ ອາ​ຟຼິ​ກາ ຖືກ​ຂ້າ ແລະ ເອົາເຂົ​າ ເພື່ອ​ສະ​ຫນອງ​ໃຫ້​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເພີ່ມ​​ຈາກ 13 ໂຕ​ໃນ​ປີ 2007 ຂຶ້ນ​ປະ​ມານ 1.200 ໂຕ​ໃນ​ປີ 2015. ສາຍ​ເຫດ​ດັ່ງ​ກ່າວ​ຍ້ອນ​ຄວາມ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ຄຸ​ນ​ປະ​ໂຫຍດ​ການ​ແພດ​ຂອງເຂົາ​ແຮດ. ມີ​ຫລາຍ​ຄົນ​ເຊື່ອ​ວ່າເຂົາ​ແຮດສາ​ມາດ​ປິ່ນ​ປົວ​ໂລກ​ມະ​ເຮັງ​ ແລະ ພະ​ຍາດ​ອື່ນ​ໄດ້. ແຕ່​ມາ​ຮອດ​ປະ​ຈຸ​ບັນ ບໍ່​ທັນ​ມີ​ການ​ພິ​ສູດ​ດ້ານ​ວິ​ທະ​ຍາ​ສາດ​ໃດ​​ສະ​ແດງໃຫ້​ເຫັນ​ວ່າ​ເຂົາ​ແຮດ ​ມີ​ຜົນ​ປະ​ໂຫຍດ​ໃດ​ຕໍ່​ສຸ​ຂະ​ພາບ​. ທ່ານ Giovani Broussard, ຜູ້​ຊ່​ຽວ​ຊານ ອົງ​ການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ແລະ ອາ​ດ​ຊະ​ຍາ​ກຳ ຂອງ ສ​ປ​ຊ (UNODC) ໃຫ້​ຮູ້​ວ່າ:

        “ພາກ​ພື້ນ ອາ​ຊຽນ, ຍອດ​ມູນ​ຄ່າ​ບັນ​ດາ​ກໍ​ລະ​ນີ​ຄ້າ​ຂາຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງ​ຜິດ​ກົດ​ໝາຍແມ່ນ​ໃຫ​ຍ່​ຫລວງ​ທີ່​ສຸດ ອາດ​ຈະ​ສູງກວ່າ GDP  ຂອງ​ປະ​ເທດ​ຈຳ​ນວນ​ຫ​ນຶ່ງ​ໃນ​ພາກ​ພື້ນ. ແຕ່​ລະ​ປີລາຍ​ຮັບ​ຂອງ​ບັນ​ດາ​ອົງ​ການ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ອາດ​ຈະ​​ຂຶ້ນ​ເຖິງເກືອບ 100 ຕື້ USD. ພ​ວກ​ຂ້າ​ພະ​ເຈົ້າ​ຄາດ​ຄະ​ເນ​ວ່າ 1/ 4 ຈຳ​ນວນ​ເງິນ​ທີ່​ເກັບ​ມາ​ໄດ້​ຈາກ​ການ​ຄ້າ​ຂາຍ​ເຖື່ອນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ພິ​ເສດ ແມ່ນ​ກ່ຽວ​ຂ້ອງ​ເຖິງການ​​ຂາຍ​ໄມ້ ​ເຖື່ອນ, ສັດ​ປ່າ, ບັນ​ດາ​ປະ​ເພດ​ຕ້ອງ​ໄດ້​ຮັບ​ການ​ຮັກ​ສາ​ກໍ​ຄື​ການ​ຂົນ​ສົ່ງ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ອື່ນ. ພວກ​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການຂາຍ​ໄມ້​ເຖື່ອນ ແລະ ສັດ​ປ່າ. ນັ້ນ​ແມ່ນ​ສາຍ​ເຫດ​ທີ່​ພວກ​ເຮົາຈຶ່ງ​ມີ​ຫ​ນ້າ​ຢູ່​ທີ່ນີ້​ເພື່ອ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ເຈົ້າ​ຫ​ນ້າ​ທີ່​ລັດ​ຖະ​ບານ​ລາວ ແລະ ຫວຽດ​ນາມ, ເຮັດ​ແນວ​ໃດ​ພວກ​ເຮົາ​ສາ​ມາດ​ສະ​ກັດ​ກັ້ນ​ໄພ​ຄ້າ​ຂາຍ​ຢ່າງ​ຜິດ​ກົດ​ໝາຍ​ຜ່ານ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ສອງ​ປະ​ເທດ.”

ລາວ-ຫວຽດນາມຮ່ວມແຮງຮ່ວມໃຈຮັບມືກັບໄພຄ້າຂາຍຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍ - ảnh 3
ການ​ຄ້າ​ຂາຍ​ໄມ້​ຢ່າງ​ຜິດ​ກົດ​ໝາຍ​ຜ່ານ​ຊາຍ​ແດນ​ພວມ​ແມ່ນ​ບັນ​ຫາ​ຮ້ອນ​ເຮັ່ງ
ພາບ:internet

         ບັນ​ດາ​ບົດ​ປະ​ກອບ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ຄັ້ງ​ນີ້​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ສະ​ພາບ​ຄ້າ​ຂາຍ​ຊັບ​ພະ​ຍາ​ກອນ​ຢ່າງ​ຜິດ​ກົດ​ໝາຍ​ຜ່ານ​ຊາຍ​ແດນ​ທາງ​ບົກ​ນັບ​ມື້​ນັບ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ ດ້ວຍ​ຫລາຍ​ກົນ​ອຸ​ບາຍ​ທີ່​ເລິກ​ແລບ, ກໍ່​ຜົນ​ຮ້າຍ​ຢ້ອນ​ຫລັງ​ຢ່າງ​ຮ້າຍ​ແຮງ​ເຖິງ​ລະ​ບົບ​ຊີ​ວະ​ພາບ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ​ແຫ່ງ​ຊາດ, ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ແລະ ໂລກ. ໃນ​ໄລ​ຍະ​ຜ່ານ​ມາ, ກຳ​ລັງ​ພະ​ນັກ​ງານ​ມີ​ພາ​ລະ​ບົດ​ບາດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​​ຄົ້ນພົບ​ ແລະ ຈັບ​ຂັງບັນ​ດາ​ກ​ໍ​ລະ​ຂົນ​ສົ່ງ, ຄ​້າ​ຂາຍ​ສັດ​ປ່າ, ພືດ ແລະ ໄມ​້​ຫາ​ຍາກ​ລະ​ຫວ່າງ​ຊາດ​ຢ່າງ​ຜິດກົດ​ໝາຍ. ສະ​ນັ້ນ ບັນ​ດາ​ຜູ້​ແທນ​ຖື​ວ່າ ບັນ​ດາ​ປະ​ເທດ ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດ​ມີ​ຊາຍ​ແດນ​ຮ່ວມ​ຄື ລາວ ແລະ ຫວຽດ​ນາມ ຄວນ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ເພື່ອ​ຫລຸດ​ຜ່ອນ​ບັນ​ດາ​ລະ​ບຽບ​ການ​ທີ່​​ຊ້ຳ​ຊ້ອນ​ກັນເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ສະ​ກັດ​ກັ້ນ​ໄພ​ຄ​້າ​ຂາຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງ​ຜິດ​ກົດ​ໝາຍ. ພັນ​ຕີ ອິນ​​ປົງ ຈັນ​ທະ​ວົງ​ສາ, ຮອງ​ຫົວ​ຫນ້າ​ກົມ​ປ້ອງ​ກັນ ແລະ ຕ້ານ​ຢາ​ເສບ​ຕິດ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ​ອິນ​ປົງ

        ຕາມ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ແລ້ວ, ທັງ​ລາວ ແລະ ຫວຽດ​ນາມ ໄດ້​ປະ​ຕິ​ຮູບ​ບັນ​ດາ​ຂໍ້​ກຳ​ນົດ, ກອບ​ກົດ​ໝາຍ, ເພີ່ມ​ທະ​ວີ​ການ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ເພື່ອ​ຮ່ວມ​ມື​ໃນ​ຂົງ​ເຂດນີ້. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ ຄວາມ​ຈິງ​ໃຫ້​ເຫັນ​ວ່າ ຍັງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄ​້າ​ຂາຍ​ຢ່າງ​ຜິດ​ກົດ​ໝາຍ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ. ສະ​ນັ້ນ ຄວນ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ກະ​ທຳ​ລະ​ອຽດ.

ສິ້ນ​ສຸດກອງ​ປະ​ຊຸມ​ເຈ​ລະ​ຈາ​ເມື່ອ​ດຳ​ເນີນ​ໃນ​ເວ​ລາ 2 ວັນ ລະ​ຫວ່າງ​ຫວຽດ​ນາມ ແລະ​ລາວ, ສອງ​ຝ່າຍ​ເຫັນ​ດີ ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ຂ້າມ​ຊາຍ​ແດນ ເພີ່ມ​ທະ​ວີ​ລະ​ບົບ​ຕິດ​ຕາມກວດ​ກາ​ຊາຍ​ແດນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ສະ​ກັດ​ກັ້ນ​ໄພ​ຄ​້າ​ຂາຍ​ສັດ​ປ່າ​ພືດ ແລະ ໄມ້​ຜ່ານ​ຊາຍ​ແດນ​ສອງ​ປະ​ເທດ​ຢ່າ​ງ​ຜິດ​ກົດ​ໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ