ວົງ​ດົນ​ຕີ Gamelan ຂອງ ອິນ​ໂດ​ເນ​ເຊຍ - ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງມວນ​ມະ​ນຸດ

(VOVWORLD) -ອິນໂດເນເຊຍ ແມ່ນປະເທດທີ່ມີດົນຕີພື້ນເມືອງຫຼາກຫຼາຍຊະນິດ. ໜຶ່ງໃນນັ້ນ ແມ່ນ ວົງດົນຕີ ຢາເມີລານ (Gamelan) ທີ່ມີຊື່ສຽງ, ເຊິ່ງຫາກໍໄດ້ຮັບການຮັບຮອງຈາກອົງການ ຢູແນັດສໂກ ວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ. ຕໍ່ໄປເຊີນທ່ານພ້ອມກັບ ເຮືອງຈ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ ໄປຊອກຮູ້ກ່ຽວກັບດົນຕີຊະນິດນີ້.

ນີ້ແມ່ນສຽງດົນຕີພື້ນເມືອງຈາກວົງດົນຕີ ຢາເມີລານ ຂອງ ອິນໂດເນເຊຍ. ວົງດົນຕີ ຢາເມີລານ ລວມມີດົນຕີຫຼາຍຊະນິດຄື ກອງ, ຄ້ອງ, ຂຸ່ຍ, ເຄື່ອງຕີ, ສະຕຣິງ (ດົນຕີປະເພດມີສາຍ) ແລະ ເຄື່ອງດົນຕີຊະນິດອື່ນໆ. ດ້ວຍຄວາມຄ່ອງແຄ້ວຂອງຜູ້ຫຼີ້ນ ທີ່ໄດ້ເຮັດໃຫ້ສຽງຂອງເຄື່ອງດົນຕີທັງໝົດເຫຼົ່ານັ້ນປະສານເຂົ້າກັນ ແລ້ວສ້າງເປັນຜົນງານທີ່ເປັນເອກະລັກສະເພາະ. Listiana ນັກສິລະປະກອນຂອງຄອບຄົວທີ່ມີສະມາຊິກ 3 ລຸ້ນໄດ້ຫຼີ້ນວົງດົນຕີ ຢາເມີລານ ຢູ່ນະຄອນ Yogyakarta ພາກກາງ Java ຂອງ ອິນໂດເນເຊຍ ໃຫ້ຮູ້ວ່າ:

“ວົງດົນຕີ ຢາເມີລານ ໄດ້ຮັບການພັດທະນາຕາມການເວລາ, ສາມາດສົມທົບກັບເຄື່ອງດົນຕີຊະນິດອື່ນໆໄດ້ຫຼາຍຊະນິດ. ດົນຕີຂອງ ຢາເມີລານ ຢູ່ແຕ່ລະເຂດພາກ ກໍຈະມີຄວາມແຕກຕ່າງກັນ. ຕົວຢ່າງຄືຢູ່ Java ມັກຈະມີຈັງຫວະທີ່ຊ້າກວ່າ, ຟັງແລ້ວຮູ້ສຶກວ່າເລິກຊື້ງ,  ໃນຂະນະນັ້ນ ຈັງຫວະ ຢາເມີລານ ຢູ່ Bali ພັດໄວກວ່າ, ຂະຫຍັນຂັນເຄື່ອນ ແລະ ມ່ວນຊື່ນກວ່າ, ສ່ວນຈັງຫວະ ຢາເມີລານ ຢູ່ Lombok ແລະ Madura ນຳໃຊ້ສຽງຂຸ່ຍຫຼາຍກວ່າ. ຢາເມີລານ ອາດຈະຫຼີ້ນໂດຍນັກສິລະປິນຄົນດຽວ ຫຼື ຫຼາຍຄົນກໍໄດ້”.

ວົງ​ດົນ​ຕີ Gamelan ຂອງ ອິນ​ໂດ​ເນ​ເຊຍ - ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງມວນ​ມະ​ນຸດ - ảnh 1ວົງດົນຕີ ຢາເມີລານ

ຢາເມີລານ ໄດ້ປະກົດມີແຕ່ໄລຍະກ່ອນທີ່ພື້ນຖານວັດທະນະທຳພຸດທະສາສະໜາ ຂອງອິນເດຍ ມາປົກຄອງ ອິນໂດເນເຊຍ ໃນປີ 404 ກ່ອນ ພສ ແລະ ເປັນຕົວແທນໃຫ້ສິລະປະດັ້ງເດີມຂອງ ອິນໂດເນເຊຍ. ເອກະສານທີ່ພັນລະນາກ່ຽວກັບການຫຼີ້ນເຄື່ອງດົນຕີແບບນີ້ໄດ້ພົບເຫັນຄັ້ງທຳອິດຢູ່ ວິຫານ Borobudur ແລະ Prambanan, ພາກກາງ Java. ປັດຈຸບັນນີ້, ຢາເມີລານ ໄດ້ກາຍເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງປະຊາຊົນນັບແຕ່ເກາະ Java,  Bali, Lombok ຕະຫຼອດຮອດ Madura ຂອງ ອິນໂດເນເຊຍ, ເຊິ່ງມັກໄດ້ນຳໃຊ້ໃນພິທີກຳຕ່າງໆທີ່ເປັນມູນເຊື້ອ, ການສະແດງສິລະປະ, ງານລາຕີ, ເສບແກ່ວາດຟ້ອນ ຫຼື ການສະແດງຟ້ອນຕຸກກະຕາຂອງປະຊາຊົນ ອິນໂດເນເຊຍ. ໂດຍໄດ້ຫຼີ້ນເປັນວົງ, ຢາເມີລານ ໄດ້ສົ່ງເຖິງຜູ້ຊົມຜູ້ຟັງກ່ຽວກັບຄຸນຄ່າແຫ່ງຄວາມເຄົາລົບ, ຄວາມຮັກແພງ ແລະ ເອົາໃຈໃສ່ເຊິ່ງກັນແລະກັນ. ໃນປັດສະຍາ Java, ຄວາມກົມກຽວໃນຈັງຫວະຂອງສຽງດົນຕີ ຢາເມີລານ ເປັນສັນຍາລັກໃຫ້ແກ່ຄວາມກົມກຽວທີ່ສະໝ່ຳສະເໝີໃນການດຳລົງຊີວິດ. ແຕ່ກີ້ແຕ່ກ່ອນ, ຢາເມີລານ ຍັງໄດ້ນຳໃຊ້ເພື່ອເອີ້ນຫາພະເຈົ້າຜູ້ຄຸ້ມຄອງຖິ່ນຖານ.

ດ້ວຍຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ສູງສົ່ງນັ້ນ, ຢາເມີລານ ໄດ້ຮັບຖືວ່າແມ່ນພາຫະນະສື່ເຖິງວັດທະນະທຳ ແລະ ສ້າງສາຍສຳພັນລະຫວ່າງມະນຸດກັບຈັກກະວານ. ຢາເມີລານ - ດົນຕີທີ່ເປັນມູນເຊື້ອຂອງ ອິນໂດເນເຊຍ ໄດ້ຮັບການຮັບຮອງຈາກອົງການ ຢູແນັດສໂກ ວ່າ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ ໃນວັນທີ 15 ທັນວາ 2021. ທ່ານ Nadiem Makarim, ລັດຖະມົນຕີກະຊວງທ່ອງທ່ຽວ, ເສດຖະກິດ, ກໍ່ສ້າງ ອິນໂດເນເຊຍ ແບ່ງປັນດ້ວຍຄວາມເອກອ້າງທະນົງໃຈວ່າ:

“ສຳລັບຊາວ ອິນໂດເນເຊຍ ແລ້ວ, ຢາເມີລານ ໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນຂອງປະຊາຊົນ ແລະ ສືບຕໍ່ໄດ້ຮັບການສືບທອດຂອງຄົນລຸ້ນຫຼັງແຕ່ລຸ້ນນີ້ໄປສູ່ລຸ້ນຕໍ່ໄປ. ນັບແຕ່ສະຕະວັດທີ V ມາຮອດປັດຈຸບັນ, ຢາເມີລານ ສືບຕໍ່ໄດ້ຮັບການຄົ້ນຄວ້າ, ພັດທະນາ ແລະ ສືບທອດຕໍ່ໆກັນມາ, ປະກອບສ່ວນເສີມສ້າງໃຫ້ແກ່ສາງສິລະປະດົນຕີຢູ່ ອິນໂດເນເຊຍ. ບໍ່ພຽງແຕ່ເທົ່ານັ້ນ, ດົນຕີ ຢາເມີລານ ຍັງສ້າງແຫຼ່ງບັນດານໃຈ ແລະ ສົ່ງຜົນສະທ້ອນແກ່ພື້ນຖານດົນຕີໂລກ. ອິນໂດເນເຊຍ ຈະສືບຕໍ່ອະນຸລັກຮັກສາ ຢາເມີລານ ໂດຍຜ່ານການສຶກສາ ແລະ ກໍ່ສ້າງຕາມຫຼັກສູດ, ຜ່ານງານບຸນ, ການແຫ່ຂະບວນ, ການສະແດງ ແລະ ແລກປ່ຽນວັດທະນະທຳ”.

ວົງ​ດົນ​ຕີ Gamelan ຂອງ ອິນ​ໂດ​ເນ​ເຊຍ - ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງມວນ​ມະ​ນຸດ - ảnh 2ຊາວຕ່າງປະເທດ ກັບການຝຶກຫຼີ້ນວົງດົນຕີ ຢາເມີລານ (ພາບ: Kompas)

ບໍ່ພຽງແຕ່ຢູ່ ອິນໂດເນເຊຍ ເທົ່ານັ້ນ, ຢາເມີລານ ຍັງໄດ້ຮັບການຮູ້ຈັກກັນດີໃນເວທີສາກົນມາແຕ່ດົນນານ. ບາງປະເທດຄື ອາເມລິກາ, ອັງກິດ, ອົດສະຕາລີ ແລະ ການາດາ ໄດ້ມີຫຼັກສູດສຶກສາກ່ຽວກັບສິລະປະ ຢາເມີລານ. ທ່ານ Mohamad Oemar ເອກອັກຄະລັດຖະທູດ ອິນໂດເນເຊຍ ຢູ່ ຝລັ່ງ, ອານໂດຣາ, ໂມນາໂກ, ເຊິ່ງເປັນຜູ້ຕາງໜ້າຂອງ ອິນໂດເນເຊຍ ປະຈຳ ຢູແນັດສໂກ ໃຫ້ຮູ້ວ່າ ແຕ່ດົນນານມາແລ້ວ ຢາເມີລານ ໄດ້ນຳໃຊ້ຄືຊັບສິນທາງການທູດ. ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ ຢາເມີລານ ໂດຍຜ່ານກິດຈະກຳຕ່າງໆຄື ສອນຫຼີ້ນດົນຕີ ຢາເມີລານ ໃຫ້ແກ່ຊາວຕ່າງປະເທດ ແລະ ແລກປ່ຽນວັດທະນະທຳ./.


ຕອບກັບ

ຂ່າວ/ບົດ​ອື່ນ