ລ້ຽງໄກ່ດຳ-ມາດຕະການຫນຶ່ງເພື່ອຕ້ານໄພແຫ້ງແລ້ງຂອງຊາວບ້ານ ເຈິງຫວາຍປະເທດໄທ

(vovworld)-ສອງ​ສາມ​ປີ​ມານີ້, ໄທ​ ກໍ​ຄື ປະ​ເທດ​ຈຳ​ນວນ​ຫນຶ່ງ​ໃນ​ພາກ​ພື້ນອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຕ້ອງ​ຮັບ​ມື​ກັບ​ສະ​ພາບ​ໄພ​ແຫ້ງ​ແລ້ງ​ຢ່າງ​ຮ້າຍ​ແຮງ, ພິ​ເສດ​ແຕ່​ເດືອນ 10 ປີ​ກ່ອນ​ຈົນ​ເຖິງ​ເດືອນ 5 ປີນີ້. ແຂວງ​ພິ​ຊາ​ນຸ​ໂລກ ພາກ​ກາງ​ໄທ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ແຂວງ​ຖືກ​ຜົນ​ສະ​ທ້ອນຈາກ​ໄພ​ແຫ້ງ​ແລ້ງ​ຢ່າງ​ຫນັກ​ຫນ່ວງ​ທີ່​ສຸດ. ນີ້​ແມ່ນ​ແຂວງ​ຫນຶ່ງ​ເຮັດ​ກະ​ສິ​ກຳ​​ເປັນ​ຕົ້ນ ແລະ ຊາວ​ກະ​ສິ​ກອນ​ສ່ວນ​ຫລາຍ​ເຮັດ​ອາ​ຊີບປູກ​ນາ​ທາມ. ຕໍ່​ຫນ້າ​ສະ​ພາບ​ການ​ດັ່ງ​ກ່າວ, ເພື່ອ​ຊ່ວຍ​​ໃຫ້ປະ​ຊາ​ຊົນ​ຮັບ​ປະ​ກັນ​ລາຍ​ຮັບ​ໃນ​ລະ​ດູ​ແລ້ງ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໄດ້​ພັດ​ທະ​ນາ​ໂຄງ​ການ​ຫນຶ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ນັ້ນ​ແມ່ນ ໂຄງ​ການ​ລ້ຽງ​ໄກ່​ດຳ ຄົບ​ວົງ​ຈອນ.

ລ້ຽງໄກ່ດຳ-ມາດຕະການຫນຶ່ງເພື່ອຕ້ານໄພແຫ້ງແລ້ງຂອງຊາວບ້ານ ເຈິງຫວາຍປະເທດໄທ - ảnh 1

        ກຸ່ມ​ນັກ​ຂ່າວ​ພວກ​ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢມ​ແຂວງ ພິ​ຊາ​ນຸ​ໂລກ ໃນ​ຊຸມມື້​ທ້າຍ​ເດືອນ 5. ເຖິງວ່າ​ເລີ່ມ​ເຂົ້າ​ລະ​ດູ​ຝົນ ແລະ ​​ຫາ​ກໍ​ 10 ໂມງ​ເຊົ້າ ກໍ​ຕາມ ແຕ່​​ບົນ​ເສັ້ນ​ທາງ​ທີ່ພວກ​ຂ້າ​ພະ​ເຈົ້າ​ໄປ​ຜ່ານ ອາ​ກາດ​ຍັງ​ຮ້ອນ​ເອົ້າ​ທີ່​ສຸດ​. ຢູ່​ສອງ​ຟາກ​ທາງ, ບັນ​ດາ​ທົ່ງ​ຫຍ້າ​ຖືກ​ຫ່ຽວ​ແຫ້ງ​, ບາງ​ບ່ອນ​ຖືກໄຫ​ມ້​ເປັນ​ສີ​ດຳສ່ວນ​ຢູ່​ບັນ​ດາ​ທົ່ງ​ນາ​ກ່ອນນີ້​ປູກ​ເຂົ້າ, ດິນ​ຖືກ​ແຕກ​ແຫ້ງ​ໝົດ. ເມື່ອພວກ​ຂ້າ​ພະ​ເຈົ້າເຂົ້າ​ບ້ານ ເຈີງ​ຫວາຍ, ເນື້ອ​ທີ່​ດິນ​ກ່ອນນີ້​ປູກ​ເຂົ້າ ປະ​ຈຸ​ບັນ​ ປະ​ໃຫ້​ເປົ່າ​ຫວ່າງ ແທນ​ທີ່ນັ້ນ ແມ່ນ​ບັນ​ດາ​ຟາມ​ລ້ຽງ​ໄກ່​ດຳນ້ອຍ. ໂດຍ​ໄດ້​ເລີ່ມ​ປະ​ຕິ​ບັດ​ນັບ​ແຕ່​ປີ 2015 ພ້ອມ​ກັບ​ການ​ສ້າງ​ຕັ້ງ​ສະ​ໂມ​ສອນ​ລ້ຽງ​ໄກ່​ດຳ ເຈີງ​ຫວາຍ, ໂຄງ​ການນີ້​ໄດ້​ຊ່ວຍ​ໃຫ້​ຊາວ​ກະ​ສິ​ກອນ​ມີ​ລາຍ​ຮັບ ແລະ ພິ​ເສດ​​ການນຳ​ໃຊ້​ນ້ຳ​ກໍ​ຫນ້ອຍກວ່າ.

        ທ່ານ ຈັດ​ຕະ​ຣີ ແລະ ພະ​ດົ​ມ ຊາວ​ບ້ານ ເຈີງ​ຫວາຍ ໃຫ້​ຮູ້​ວ່າ:

ສຽງ​ທ່ານ ຈັດ​ຕະ​ຣີ

 ສຽງ​ທ່ານ     ພະ​ດົມ

        ເຖິງວ່າ​ຫາ​ກໍ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາກວ່າ 1 ປີ, ໃນເບື້ອງ​ຕົ້ນ​ມີ​ 15 ສະ​ມາ​ຊີ ເທົ່າ​ນັ້ນ, ​ແຕ່ມາ​ຮອດ​ປະ​ຈຸ​ບັນ ສະ​ໂມ​ສອນ​ລ້ຽງ​ໄກ່​ດຳ ເຈີງ​ຫວາຍ ໄດ້​ມີກວ່າ 100ສະ​ມາ​ຊິກ, ​ລ້ຽງ​ໄກ່​ດຳ​​ໄດ້ ກວ່າ 10.000 ໂຕ. ບັນ​ລຸ​ຜົນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ ຍ້ອນ​ໄດ້​ຮັບ​ການ​​ຫນູຊ່ວຍ​ສ່ວນ​ໃຫຍ່​ຈາກອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໃນ​ການ​ສະ​ຫນອງ​ທຶນ​ເລີ່ມ​ປະ​ກອບ​ອາ​ຊີບ ຄື​ຄຳ​ຢືນ​ຢັນ​ຂອງ​ທ່ານ ພະ​ດົມ ເມືອງ​ມູນ, ທີ່​ປຶກ​ສາ​ຂອງ​ສະ​ໂມ​ສອນ​ດັ່ງ​ກ່າວ.

        ສຽງ​ທ່ານ ພະ​ດົມ


ລ້ຽງໄກ່ດຳ-ມາດຕະການຫນຶ່ງເພື່ອຕ້ານໄພແຫ້ງແລ້ງຂອງຊາວບ້ານ ເຈິງຫວາຍປະເທດໄທ - ảnh 2
ອາ​ຫານ​ປະ​ເພດ​ຕ່າງ​ໆ​ປຸ້ງ​ແຕ່ງ​ຈາກ​ໄກ່​ດຳ

        ເລື່ອງ​ລ້ຽງ​ໄກ່​ດຳ​ຕ້ອງ​​ໃຊ້​ເວ​ລາ​ຫລາຍກວ່າ​ລ້ຽງ​ໄກ່​ຊີ້ນ, ປະ​ມານ 6-7 ເດື​ອນ​ຈຶ່ງ​ຂາຍ​ອອກຕະ​ຫລາດ. ເຖິງວ່າ ໄກ່​ດຳ​ບໍ່​ຕ້ອງ​ການ​ນຳ​ໃຊ້​ອາ​ຫານ​​ ທີ່ປຸ້ງ​ແຕ່ງແລ້ວ, ອາດ​ຈະ​ນຳ​ໃຊ້​ອາ​ຫານ​ທີ່​ຍັງ​ເຫລືອ​ປະ​ຈຳ​ວັນ, ຕົ້ນ​ກວ້ຍ, ຮຳ​ເຂົ້າ. ສິ່ງ​ດັ່ງ​ກ່າວ​ໄດ້​ຊ່ວຍ​ຫລຸດ​ຜ່ອນ​ເງິນ​ລົງ​ທຶນ. ຊາວ​ກະ​ສິ​ກອນ​ຕ້ອງ​ການ​ພຽງ 5000 -10.000 ບາດ ເທົ່າ​ນັ້ນ​ກໍ​ສາ​ມາດ​ລ້ຽງ​ໄກ່​ໄດ້​. ໄກ່​ດຳ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ທ້ອງ​ຕ​ະ​ຫລາດ ເພາະ​ຜູ້​ໃຊ້​ສອຍ​ຖື​ວ່າ ໄກ່​ດຳ​ມີ​ຜົນດີ​ຕໍ່​ສຸ​ຂະ​ພາບ. ລາ​ຄາ​ໄກ່​ດຳ​ໂຕ​ຫນຶ່ງ​ແມ່ນ​ສູງກວ່າລາ​ຄາ​ໄກ່​ຊີ້ນ 3 ເທົ່າ. ນອກນັ້ນ ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ຊາວ​ກະ​ສິ​ກອນ, ສະ​ໂມ​ສອນ​ດັ່ງ​ກ່າວ ຍັງ​ມີ​ແນວ​ຄວາມ​ຄິດ​ສ້າງຜະ​ລິດຕະ​ພັນ​ໃຫມ່​ເພື່ອ​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ.

        ບໍ່​ພຽງ​ແຕ່​​ສາ​ມາດ​ປຸ້ງ​ແຕ່ງ​ເປັນ​ອາ​ຫານ​ຫລາຍ​ເຍື່ອງ​ທີ່​ແຊບ​ນົວ​ເທົ່າ​ນັ້ນ ໄກ່​ດຳ​ຍັງ​ໄດ້​ຮັບ​ການ​ປຸ​້ງ​ແຕ່ງ​ເປັນ​ບັນ​ດາ​ເຍື່ອງ​ອາ​ຫານ​ແຫ້ງ​ອີກ​ດ້ວຍ ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ສາ​ມາດ​ຊື້​​ເມືອ​ບ້ານ ແລະ ເພື່ອ​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​​ບ້ານ​ໃກ້​ຄຽງຈຳ​ນວນ​ຫນຶ່ງຄື: ລາວ, ມຽນ​ມາ​ອີກ

        ຍ້ອນ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດັ່ງ​ກ່າວ, ​ດັ່ງ​ນັ້ນ​ໃນ​ເວ​ລາພຽງ​ກວ່າ 1 ປີ ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ​ຢູ່​ທີ່ນີ້​ເປັນ​ປົກ​ກະ​ຕິ​ພໍ​ສົມ​ຄວນ. ເຖິງວ່າ​ລາຍ​ຮັບ​ຈາກ​ການ​ລ້ຽງ​ໄກ່​ດຳ​ຍັງ​ບໍ່​ທັນ​ເທົ່າ​ທຽມ​ກັບ​ການ​ປູກ​ເຂົ້າ 3 ລະ​ດູ​/​ປີ​ ​ກໍ​ຕ​າມ ແຕ່​ກໍ​ບັນ​ລຸ​ໄດ້​ປະ​ມານ 70%, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຜ່ານ​ຜ່າ​ໄພ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ