ວິຊາຊີບຊ່າງໄມ້ຈະແມ່ນວິຊາຊີບພັດທະນາໃນອະນາຄົດຂອງລາວ

ວິຊາຊີບຊ່າງໄມ້ຈະແມ່ນວິຊາຊີບພັດທະນາໃນອະນາຄົດຂອງລາວ  - ảnh 1
ຄະ​ນະ​ນັກ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ລາວ ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນສີ​ມື​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 10

(vovworld)- ຄະ​ນະ​ນັກ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ລາວ ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 10 ດ້ວຍ ​7 ​ສາ​ຂາວິ​ຊາ​​ຊີບ ແລະ 1 ​ສາ​ຂາວິ​ຊາ​ຊີບ​ແມ່ນ​ສະ​ແດງ​ການ​ສາ​ທິດ. ໃນ​ນັ້ນ ວິ​ຊາ​ຊີບ​ຊ່າງ​ໄມ້ ເຖິງ​ວ່າມີ​ນັກ​ແຂ່ງ​ຂັນ​ຄົນ​ຫ​ນຶ່ງ​ເຂົ້າ​ຮ່ວມ ແລະ ບໍ່​ຍາດ​ໄດ້​ຫລຽນກໍ່ຕາມ ແຕ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຊື່ງ​ຄະ​ນະ​ການ​ນຳ​ສົນ​ໃຈ​ເຖິງວິ​ຊາ​ຊີບນີ້​ແມ່ນ​ຫລາຍກວ່າ​ໝູ່. ກະ​ຊວງ​ແຮງ​ງານ​ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ລາວ ໄດ້​ຄັດ​ເລືອກ​ຢ່າງ​ເຂັ້ມ​ງວດ​​ຈຶ່ງມີຜູ້​ຫ​ນຶ່ງ​ເຂົ້າ​ຮ່ວມ ເພາະ​ວ່າ ນີ້​ກໍ​ແມ່ນ​ວິ​ຊາ​ຊີບ ຊື່ງ​ການ​ນຳ​ລາວ ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເພື່ອ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ.

 ປະ​ເທດ​ລ້ານ​ຊ້າງ​ມີ​ເນື້ອ​ທີ່​ດິນ 236.800 ກິ​ໂລ​ຕາ​ແມັດ. ຕາມ​ການ​ສະ​ຖິ​ຕິ​ປີ 2011 ຂອງ​ກະ​ຊວງ​ກະ​ສິ​ກຳ​ປ່າ​ໄມ້​ ລາວ, ເນື້ອ​ທີ່​ປ່າ​ຂອງ​ລາວ​ແມ່ນກວ່າ 17 ລ້ານ​ເຮັກ​ຕາ, ກວມ 52% ຈຳ​ນ​ວນ​ເນື້ອ​ທີ່​ດິນ​ຂອງ​ທັງ​ປະ​ເທດ. ສະ​ນັ້ນ, ເຄື່ອງ​ເຟີ​ນີ​ເຈີ​ແມ່ນ​​ຜະ​ລິດ​ຕະ​ພັນ​ທີ່ຄອບ​ຄົວ​ໃດ​ຢູ່​ລາວ ກໍ​ນຳ​ໃຊ້​ເປັນ​ຈຳ​ນວນ​ຫລາຍ. ແຕ່​ປະ​ຈຸ​ບັນ ​ສິ​ລະ​ປະການ​ຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີ​ນີ້ຍັງ​ຈຳ​ກັດ​ຢູ່. ຢາກ​ຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີ​ໃຫ້ງາມ ​ຊ່າງ​ໄມ້ຕ້ອງ​ມີ​ສີ​ມື​ທີ່ຄ່ອງ​ແຄ້ວ ແລະ ຢາກ​ໄດ້​ຄື​ແນວນັ້ນ ຕ້ອງ​ມີ​ບັນ​ດາ​ສູນ​ສອນ​ວິ​ຊາ​ຊີບທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ ແລະ ຊ່າງ​ໄມ້​ຕ້ອງ​ແມ່ນ​ຜູ້​ເມົາ​ມົວ​ກັບ​ວິ​ຊາ​ຊີບ. ເມື່ອ​ເວົ້າ​ເຖິງ​ສະ​ພາບ​ຄວາມ​ເປັນ​ຈິງສຳລັບວິ​ຊາ​​ຊ່າງ​ໄມ້​ຂອງ​ລາວ​​ໃນປ​ະ​ຈຸ​ບັນ, ທ່ານ ບຸນ​ມາ ສິດ​ທິ​ສົມ, ຮອງ​ຫົວ​ຫ​ນ້າ​ກົດ​ພັດ​ທະ​ນາ​ສີ​ມື ແລະ ການ​ຈັດ​ຕັ້ງ, ສັງ​ກັດ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ລາວ, ຫົວ​ຫ​ນ້າ​ຄະ​ນະ​ນັກ​ແຂ່ງ​ຂັນ​ລາວ ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ແຂ່ງ​ຂັນ​ສີ​ມື​ອາ​ຊຽນ ຄັ້ງ​ທີ 10 ໃຫ້​ຮູ້​ວ່າ:

        ສຽງ​ທ່ານ ບຸນ​ມາ

        ປະ​ຈຸ​ບັນ ທົ່ວ​ປະ​ເທດ​ລາວ ມີໂຮງ​ຮຽນ​ສອນ​ວິ​ຊາ​ຊ່າງ​ໄມ້ 4 ແຫ່ງ. ​ເຖິງວ່າມີ​ໂຮງ​ຮຽນ​ຫລາຍ​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ແຕ່ບໍ່​ແມ່ນ​ໂຮງ​ຮຽນ​ໃດ​ກໍ​ມີ​ນັກ​ຮຽນ​ມາ​ຮຽນ​ຫລາຍ. ຕົວ​ຢ່າງ​ຄື ໂຮງ​ຮຽນ​ສອນ​ວິ​ຊາ​ຊີບ ລາວ - ສ​ເກົາ​ຫລີ ​ໂດຍແມ່ນ​ໂຮງ​ຮຽນ​ທີ່​ມີ  ອ​ິດ​ທິ​ພົນ​ຊື່​ສຽງ​ກວ່າ​ໝູ່​ຢູ່ ລາວ ແຕ່​ມີ​ນັກ​ຮຽນ​ພຽງ 10 ຄົນ​ເທົ່າ​ນັ້ນ. ຕາມ​ທ່ານ ບຸນ​ມາ​ແລ້ວ, ສາຍ​ເຫດ​ທີ່​ຊາວ​ລາວບໍ່​ມັກ​ວິ​ຊາ​ຊີບນີ້ ເພາະ​ວ່າ, ວິ​ຊາ​ຊີບ​ຊ່າງ​ໄມ້​ແມ່ນ​ຍາກ ແລະ ຕ້ອງ​ການຫລາຍ​ປັດ​ໄຈ.

ສຽງ​ທ່ານ ບຸນ​ມາ


        ປ​ະ​ຈຸ​ບັນ ເຖິງວ່າ​ວິ​ຊາ​ຊີບ​ຊ່າງ​ໄມ້​ບໍ່​ທັນ​ພັດ​ທະ​ນາ ແຕ່​ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ແມ່ນ​ທ່າ​ແຮງ​ໃນ​ອະ​ນາ​ຄົດ ຍ້ອນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ກະ​ສິ​ກຳ. ເພື່ອ​ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ວິ​ຊາ​ຊີບນີ້, ຄະ​ນະ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ໄດ້​ວາງ​ອອກ​ບາງ​ມາດ​ຕະ​ການ ແລະ ໃນ​ພາຍ​ພາກ​ຫ​ນ້າ​ແມ່ນ​ຄັດ​ເລືອກ​ບັນ​ດາ​ນັກ​ແຂ່ງ​ຂັນ​ສີ​ມື​​ແຮງ​ງານເຂົ້າ​ຮ່ວມການ​ແຂ່ງຂັນ​ຄັ້ງ​ຈະ​ມາ​ເຖິງ. ທ່ານ​ບຸນ​ມາ ສິດ​ທິ​ສົມ​ໃຫ້​ຮູ້​ວ່າ:

 ສຽງ​ທ່ານ ບຸນ​ມາ

 

        ສ່ວນ​ທ່ານ​ນາງ ບຸນ​ທະ​ຣິດ ສະ​ມິດ​ຕີ, ຫົວ​ຫ​ນ້າ​ກົມ​ພັດ​ທະ​ນາ​ວິ​ຊາ​ຊີບ, ຫົວ​ຫ​ນ້າ​ຄະ​ນະ​ນັກ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ໄທ ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ສີ​ມື ອາ​ຊຽນ ຄັ້ງ​ທີ 10 ຕີ​ລາ​ຄາ​ສູງ​ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະ​ນັກ​ແຂ່ງ​ຂັນ​ສີ​ສື​ແຮງ​ງານລາວ​ ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້.

        ສຽງ​ທ່ານ​ນາງ ບຸນ​ທະ​ຣິດ


ປີ 2016 ງານ​​ແຂ່ງຂັນ​ສີ​ມື​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 11 ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ຢູ່ ມາ​ເລ​ເຊຍ, ດັ່ງ​ນັ້ນ, ວຽກ​ງານ​ກະ​ກ​ຽມ​ນັບ​ແຕ່​ເວ​ລາ​ນີ້​ຄື​  ແຜນ​ການ​ຄັດ​ເລືອກ ແລະ ຝຶກ​ອົບຮົມ​ວິຊາ​ຊີບຈະ​ຖືກ​ສົ່ງ​ເຖິງ​​ໂຮງ​ຮຽນ​ສອນ​ວິ​ຊາ​ຊີບແຕ່​ລະ​ແຫ່ງ ​ແລະ​ ຫວັງ​ວ່າຄະ​ນະ​ນັກ​ແຂ່ງ​ຂັ​ນ​ສີ​ມື​ແຮງ​ງານ ລາວ ຈະ​ຄ້​ວາ​ໄດ້​ຫລຽນ​ໃນ​ການ​ແຂ່ງຂັນ.

 

       

ຕອບກັບ

ຂ່າວ/ບົດ​ອື່ນ